ກາຕາ ໄດ້ຮັບທຸງເປັນເຈົ້າພາບ ຈັດງານມະຫາກຳກິລາ ອາຊີ ຄັ້ງຕໍ່ໄປ

05/10/2026 15:14
ຂປລ ພາຍ​ຫລັງ​ ການແຂ່ງຂັນທີ່​ຟົດ​ຟື້ນ ເປັນເວລາ 16 ​ວັນ, ງານ​ມະ​ຫາ​ກຳກິລາ ອາ​ຊີ ຄັ້ງທີ 20 (ASIAD 2026) ໄດ້ສິ້ນ ສຸດລົງ ຢ່າງເປັນທາງການ ໃນວັນທີ 4 ຕຸລານີ້, ດ້ວຍພິທີປິດຈັດ​ຂຶ້ນ​ຢູ່ສະໜາມກິລາປາໂອມາ ມິຊຶໂຮ (Paloma Mizuho), ປະເທດ ຍີ່ປຸ່ນ.

ຂປລ.ວິທະຍຸ ກະຈ່າຍສຽງ ຫວຽດນາມ, ພາຍ​ຫລັງ​ ການແຂ່ງຂັນທີ່​ຟົດ​ຟື້ນ ເປັນເວລາ 16 ​ວັນ, ງານ​ມະ​ຫາ​ກຳກິລາ ອາ​ຊີ ຄັ້ງທີ 20 (ASIAD 2026) ໄດ້ສິ້ນສຸດລົງ ຢ່າງເປັນທາງການ ໃນວັນທີ 4 ຕຸລານີ້, ດ້ວຍພິທີປິດຈັດ​ຂຶ້ນ​ຢູ່ສະໜາມກິລາປາໂອມາ ມິຊຶໂຮ (Paloma Mizuho), ປະເທດ ຍີ່ປຸ່ນ. ໜຶ່ງໃນຈຸດເດັ່ນ ຂອງພິທີປິດງານມະ​ຫາ​ກຳ​ກິ​ລາ ແມ່ນການປະກາດ ນັກກິລາທີ່ດີເດັນທີ່ສຸດ 2 ຄົນ​ ຢູ່ ASIAD 2026. ​ຕາມນັັ້ນ​ແລ້ວ, ນັກລອຍນໍ້າ ຊາວຈີນ Yu Zidi ໄດ້ຮັບລາງວັນ "ນັກກິລາຍິງດີເດັ່ນທີ່ສຸດ" ແລະ ນັກແລ່ນຊາວ ໄທ Puripol Boonson ໄດ້ຮັບ​ການ​ຄັດເລືອກ ໃຫ້ເປັນ "ນັກ​ກິ​ລາ​ຊາຍດີເດັ່ນ​ທີ່​ສຸດ".ກໍ່​ທີ່​ພິທີ​ປິດ, ທ່ານ Sheikh Joaan bin Hamad Al Thani, ​ປະທານ OCA ​ໄດ້​ມອບ​​ສິດ​ເປັນ​ເຈົ້າພາບ​ຈັດ​ຕັ້ງ ASIAD ​ຄັ້ງ​ຕໍ່​ໄປ​ໃຫ້ ​ທ່ານ​ Sheikh Mohammed bin Abdulrahman Al Thani, ນາຍົກລັດຖະມົນຕີ ກາ​ຕາ. ​ໂດ​ຮາ (ກາ​ຕາ) ຈະ​ເປັນ​ນະ​ຄອນເຈົ້າພາບ​ຈັດ​ ASIAD 21 ​ໃນ​ປີ 2030./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top