ຂປລ
, ຄະນະ ກຳມະທິການ ເອີຣົບ (ອີຊີ) ຊຶ່ງເປັນ ອົງການ ຂອງ ຝ່າຍບໍລິຫານ ຂອງ ສະຫະພາບ ເອີຣົບ (ອີຢູ) ອອກຖະແຫລງການວ່າ: ເສຍໃຈເປັນຢ່າງຍິ່ງ ກັບ ການທີ່ ສ.ອາເມລິກາ ສືບຕໍ່ມາດຕະການ ກຳແພງພາສີ ອີກ 25%

ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກ ນະຄອນຫລວງ ບຣຸກແຊນ ປະເທດ ແບນຊິກ ເມື່ອວັນທີ 12 ມີນາ, ຄະນະ ກຳມະທິການ ເອີຣົບ (ອີຊີ) ຊຶ່ງເປັນ ອົງການ ຂອງ ຝ່າຍບໍລິຫານ ຂອງ ສະຫະພາບ ເອີຣົບ (ອີຢູ) ອອກຖະແຫລງການວ່າ: ເສຍໃຈເປັນຢ່າງຍິ່ງ ກັບ ການທີ່ ສ.ອາເມລິກາ ສືບຕໍ່ມາດຕະການ ກຳແພງພາສີ ອີກ 25% ກັບ ຜະລິດຕະພັນ ເຫລັກ ແລະ ອະລູມິນຽມ ຂອງ ອີຢູ ຊຶ່ງຖືເປັນ ການກິດກັ້ນ ທາງການຄ້າ ແລະເປັນການໃຊ້ ນະໂຍບາຍ ທີ່ບໍ່ເປັນທຳ. ດັ່ງນັ້ນ ອີຢູ ຈຳເປັນຕ້ອງ ໃຊ້ມາດຕະການ ຕອບໂຕ້ ດ້ວຍການຂຶ້ນພາສີ ສິນຄ້າຂອງ ສ.ອາເມລິກາ ໃນອັດຕາ 25% ໂດຍ ຈະແບ່ງອອກເປັນ 2 ໄລຍະ: ໄລຍະທຳອິດ ເລີ່ມແຕ່ວັນທີ 1 ເມສາ ແລະ ໄລຍະທີ 2 ເລີ່ມແຕ່ ວັນທີ 13 ເມສາ ຊຶ່ງຄວບຄຸມ ຜະລິດຕະພັນ ຂອງ ອີກຝ່າຍ ເປັນມູນຄ່າ ປະມານ 26.000 ລ້ານເອີໂຣ./
KPL