ຂປລ
ສປຈີນ ໄດ້ເປີດ ສູນນະວັດຕະກຳ ລະດັບຊາດ ສຳລັບ ການທົດລອງແບບ ບໍ່ທຳລາຍ (ເອັນດີທີ) ຂອງ ອຸປະກອນຂັ້ນສູງ ຢູ່ນະຄອນຫລວງ ປັກກິ່ງ ໂດຍມີເປົ້າໝາຍ ເພື່ອພັດທະນາ ເຕັກໂນໂລຊີ ການກວດກາ ອັດສະລິຍະ ເພື່ອສະໜັບ ສະໜູນ ຂະແໜງການ ຜະລິດ ອັດສະລິຍະຂອງປະເທດ.
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ສປຈີນ ໄດ້ເປີດ ສູນນະວັດຕະກຳ ລະດັບຊາດ ສຳລັບ ການທົດລອງແບບ ບໍ່ທຳລາຍ (ເອັນດີທີ) ຂອງ ອຸປະກອນຂັ້ນສູງ ຢູ່ນະຄອນຫລວງ ປັກກິ່ງ ໂດຍມີເປົ້າໝາຍ ເພື່ອພັດທະນາ ເຕັກໂນໂລຊີ ການກວດກາ ອັດສະລິຍະ ເພື່ອສະໜັບ ສະໜູນ ຂະແໜງການ ຜະລິດ ອັດສະລິຍະຂອງປະເທດ.
ສູນແຫ່ງນີ້ ຢູ່ພາຍໃຕ້ ການເບີ່ງແຍງ ຂອງ ສຳນັກບໍລິຫານ ການກຳກັບ ເບີ່ງແຍງ ຕະຫລາດ ແຫ່ງລັດ ຂອງ ສປຈີນ ແລະ ໄດ້ຮັບການສະໜັບ ສະໜູນຫລັກ ຈາກສູນວິໄຈ ແລະ ທົດລອງເຕັກໂນໂລຊີ ປ້ອງກັນ ປະເທດ ຂອງບໍລິສັດ ວິທະຍາສາດ ແລະ ອຸດສາຫະກຳ ການບິນ ແລະ ອາວະກາດ ແຫ່ງປະເທດ ສປຈີນ ໄດ້ເນັ້ນໜັກ ການວິໄຈ ເຕັກໂນໂລຊີ ພື້ນຖານທັນສະໄໝ ສຳລັບ ການທົດລອງ ແບບບໍ່ທຳລາຍ ຂອງ ອຸປະກອນຂັ້ນສູງ, ພ້ອມທັງ ຈະສ້າງແພດຟອມ ຄວາມຮ່ວມມື ທີ່ ຜະສານອຸດສາຫະກຳ, ວິຊາການ ແລະ ການວິໄຈ ເຂົ້າດ້ວຍກັນ. ຄວາມກ້າວໜ້າ ອັນວ່ອງໄວ ຂອງ ອຸປະກອນ ຂັ້ນສູງ ສະໄໝໃໝ່ເຊັ່ນ: ຜະລິດຕະພັນ ດ້ານອາວະກາດ, ອຸປະກອນ ພະລັງງານ ນີວເຄລຍ ແລະ ໂຄງສ້າງ ຂົວຂະໜາດໃຫຍ່ ລວມເຖິງ ການປະຍຸກໃຊ້ ພັດສະດຸໃໝ່, ຂະບວນການຕ່າງໆ ແລະ ການຜະລິດ ອັດສະລິຍະ ສົ່ງຜົນໃຫ້ເກີດ ຄວາມທ້າທາຍ ດ້ານການກວດກາ ແລະ ປະເມີນເປັນຢ່າງຫລວງຫລາຍ./
KPL