ລາວ-ຈີນ ເພີ່ມທະວີວຽກງານໄອຍະການປະຊາຊົນ

07/12/2023 15:26
Email Print 1007
ຂປລ ຂປລ. ໃນວັນທີ 5 ທັນວາ 2023 ຜ່ານ​ມາ, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມ​ຄະນະ ໄດ້ພົບປະກັບ ຄະນະຜູ້ແທນຂັ້ນສູງອົງການໄອຍະການສູງສຸດ ແຫ່ງ ສປ ຈີນ ນຳໂດຍ ທ່ານ ຢິ່ງ ຢົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປ ຈີນ ​ໃນໂອກາດທີ່ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມ ໄອຍະການສູງສຸດ ຈີນ-ອາຊຽນ ຄັ້ງທີ 13 ທີ່ນະຄອນຫລວງ ຮ່າໂນ້ຍ ສສ ຫວຽດ ນາມ.

ຂປລ. ໃນວັນທີ 5 ທັນວາ 2023 ຜ່ານ​ມາ, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມ​ຄະນະ ໄດ້ພົບປະກັບ ຄະນະຜູ້ແທນຂັ້ນສູງອົງການໄອຍະການສູງສຸດ ແຫ່ງ ສປ ຈີນ ນຳໂດຍ ທ່ານ ຢິ່ງ ຢົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປ ຈີນ ​ໃນໂອກາດທີ່ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມ ໄອຍະການສູງສຸດ ຈີນ-ອາຊຽນ ຄັ້ງທີ 13 ທີ່ນະຄອນຫລວງ ຮ່າໂນ້ຍ ສສ ຫວຽດນາມ.

​ໂອກາດ​ນີ້, ທ່ານ ໄຊຊະນະ ໂຄດພູທອນ  ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງ ທ່ານ ຢິ່ງ ຢົງ ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ແຫ່ງ ສປ ຈີນ ທີ່ໄດ້ພົບປະ ແລະ ແລກປ່ຽນບົດ ຮຽນວຽກງານ ໄອຍະການເຊິ່ງກັນ ແລະ ກັນໃນຄັ້ງນີ້້, ພ້ອມທັງ ຕີລາຄາສູງຜົນສໍາເລັດຂອງການພົວພັນ-ຮ່ວມມື ລະຫວ່າງ ສອງຝ່າຍເປັນຢ່າງດີ, ໃນຕໍ່ໜ້ານີ້ ຈະສືບຕໍ່ແລກປ່ຽນຄະນະຜູ້ແທນໃນຂັ້ນສູນກາງ, ທ້ອງຖິ່ນລວມທັງອົງການໄອຍະການ ເຂດປົກຄອງຕົນເອງ ຮົງກົງ, ມາເກົ້າ, ແລກປ່ຽນບົດຮຽນກ່ຽວກັບວຽກງານໄອຍະການ, ບຳລຸງສ້າງພະນັກງານ, ຮ່ວມມືທາງອາຍາ, ການສົ່ງຜູ້ຮ້າຍຂ້າມແດນ, ການຕ້ານ ແລະ ສະກັດກັ້ນອາຊະຍາກຳຂ້າມຊາດ ແລະ ວຽກງານອື່ນໆ, ປະກອບສ່ວນເຂົ້າໃນການ ຕ້ານອາຊະຍາກຳຂ້າມຊາດ, ພັດທະນາອົງການໄອຍະການຂອງສອງປະເທດ ໃຫ້ມີຄວາມເຂັ້ມແຂງ ແລະ ກ້າວໜ້າຢ່າງບໍ່ຢຸດຢັ້ງ.

KPL

ຂ່າວອື່ນໆ

ads
ads

Top