ຂປລ
ກອງປະຊຸມໂຕະມົນ ດ້ານສິດທິມະນຸດຈີນ-ອາເມຣິກາລາຕິນ ແລະ ກາຣາອິບຄັ້ງທີ 3 ພາຍໃຕ້ຫົວຂໍ້ “ລັດທິຫຼາຍຝ່າຍ ແລະ ສິດທິ ມະນຸດ” ໄດ້ຈັດຂຶ້ນຢູ່ນະຄອນຫລວງລີມາຂອງເປຣູ. ມີເຈົ້າໜ້າທີ່ຂັ້ນສູງ, ອະດີດບຸກຄົນສຳຄັນ ທາງການເມືອງ, ຜູ້ຊ່ຽວຊານ, ນັກວິຊາການ, ຜູ້ຕາງໜ້າຈາກອົງການຈັດຕັ້ງທາງສັງຄົມທີ່ກ່ຽວຂ້ອງ, ສື່ ມວນຊົນ ແລະ ຄັງປັນຍາເກືອບ 200 ຄົນ

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ວັນທີ 15 ກັນຍານີ້, ກອງປະຊຸມໂຕະມົນ ດ້ານສິດທິມະນຸດຈີນ-ອາເມຣິກາລາຕິນ ແລະ ກາຣາອິບຄັ້ງທີ 3 ພາຍໃຕ້ຫົວຂໍ້ “ລັດທິຫຼາຍຝ່າຍ ແລະ ສິດທິ ມະນຸດ” ໄດ້ຈັດຂຶ້ນຢູ່ນະຄອນຫລວງລີມາຂອງເປຣູ. ມີເຈົ້າໜ້າທີ່ຂັ້ນສູງ, ອະດີດບຸກຄົນສຳຄັນ ທາງການເມືອງ, ຜູ້ຊ່ຽວຊານ, ນັກວິຊາການ, ຜູ້ຕາງໜ້າຈາກອົງການຈັດຕັ້ງທາງສັງຄົມທີ່ກ່ຽວຂ້ອງ, ສື່ ມວນຊົນ ແລະ ຄັງປັນຍາເກືອບ 200 ຄົນ ທີ່ມາຈາກ ສປ ຈີນ ແລະ 23 ປະເທດໃນອາເມຣິກາລາຕິນ ແລະ ກາຣາອິບ ໄດ້ແລກປ່ຽນຄວາມເຫັນກ່ຽວກັບ ຫົວຂໍ້ຕ່າງໆ ເຊັ່ນ: ການພັດທະນາ ໂດຍສັນຕິ ກັບການຄຸ້ມຄອງສິດທິມະນຸດ, ການຮ່ວມມືຕົວຈິງ ລະຫວ່າງ ສປ ຈີນ-ອາເມຣິກາລາຕິນ ແລະ ກາຣາອິບ ກັບການພັດທະນາ ດ້ານສິດທິມະນຸດ, ການແລກປ່ຽນ ແລະ ຖອດຖອນບົດຮຽນ ດ້ານອະລິ ຍະທຳສິດທິມະນຸດ ລະຫວ່າງ ສປ ຈີນ-ອາເມຣິກາລາຕິນ ແລະ ກາຣາອິບ ແລະ ຫົວຂໍ້ອື່ນໆ. ທ່ານ ມາຫວຍເຕີ ຮອງປະທານສະມາຄົມຄົ້ນຄວ້າ ດ້ານສິດທິມະນຸດຈີນ, ທັງເປັນອະທິການບໍດີ ມະຫາ ວິທະຍາໄລ ປະຊາຊົນຈີນ ໄດ້ກ່າວວ່າ: ສປ ຈີນ-ອາເມຣິກາລາຕິນ ແລະ ກາຣາອິບ ມີຄຸນຄ່າ ແລະ ຄວາມຮຽກຮ້ອງຕ້ອງການດ້ານການຕົວຈິງ ທີ່ຄ້າຍຄືກັນລະດັບສູງ ໃນຂົງເຂດສິດທິມະນຸດ. ການສົນ ທະນາກັນ ຢ່າງເລິກເຊິ່ງ ໃນຂົງເຂດສິດທິມະນຸດ, ມີຜົນດີຕໍ່ການລົງເລິກ ການຖອດຖອນບົດຮຽນ ເຊິ່ງກັນແລະກັນດ້ານອະລິຍະທຳໃນຂົງເຂດ ສິດທິມະນຸດ ລະຫວ່າງ ສອງຝ່າຍ ແລະ ໄດ້ສະໜອງ ແບບຢ່າງທີ່ດີ ໃຫ້ແກ່ ການເຂົ້າຮ່ວມຄຸ້ມຄອງສິດທິມະນຸດທົ່ວໂລກ ຂອງບັນດາປະເທດ ພວມພັດທະນາ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL