ແມ່ຍິງ ແຂວງຊຽງຂວາງ ເອົາໃຈໃສ່ໂຄສະນາວຽກ ໂພຊະນາການ ແລະ ການລ້ຽງລູກ ດ້ວຍນົມແມ່

19/12/2023 12:55
Email Print 7481
ຂປລ ຂປລ.​ ວຽກງານໂພຊະນາການ ແລະ ການລ້ຽງລູກດ້ວຍນົມແມ່ ຫລື ສຸຂະພາບແມ່ ແລະ ເດັກ ແມ່ນມີຄວາມສຳຄັນຕໍ່ຊີວິດ, ການດຳລົງຊີວິດ ການເປັນຢູ່ຂອງຄອບຄົວ ແລະ ການຈະເລີນເຕີບໂຕຂອງເດັກ.

ຂປລ.​ ວຽກງານໂພຊະນາການ ແລະ ການລ້ຽງລູກດ້ວຍນົມແມ່ ຫລື ສຸຂະພາບແມ່ ແລະ ເດັກ ແມ່ນມີຄວາມສຳຄັນຕໍ່ຊີວິດ, ການດຳລົງຊີວິດ ການເປັນຢູ່ຂອງຄອບຄົວ ແລະ ການຈະເລີນເຕີບໂຕຂອງເດັກ. ດັ່ງນັ້ນ, ມັນຈຶ່ງຕິດພັນກັບຫລາຍຂະແໜງການ. ສະເພາະສະຫະພັນແມ່ຍິງ ແຂວງແຂວງຊຽງ ກໍມີສ່ວນຮ່ວມ ແລະ ຕິດພັນກັບວຽກງານດັ່ງກ່າວເຊັ່ນກັນ.

ເພື່ອເປັນການໂຄສະນາເຜີຍແຜ່ ການຈັດຕັ້ງປະຕິບັດວຽກງານໂພຊະນາການ ແລະ ການລ້ຽງລູກດ້ວຍນົມແມ່ ຫລື ສຸຂະພາບແມ່ ແລະ ເດັກ ຢູ່ແຂວງຊຽງຂວາງ, ສູນສະຖິຕິ ແລະ ຂ່າວສານສາທາ ລະນະສຸກ, ກະຊວງສາທາລະນະສຸກ ໂດຍການສະໜັບສະໜູນ ຈາກສະຫະພາບເອີລົບ (EU) ຜ່ານອົງການ ອຸຍນີເຊບ (UNICEF) ໄດ້ນຳພາທີມງານ ສື່ມວນຊົນ ຫລາຍພາກສ່ວນ ຈາກສູນກາງ ລົງເກັບກຳຂໍ້ມູນຢູ່ ແຂວງ ຊຽງຂວາງ ໃນລະຫວ່າງວັນທີ 18-21 ທັນວາ 2023.

ທ່ານ ນາງ ຄຳສອນ ປອນຄຳດີ ຮອງປະທານສະຫະພັນແມ່ຍິງ ແຂວງຊຽງຂວາງ ໃຫ້ສຳພາດວ່າ: ຜ່ານມາສະຫະພັນແມ່ຍິງ ໄດ້ເອົາໃຈໃສ່ໂຄສະນາເຜີຍແຜ່ ວຽກງານຮັກສາ ສຸຂະພາບຂອງແມ່ ແລະ ເດັກ ໂດຍສະເພາະແມ່ນການສົ່ງເສີມ ການລ້ຽງລູກດ້ວຍນົມແມ່ ນັບແຕ່ມື້ເກີດຈົນເຖິງ 6 ເດືອນ, ພ້ອມການຮັກສາສຸຂະພາບ ແມ່ຍິງຈະເລີນພັນ ເປັນຕົ້ນ ການຖືພາ, ການຝາກທ້ອງຢູ່ສຸກສາລາ ຫລື ໂຮງໝໍ, ການສັກຢາ, ຢອດຢາໃຫ້ເດັກນ້ອຍ. ສະຫະພັນແມ່ຍິງແຂວງ ແມ່ນມີວຽກທັງໝົດ 10 ແຜນງານ 51 ໂຄງການ ເຊິ່ງແຜນງານ ຮັກສາສຸຂະພາບແມ່ ແລະ ເດັກ ແມ່ນຈະເນັ້ນເລື່ອງໂພຊະນາການ ແລະ ສຸຂະ ພາບຂອງແມ່ຍິງໃນເວລາຖືພາ, ໃນຂະນະທີ່ ລົງໄປໂຄສະນາເຜີຍແຜ່ແຜນງານ ຫລື ວຽກອື່ນໆ, ສະຫະ ພັນແມ່ຍິງແຂວງ ກໍໄດ້ມີການປະສານສົມທົບ ກັບຫລາຍພາກສ່ວນ ເຊັ່ນ: ສາທາ, ສຶກສາ, ແຮງງານ, ກະສິກຳ ພ້ອມລົງບ້ານຕົວຈິງ. ນອກນີ້ ຍັງໄດ້ມີການປະສານງານ ກັບໂຄງການກະສິກຳ ເພື່ອໂພຊະນາການ ໂດຍຈະແມ່ນສະຫະພັນແມ່ຍິງເມືອງ ເປັນຜູ້ຈັດຕັ້ງປະຕິບັດໂດຍກົງ.                

          ສຳລັບຜົນສຳເລັດ ຫລື ຕົວຊີ້ບອກ ໃນການຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ ແມ່ນພຶດຕະກຳ ຂອງປະຊາຊົນ ມີການປ່ຽນແປງ ເຊັ່ນ: ແມ່ຍິງຖືພາ ໄດ້ໄປກວດທ້ອງຢູ່ສຸກສາລາ ຫລື ເກີດລູກຢູ່ໂຮງໝໍ, ຜູ້ປົກຄອງເດັກ ໄດ້ໃຫ້ອາຫານລູກ, ພ້ອມກັບການປູກ, ການລ້ຽງ ເພື່ອແນໃສ່ໃຫ້ເດັກນ້ອຍ ມີອາຫານການກິນ ເຮັດໃຫ້ມີການຈະເລີນເຕີບໂຕຂອງເດັກ. ສະຫະພັນແມ່ຍິງ ໄດ້ພົວພັນຮ່ວມມືກັບ ອົງການຈັດຕັ້ງ ພາກລັດ ແລະ ເອກະຊົນ ພາຍໃນແຂວງ ເພື່ອສົ່ງເສີມໃຫ້ມີການຈັດກິດຈະກຳ ເພື່ອໃຫ້ເດັກໄດ້ກິນອາຫານຄົບໝວດໝູ່, ພ້ອມລົງຕິດຕາມ ຊຸກຍູ້ໃຫ້ຜູ້ເປັນພໍ່ແມ່ ເອົາໃຈໃສ່ຕໍ່ອາຫານຂອງເດັກຕື່ມອີກ.

          ແນວໃດກໍຕາມ ວຽກໂພຊະນາການ ແມ່ນເປັນສິ່ງທ້າທາຍ ເພາະຜູ້ປົກຄອງສ່ວນຫລາຍ ຈະສຸມໃສ່ການຜະລິດສ້າງເສດຖະກິດຄອບຄົວ ເຊິ່ງເດັກຈະໄດ້ກິນອາຫານ ຕາມລະດູການ, ຍາມມີກໍກິນຫລາຍໂພດ ຍາມບໍ່ມີກໍຄືບໍ່ໄດ້ກິນເລີຍ. ໃນຕໍ່ໜ້າ ໄດ້ມີແຜນຈະລົງໂຄສະນາ ວຽກໂພຊະນາການ ໃຫ້ຫລາຍຕື່ມ ເພື່ອໃຫ້ຜູ້ປົກຄອງເຫັນ ໄດ້ເຖິງຄວາມ ສຳຄັນ ຂອງໂພຊະນາການເດັກ ແລ້ວແຕ່ງອາຫານການກິນ ໃຫ້ເດັກໄດ້ກິນອາຫານ ຄົບໝວດໝູ່ ເຊິ່ງວຽກນີ້ທຸກຄົນຈະຕ້ອງໄດ້ຮ່ວມມືກັນ. ຖ້າເດັກຂາດອາຫານ ຫລື ໂພຊະນາການ ກໍຈະກະທົບທົ່ວສັງຄົມ ເຊັ່ນ: ເດັກຈະມີສຸຂະພາບບໍ່ແຂງແຮງ, ປ່ວຍງ່າຍ ເຊິ່ງຈະກະທົບຕໍ່ຜູ້ປົກ ຄອງໃນການປິ່ນປົວ ຫລື ເສຍຊັບສິນປິ່ນປົວ, ຜູ້ປົກຄອງເສຍເວລາສ້າງ ເສດຖະກິດ ຄອບຄົວ, ພ້ອມນີ້ການເຕີບໃຫຍ່ຂະຫຍາຍຕົວຂອງເດັກ ກໍບໍ່ສົມບູນທັງຮ່າງກາຍ ແລະ ມັນສະໝອງ ກໍຄືດ້ານພັດທະນາການຂອງເດັກ.

          ສຳລັບວຽກງານບົດບາດຍິງ-ຊາຍ ຢູ່ພາຍໃນແຂວງຊຽງຂວາງ ກໍຍັງບໍ່ແມ່ນ 50% ຕໍ່ 50% ແຕ່ການມີສ່ວນຮ່ວມຂອງເພດຊາຍ ກໍມີຄວາມສຳຄັນ ເພາະແມ່ຍິງຖືພາຕ້ອງໄປໂຮງໝໍ ເພື່ອພົບແພດໝໍ. ດັ່ງ ນັ້ນ, ຜູ້ເປັນຜົວຕ້ອງເຂົ້າໃຈ, ພາໄປ ເພື່ອຮັບຟັງຄຳແນະນຳ ພ້ອມປະຕິບັດຊ່ວຍດູແລ ແລະ ໃຫ້ກຳລັງໃຈເມຍ, ທັງຊ່ວຍເຫລືອວຽກງານຢູ່ເຮືອນ ເພື່ອໃຫ້ແມ່ຍິງ ຫລຸດຜ່ອນ ຕໍ່ການເຮັດວຽກໜັກເກີນໄປ ທີ່ຈະສົ່ງຜົນກະທົບ ຫລື ມີຄວາມສ່ຽງຕໍ່ເດັກໃນທ້ອງ ແລະ ເມຍທີ່ກຳລັງຖືພາ.

KPL

ຂ່າວອື່ນໆ

    • ເຜີຍແຜ່ ກົດໝາຍ 3 ສະບັບ ໃນຂົງເຂດສາທາລະນະສຸກສາທາລະນະສຸກ

      ເຜີຍແຜ່ ກົດໝາຍ 3 ສະບັບ ໃນຂົງເຂດສາທາລະນະສຸກ

      10/15/2024 2:49:38 PM

      ຂປລ. ກະຊວງ​ສາທາລະນະ​ສຸກ ຈັດເຜີຍແຜ່ກົດໝາຍ ໃນຂົງເຂດສາທາລະນະສຸກ ຈໍານວນ 3 ສະບັບ. ​ໃນ​ນັ້ນ, ​ເປັນ​ກົດໝາຍສະບັບໃໝ່ 2 ສະບັບ ຄື: ກົດໝາຍ ວ່າດ້ວຍສາທາລະນະສຸກ ແລະ ກົດໝາຍ ວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ ແລະ ສະບັບປັບປຸງ 1 ສະບັບ ຄື ກົດໝາຍ ວ່າດ້ວຍການປິ່ນປົວ ​ໃນ​ວັນ​ທີ 15 ຕຸລາ 2024 ທັງ​ນີ້, ກໍ​ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບສາທາລະນະສຸກ ຂອງ ສປປ ລາວ, ຍົກສູງສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວ.

    • ສາທາລະນະສຸກເມືຶຶອງທຸລະຄົມສຸມໃສ່ 4 ແຜນວຽກສຳຄັນ ສາທາລະນະສຸກ

      ສາທາລະນະສຸກເມືຶຶອງທຸລະຄົມສຸມໃສ່ 4 ແຜນວຽກສຳຄັນ

      8/26/2024 11:46:41 AM

      ຂປລ. ແຫລ່ງຂ່າວຈາກ ແຂວງ ວຽງຈັນ ໃຫ້ຮູ້ວ່າ: ຫ້ອງການສາ ທາລະນະສຸກ ເມືອງທຸລະຄົມແຂວງ ວຽງຈັນ ຈະສຸມໃສ່ 4 ແຜນວຽກ ສໍາຄັນ ສໍາລັບ 6 ເດືອນທ້າຍປີ 2024 ເປັນຕົ້ນ ຍົກສູງຄຸນນະພາບ ທາງດ້ານວຽກງານການເມືອງ- ແນວຄິດ, ຄຸນສົມບັດຈັນຍາທຳແພດ ປະຊາຊົນ, ວຽກງານວິຊາການທາງ ດ້ານການແພດ ແລະ ເພີ່ມທະວີການ ຄຸ້ມຄອງພະນັກງານ ສາທາລະນະ ສຸກທຸກຂັ້ນ

    • ຮອງນາຍົກລັດຖະມົນຕີ ຊີ້ນຳວຽກຄວບຄຸມພະຍາດໄຂ້ຍຸງລາຍສາທາລະນະສຸກ

      ຮອງນາຍົກລັດຖະມົນຕີ ຊີ້ນຳວຽກຄວບຄຸມພະຍາດໄຂ້ຍຸງລາຍ

      8/14/2024 7:41:56 PM

      ຂປລ. ວັນທີ 13 ສິງຫາ 2024 ນີ້, ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມ ຕໍ່ກອງປະຊຸມປຶກສາຫາລື ແລະ ຖອດຖອນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ກັນ ແລະ ຄວບຄຸມໄຂ້ຍຸງລາຍ ປີ 2024 ແລະ ທິດທາງຕໍ່ໜ້າ ໂດຍມີທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ຮອງເຈົ້າຄອງນະຄອນຫລວງວຽງຈັນ

    • ອົງການຈັດຕັ້ງແມ່ຍິງ ຫ້ອງການສາທາລະນະສຸກ ເມືອງໄຊເສດຖາ ມີການຫັນປ່ຽນທີ່ຕັ້ງໜ້າສາທາລະນະສຸກ

      ອົງການຈັດຕັ້ງແມ່ຍິງ ຫ້ອງການສາທາລະນະສຸກ ເມືອງໄຊເສດຖາ ມີການຫັນປ່ຽນທີ່ຕັ້ງໜ້າ

      7/16/2024 4:52:24 PM

      ຂປລ. ອົງການຈັດຕັ້ງ ຮາກຖານສະຫະພັນແມ່ຍິງ ຫ້ອງການສາທາລະນະສຸກ ເມືອງໄຊເສດຖາ ແມ່ນຢູ່ພາຍໃຕ້ການນໍາພາ-ຊີ້ນໍາ ຂອງສະຫະພັນແມ່ຍິງ ເມືອງໄຊເສດຖາ ແລະ ການຊີ້ນໍາ-ນໍາພາຢ່າງໃກ້ ຊິດຂອງໜ່ວຍພັກຂອງຫ້ອງການ ສາລະນະສຸກເມືອງ.

    • ເມືອງໄຊເສດຖາ ມີຜູ້ຕິດເຊື້ອໄຂ້ຍຸງລາຍ ເກືອບ 200 ຄົນ, ເສຍຊີວິດ 2 ຄົນສາທາລະນະສຸກ

      ເມືອງໄຊເສດຖາ ມີຜູ້ຕິດເຊື້ອໄຂ້ຍຸງລາຍ ເກືອບ 200 ຄົນ, ເສຍຊີວິດ 2 ຄົນ

      7/16/2024 11:48:56 AM

      ຂປລ. ປັດຈຸບັນ, ທົ່ວນະຄອນຫລວງວຽງຈັນ (ນວ) ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສະສົມ 1.000 ກວ່າຄົນ. ໃນນັ້ນ, ເມືອງໄຊເສດຖາ ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍເກືອບ 200 ຄົນ, ມີຜູ້ເສຍຊີວິດ 2 ຄົນ. ຈັດອັນດັບເປັນອັນ 4 ໃນ 9 ຕົວເມືອງ ນະຄອນຫລວງວຽງຈັນ ທີ່ມີການລະບາດຂອງພະຍາດໄຂ້ຍຸງລາຍ.

ads
ads

Top