ຂປລ
ກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIV ໄດ້ໄຂຂຶ້ນຢ່າງສົມກຽດ. ໂດຍມີ ທ່ານ ໂຕເລີມ, ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ເປັນປະທານ ກອງປະຊຸມ; ທ່ານ ເຈິ່ນແທັງເໝີ້ນ, ປະທານ ສະພາແຫ່ງຊາດ ຫວຽດນາມ ໄດ້ບໍລິຫານວາລະ ໄຂກອງປະຊຸມ.

ຂປລ.ວິທະຍຸກະຈ່າຍສຽງ ຫວຽດນາມ,ວັນທີ 5 ຕຸລານີ້, ກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIV ໄດ້ໄຂຂຶ້ນຢ່າງສົມກຽດ. ໂດຍມີ ທ່ານ ໂຕເລີມ, ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ເປັນປະທານ ກອງປະຊຸມ; ທ່ານ ເຈິ່ນແທັງເໝີ້ນ, ປະທານ ສະພາແຫ່ງຊາດ ຫວຽດນາມ ໄດ້ບໍລິຫານວາລະ ໄຂກອງປະຊຸມ. ໃນໂອກາດນີ້ ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ຊີ້ແຈ້ງວ່າ: ກອງປະຊຸມ ໄດ້ຈັດຂຶ້ນ ໃນສະພາບ ການທີ່ທົ່ວພັກ, ທົ່ວປວງຊົນ, ທົ່ວ ກອງທັບ ພວມພະຍາ ຍາມ ປະຕິບັດ ສຳເລັດ ໜ້າທີ່ ພັດທະນາເສດຖະກິດ-ສັງຄົມ ປີ 2026, ກະກຽມແຜນການປີ 2027 ແລະ ຊຸມປີຕໍ່ໆໄປ ແລະ ສະເໜີໃຫ້ຕ້ອງຍົກສູງ ກຳລັງຄວາມສາມາດ ໃນ ການປ່ຽນແປງໃໝ່ ດ້ວຍຕົນເອງ, ປັບປຸງດ້ວຍຕົນເອງ ແລະ ກຳນົດທິດພັດທະນາ ປະເທດຊາດ. “ມະຕິສະບັບໃໝ່ ຕ້ອງສົມທົບການກໍ່ສ້າງ ເຂົ້າກັບການປັບປຸງ, ການສຶກສາຢ່າງແໜ້ນແຟ້ນ. ການປ້ອງ ກັນກັບການແກ້ໄຂ ຢ່າງເຂັ້ມງວດ. ສ້າງກົນໄກ ເພື່ອໃຫ້ການຈັດຕັ້ງພັກ, ສະມາຊິກພັກແຕ່ລະຄົນສາມາດພົບເຫັນ, ປັບປຸງຂໍ້ບົກຜ່ອງ ດ້ວຍຕົນເອງ. ຕ້ອງອີງໃສ່ປະຊາຊົນ ເພື່ອກໍ່ສ້າງພັກ, ຮັບປະກັນ ການເຂົ້າຮ່ວມຂອງປະຊາຊົນ ໃນການປະກອບສ່ວນ ເຂົ້າໃນແຜນນະໂຍບາຍ, ຕິດຕາມກວດກາການປະຕິບັດ ແລະ ການໄດ້ຊົມໃຊ້ຜົນປະໂຫຍດຢ່າງແທ້ຈິງ... ນີ້ແມ່ນພື້ນຖານເພື່ອປັບປຸງ ຄວາມມະຫາສາມັກຄີ, ເຕົ້າໂຮມກຳລັງແຮງຂອງຊາດ”.ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ກໍ່ໄດ້ສະເໜີ ໃຫ້ສູນກາງ ປຶກສາຫາລື ລົງເລິກເຂົ້າບັນດາການຄັດເລືອກໃຫຍ່, ບັນດາບັນຫາ ທີ່ຍັງມີ ຄວາມແຕກຕ່າງກັນ; ທຸກໆການຄັດເລືອກ ຕ້ອງຖືຜົນປະໂຫຍດ ຂອງປະເທດຊາດ, ຂອງຊາດ, ສິດ ແລະ ຜົນປະໂຫຍດ ອັນຊອບທຳ ຂອງປະຊາຊົນ ຢູ່ເໜືອກວ່າສິ່ງໃດໝົດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL