ຂປລ
ຂປລ. ສາຍພົວພັນມິດຕະພາບ ລາວ-ຫວຽດນາມ ແມ່ນສາຍພົວພັນແບບພິເສດ ທີ່ມີຮາກຖານເລິກເຊິ່ງ ຈາກປະຫວັດສາດ ເກີດຈາກການຮ່ວມທຸກ, ຮ່ວມສູ້ຮົບໃນຂຸມຄອງອັນດຽວກັນ, ຮ່ວມເສຍສະລະ ແລະ ຮ່ວມໄຊຊະນະມານຳກັນ.

ຂປລ. ສາຍພົວພັນມິດຕະພາບ ລາວ-ຫວຽດນາມ ແມ່ນສາຍພົວພັນແບບພິເສດ ທີ່ມີຮາກຖານເລິກເຊິ່ງ ຈາກປະຫວັດສາດ ເກີດຈາກການຮ່ວມທຸກ, ຮ່ວມສູ້ຮົບໃນຂຸມຄອງອັນດຽວກັນ, ຮ່ວມເສຍສະລະ ແລະ ຮ່ວມໄຊຊະນະມານຳກັນ. ການນຳພັກ-ລັດສອງປະເທດ ຈຶ່ງຮ່ວມກັນພັດທະນາສາຍພົວພັນນີ້ວ່າ: “ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ” ຊຶ່ງເປັນສາຍພົວພັນ “ໜຶ່ງບໍ່ມີສອງ”.
ທ່ານ ວັນນະສິນ ສິມມະວົງ ຜູ້ອໍານວຍການໃຫຍ່ ສໍlນັກຂ່າວສານປະເທດລາວ (KPL) ໃຫ້ສຳພາດ ເນື່ອງໃນໂອກາດວັນສ້າງຕັ້ງສຳນັກຂ່າວສານຫວຽດນາມ (VNA) ຄົບຮອບ 81 ປີ (15 ກັນຍາ 1945-15 ກັນຍາ 2026) ໃນວັນທີ 15 ກັນຍາ 2026 ນີ້ວ່າ: ໃນນາມຄະນະພັກ, ຄະນະນໍາ ແລະ ພະນັກງານ-ລັດຖະກອນທົ່ວສໍານັກຂ່າວສານປະເທດລາວ ຂໍສົ່ງຄໍາອວຍພອນອັນອົບອຸ່ນ ແລະ ຈິງໃຈມາຍັງຄະນະນໍາ, ນັກຂ່າວ, ບັນນາທິການ ແລະ ບຸກຄະລາກອນ ຂອງຂ່າວສານຫວຽດນາມ ທຸກສະຫາຍ ໃນໂອກາດອັນມີຄວາມໝາຍນີ້. ຕະຫລອດ 81 ປີຜ່ານມາ, ສຳນັກຂ່າວສານຫວຽດນາມ ບໍ່ພຽງແຕ່ເປັນສຳນັກຂ່າວແຫ່ງຊາດ ທີ່ສະໜອງຂໍ້ມູນຂ່າວສານຢ່າງທັນການ ແລະ ໜ້າເຊື່ອຖືໃຫ້ແກ່ສັງຄົມ ແຕ່ຍັງໄດ້ຢືນຄຽງຂ້າງປະເທດຊາດ ແລະ ປະຊາຊົນຫວຽດນາມ ຜ່ານທຸກໄລຍະສໍາຄັນຂອງການປະຕິວັດ ນັບແຕ່ການຕໍ່ສູ້
ເພື່ອເອກະລາດ, ການທ້ອນໂຮມປະເທດຊາດເປັນເອກະພາບ ຈົນເຖິງພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ.ບັນດາຮຸ່ນນັກຂ່າວ ສຳນັກຂ່າວສານຫວຽດນາມ ໄດ້ຢືນຢູ່ແນວໜ້າ, ເຄື່ອນໄຫວຢູ່ສະໜາມຮົບ, ບ່ອນທີ່ມີຄວາມລຳບາກ ແລະ ອັນຕະລາຍ ເພື່ອບັນທຶກເຫດການ ແລະ ຄວາມຈິງຂອງຍຸກສະໄໝ. ດັ່ງນັ້ນ, ຜົນງານຂອງພວກສະຫາຍເຫລົ່ານັ້ນຈຶ່ງບໍ່ແມ່ນພຽງຂ່າວສານ ຫລື ຮູບພາບໃນແຕ່ລະມື້ ແຕ່ຍັງເປັນການບັນທຶກປະຫວັດສາດຂອງຊາດ.
ໃນຍຸກແຫ່ງສັນຕິພາບ ສຳນັກຂ່າວສານຫວຽດນາມ ຍັງຄົງຮັກສາບົດບາດສໍາຄັນໃນການເປັນແຫລ່ງສະໜອງຂໍ້ມູນຂ່າວສານ ໃຫ້ແກ່ສື່ມວນຊົນ ແລະ ສັງຄົມ, ໂຄສະນາຜັນຂະຫຍາຍແນວທາງ ແລະ ນະໂຍບາຍຂອງພັກ, ລັດ, ຜົນງານການພັດທະນາປະເທດ ກໍຄື ສະຖານະການຂອງຫວຽດນາມສູ່ສາກົນໄດ້ຮັບຊາບ. ມາຮອດຍຸກດີຈິຕອນ, ຂ່າວສານຫວຽດນາມ ຍັງສືບຕໍ່ປັບປຸງ ແລະ ຫັນປ່ຽນຕົນເອງໃຫ້ເປັນສຳນັກຂ່າວທີ່ທັນສະໄໝ ມີຄວາມຫລາກຫລາຍ, ຮັກສາບົດບາດເປັນແຫລ່ງຂ່າວຫລັກ ແລະ ແຫລ່ງຂ່າວຍຸດທະສາດທີ່ໜ້າເຊື່ອຖື ຂອງພັກ ແລະ ລັດ, ພ້ອມທັງປັບປຸງ ແລະ ຫັນປ່ຽນສູ່ສຳນັກຂ່າວທີ່ທັນສະໄໝ, ຫລາກຫລາຍ ແລະ ສາມາດສື່ສານສູ່ສາກົນ. ໃນທັດສະນະຂອງສຳນັກຂ່າວສານປະເທດລາວ, ສິ່ງທີ່ໜ້າຊື່ນຊົມ ແລະ ສັນລະເສີນທີ່ສຸດ ກໍຄື ຂ່າວສານຫວຽດນາມ ບໍ່ໄດ້ຈຳກັດບົດບາດຂອງຕົນຢູ່ພາຍໃນປະເທດ ແຕ່ຍັງເປັນຂົວຕໍ່ສໍາຄັນໃນວຽກງານຂ່າວຕ່າງປະເທດ, ໃນນັ້ນ ສາຍພົວພັນລາວ-ຫວຽດນາມ ເປັນຂົງເຂດທີ່ VNA ໃຫ້ຄວາມສໍາຄັນມາໂດຍຕະຫລອດ.

ສໍາລັບ KPL ແລ້ວ, 81 ປີຂອງຂ່າວສານຫວຽດນາມ ຈຶ່ງເປັນ 81 ປີຂອງການສະສົມບົດຮຽນ, ຄວາມເສຍສະລະ, ຄວາມມຸ່ງໝັ້ນ ແລະ ການປັບຕົວເຂົ້າສູ່ຍຸກສະໄໝທີ່ນັບມື້ມີການປ່ຽນແປງ ໄດ້ຢ່າງກົມກຽວ. ຂ້າພະເຈົ້າເຊື່ອວ່າ VNA ຈະສືບຕໍ່ຮັກສາມູນເຊື້ອອັນລໍ້າຄ່ານີ້, ພັດທະນາໃຫ້ທັນສະໄໝຍິ່ງຂຶ້ນ ແລະ ສືບຕໍ່ເປັນກໍາລັງຂ່າວສານສໍາຄັນໃນການສ້າງສາ ແລະ ພັດທະນາປະເທດຫວຽດນາມຕໍ່ໄປ.
ສຳລັບອະນາຄົດ, KPL ແລະ VNA ຈະໄດ້ສືບຕໍ່ທົບທວນ ແລະ ປະຕິບັດເນື້ອໃນຈິດໃຈຂອງອະນຸສັນຍາຮ່ວມມືທີ່ເຊັນກັນໄວ້ໃນປີກ່ອນ. ພ້ອມທັງຍົກລະດັບການຮ່ວມມືໃນ 5 ດ້ານສໍາຄັນຄື: ໜຶ່ງ, ຕ້ອງຮັກສາ ແລະ ເພີ່ມພູນການແລກປ່ຽນຂ່າວສານ ໂດຍສະເພາະຂ່າວທີ່ສະທ້ອນຜົນງານຂອງສອງປະເທດ, ສອງພັກ, ສອງລັດ ແລະ ສອງປະຊາຊົນ. ເພາະການໃຫ້ຂ່າວສານທີ່ຖືກຕ້ອງ, ທັນການ ແລະ ຮອບດ້ານ ແມ່ນວິທີສຳຄັນໃນການໃຫ້ສັງຄົມສອງປະເທດ ສືບຕໍ່ເຂົ້າໃຈເຊິ່ງກັນ ແລະ ກັນ. ສອງ, ຄວນຮ່ວມກັນຜະລິດບົດຄວາມ, ສາລະຄະດີ, ຮູບພາບ ແລະ ວິດີໂອພິເສດ ກ່ຽວກັບມູນເຊື້ອມິດຕະພາບ ແລະ ຄວາມສາມັກຄີພິເສດລາວ-ຫວຽດນາມ ເພື່ອບອກເລົ່າຈາກຄວາມຊົງຈຳຂອງຄົນຮຸ່ນກ່ອນ ໄປສູ່ຄົນຮຸ່ນໃໝ່. ເພາະມູນເຊື້ອທີ່ດີຈະຍືນຍົງໄດ້ ກໍຕ້ອງມີການບັນທຶກ ແລະ ບອກເລົ່າຢ່າງຕໍ່ເນື່ອງ. ສາມ, ຄວນຍົກລະດັບການຮ່ວມມືດ້ານວິຊາຊີບ ໂດຍສະເພາະການຝຶກອົບຮົມນັກຂ່າວ, ຊ່າງພາບ, ຊ່າງວິດີໂອ, ບັນນາທິການ ແລະ ພະນັກງານເຕັກນິກ ໃຫ້ກ້າວທັນກັບການປ່ຽນແປງຂອງວົງການສື່ໃນຍຸກດີຈິຕອນ ໂດຍສະເພາະ AI, ສື່ຫລາຍແພລດຟອມ, ວິທີກວດສອບຂ່າວ ແລະ ການຕ້ານຂ່າວປອມ. ນີ້ສອດຄ່ອງກັບທິດທາງການຮ່ວມມືສື່ລາວ-ຫວຽດນາມໃນປັດຈຸບັນ ທີ່ໄດ້ເລີ່ມເນັ້ນເຕັກໂນໂລຊີ, AI ແລະ ວາລະສານດີຈິຕອນແລ້ວ. ສີ່, ຄວນສືບຕໍ່ຮັກສາກົນໄກການພົບປະ, ຢ້ຽມຢາມ ແລະ ແລກປ່ຽນຄະນະນຳ ແລະ ພະນັກງານວິຊາຊີບຂອງສອງສຳນັກຂ່າວ. ການທີ່ສອງຝ່າຍຫາກໍໄດ້ທົບທວນອະນຸສັນຍາ 2022-2025 ແລະ ກໍານົດກອບຮ່ວມມືໃໝ່ 2026-2030 ແມ່ນພື້ນຖານສໍາຄັນຫລາຍ ສໍາລັບການຍົກລະດັບສາຍພົວພັນໃນໄລຍະໃໝ່. ຫ້າ, ຂ້າພະເຈົ້າເຫັນວ່າ ໃນຖານະສຳນັກຂ່າວແຫ່ງຊາດຂອງສອງປະເທດ, KPL ແລະ VNA ຕ້ອງສືບຕໍ່ຢືນຄຽງຂ້າງກັນ, ຊ່ວຍກັນສະໜອງຂໍ້ມູນຂ່າວສານທີ່ຖືກຕ້ອງ, ສ້າງຄວາມເຂົ້າໃຈອັນດີ ແລະ ຕ້ານຂ່າວສານທີ່ບິດເບືອນ ຫລື ຂໍ້ມູນປອມທີ່ອາດສົ່ງຜົນກະທົບຕໍ່ມິດຕະພາບ ແລະ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງພັກ-ລັດ ແລະ ປະເທດຊາດ.
ທ່ານ ວັນນະສິນ ສິມມະວົງ ກ່າວຕື່ມວ່າ: ການຮ່ວມມື KPL-VNA ບໍ່ແມ່ນການເລີ່ມຕົ້ນຈາກມື້ນີ້ ແລະ ກໍບໍ່ຄວນຈົບລົງຢູ່ທີ່ອະນຸສັນຍາສະບັບໃດສະບັບໜຶ່ງ, ແຕ່ເປັນມູນເຊື້ອ ສາຍພົວພັນທີ່ສືບຕໍ່ມາຈາກຮຸ່ນສູ່ຮຸ່ນ, ຈາກຄົນຮຸ່ນກ່ອນສູ່ຄົນຮຸ່ນໃໝ່ ແລະ ຈາກສະໄໝສົງຄາມຕໍ່ສູ້ກູ້ຊາດ ສູ່ຍຸກສັນຕິພາບ, ການສ້າງສາພັດທະນາປະເທດຊາດ ແລະ ດີຈິຕອນ. ຂ້າພະເຈົ້າເຊື່ອວ່າ ດ້ວຍມູນເຊື້ອອັນເລິກເຊິ່ງນີ້, KPL ແລະ VNA ຈະສືບຕໍ່ຈັບມືກັນ, ຢືນຄຽງບ່າຄຽງໄຫລ່ກັນ, ຮ່ວມກັນບອກເລົ່າເລື່ອງລາວຂອງມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືລາວ-ຫວຽດນາມ ໃຫ້ໂລກໄດ້ຮັບຮູ້ຫລາຍຂຶ້ນ ເພື່ອໃຫ້ສາຍພົວພັນ “ໜຶ່ງບໍ່ມີສອງ” ນີ້ສືບຕໍ່ຍືນຍົງ ແລະ ຮັດແໜ້ນຍິ່ງໆຂຶ້ນຕໍ່ໄປ.
ຂໍອວຍພອນໃຫ້ສາຍພົວມິດຕະພາບ ແລະ ການຮ່ວມມືລະຫວ່າງ KPL-VNA ນັບມື້ແຕກດອກອກຜົນ, ຈະເລີນງອກງາມ ແລະ ພ້ອມກັນກ້າວຂຶ້ນ ເປັນສໍານັກຂ່າວທາງການທີ່ພັກ-ລັດໄວ້ເນື້ອເຊື່ອໃຈ, ປະຊາຊົນ ເຊື່ອໝັ້ນ ແລະ ສາກົນໃຫ້ການຍອມຮັບ.
ໂດຍ:ມາລີດາ
KPL