ສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງ ນ້ຳປະປາ 3 ແຂວງຂອງ ສປປ ລາວ

15/11/2023 12:42
Email Print 537
ຂປລ ຂປລ. ພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ ໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ຂະແໜງນ້ຳປະປາ ສປປ ລາວ (ໂຄງການຮາກຫຍ້າ ໄລຍະທີ 2) ຈັດຂຶ້ນໃນວັນທີ 14 ພະຈິກ 2023 ຢູ່ນະຄອນຫລວງວຽງຈັນ





ຂປລ. ພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ ໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ຂະແໜງນ້ຳປະປາ ສປປ ລາວ (ໂຄງການຮາກຫຍ້າ ໄລຍະທີ
2)  ຈັດຂຶ້ນໃນວັນທີ 14 ພະຈິກ 2023 ຢູ່ນະຄອນຫລວງວຽງຈັນ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ຮະຢະໂຕະ ຊິມິຊູ ເຈົ້າເມືອງ ໄຊຕະມະ ປະເທດຍີ່ປຸ່ນ ແລະ ລັດວິສະຫະກິດນ້ຳປະປາ 3 ແຂວງຄື: ນະຄອນຫລວງວຽງຈັນ, ຫລວງພະບາງ ແລະ ແຂວງ ຄຳມ່ວນ.

 ທ່ານ ສົມປອງ ສິດທິວົງ ຫົວໜ້າກົມນ້ຳປະປາ ກະຊວງ ໂຍທາທິການ ອລະ ຂົນສົ່ງ (ຍທຂ)  ໄດ້ກ່າວວ່າ: ໂຄງການຮາກຫຍ້າ ໄລຍະ 2 ເປັນການສືບຕໍ່ຈາກ ໄລຍະທີ I ທີ່ໄດ້ມີການຕີລາຄາ ການປະຕິບັດການສະໜອງນໍ້າປະປາ ໃຫ້ມີສະຖຽນລະພາບ ໂດຍຜ່ານກິດຈະກຳ ໃນການຄຸ້ມຄອງ ແລະ ບໍາລຸງຮັກສາພ້ອມດ້ວຍ ມາດຕະຖານ ແລະ ຄູ່ມື ທີ່ໄດ້ຮັບການປັບປຸງ ເພື່ອຫລຸດການ ຮົ່ວໄຫລຂອງນໍ້າ, ການສ້າງ ຄວາມເຂັ້ມແຂງ ການຄຸ້ມຄອງ ແລະ ບໍາລຸງຮັກສາທໍ່ ແລະ ການປັບປຸງການກໍ່ສ້າງທໍ່ ດ້ວຍມາດຕະຖານ ແລະ ວັດສະດຸທີ່ເໝາະສົມ. ຫ້ອງການນ້ຳປະປາ ເມືອງໄຊຕະມະ ໃຫ້ການສືບຕໍ່ຊ່ວຍເຫລືອ ຂະແໜງນໍ້າປະປາ ກໍຄື ໂຄງການ ສ້າງຄວາມອາດສາມາດ ໃນການດໍາ ເນີນງານ ແລະ ບຳລຸງຮັກສາ ລະບົບສາຍທໍ່ນໍ້າປະປາ ໃຫ້ແກ່ລັດວິສາຫະກິດນໍ້າປະປາ (ໂຄງການຮາກຫຍ້າ) ໄລຍະ 2 ແຕ່ປີ 2024-2027 ໂດຍ ມີເປົ້າໝາຍປະຕິບັດ 4 ໜ້າວຽກຕົ້ນຕໍ ເພື່ອແນໃສ່ໃຫ້ບັນລຸຈຸດປະສົງ ແລະ ຄາດໝາຍຄື: ການເຜີຍແຜ່ ຄູ່ມື ການຕິດຕັ້ງ ຕໍ່ບໍລິການ, ປັບປຸງລະບົບການສ້ອມແປງນໍ້າຮົ່ວໄຫລ່, ປັບປຸງວຽກງານການອ່ານໝໍ້ແທກນໍ້າ, ການປ່ຽນໝໍ້ແທກນໍ້າ ໃນພື້ນທີ່ການ ວາງແຜນ ແລະ ພື້ນທີ່ຕົວແບບ.  ທັງນີ້, ກໍເພື່ອແນໃສ່ຍົກລະດັບຄວາມສາມາດ ການບໍາລຸງຮັກສາສາຍທໍ່ນໍ້າປະປາ ແລະ ລະບົບການ ຄຸ້ມຄອງ ເຊິ່ງເຫັນວ່າ ຈະເປັນປະໂຫຍດ ໃຫ້ແກ່ກົມນໍ້າປະປາ ແລະ ລັດວິສາຫະກິດນໍ້າປະປາ 3 ແຂວງຄື: ນະຄອນຫລວງວຽງຈັນ, ຫລວງພະບາງ, ແຂວງຄຳມ່ວນ ແລະ ແຂວງອື່ນທີ່ເຂົ້າຮ່ວມ, ໃນການຍົກລະດັບຄວາມຮູ້, ຄວາມສາມາດ ດ້ານເຕັກນິກ-ວິຊາການ ຂອງພະນັກງານ ທີ່ກ່ຽວຂ້ອງ ໃຫ້ສາມາດ ປະຕິບັດແຜນດໍາເນີນທຸລະກິດ, ຕິດຕາມ ແລະ ປະເມີນຜົນປະສິດທິພາບ ໃນການດໍາເນີນງານ ຂອງລັດວິສາຫະກິດນໍ້າປະປາ.

ກະຊວງ ໂຍທາທິການ ແລະ ຂົນສົ່ງ, ກົມນໍ້າປະປາ ແລະ ອົງການ JICA ກໍຄື ປະເທດຍີ່ປຸ່ນ ໄດ້ມີສາຍສຳພັນມິດຕະພາບ ແລະ ການຮ່ວມມື ກັນ ມາຕັ້ງແຕ່ດົນນານແລ້ວ, ລັດຖະບານລາວ ກໍຄື ປະຊາຊົນລາວ ໄດ້ຮັບການ ຊ່ວຍເຫລືອຈາກ ລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ຢ່າງຕໍ່ເນື່ອງ ແລະ ມີລັກສະນະເພີ່ມທະວີຂຶ້ນ ເລື້ອຍໆ ໃນຫລາຍໆດ້ານ ເປັນຕົ້ນແມ່ນ ການພັດທະນາທາງ ດ້ານເສດ ຖະກິດ-ສັງຄົມ ໂເຍສະເພາະແມ່ນ ການພັດທະນາ ພື້ນຖານໂຄງລ່າງ ຂະແໜງນໍ້າປະປາ ແລະ ສຸຂາພິບານ.

ສໍາລັບໂຄງການຮາກຫຍ້າ ໄລຍະ 1 ທີ່ໄດ້ຈັດຕັ້ງປະຕິບັດເລີ່ມແຕ່ປີ 2011 ໂດຍໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈ ຮ່ວມກັນ ລະຫວ່າງ ລັດວິສາຫະກິດນໍ້າປະປາ 3 ແຂວງ: ນະຄອນຫຼວງວຽງຈັນ, ຫລວງພະບາງ ແລະ ແຂວງຄຳມ່ວນ ແລະ ປີ 2016 ໄດ້ມີການ ແກ້ໄຂບົດ ບັນທຶກດັ່ງກ່າວ ເຊິ່ງໄດ້ມີການປຶກສາຫາລືກັບ ພາກສ່ວນກ່ຽວຂ້ອງ ໃນໄລຍະຜ່ານມາ ໂຄງການດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດ ວັນທີ 8 ມິຖຸນາ 2018 ຫາ 31 ມີນາ 2023 ແລະ ໄດ້ຂະຫຍາຍອອກໄປເນື່ອງຈາກ ພະຍາດລະບາດໂຄວິດ-19 ແມ່ນໄດ້ສຸມໃສ່ສ້າງ ຄວາມອາດສາມາດ ໃຫ້ແກ່ລັດວິສາຫະກິດນໍ້າປະປາ 3 ແຂວງດັ່ງກ່າວ.

ຂ່າວ: ວຽງສະຫວັນ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ສະຖານທູດໄທ ປະຈຳ ລາວ ສະຫລອງ ວັນຄ້າຍວັນເກີດ ຂອງເຈົ້າຊີວິດໄທການເມືອງ

      ສະຖານທູດໄທ ປະຈຳ ລາວ ສະຫລອງ ວັນຄ້າຍວັນເກີດ ຂອງເຈົ້າຊີວິດໄທ

      12/7/2023 3:58:44 PM

      ຂປລ. ໃນວັນທີ 5 ທັນວາ 2023 ຜ່ານ​ມາ, ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ຈັດງານລ້ຽງເພື່ອສະເຫລີມສະຫລອງ ເນື່ອງໃນໂອກາດວັນຄ້າຍ ວັນພະບໍຣົມຣາດຊະສົມພົບ ຂອງພະບາດສົມເດັດ ພະບໍຣົມຊະນະກາທິເບດ ມະຫາພູມິພົນ ອະດຸນຍະເດດ ມະຫາຣາດ ບໍຣົມມະນາດບໍພິດວັນຊາດ ແລະ ວັນພໍ່ແຫ່ງຊາດ 5 ທັນວາ 2023

    • ຜູ້ປະຈຳການຄະນະເລຂາທິການສູນກາງພັກ ເນັ້ນໃຫ້ແມ່ຍິງ ເອົາໃຈໃສ່ຫລາຍບັນຫາສໍາຄັນການເມືອງ

      ຜູ້ປະຈຳການຄະນະເລຂາທິການສູນກາງພັກ ເນັ້ນໃຫ້ແມ່ຍິງ ເອົາໃຈໃສ່ຫລາຍບັນຫາສໍາຄັນ

      12/7/2023 3:51:17 PM

      ຂປລ. ໃນໂອກາດເຂົ້າຮ່ວມ ກອງປະຊຸມຄົບຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຄັ້ງທີ 3 ສະໄໝທີ VIII ​ໃນ​ວັນ​ທີ 6 ທັນວາ 2023 ນີ້, ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ​ໄດ້​ມີ​ຄຳ​ເຫັນ​ໂອ​ລົມ​ຕໍ່​ກອງ​ປະຊຸມ ​ໂດຍ​ໄດ້ເນັ້ນໃຫ້ສະຫະພັນ​ແມ່ຍິງທຸກຂັ້ນ ເອົາໃຈໃສ່ຫລາຍບັນຫາສໍາຄັນ

    • ນາຍົກລັດຖະມົນຕີ ຕ້ອນຮັບ ເຈົ້າແຂວງຊຸງຊອງນຳໂດ ສ ເກົາຫລີການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບ ເຈົ້າແຂວງຊຸງຊອງນຳໂດ ສ ເກົາຫລີ

      12/7/2023 3:37:55 PM

      ຂປລ. ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຕ້ອນຮັບການເຂົ້າຢ້ຽມ​ຂໍ່ານັບຂອງ ທ່ານ ກິມ ເທ ຮຶມ (Kim Tea Heum) ເຈົ້າແຂວງ ຊຸງຊອງນຳໂດ ສ ເກົາຫລີ ພ້ອມຄະນະ ໃນວັນທີ 7 ທັນວາ 2023 ​ໃນ​ໂອກາດ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່ ສປປ ລາວ.

    • ລາວ-ຈີນ  ເພີ່ມທະວີວຽກງານໄອຍະການປະຊາຊົນການເມືອງ

      ລາວ-ຈີນ ເພີ່ມທະວີວຽກງານໄອຍະການປະຊາຊົນ

      12/7/2023 3:26:36 PM

      ຂປລ. ໃນວັນທີ 5 ທັນວາ 2023 ຜ່ານ​ມາ, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມ​ຄະນະ ໄດ້ພົບປະກັບ ຄະນະຜູ້ແທນຂັ້ນສູງອົງການໄອຍະການສູງສຸດ ແຫ່ງ ສປ ຈີນ ນຳໂດຍ ທ່ານ ຢິ່ງ ຢົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປ ຈີນ ​ໃນໂອກາດທີ່ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມ ໄອຍະການສູງສຸດ ຈີນ-ອາຊຽນ ຄັ້ງທີ 13 ທີ່ນະຄອນຫລວງ ຮ່າໂນ້ຍ ສສ ຫວຽດ ນາມ.

    • ເປີດເວທີສົນທະນາການຮ່ວມມື ລາວ-ຈີນ ພາຍໃຕ້ຫົວຂໍ້ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ IIການເມືອງ

      ເປີດເວທີສົນທະນາການຮ່ວມມື ລາວ-ຈີນ ພາຍໃຕ້ຫົວຂໍ້ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ II

      12/7/2023 3:18:49 PM

      ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ຮ່ວມກັບ ສຳນັກຂ່າວສານ ຊິນຮົວ ສປ ຈີນ, ສະພາການຄ້າຊາວຈີນຕ່າງດາວ ປະຈຳ ສປປ ລາວ ຈັດເວທີສົນທະ ນາການຮ່ວມມື ລາວ-ຈີນ ພາຍໃຕ້ຫົວຂໍ້ "ໜຶ່ງແລວ ໜຶ່ງເສັ້ນທາງ" ຄັ້ງທີ II ໃນວັນທີ 7 ທັນວາ 2023 ທີ່ນະຄອນຫລວງວຽງຈັນ ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະ ມົນຕີ, ທ່ານ ຟູ ຫົວ ຫົວໜ້າສຳນັກຂ່າວສານຊິນຮົວ ​ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top