ຂປລ
ລັດຖະບານ ອິນໂດເນເຊຍ ປະກາດແຜນການ ກຳຈັດຂີ້ເຫຍື້ອ ໃຫ້ໄດ້ 100% ໃນໄລຍະ 4 ປີ ນັບຈາກນີ້. ໂດຍ ທ່ານ ຮານິຟ ໄຟຊອນ ນູໂຣຟິກ ລັດຖະມົນຕີ ກະຊວງສິ່ງແວດລ້ອມ ແລະ ປ່າໄມ້ ຂອງ ອິນໂດເນເຊຍ ລາຍງານ ກ່ຽວກັບ ການກຳນົດເປົ້າໝາຍ ໃນການ ຈັດການ ຂີ້ເຫຍື້ອໃຫ້ໄດ້ 100%
ຂປລ. ສຳນັກຂ່າວ ຊິນຮວາ ລາຍງານ ຈາກນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍ ເມື່ອວັນທີ 11 ມີນາ, ລັດຖະບານ ອິນໂດເນເຊຍ ປະກາດແຜນການ ກຳຈັດຂີ້ເຫຍື້ອ ໃຫ້ໄດ້ 100% ໃນໄລຍະ 4 ປີ ນັບຈາກນີ້. ໂດຍ ທ່ານ ຮານິຟ ໄຟຊອນ ນູໂຣຟິກ ລັດຖະມົນຕີ ກະຊວງສິ່ງແວດລ້ອມ ແລະ ປ່າໄມ້ ຂອງ ອິນໂດເນເຊຍ ລາຍງານ ກ່ຽວກັບ ການກຳນົດເປົ້າໝາຍ ໃນການ ຈັດການ ຂີ້ເຫຍື້ອໃຫ້ໄດ້ 100% ໃນປີ 2029 ຕາມທີ່ກຳນົດໄວ້ ໃນແຜນການພັດທະນາ ໄລຍະກາງ ແຫ່ງຊາດ ລະຫວ່າງປີ 2025-2029.
ໜຶ່ງໃນຂັ້ນຕອນສຳຄັນ ຂອງ ການພະຍາຍາມ ບັນລຸເປົ້າໝາຍ ດັ່ງກ່າວ ຄື: ການປິດແຫລ່ງ ກຳຈັດ ຂີ້ເຫຍື້ອ ຂັ້ນສຸດທ້າຍ ທີ່ ຍັງໃຊ້ ລະບົບ ຂີ້ເຫຍື້ອ ແບບເທກອງ, ໂດຍ ຈະປິດຂຸມຝັງຂີ້ເຫຍື້ອ ທີ່ ໃຊ້ລະບົບ ຖີ້ມຂີ້ເຫຍື້ອ ເທກອງ ຢ່າງໜ້ອຍ 343 ແຫ່ງ , ຊຶ່ງ ໄລຍະທຳອິດ ຈະປິດຂຸມຝັງຂີ້ເຫຍື້ອ 37 ແຫ່ງ ພາຍໃນ 6 ເດືອນ. ເປົ້າໝາຍການບໍລິຫານ ຈັດການຂີ້ເຫຍື້ອ 100% ໃນປີ 2029 ເປັນການ ປັບແກ້ ຈາກເປົ້າໝາຍເດີມ ທີ່ຕັ້ງໄວ້ ຈະເຮັດໃຫ້ສຳເລັດ ໃນປີ 2025 ນີ້ ./
KPL