ຂປລ
ປີນີ້ແມ່ນປີແຫ່ງການສ້າງຕັ້ງ ການພົວພັນ ຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ສປ ຈີນ-ອາຊຽນຄົບ ຮອບ 5 ປີ, ວັນທີ 15 ກັນຍານີ້, ພາກສ່ວນທີ່ກ່ຽວຂ້ອງຂອງ ສປ ຈີນ ແລະ ທູຕານຸທູດປະເທດສະມາຊິກອາຊຽນປະຈຳຈີນ ໄດ້ຮ່ວມກັນຈັດກິດຈະກຳສະເຫລີມສະຫລອງ ຢູ່ນະຄອນຫລວງປັກກິ່ງ.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ປີນີ້ແມ່ນປີແຫ່ງການສ້າງຕັ້ງ ການພົວພັນ ຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ສປ ຈີນ-ອາຊຽນຄົບ ຮອບ 5 ປີ, ວັນທີ 15 ກັນຍານີ້, ພາກສ່ວນທີ່ກ່ຽວຂ້ອງຂອງ ສປ ຈີນ ແລະ ທູຕານຸທູດປະເທດສະມາຊິກອາຊຽນປະຈຳຈີນ ໄດ້ຮ່ວມກັນຈັດກິດຈະກຳສະເຫລີມສະຫລອງ ຢູ່ນະຄອນຫລວງປັກກິ່ງ. ສປ ຈີນແລະ ອາຊຽນ ໄດ້ເປັນຄູ່ການຄ້າທີ່ໃຫຍ່ທີ່ສຸດ ຂອງກັນແລະກັນ ມາເປັນເວລາຫລາຍປີຕິດຕໍ່ກັນ, ການຮ່ວມມື ສອງຝ່າຍໃນຫລາຍຂົງເຂດ ມີຄວາມຄືບໜ້າຢ່າງແທ້ຈິງເຊັ່ນ: ການຄ້າແລະການລົງທຶນ, ການກໍ່ສ້າງພື້ນຖານໂຄງລ່າງ, ການແລກປ່ຽນ ດ້ານວັດທະນະທຳ, ຕ່ອງໂສ້ການຜະລິດ ແລະ ການສະໜອງເປັນຕົ້ນ. ໝາກຜົນທີ່ໄດ້ຮັບໄດ້ສ້າງຜົນປະໂຫຍດໃຫ້ແກ່ ປະຊາຊົນ 2 ຕື້ກວ່າຄົນ ຢູ່ໃນພາກພື້ນນີ້. ປີ 2025, ມູນຄ່າການຄ້າລະຫວ່າງ ສປ ຈີນ-ອາຊຽນ ໄດ້ບັນລຸຫຼາຍກວ່າ 1 ພັນຕື້ໂດລາສະຫະລັດ ເປັນຄັ້ງທຳອິດ, ສອງຝ່າຍ ເປັນຄູ່ການຄ້າທີ່ໃຫຍ່ ທີ່ສຸດຂອງກັນແລະກັນ. ທ່ານ ກາວກິມຮຸນ ເລຂາທິການໃຫຍ່ອາຊຽນ ໄດ້ຕີລາຄາສູງຕໍ່ການຮ່ວມມື ລະຫວ່າງ ສປ ຈີນ-ອາຊຽນ ແລະ ຄອງຄອຍຈະສືບຕໍ່ຊຸກຍູ້ການພັດທະນາ ທີ່ມີການເຊື່ອມໂຍງເຊື່ອມຈອດກັນ, ການປະດິດສ້າງໃໝ່, ຍືນຍົງ ແລະ ຖືປະຊາຊົນ ເປັນຫລັກຫລາຍກວ່າເກົ່າ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL