ສ.ອາເມລິກາ ຍົກເລີກໂຄງການ ຢູເອສ ເອດ 83%

13/03/2025 21:49
ຂປລ ທ່ານ ມາຣໂກ ຣູບີໂອ ລັດຖະມົນຕີ ກະຊວງການຕ່າງປະເທດ ສ.ອາເມລິກາ ກ່າວ່າ: ລັດຖະບານ ໄດ້ຍົກເລີກ ໂຄງການ ຂອງ ໜ່ວຍງານ ເພື່ອການພັດທະນາ ລະຫວ່າງ ປະເທດ ສ.ອາເມລິກາ (ຢູເອສເອດ) ໃນອັດຕາສ່ວນ 83% ເນື່ອງຈາກ ການໃຊ້ຈ່າຍ ຂອງ ໂຄງການ ດັ່ງກ່າວນີ້ ບໍ່ສອດຄ່ອງກັບ ຫລັກການ.

ຂປລ. ສຳນັກຂ່າວເອເອຟພີ ລາຍງານ ຈາກນະຄອນຫລວງ ວໍຊິງຕັນ ປະເທດ ສ.ອາເມລິກາ, ທ່ານ ມາຣໂກ ຣູບີໂອ ລັດຖະມົນຕີ  ກະຊວງການຕ່າງປະທດ .ອາເມລິກາ  ກ່າ​ວ່າ: ລັດຖະບານ ໄດ້ຍົກ​ເລີກ​ ໂຄງການ​ ຂອງ ໜ່​ວຍງານ ​ເພື່ອການ​ພັດທະນາ​ ລະຫວ່າງ​ ປະ​ເ​ທດ ສ.ອາ​ເມ​ລິ​ກາ (ຢູ​ເອສ​ເອດ) ​ໃນ​ອັດຕາ​ສ່ວນ 83% ​ເນື່ອງ​ຈາກ​ ການ​ໃຊ້​ຈ່າຍ​ ຂອງ ​ໂຄງການ ດັ່ງກ່າວ​ນີ້ ບໍ່​ສອດ​ຄ່ອງ​ກັບ​ ຫລັກການ. ​ໂດຍ​ຢູ​ເອສ​ເອດ ສົ່ງ​ມອບ​ໂຄ​ວາ​ມຊ່ວຍ​ເຫລືອ ດ້ານ​ມະນຸດສະທຳ ທົ່ວ​ໂລກ ດ້ວຍ​ໂຄງການ​ ສຸຂະພາບ ​ແລະ ​ໂຄງການ​ສຸກ​ເສີນ ​ໃນ​ປະ​ເທດຕ່າງໆ 120 ປະ​ເທດ, ຊຶ່ງ​ ຈະ​ສົ່ງ​ຜົນ​ກະທົບ ຕໍ່​ຜູ້​ຄົນ ຫລາຍ​ລ້ານ​ຄົນ.

ທ່ານ ມາຣໂກ ຣູບີໂອ ກ່າວວ່າ ຫລັງ​ຈາກ ​ກວດກາ ​ໃນໄລຍະ​ເວລາ 6 ​ເດືອນ  ຈຶ່ງ​ໄດ້​ຍົກ​ເລີກ ​ໂຄງການ ຂອງ​ ຢູ​ເອສ​ເອດ ຢ່າງ​ເປັນ​ທາງ​ການ 83% , ​ໂດຍ​ອ້າງ​ເຫດຜົນ​ວ່າ ສັນຍາ 5.200 ສະບັບ ທີ່ຖືກ​ຍົກ​ເລີກ ​ໄດ້ໃຊ້​ເງິນ​ໄປ ຫລາຍ​ໝື່ນ​ ລ້ານ​ໂດ​ລາ​ສະຫະລັດ ​ທີ່​ບໍ່​ເກີດ​ປະ​ໂຫຍ​ດ ​ແລະ ສ້າງ​ຄວາມ​ເສຍ​ຫາຍ ຕໍ່ສ.ອາ​ເມ​ລິ​ກາ ​ໃນ​ບາງ​ກໍລະນີ. ນອກຈາກ​ນີ້ ​ໂຄງການ ຢູ​ເອສ​ເອດ ທີ່​ເຫລືອ​ອີກ 1.000 ​ໂຄງການ ຈະ​ຢູ່​ພາຍ​ໃຕ້ ​ການ​ບໍລິຫານ ຂອງ​ກະຊວງ​ການ ​ຕ່າງປະ​ເທດ ສ.ອາ​ເມ​ລິ​ກາ ./

KPL

ຂ່າວອື່ນໆ

ads
ads

Top