ເສີມຂະຫຍາຍມູນເຊື້ອອັນດີງາມ ແລະ ສາຍພົວພັນພິເສດ ລາວ-ຫວຽດ

28/02/2024 09:48
Email Print 813
ຂປລ ສອງຊາດ ລາວ-ຫວຽດນາມ ໄດ້ມີການພົວພັນຖານບ້ານໃກເຮືອນຄຽງທີ່ດີນຳກັນມາແຕ່ບູຮານນະການ, ປະຊາຊົນສອງຊາດໄດ້ດຳລົງຊີວິດ ແລະ ທໍາມາຫາກິນບົນຜືນແຜ່ນດິນທີ່ມີສາຍພູຫລວງຍາວຢຽດ ແລະ ແມ່ນ້ຳຫລາຍສາຍຕິດຈອດກັນແຕ່ເໜືອເຖິງໃຕ້.

      *ສອງຊາດ ລາວ-ຫວຽດນາມ ໄດ້ມີການພົວພັນຖານບ້ານໃກເຮືອນຄຽງທີ່ດີນຳກັນມາແຕ່ບູຮານນະການ, ປະຊາຊົນສອງຊາດໄດ້ດຳລົງຊີວິດ ແລະ ທໍາມາຫາກິນບົນຜືນແຜ່ນດິນທີ່ມີສາຍພູຫລວງຍາວຢຽດ ແລະ ແມ່ນ້ຳຫລາຍສາຍຕິດຈອດກັນແຕ່ເໜືອເຖິງໃຕ້, ໄດ້ມີຄວາມສາມັກຄີຊ່ວຍເຫລືອເກື້ອກູນກັນເໝືອນດັ່ງອ້າຍນ້ອງຮ່ວມອຸທອນ, ໃນຍາມທຸກກໍ່ຮ່ວມທຸກ ແລະ ຍາມສຸກກໍ່ຮ່ວມສຸກນຳກັນຕະຫລອດມາ, ທັງໄດ້ຜ່ານການທົດສອບໃນຂະບວນການວິວັດແຫ່ງການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຕ່າງດ້າວອັນຍືດເຍື້ອຍາວນານ ແລະ ສຸດແສນລະອິດລະອ້ຽວຂ້ຽວຂາດຊຶ່ງສອງຊາດ ລາວ-ຫວຽດນາມ ໄດ້ອີງຫລັງໃສ່ກັນ, ຊ່ວຍເຫລືອກັນຖານສະຫາຍອ້າຍນ້ອງບົນຈິດໃຈສາກົນອັນຜຸດຜ່ອງ ແລະ ໝົດຈິດໝົດໃຈໄດ້ມີຄວາມຮັກແພງເຊື່ອໝັ້ນເຊິ່ງກັນ ແລະ ກັນອັນເລິກເຊິ່ງ, ຍອມເສຍສະລະເພື່ອກັນ ແລະ ຮ່ວມເປັນຮ່ວມຕາຍນຳກັນ.

   ອັນນັ້ນແມ່ນບໍ່ເກີດຂອງການພົວພັນສາມັກຄີພິເສດ ທີ່ກາຍເປັນປັດໄຈຕັດສິນຜົນສຳເລັດ ແລະ ໄຊຊະນະຂອງການປະຕິວັດຢູ່ສອງປະເທດຂອງພວກເຮົາ ຊຶ່ງເປັນຕົວແບບທີ່ຫາໄດ້ຍາກໃນການພົວພັນລະຫວ່າງຊາດຢູ່ໃນໂລກ, ເປັນສາຍພົວພັນທີ່ຍິ່ງໃຫຍ່, ເລິກເຊິ່ງ, ດູດດື່ມ ແລະ ເປັນມໍລະດົກລ້ຳຄ່າຂອງທັງສອງຊາດ ລາວ-ຫວຽດນາມ.ມາຮອດປັດຈຸບັນສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ ລາວ-ຫວຽດນາມ ຍິ່ງໄດ້ຮັບການເສີມຂະຫຍາຍ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນໆ. ສະແດງອອກໃນການພົບປະຂັ້ນສູງ ລະຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ເມື່ອວັນທີ 26 ກຸມພາ 2024 ຊຶ່ງ ນຳໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ. ການພົບປະຄັ້ງນີ້ເປັນເຫດການທີ່ສໍາຄັນໃນການປະກອບສ່ວນ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ເລິກເຊ່ິງຂຶ້ນກວ່າເກ່ົາ. ການນໍາທັງສອງພັກ ໄດ້ສະແດງຄວາມປິຕິຍິນດີ ແລະ ຕີລາຄາສູງກ່ຽວກັບການພົວພັນຮ່ວມມື ລາວ- ຫວຽດນາມ ທີ່ນັບມື້ນັບໄດ້ຮັບການພັດທະນາກ້າວສູ່ລ່ວງເລິກ, ໃນນັ້ນ ການພົວພັນທາງດ້ານການເມືອງ ສືບຕໍ່ໄດ້ຮັບການເພີ່ມທະວີ, ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັບການຊຸກຍູ້ຢ່າງມີໝາກຜົນ, ການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ, ສຶກສາ, ວິທະຍາສາດ-ເຕັກໂນໂລຊີມີບາດ ກ້າວປ່ຽນແປງໃໝ່ທີ່ຕັ້ງໜ້າ.

    ສອງຝ່າຍ ໄດ້ເນັ້ນໜັກເຖິງປະຫວັດສາດ, ການພົວພັນຮ່ວມມືທີ່ສະໜິດແໜ້ນ ເປັນມູນເຊື້ອມາແຕ່ດົນນານ ແລະ ການຊ່ວຍເຫລືອຊຶ່ງກັນ ແລະ ກັນຂອງສອງຝ່າຍ, ຢືນຢັນວ່າສາຍພົວພັນ ລາວ-ຫວຽດນາມ ເປັນມໍລະດົກອັນລໍ້າຄ່າຂອງສອງຊາດ, ເປັນປັດ ໄຈພາວະວິໄສ, ເປັນກົດເກນປະຫວັດສາດ ແລະ ເປັນກໍາລັງແຮງອັນໃຫຍ່ຫລວງຂອງສອງພັກ, ສອງລັດທີ່ຕ້ອງໄດ້ຮັບການເສີມຂະຫຍາຍ, ສົ່ງຕໍ່ໃຫ້ບັນດາຄົນຮຸ່ນໜຸ່ມຕໍ່ໄປ. ສອງຝ່າຍ ເຫັນດີເປັນເອກະພາບໃນ ການຢືນຢັນຕໍ່ຄວາມສໍາຄັນ, ຄວາມໝາຍຍຸດທະສາດຂອງສາຍພົວພັນ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ທີ່ມີຕໍ່ຄວາມໝັ້ນຄົງ ແລະ ການພັດທະນາຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.

  ພ້ອມນີ້ສອງຝ່າຍ ໄດ້ເປັນເອກະພາບຕໍ່ໜ້າສະພາບການໃນປັດຈຸບັນ, ສອງພັກ, ສອງລັດຕ້ອງໄດ້ສືບຕ່ໍຜັນຂະຫຍາຍມູນເຊ້ືອອັນດີງາມ, ເພີ່ມທະວີຄວາມສາມັກຄີ, ປະສານສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນ ຊ່ວຍເຫລືອຊຶ່ງກັນ ແລະ ກັນ, ສືບຕໍ່ຖືເອົາການພົວພັນທາງດ້ານການເມືອງເປັນຫລັກເປັນທິດນໍາໃຫ້ແກ່ການພົວພັນ ລະຫວ່າງ ສອງພັກ, ສອງລັດ, ຍູ້ແຮງເສົາຄໍ້າປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເພີ່ມທະວີການຮ່ວມມືການຕ່າງປະເທດ, ສ້າງການບຸກທະລຸໃນວຽກງານການຮ່ວມມືດ້ານເສດຖະກິດ, ຊຸກຍູ້ການຮ່ວມມືດ້ານການສຶກສາ, ວັດທະນະທໍາ, ວິທະຍາສາດ- ເຕັກໂນໂລຊີ ແລະ ພົບປະແລກປ່ຽນ ລະຫວ່າງ ປະຊາຊົນ ບົນພື້ນຖານຜັນຂະຫຍາຍທ່າແຮງບົ່ມຊ້ອນຂອງແຕ່ລະປະເທດ. ສອງຝ່າຍຢັ້ງຢືນວ່າຕ້ອງເສີມຂະຫຍາຍບັນດາກົນໄກທ່ີມີຢູ່ໃນປັດຈຸບັນ ໃຫ້ມີປະສິດທິຜົນ, ສືບຕໍ່ປ່ຽນແປງໃໝ່, ຍົກສູງບັນດາໝາກຜົນການຮ່ວມມືໃນບັນດາຂະແໜງຕ່າງໆ, ພ້ອມນັ້ນ ຕ້ອງສ້າງບັນດາກົນໄກໃໝ່ທ່ີແທດເໝາະ ແນໃສ່ເພີ່ມທະວີການພົວພັນ ລາວ-ຫວຽດນາມ ເພື່ອຜົນປະໂຫຍດທີ່ແທ້ຈິງຂອງປະຊາຊົນສອງຊາດ, ເພື່ອສັນຕິພາບ, ການຮ່ວມມືເພື່ອການພັດທະນາຢູ່ໃນພາກພື້ນ ແລະ ສາກົນ.

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top