ທູດລາວປະຈຳ ຣັດເຊຍ ເຜີຍແຜ່ ເອກະສານ ວັນສຳຄັນ ຂອງພັກ-ຂອງຊາດ

29/02/2024 12:46
Email Print 951
ຂປລ ຂປລ. ວັນທີ 23 ທັນວາ 2023 ຜ່ານມານີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ ຣັດເຊຍ ຈັດປາຖະກະຖາເຜີຍແຜ່ ແລະ ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງ ຄະນະບໍລິຫານງານ ສູນກາງພັກ ສະໄໝທີ XI ຂອງ ພັກປະຊາຊົນປະຕິວັດລາວ, ວັນຊາດທີ 2 ທັນວາ ຄົບຮອບ 48 ປີ ແລະ ມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ



ຂປລ. ວັນທີ 23 ທັນວາ 2023 ຜ່ານມານີ້
, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ ຣັດເຊຍ ຈັດປາຖະກະຖາເຜີຍແຜ່ ແລະ ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງ ຄະນະບໍລິຫານງານ ສູນກາງພັກ ສະໄໝທີ XI ຂອງ ພັກປະຊາຊົນປະຕິວັດລາວ, ວັນຊາດທີ 2 ທັນວາ ຄົບຮອບ 48 ປີ ແລະ ມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໂດຍການເປັນປະທານຂອງ ສະຫາຍ ນາງ ວິລາວັນ ເຍ່ຍປໍເຮີ ເລຂາໜ່ວຍພັກ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ ຣັດເຊຍ, ມີຄະນະໜ່ວຍພັກ, ສະມາຊິກພັກ, ພະນັກງານຂອງສະຖານທູດ ແລະ ນັກສຶກສາລາວທີ່ຮຽນຢູ່ ສ ຣັດເຊຍ ເຂົ້າຮ່ວມ.

ສະ​ຫາຍ ນາງ ວິລາວັນ ເຍ່ຍປໍເຮີ ໄດ້ເຜີຍແຜ່ເນື້ອໃນມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງ ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຂອງ ສປປ ລາວ ແລະ ມູນເຊື້ອ ວັນຊາດທີ 2 ທັນວາ ຄົບຮອບ 48 ປີ ໂດຍໄດ້ຍົກໃຫ້ເຫັນຜົນງານ ທີ່ຍາດມາໄດ້ໃນໄລຍະທີ່ຜ່ານມາ, ຕີລາຄາຈຸດດີ, ຈຸດຄົງຄ້າງ ແລະ ບົດຮຽນທີ່ສາມາດຖອດຖອນໄດ້. ນອກຈາກນັ້ນ, ສະຫາຍຍັງໄດ້ຍົກໃຫ້ເຫັນເຖິງ ປະຫວັດສາດແຫ່ງການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງພັກປະຊາຊົນປະຕິວັດລາວ ທີ່ມີມູນເຊື້ອສະຫງ່າອົງອາດແຫ່ງການຕໍ່ສູ້ ຕ້ານການຮຸກຮານຂອງສັດຕູຈາກພາຍນອກ ແລະ ສ້າງສາພັດທະນາປະເທດຊາດ ໂດຍສືບທອດມູນເຊື້ອ ອັນອົງອາດ ຂອງບັນພະບູລຸດ, ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງ ພັກປະຊາຊົນປະຕິວັດລາວ ໄດ້ສາມັກຄີກັນຕໍ່ສູ້ຢ່າງພິລະອາດຫານຕ້ານການຮຸກຮານ ແລະ ການຄອບຄອງຂອງພວກ ຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ ສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ ແລະ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975, ນັບແຕ່ນັ້ນເປັນຕົ້ນມາ ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໄດ້ມີຜົນສໍາເລັດ ແລະ ມີທ່າຂະຫຍາຍຕົວກ້າວທີ່ຕໍ່ເນື່ອງ ລວມຍອດຜະລິດຕະພັນ ພາຍໃນເພີ່ມຂຶ້ນເປັນແຕ່ລະໄລຍະຈົນເຖິງປັດຈຸບັນ.



ໂອກາດດຽວກັນ
, ສະຫາຍ ພັນເອກ ສີສະໄຫວ ສິມມະລິວົງ ຮອງເລຂາໜ່ວຍພັກ, ທີ່ປຶກສາທູດຝ່າຍປ້ອງກັນຊາດ ໄດ້ຍົກໃຫ້ເຫັນ ວິລະກຳປະຫວັດການກຳເນີດ ຂອງກອງທັບປະຊາຊົນລາວ, ທາດແທ້, ມູນເຊື້ອ ແລະ ຜົນງານທີ່ຍາດມາໄດ້ ຂອງ ກອງທັບປະຊາຊົນລາວ ໂດຍພາຍໃຕ້ການຕໍ່ສູ້ຢ່າງພິລາດອາດຫານ ຂອງປະຊາຊົນລາວບັນດາເຜົ່າຜູ້ຮັກຊາດ ກ້າວໄປສູ່ການປະກາດສ້າງຕັ້ງ ເປັນກອງທັບລາວອິດສະຫລະ (ກອງທັບປະຊາຊົນລາວ ໃນປັດຈຸບັນ ) ໃນວັນທີ 20 ມັງກອນ 1949, ພ້ອມທັງຍົກໃຫ້ເຫັນຜົນງານການຕໍ່ສູ້ມີໄຊ, ການເຕີບໃຫຍ່ຂະຫຍາຍຕົວແຕ່ລະໄລຍະ ພາຍໃຕ້ການນໍາພາອັນປີຊາສາມາດ ສະຫລາດສ່ອງໃສ ຂອງພັກປະຊາຊົນ ປະຕິວັດລາວ ສາມາດຕີເອົາໄຊຊະນະ ພວກຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່. ນອກນັ້ນ, ຍັງໄດ້ຍົກໃຫ້ເຫັນຄວາມສາມາດ ແລະ ຄວາມພິລະອາດຫານຂອງກອງທັບປະຊາຊົນລາວ ທີ່ໄດ້ຜ່ານຜ່າອຸປະສັກນາໆ ປະການບໍ່ຈັກວ່າເທົ່າໃດ ແລະ ເຕັມໄປດ້ວຍການເສຍສະຫລະອັນໃຫຍ່ຫລວງ ໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ, ເຮັດສໍາເລັດພາລະກິດປະຫວັດສາດທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີໄຊ ຈົນສາມາດປົດປ່ອຍ ປະເທດຊາດ ໄດ້ຢ່າງສົມບູນ ແລະ ສະຖາປະນາ ເປັນປະເທດ ສປປ ລາວ ໃນວັນ ທີ 02 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ, ມາເຖິງປັດຈຸບັນ ແລະ ຍັງເປັນກໍາລັງຫລັກແຫລ່ງ ໃນການປົກປັກຮັກສາ ໝາກຜົນ ຂອງການປະຕິວັດ ແລະ ລະບອບໃໝ່ໄວ້ໄດ້ຢ່າງໝັ້ນຄົງ.

ການເຜີຍແຜ່ເຊື່ອມຊຶມມູນເຊື້ອດັ່ງກ່າວ, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ປະຫວັດສາດ ທີ່ສຳຄັນຂອງຊາດ ແລະ ໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບ ພາລະກຳທາງປະຫວັດສາດ, ການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງ ພັກປະຊາຊົນ ປະຕິວັດລາວ ໃນແຕ່ລະໄລຍະ, ໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບມູນເຊື້ອ, ທາດແທ້ຂອງການປະຕິວັດ ຂອງກອງທັບປະຊາຊົນລາວ ແລະ ເຊື່ອມຊຶມເຂົ້າໃຈເຖິງຜົນງານ ມູນເຊື້ອນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕ ປະຊາຊົນລາວ, ຄວາມສາມັກຄີເປັນປຶກແຜ່ນ, ການມີສະຕິລະວັງຕົວ ຕ້ານຍຸດທະສາດການຫັນປ່ຽນຂອງສັດຕູ, ຄວາມເປັນເຈົ້າການນໍາເອົາແນວທາງ ແລະ ຮໍ່າຮຽນເອົາແບບຢ່າງ ຄຸນສົມບັດສິນທຳ ປະຕິວັດຄຸນງາມ ຄວາມດີ ຂອງບັນດາຜູ້ນຳຮຸ້ນກ່ອນ ມາໝູນໃຊ້ເຂົ້າໃນໜ້າທີ່ການເມືອງຂອງຕົນ ໃຫ້ເກີດຜົນສູງສຸດ ເພື່ອການສ້າງສາພັດທະນາປະເທດຊາດ ໃນປັດຈຸບັນໃຫ້ໄດ້ຮັບປະສິດທິພາບສູງຢ່າງບໍ່ຢຸດຢັ້ງ.

ໃນຕອນທ້າຍ ສະຫາຍ ນາງ ວິລາວັນ ເຍ່ຍປໍເຮີ່ ໄດ້ມີຄຳເຫັນໂອ້ລົມນັກສຶກສາລາວ ທັງຝ່າຍປົກຄອງ ແລະ ທະຫານ ທີ່ກຳລັງສຶກສາຢູ່ ສ ຣັດເຊຍ ໃຫ້ຕັ້ງໃຈຮ່ຳຮຽນຍາດເອົາ ຄວາມຮູ້ຄວາມສາມາດ ເພື່ອໄປນຳໃຊ້ເຂົ້າໃນ ການສ້າງສາພັດທະນາ ກໍຄື ປົກປັກຮັກສາປະເທດຊາດ. ນອກຈາກນັ້ນ, ໃຫ້ເພີ່ມທະວີດ້ານການເມືອງແນວຄິດ, ຝຶກຝົນຫລໍ່ຫລອມຕົນເອງໃຫ້ມີຄວາມກ້າວໜ້າ, ມີຄຸນສົມບັດສິນທຳປະຕິວັດ ແລະ ມີຄວາມຮູ້ຄວາມສາມາດ ເພື່ອກາຍເປັນອະນາຄົດຂອງຊາດ.

ຂ່າວ-ພາບ: ກຕທ

KPL

ຂ່າວອື່ນໆ

    • ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງການເມືອງ

      ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ

      1/7/2026 2:39:08 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດ ລາວ, ສະຫາຍ ຄຳມອນ ຈັນທະຈິດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງ ປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ມັງກອນ 2026 ວ່າ: ຕົນມີ ຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ໄດ້ມີສ່ວນຮ່ວມເຂົ້າໃນການກຽມກອງປະຊຸມໃນຄັ້ງນີ້ ຖືວ່າເປັນບັນຍາ ກາດທີ່ມີຄວາມຄຶກຄື້ນ, ມີຄວາມຮັບຜິດຊອບ ແລະ ທັງມີຄວາມສະນິດສະໜົມ ບໍ່ວ່າຢູ່ພາຍໃນກອງປະຊຸມ ແລະ ຢູ່ນອກກອງປະຊຸມ ລ້ວນແຕ່ສະແດງເຖິງຄວາມຕັ້ງໃຈ, ຄວາມເຊື່ອໝັ້ນ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ.

    • ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດການເມືອງ

      ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດ

      1/7/2026 2:33:02 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວັນທີ 6 ມັງກອນ 2026 ນີ້, ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ສະແດງຄວາມຮູ້ສຶກດີໃຈ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ພະນັກງານສະມາຊິກພັກ ໃນຂອບເຂດທົ່ວປະເທດ ກໍຄື ເປັນຕົວແທນສະມາຊິກພັກກະ ຊວງ ຍທຂ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້, ຖືເປັນເຫດການການເມືອງ ທີ່ມີຄວາມໝາຍຄວາມສໍາຄັນຫລາຍ ທີ່ໄດ້ຮັບຮູ້ກ່ຽວກັບການສະຫລຸບຕີລາຄາການນໍາພາຂອງພັກ ຕະຫລອດໄລຍະ 5 ປີ ຜ່ານມາ ແລະ ກໍານົດທິດທາງແຜນ ການ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາໃນຕໍ່ໜ້າ ໃຫ້ມີອັນພົ້ນເດັ່ນ ມີອັນໃໝ່ໆ ນໍາພາປະເທດຊາດເຮົາກ້າວຂຶ້ນໃນແຕ່ລະໄລຍະ.

    • ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ  ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝການເມືອງ

      ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝ

      1/7/2026 2:26:55 PM

      ໃນໄລຍະ 5 ປີຕໍ່ໜ້າ (2026-2030) ພັກ ປປ ລາວ ກໍຄື ຄະນະບໍລິຫານງານສູນກາງພັກ ຊຸດທີ XII ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃຫ້ໂປ່ງໃສຍິ່ງຂຶ້ນ, ຫລຸດຜ່ອນຂອດຂັ້ນ ແລະ ຍົກສູງປະສິດທິພາບ ແລະ ຄວາມສາມາດ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ການຫັນເປັນທັນສະໄໝ-ຫັນເປັນດີຈິຕອນ, ການແບ່ງຂັ້ນຄຸ້ມຄອງ, ແບ່ງສິດໃຫ້ຈະແຈ້ງ, ຂາດຕົວ ແລະ ສ້າງສະພາບແວດລ້ອມການລົງທຶນ, ການດໍາເນີນການຜະ ລິດ-ທຸລະກິດ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ມີຄວາມສາມາດສູງຂຶ້ນໃນການແຂ່ງຂັນ.

    • ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນການເມືອງ

      ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ

      1/7/2026 2:06:59 PM

      ໄລຍະ 5 ປີ (2026-2030) ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເປັນແຜນສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ, ບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ທັງເປັນແຜນຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ຍຸດທະສາດການພັດທະນາ ໄລຍະ 10 ປີ (2026-2035) ແລະ ວິໄສທັດ ຮອດປີ 2055, ສືບຕໍ່ປະຕິບັດ 4 ບຸກທະລຸ ໃຫ້ແຂງແຮງ, ເລິກເຊິ່ງ.

    • ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນການເມືອງ

      ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນ

      1/7/2026 7:47:13 AM

      ໃນວາລະດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດລາວໃນມື້ທຳອິດ ໃນວັນທີ 6 ມັງກອນ 2026.

ads
ads

Top