ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈັດງານລ້ຽງພົບປະລູກຄ້າ

29/02/2024 13:17
Email Print 788
ຂປລ ຂປລ. ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈຳກັດ (LVB) ຈັດງານລ້ຽງພົບປະລູກຄ້າ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ 2023 ແລະ ຕ້ອນຮັບປີໃໝ່ 2024 ໃນວັນທີ 26 ທັນວາ 2023 ທີ່ນະຄອນຫລວງວຽງຈັນ



ຂປລ. ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈຳກັດ (
LVB) ຈັດງານລ້ຽງພົບປະລູກຄ້າ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ 2023 ແລະ ຕ້ອນຮັບປີໃໝ່ 2024 ໃນວັນທີ 26 ທັນວາ 2023 ທີ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ຄຳວິໄລ ກາດອຸດົມ ຮອງກົມຄຸ້ມຄອງທະນາຄານທຸລະກິດ, ທະນາຄານແຫ່ງ ສປປ ລາວ, ມີຜູ້ອຳນວຍການ, ຮອງຜູ້ອຳນວຍການ, ບັນດາແຂກ, ລູກຄ້າ ແລະ ຄູ່ຮ່ວມທຸລະກິດ ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມ.

ທ່ານ ຫງວຽນ ດຶກຫວູ ຜູ້ອໍານວຍການໃຫຍ່ ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈຳກັດ ໄດ້ກ່າວວ່າ: ໃນປີ 2023 ຍ້ອນໄດ້ຮັບການຊີ້ນຳ, ການອໍານວຍຄວາມສະດວກ ຂອງບັນດາການນຳທຸກຂັ້ນ; ທະນາຄານແຫ່ງ ສ ປປ ລາວ (ທຫລ); ການສະໜັບສະໜູນໂດຍກົງ ຈາກສອງທະນາຄານແມ່ BIDV ແລະ ທະນາຄານການຄ້າຕ່າງປະເທດມະຫາຊົນ (BCEL), LVB ມີຄວາມພາກພູມໃຈທີ່ຈະສືບຕໍ່ເປັນໜຶ່ງ ໃນບັນດາຫົວໜ່ວຍນຳໜ້າໃນການປະຕິບັດ ນະໂຍບາຍເງິນຕາຂອງ ທຫລ, ນະໂຍບາຍງົບປະມານ ການເງິນຂອງລັດຖະບານ ແລະ ເຂົ້າຮ່ວມການສະໜັບສະໜູນ ບັນດາວຽກງານສົ່ງເສີມການຄ້າ ແນໃສ່ເຮັດໃຫ້ເສດຖະກິດ ມີສະຖຽນລະພາບ, ຮັບໃຊ້ບັນດາເປົ້າໝາຍພັດທະນາ ເສດຖະກິດ-ສັງຄົມຂອງລາວ ຫລັງຈາກປະສົບກັບຄວາມຫຍຸ້ງຍາກໃນໄລຍະ 3-4 ປີທີ່ຜ່ານມາຍ້ອນຜົນກະທົບ ຈາກພະຍາດລະບາດ ແລະ ຄວາມບໍ່ໝັ້ນຄົງດ້ານການເມືອງທົ່ວໂລກ. ຄາດວ່າຮອດທ້າຍປີ 2023, ຍອດຊັບສິນທັງໝົດຂອງ LVB ຈະບັນລຸ ປະມານ 900 ລ້ານໂດລາສະຫະລັດ, ຍອດເງິນກູ້ລູກຄ້າຈະບັນລຸ ປະມານ 530 ລ້ານໂດລາສະຫະລັດ, ການລະດົມທຶນ ບຸກຄົນ ແລະ ອົງການຈັດຕັ້ງຈະບັນລຸ ປະມານ 800 ລ້ານໂດລາສະຫະລັດ, ສືບຕໍ່ເປັນໜຶ່ງໃນທະນາຄານທຸລະກິດ ທີ່ມີຂະໜາດໃຫຍ່ທີ່ສຸດໃນລາວ. ຕານ່າງການເຄື່ອນໄຫວທຸລະກິດກວ້າງຂວາງ ແລະ ຄວບຄຸມ ດ້ວຍລະບົບສາຂາ, ໜ່ວຍບໍລິການ ທີ່ທັນສະໄໝເຊິ່ງປັດຈຸບັນມີຢູ່ 9/18 ແຂວງໃຫຍ່ໆຂອງລາວ, ສ້າງວຽກເຮັດງານທຳ ແລະ ຮັບປະກັນລາຍຮັບ, ຊີວິດການເປັນຢູ່ໃຫ້ແກ່ພະນັກງານເກືອບ 500 ຄົນ.



LVB ຍັງມີຄວາມພາກພູມໃຈທີ່ເປັນໜຶ່ງ ໃນບັນດາທະນາຄານທຸລະກິດ ທີ່ມີລະບົບເຕັກໂນໂລຊີທີ່ທັນສະໄໝທີ່ສຸດໃນລາວ ດ້ວຍຫລາຍລາງວັນລະດັບສາກົນ ດ້ານລະບົບ core banking/ດ້ານທະນາຄານດີຈິຕອນ/ດ້ານເຕັກໂນໂລຊີ ແລະ ນະວັດຕະກໍາ, ເປັນທະນາຄານແຫ່ງທຳອິດ ທີ່ນຳໃຊ້ລະບົບລາຍນິ້ວມື ໃນການຢືນຢັນການເຮັດທຸລະກໍາຂອງລູກຄ້າ. ຄຽງຄູ່ກັບບັນດາຜະລິດຕະພັນ ທະນາຄານແບບດັ້ງເດີມ, LVB ໄດ້ປະກາດນຳໃຊ້ຜະລິດຕະພັນ ແລະ ການບໍລິການ ທະນາຄານທີ່ທັນສະໄໝ ເຊັ່ນ: ທະນາຄານດີຈິຕອນ, eKYC, QRpay, ບັນດາບໍລິການຊຳລະອັດສະລິຍະ.

ທ່ານ ຫງວຽນ ດຶກຫວູ ຍັງກ່າວຕື່ມວ່າ: ໃນປີ 2024, LVB ຈະສືບຕໍ່ປະຕິບັດຕາມທິດທາງຍຸດທະສາດ, ເອົາລູກຄ້າເປັນໃຈກາງ, ສົ່ງເສີມຂະຫຍາຍສິນເຊື່ອ ແລະ ການລະດົມທຶນ, ຂະຫຍາຍຖານລູກຄ້າແບບຍືນຍົງ; ຊຸກຍູ້ການພັດທະນາ ຜະລິດຕະພັນບໍລິການໂດຍນໍາໃຊ້ເຕັກໂນໂລຊີເຂົ້າໃນການພັດທະນາ; ຍົກສູງຄຸນະພາບການບໍລິການລູກຄ້າ ດ້ວຍເປົ້າໝາຍສູງສຸດແມ່ນ ການເຟັ້ນຫາຄວາມເພິ່ງພໍໃຈ ຂອງລູກຄ້າຕໍ່ກັບຜະລິດຕະພັນ ບໍລິການຂອງ LVB.

KPL

ຂ່າວອື່ນໆ

    • ສສຊ ສະເໜີໃຫ້ພິຈາລະນາຄືນ ການລາພັກ ອອກລູກ ຈາກ 5 ເດືອນ ມາເປັນ 3 ເດືອນເຄິ່ງການເມືອງ

      ສສຊ ສະເໜີໃຫ້ພິຈາລະນາຄືນ ການລາພັກ ອອກລູກ ຈາກ 5 ເດືອນ ມາເປັນ 3 ເດືອນເຄິ່ງ

      3/19/2025 6:31:46 PM

      ຂປລ. ໃນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນ 19 ມີນາ 2025, ບັນດາສະມາຊິກສະພາແຫ່ງຊາດ ​ແຕ່ລະ​ເຂດ​ເລືອກ​ຕັ້ງ ໄດ້ພ້ອມກັນປະກອບຄຳເຫັນ ໃສ່ຮ່າງກົດໝາຍວ່າ ດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງໃນບາງໜວດ, ບາງມາດຕາ ເປັນຕົ້ນ ມາດຕາ 29 ປັບເວລາພັກອອກລູກ ຈາກ 5 ເດືອນ ມາເປັນ 3 ເດືອນເຄິ່ງ ເພື່ອໃຫ້ສອດຄ່ອງກັບຫລັກການສາກົນ ທີ່ ສປປ ລາວ ເຂົ້າເປັນພາຄີນັ້ນ, ສສຊ ຫລາຍທ່ານ ໄດ້ສະແດງຄວາມບໍ່ເຫັນດີ, ພ້ອມທັງ, ສະເໜີໃຫ້ກະຊວງພາຍໃນ ພິຈາລະນາຄືນຕໍ່ກັບມາດຕາດັ່ງກ່າວ.

    • ສະຫະພັນນັກຮົບເກົ່າແຫ່ງຊາດລາວ ປາຖະກະຖາວັນສ້າງ ຕັ້ງພັກ ຄົບຮອບ 70 ປີການເມືອງ

      ສະຫະພັນນັກຮົບເກົ່າແຫ່ງຊາດລາວ ປາຖະກະຖາວັນສ້າງ ຕັ້ງພັກ ຄົບຮອບ 70 ປີ

      3/19/2025 6:27:28 PM

      ຂປລ. ສະຫະພັນນັກຮົບເກົ່າແຫ່ງຊາດລາວ ຈັດປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025) ຢູ່ສະໂມສອນກົມໃຫຍ່ການເມືອງກອງທັບ ໂດຍການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພົນໂທ ແສງນວນ ໄຊຍະລາດ ເລຂາຄະນະພັກ, ປະທານສະຫະພັນ ນັກຮົບເກົ່າແຫ່ງຊາດ, ມີຄະນະນໍາສະຫະພັນນັກຮົບເກົ່າແຫ່ງຊາດລາວ, ຄະນະນຳກະຊວງປ້ອງກັນປະເທດ, ຄະນະນໍາສະຫະພັນນັກຮົບເກົ່ານະຄອນຫລວງວຽງຈັນ, ຄະນະກົມ, ຫ້ອງການ, ພະນັກງານປະຕິວັດອາວຸໂສ, ສະມາຊິກສະຫະພັນນັກຮົບເກົ່າ 9 ເມືອງ ​ໃນນະຄອນຫລວງວຽງຈັນ

    • ຍທຂ ຫວນຄືນມູນເຊື້ອວັນສໍາຄັນຂອງພັກຄົບຮອບ 70 ປີການເມືອງ

      ຍທຂ ຫວນຄືນມູນເຊື້ອວັນສໍາຄັນຂອງພັກຄົບຮອບ 70 ປີ

      3/19/2025 1:46:13 PM

      ຂປລ. ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຈັດ​ປາຖະກະຖາ ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ​ໃນ​ວັນ​ທີ 19 ມີນາ 2025 ​ໂດຍ​ການປາຖະກະຖາຂອງ ສະຫາຍ ພົນໂທ ທອງລອຍ ສິລິວົງ ກໍາມະການສູນ ກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີສະຫາຍ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ບັນດາຄະນະພັກ, ຄະນະນຳ, ສະມາຊີກພັກ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    • ສະພາແຫ່ງຊາດ ພິຈາລະນາກົດໝາຍວ່າ ດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງການເມືອງ

      ສະພາແຫ່ງຊາດ ພິຈາລະນາກົດໝາຍວ່າ ດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ

      3/19/2025 1:23:35 PM

      ຂປລ. ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ​ໃນວັນ 19 ມີນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະທານ ສະພາແຫ່ງຊາດ, ທ່ານ ວິໄລວົງ ບຸດດາຄຳ ລັດຖະມົນຕີກະຊວງພາຍໃນ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍ ພະນັກງານ-ລັດຖະກອນ ສະບັບປັບປຸງ

    • ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ ຍທຂ ມີຜົນງານອັນພົ້ນເດັ່ນຫລາຍດ້ານການເມືອງ

      ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ ຍທຂ ມີຜົນງານອັນພົ້ນເດັ່ນຫລາຍດ້ານ

      3/18/2025 5:42:08 PM

      ຂປລ. ພັກເຮົາຖືເອົາວຽກງານກໍ່ສ້າງພື້ນຖານໂຄງລ່າງ ເປັນຂະແໜງເສດຖະກິດ ໂດຍສະເພາະ ການຂະຫຍາຍເສັ້ນທາງຄົມມະນາຄົມ ລົງສູ່ຊົນນະບົດເປັນບູລິມະສິດທີ່ໜຶ່ງ ໂດຍເຫັນໄດ້ການປັບປຸງ ບັນດາເສັ້ນທາງຫລວງແຫ່ງຊາດ, ຂະຫຍາຍ ແລະ ປັບປຸງເສັ້ນທາງລະຫວ່າງແຂວງຕໍ່ແຂວງ, ເມືອງຕໍ່ເມືອງ, ຂະຫຍາຍຄົມມະນາຄົມ ລະຫວ່າງ ແຂວງຕໍ່ແຂວງ, ເມືອງຕໍ່ເມືອງ ແລະ ຂະຫຍາຍການຄົມ ມະນາຄົມຢູ່ຊົນນະບົດ.

ads
ads

Top