ຂປລ
ທ່ານ ຫວາງຢີ້ ກຳມະການກົມການເມືອງ ສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ພົບປະກັບ ທ່ານ ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ ຢູ່ນະຄອນຫລວງປັກກິ່ງຂອງ ສປ ຈີນ.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ,ວັນທີ 15 ກັນຍານີ້, ທ່ານ ຫວາງຢີ້ ກຳມະການກົມການເມືອງ ສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ພົບປະກັບ ທ່ານ ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ ຢູ່ນະຄອນຫລວງປັກກິ່ງຂອງ ສປ ຈີນ. ທ່ານ ຫວາງຢີ້ ໄດ້ກ່າວວ່າ: ສປ ຈີນ ໃຫ້ຄວາມສຳຄັນ ໃນລະດັບສູງຕໍ່ອາຊຽນ ແລະ ຖືອາຊຽນ ເປັນທິດທາງ ບູລິມະ ສິດ ໃນການທູດບ້ານໃກ້ ເຮືອນຄຽງຂອງຕົນ, ຍິນດີຮ່ວມກັບອາຊຽນ ເພື່ອຊຸກຍູ້ ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນ ໃຫ້ແໜ້ນແຟ້ນກວ່າເກົ່າ. ຍິນດີຮ່ວມກັບ ປະເທດສະມາຊິກ ອາຊຽນ, ຈັດຕັ້ງປະຕິບັດ “ຖະແຫລງການວ່າ ດ້ວຍການປະພຶດ ຂອງຝ່າຍຕ່າງໆຢູ່ທະເລຈີນໃຕ້” ໃຫ້ດີແລະຊຸກຍູ້ຂະບວນການປຶກສາຫາລືກ່ຽວກັບ “ກົດແຫ່ງການປະພຶດ ຢູ່ທະເລຈີນໃຕ້” ຫລື COC. ຈາກນັ້ນ ທ່ານ ກາວ ກິມ ຮຸນກ່າວວ່າ: ສປ ຈີນ ແມ່ນຄູ່ຮ່ວມມືທີ່ໜ້າເຊື່ອຖື ແລະ ອາໄສໄດ້ຂອງອາຊຽນ. ອາຊຽນຍິນດີຮ່ວມກັບ ສປ ຈີນ ສືບຕໍ່ລົງເລິກການເປີດກວ້າງ ການຮ່ວມມື ທີ່ຕິດແທດ ຕົວຈິງ, ຮ່ວມກັນປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບໃນທະເລຈີນໃຕ້./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL