ສສ ຫວຽດນາມ ສືບຕໍ່ປະກອບສ່ວນຮັກສາຄວາມໝັ້ນຄົງດ້ານສະບຽບອາຫານໂລກ

20/02/2024 14:28
Email Print 270
ຂປລ ໃນລະຫວ່າງ ວັນທີ 19-22 ກຸມພາ, ກອງປະຊຸມ ຂັ້ນລັດຖະມົນຕີ ອົງການ ອາຫານ ແລະ ກະສິກຳ ຂອງ ສປຊ (FAO) ພາກພື້ນ ອາຊີ - ປາຊີຟິກ (APRC) ຄັ້ງທີ 37 ໄດ້ຈັດຂຶ້ນ ຢູ່ນະຄອນ ໂກລົມໂບ ຂອງສີລັງກາ ເພື່ອສຸມໃສ່ ແກ້ໄຂບັນຫາ ຄວາມໝັ້ນຄົງ ດ້ານສະບຽງ ອາຫານ ແລະ ການຫັນປ່ຽນ ລະບົບ ອາຫານ-ທັນຍາຫານ.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ,ໃນລະຫວ່າງ ວັນທີ 19-22 ກຸມພາ, ກອງປະຊຸມ ຂັ້ນລັດຖະມົນຕີ ອົງການ ອາຫານ ແລະ ກະສິກຳ ຂອງ ສປຊ (FAO) ພາກພື້ນ ອາຊີ - ປາຊີຟິກ (APRC) ຄັ້ງທີ 37 ໄດ້ຈັດຂຶ້ນຢູ່ ນະຄອນ ໂກລົມໂບ ຂອງສີລັງກາ ເພື່ອສຸມໃສ່ ແກ້ໄຂບັນຫາ ຄວາມໝັ້ນຄົງ ດ້ານສະບຽງ ອາຫານ ແລະ ການຫັນປ່ຽນ ລະບົບ ອາຫານ-ທັນຍາຫານ.ໃນໂອກາດນີ້ ສສ ຫວຽດນາມ ໄດ້ຍົກອອກ ບັນດາ ຂໍ້ສະເໜີ ກ່ຽວກັບ ບຸລິມະສິດ ແລະ ການກະທຳ ໃນ 5 ຂົງເຂດ ຕົ້ນຕໍ ໃນນັ້ນມີ: ການຕ້ານ ການຮົ່ວໄຫລ ແລະ ຟຸມເຟືອຍ ອາຫານ; ຫັນປ່ຽນ ອາຊີບ ຂຸດຄົ້ນ ແລະ ລ້ຽງປູກສິນໃນນ້ຳ ແບບຍືນຍົງ, ເພີ່ມທະວີ ຄວາມສາມາດ ທົນທານຜ່ານ ການຫັນປ່ຽນ ລະບົບ ທັນຍາຫານ, ອາຫານ. ນອກນີ້ ຫວຽດນາມ ປະຕິບັດ ຄຳໝັ້ນ ສັນຍາ ສືບຕໍ່ ປະກອບສ່ວນ ຕັ້ງໜ້າ ໃຫ້ແກ່ ຄວາມໝັ້ນຄົງ ດ້ານສະບຽງ ອາຫານ ທົ່ວໂລກ ຜ່ານການຮັກສາ ການສົ່ງອອກເຂົ້າ ກໍ່ຄື ບັນດາຜະລິດ ຕະພັນ ກະສິກຳອື່ນ ແບບຍືນຍົງ, ລັດຖະບານ ຫວຽດນາມ ໄດ້ປະກາດໃຊ້ ແລະ ພວມຊຸກຍູ້ ຜັນຂະຫຍາຍ ແຜນການກະທຳ ລະດັບຊາດ ຫັນປ່ຽນລະບົບ ທັນຍາຫານ, ອາຫານ ແບບໂປ່ງໃສ, ມີຄວາມຮັບຜິດຊອບ ແລະ ຍືນຍົງ ຮອດປີ 2030./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top