ຂປລ
ສສ ຫວຽດນາມ ຕ້ອນຮັບ ນັກທ່ອງທ່ຽວສາກົນ ບັນລຸ 17,7 ລ້ານເທື່ອຄົນ, ເພີ່ມຂຶ້ນ 14,5% ໃນໄລຍະ 9 ເດືອນ, ເມື່ອທຽບໃສ່ ໄລຍະດຽວກັນຂອງປີກ່ອນ. ຕໍ່ກັບໝາກຜົນນີ້, ຂະແໜງທ່ອງທ່ຽວ ໄດ້ປະຕິບັດສຳເລັດ ເກືອບ 71% ເປົ້າໝາຍ ຕ້ອນຮັບນັກທ່ອງທ່ຽວສາກົນໃນປີ 2026 ໃຫ້ບັນລຸ 25 ລ້ານເທື່ອຄົນ.

ຂປລ.ວິທະຍຸກະຈ່າຍສຽງ ຫວຽດນາມ, ສສ ຫວຽດນາມ ຕ້ອນຮັບ ນັກທ່ອງທ່ຽວສາກົນ ບັນລຸ 17,7 ລ້ານເທື່ອຄົນ, ເພີ່ມຂຶ້ນ 14,5% ໃນໄລຍະ 9 ເດືອນ, ເມື່ອທຽບໃສ່ ໄລຍະດຽວກັນຂອງປີກ່ອນ. ຕໍ່ກັບໝາກຜົນນີ້, ຂະແໜງທ່ອງທ່ຽວ ໄດ້ປະຕິບັດສຳເລັດ ເກືອບ 71% ເປົ້າໝາຍ ຕ້ອນຮັບນັກທ່ອງທ່ຽວສາກົນໃນປີ 2026 ໃຫ້ບັນລຸ 25 ລ້ານເທື່ອຄົນ.ໃນສະພາບການລາຍຈ່າຍ ສຳລັບ ການຂົນສົ່ງ, ພະລັງງານເພີ່ມຂຶ້ນ, ເສດຖະກິດໂລກ ຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ, ຄວາມສ່ຽງດ້ານພູມສາດການເມືອງ ໄດ້ປະກົດຂຶ້ນໃນຕົວຈິງ ແລະ ການແກ່ງແຍ້ງ ລະຫວ່າງ ບັນດາສະຖານທີ່ປາຍທາງ ທີ່ນັບມື້ນັບເຄັ່ງຕຶງນັ້ນ, ໝາກຜົນນີ້ຂອງ ສສ ຫວຽດນາມ ໄດ້ສະແດງໃຫ້ເຫັນ ຄວາມອາດສາມາດເປີດກວ້າງຕະຫຼາດ ແລະ ຮັກສາກຳລັງດຶງດູດ ສຳລັບ ກຸ່ມແຂກທ່ອງທ່ຽວສາກົນ.ໃນໂຄງປະກອບ ນັກທ່ອງທ່ຽວສາກົນ ມາ ສສ ຫວຽດນາມ, ເມື່ອຕີລາຄາຕາມພາກພື້ນ, ອາຊີ ກວມອັດຕາສ່ວນ ຫລາຍສຸດ, ດ້ວຍ 74,5% ຍອດຈຳນວນແຂກທ່ອງທ່ຽວ ທັງໝົດ. ຖັດມາ ແມ່ນນັກທ່ອງທ່ຽວ ມາຈາກ ທະວີບ ເອີຣົບ, ອາຟຣີກາ, ທະວີບ ອົດສະຕຣາລີ ແລະ ທະວີບ ອາເມລິກາ. ຂະນະທີ່ ສປ ຈີນ ແລະ ສ.ເກົາຫລີ ສືບຕໍ່ແມ່ນສອງຕະຫລາດມີ ນັກທ່ອງທ່ຽວມາ ສສ ຫວຽດນາມ ຫລາຍທີ່ສຸດ, ປະກອບສ່ວນເກືອບ 40% ຍອດຈຳນວນແຂກທ່ອງທ່ຽວສາກົນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL