ຂປລ
ສປ ຈີນ ຈະເລັ່ງລັດ ຈັດຕັ້ງປະຕິບັດ ແລະ ວາງແຜນລ່ວງໜ້າ ໃຫ້ໂຄງການວິທະຍາສາດ ເຕັກໂນໂລຊີ ທີ່ສຳຄັນ. ໃນເວລາ ໃຫ້ສຳພາດຕໍ່ ນັກຂ່າວ ເມື່ອບໍ່ດົນມານີ້, ທ່ານ ຊຸ່ນເຈີໂຈ່ ຜູ້ແທນປະຊາຊົນ ທີ່ມາຈາກກຸ່ມບໍລິສັດ ວິທະຍາສາດ ເຕັກໂນໂລຊີ ການບິນອະວະກາດຈີນ ແນະນຳ ໃຫ້ຮູ້ວ່າ: ສປ ຈີນ ຈະປະຕິບັດການ ເກັບຕົວຢ່າງ ຈາກດາວອັງຄານແລ້ວ ກັບຄືນສູ່ ໜ່ວຍໂລກ ພາຍໃນປີ 2030

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ,ບົດລາຍງານ ວຽກງານ ຂອງລັດຖະບານຈີນ ໃນປີນີ້ ໄດ້ລະບຸວ່າ: ສປ ຈີນ ຈະເລັ່ງລັດຈັດຕັ້ງປະຕິບັດ ແລະ ວາງແຜນລ່ວງໜ້າ ໃຫ້ໂຄງການວິທະຍາສາດ ເຕັກໂນໂລຊີ ທີ່ສຳຄັນ. ໃນເວລາ ໃຫ້ສຳພາດຕໍ່ນັກຂ່າວ ເມື່ອບໍ່ດົນມານີ້, ທ່ານ ຊຸ່ນເຈີໂຈ່ ຜູ້ແທນປະຊາຊົນ ທີ່ມາຈາກກຸ່ມບໍລິສັດ ວິທະຍາສາດ ເຕັກໂນໂລຊີ ການບິນອະວະກາດຈີນ ແນະນຳໃຫ້ຮູ້ວ່າ: ສປ ຈີນ ຈະປະຕິບັດການ ເກັບຕົວຢ່າງ ຈາກດາວອັງຄານແລ້ວ ກັບຄືນສູ່ໜ່ວຍໂລກພາຍໃນປີ 2030.ທ່ານ ຊຸ່ນເຈີໂຈ່ ໃຫ້ຮູ້ຕື່ມວ່າ: ດາວອັງຄານ ແມ່ນດາວ ທີ່ຢູ່ໃກ້ກັບ ໜ່ວຍໂລກ ທີ່ສຸດ ໃນລະບົບ ສຸລິຍະ, ກ່ອນໜ້ານີ້, ສປ ຈີນ ໄດ້ສຳເລັດການບິນອ້ອມ, ຈອດລົງ ແລະ ສຳຫລວດວັດແທກ ຕໍ່ດາວອັງຄານ ໂດຍການໃຊ້ຍານອະວະກາດ ທ່ຽນເວີ້ນ 1 ຕໍ່ໄປ, ຈະເກັບຕົວຢ່າງ ຈາກດາວອັງຄານແລ້ວກັບຄືນສູ່ໜ່ວຍໂລກ ດ້ວຍຍານອະວະກາດທ່ຽນເວີ້ນ 3./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL