ເຂື່ອນນ້ຳງື່ມ 1 ພັດທະນາສູ່ແຫລ່ງທ່ອງທ່ຽວມາດຕະຖານ

16/09/2026 08:51
ຂປລ ຂປລ. ທ່າມກາງພູຜາ ແລະ ສາຍນ້ຳອັນກວ້າງໃຫຍ່ ທິວທັດຂອງອ່າງເກັບນຳ້ນ້ຳງື່ມ 1 ເມືອງແກ້ວອຸດົມ, ແຂວງວຽງຈັນ ນອກຈາກເປັນແຫລ່ງຜະລິດໄຟຟ້າສຳຄັນຂອງປະເທດແລ້ວ, ຍັງມີທ່າແຮງດ້ານການທ່ອງທ່ຽວ ດ້ວຍອ່າງເກັບນ້ຳຂະໜາດໃຫຍ່ ທີ່ອ້ອມຮອບດ້ວຍພູຜາ ແລະ ທິວທັດທຳມະຊາດອັນສວຍສົດງົດງາມ ເໝາະສຳລັບການພັກຜ່ອນ ແລະ ສຳຜັດບັນຍາກາດອັນສະຫງົບ

ຂປລ. ທ່າມກາງພູຜາ ແລະ ສາຍນ້ຳອັນກວ້າງໃຫຍ່ ທິວທັດຂອງອ່າງເກັບນຳ້ນ້ຳງື່ມ 1  ເມືອງແກ້ວອຸດົມ, ແຂວງວຽງຈັນ ນອກຈາກເປັນແຫລ່ງຜະລິດໄຟຟ້າສຳຄັນຂອງປະເທດແລ້ວ, ຍັງມີທ່າແຮງດ້ານການທ່ອງທ່ຽວ ດ້ວຍອ່າງເກັບນ້ຳຂະໜາດໃຫຍ່ ທີ່ອ້ອມຮອບດ້ວຍພູຜາ ແລະ ທິວທັດທຳມະຊາດອັນສວຍສົດງົດງາມ ເໝາະສຳລັບການພັກຜ່ອນ ແລະ ສຳຜັດບັນຍາກາດອັນສະຫງົບ ຊຶ່ງໄດ້ກາຍເປັນຈຸດໝາຍປາຍທາງຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.ເມື່ອເດີນທາງມາເຖິງເຂດໜ້າເຂື່ອນ ສິ່ງທີ່ສະດຸດຕາແມ່ນຜືນນ້ຳອັນກວ້າງໃຫຍ່ ທີ່ມີເກາະນ້ອຍໃຫຍ່ກະຈາຍຢູ່ຕາມໜ້ານ້ຳອ້ອມຮອບດ້ວຍພູຜາ ແລະ ປ່າໄມ້ຂຽວສົດ.ທິວທັດດັ່ງກ່າວ ປ່ຽນແປງໄປຕາມແສງແດດ ແລະ ຕາມລະດູການ ສ້າງບັນຍາກາດທີ່ເໝາະແກ່ການພັກຜ່ອນຢ່ອນອາລົມ.  ສຳລັບກິດຈະກຳທີ່ໂດດເດັ່ນແມ່ນການລ່ອງເຮືອຊົມທິວທັດຕາມອ່າງເກັບນ້ຳ ເພື່ອສຳຜັດສາຍລົມເຢັນ ແລະ ຊົມຄວາມງາມຂອງທຳມະຊາດຢ່າງໃກ້ຊິດ. ສະເໜ່ອີກດ້ານໜຶ່ງຂອງເຂື່ອນນ້ຳງື່ມ 1 ແມ່ນວິຖີຊີວິດອັນເປັນເອກະລັກ ໂດຍນັກທ່ອງທ່ຽວສາມາດສຳຜັດການຫາປາ, ການປຸງແຕ່ງອາຫານຈາກວັດຖຸດິບທ້ອງຖິ່ນ ພ້ອມທັງຊື້ສິນຄ້າ ແລະ ຜະລິດຕະພັນຊຸມຊົນເປັນຂອງຕ້ອນຂອງຝາກ. ສິ່ງເຫລົ່ານີ້ນອກຈາກສ້າງປະສົບການໃໝ່ໃຫ້ແກ່ນັກທ່ອງທ່ຽວແລ້ວ ຍັງຊ່ວຍສ້າງລາຍໄດ້ໃຫ້ປະຊາຊົນໃນຊຸມຊົນອີກດ້ວຍ.

ຫວ່າງບໍ່ດົນມານີ້, ຢູ່ສະຖານທີ່ທ່ອງທ່ຽວເຂດໜ້າເຂື່ອນນໍ້າງື່ມ 1, ເມືອງແກ້ວອຸດົມ, ແຂວງວຽງຈັນ, ໄດ້ຈັດພິທີມອບ-ຮັບໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວ ພ້ອມທັງເຊັນສັນຍາການບໍລິການ ແລະ ບໍລິຫານຄຸ້ມຄອງສະຖານທີ່ທ່ອງທ່ຽວ ເພື່ອສືບຕໍ່ພັດທະນາສະຖານທີ່ແຫ່ງນີ້ໃຫ້ມີຄຸນນະພາບ ແລະ ໄດ້ມາດຕະຖານ. ໃຫ້ກຽດມອບໂດຍ ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແລະ ກ່າວຮັບໂດຍ ທ່ານ ພູວົງ ບຸນຊູ ປະທານຄະນະກຳມະການອົງການປົກຄອງແຂວງວຽງຈັນ, ພ້ອມນີ້ ມີຜູ້ຕາງໜ້າຈາກກະຊວງການເງິນ, ຫົວໜ້າຫ້ອງການທະນາຄານພັດທະນາອາຊີ ປະຈຳ ສປປ ລາວ, ບັນດາຫົວໜ້າ-ຮອງຫົວໜ້າກົມ, ພາກລັດ ແລະ ພາກທຸລະກິດທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກທີ່ມອບໃຫ້ອົງການປົກຄອງແຂວງວຽງຈັນ ສືບຕໍ່ບຳລຸງຮັກສາ ແລະ ບໍລິຫານຄຸ້ມຄອງ ປະກອບມີ ເສັ້ນທາງຄອນກຣີດເຂົ້າເຖິງສະຖານທີ່ທ່ອງທ່ຽວ ຄວາມຍາວ 6,3 ກິໂລແມັດ, ບ່ອນຈອດລົດ 2 ແຫ່ງ, ບ່ອນເກັບມ້ຽນຂີ້ເຫຍື້ອຊົ່ວຄາວ, ທ່າທຽບເຮືອນແພຮ້ານອາຫານ, ທ່າຈອດເຮືອນຳທ່ຽວຖາວອນ, ຮ້ານຄ້າ 32 ຫລັງ, ອາຄານອາເນກປະສົງ (Public Plaza), ສາລາຊົມທິວທັດ (Circular Pavilion) ແລະ ຫ້ອງນ້ຳສາທາລະນະ 2 ແຫ່ງ. ພ້ອມທັງມີທາງຍ່າງ, ຮ່ອງລະບາຍນ້ຳ, ການປັບປຸງທັດສະນີຍະພາບ, ລະບົບໄຟຟ້າ, ນ້ຳປະປາ ແລະ ລະບົບບຳບັດນ້ຳເສຍ. ໂຄງການດັ່ງກ່າວ ເລີ່ມກໍ່ສ້າງແຕ່ປີ 2021-2024 ແລະ ເປີດນຳໃຊ້ຢ່າງເປັນທາງການແຕ່ເດືອນທັນວາ 2024 ເປັນຕົ້ນມາ. ໂຄງການນໄດ້ຮັບທຶນສະໜັບສະໜູນແບບໃຫ້ລ້າຈາກທະນາຄານພັດທະນາອາຊີ (ADB) ພາຍໃຕ້ໂຄງການພັດທະນາໂຄງລ່າງເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນ້ຳຂອງ ໄລຍະ 2 ໂດຍມີກະຊວງວັດທະນະທຳ ແລະ ການທ່ອງທ່ຽວເປັນເຈົ້າຂອງໂຄງການ. ການຮ່ວມມືລະຫວ່າງພາກລັດ-ພາກທຸລະກິດ ໃນການບໍລິການ ແລະ ບໍລິຫານຄຸ້ມຄອງສະຖານທີ່ທ່ອງທ່ຽວແຫ່ງນີ້ ມີຈຸດປະສົງເພື່ອຍົກລະດັບການບໍລິການທ່ອງທ່ຽວໃຫ້ມີຄຸນນະພາບ, ໄດ້ມາດຕະຖານ ແລະ ສາມາດເຊື່ອມໂຍງເຂົ້າກັບວົງຈອນການທ່ອງທ່ຽວຂອງນະຄອນຫລວງວຽງຈັນ, ວັງວຽງ ພ້ອມທັງພາກພື້ນ ແລະ ສາກົນ.

ດ້ວຍທິວທັດອັນສວຍງາມ ບັນຍາກາດສະຫງົບ ແລະ ທ່າແຮງຮອບດ້ານ ເຂື່ອນນ້ຳງື່ມ 1 ຈຶ່ງມີໂອກາດກ້າວເປັນອີກໜຶ່ງແຫລ່ງທ່ອງທ່ຽວສຳຄັນ ທີ່ສາມາດດຶງດູດທັງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງຊ່ວຍຜັກດັນການທ່ອງທ່ຽວລາວໃຫ້ເຕີບໂຕຢ່າງຍືນຍົງ.

KPL

ຂ່າວອື່ນໆ

ads
ads

Top