ບັນດາປະເທດ ທີ່ມີຄຸນນະພາບອາກາດດີ ຜ່ານເກນ ດັບເບີລຢູເອຊໂອ

13/03/2025 21:49
ຂປລ ອ້າງຕາມ ຂໍ້ມູນ ດັດສະນີ ຄຸນນະພາບ ອາກາດ “ໄອຄີວແອຣ” ຊຶ່ງເປັນ ບໍລິສັດ ໃນສະວິດ ເປີດເຜີຍວ່າ ມີພຽງ 7 ປະເທດໃນໂລກ ທີ່ມີຄຸນນະພາບ ອາກາດດີ ຕາມມາດຕະຖານ ຂອງ ອົງການ ອະນາໄມໂລກ (ດັບເບີລຢູເອຊໂອ) ເມື່ອປີ 2024

ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກ ເມືອງເຈນິວາ ປະເທດ ສະວິດ,  ອ້າງຕາມ ຂໍ້ມູນ ດັດສະນີ ຄຸນນະພາບ ອາກາດ ໄອຄີວແອຣຊຶ່ງເປັນ ບໍລິສັດ ໃນສະວິດ  ເປີດເຜີຍວ່າ ມີພຽງ 7 ປະເທດໃນໂລກ ທີ່ມີຄຸນນະພາບ ອາກາດດີ ຕາມມາດຕະຖານ ຂອງ ອົງການ ອະນາໄມໂລກ (ດັບເບີລຢູເອຊໂອ) ເມື່ອປີ 2024 ໄດ້ແກ່: ອົດສະຕຣາລີ, ນູແວນເຊລັງ, ບາຮາມາດ, ບາກບາດິດ, ເກຣີນາດາ, ແອັດສະໂຕນີ ແລະ ອຽກລັງ.

ໃນຂະນະທີ່  ປະເທດຊາດ ແລະ ບັງກລາເທດ ຄອງກັນດັບ 1 ຮ່ວມກັນ ໃນຖານະ ເປັນ ປະເທດ ທີ່ມີຄ່າ ມົນລະພິດ ທາງອາກາດ ສູງທີ່ສຸດ ໃນໂລກ ເມື່ອປີກາຍ, ໂດຍຄ່າສະເລ່ຍ ຂອງ ອະນຸພາກ ຝຸ່ນລະອອງ ຂະໜາດນ້ອຍ ຊຶ່ງເປັນ ອັນຕະລາຍ ຫລື ພີເອັມ 2,5 ບໍ່ຄວນເກີນ 5 ໄມໂຄຣກຣາມຕໍ່ 1 ແມັດກ້ອນ, ຊຶ່ງຕະຫລອດ ປີກາຍ ມີພຽງ 17% ຂອງ ເມືອງໃນໂລກ ທີ່ ສາມາດ ປະຕິບັດໄດ້ ຕາມມາດຕະຖານດັ່ງກ່າວ. /

 

KPL

ຂ່າວອື່ນໆ

ads
ads

Top