ປີທ່ອງທ່ຽວລາວ 2024 ກຳນົດເອົາຮູບຊ້າງຖືແຄນເປັນສັນຍາລັກນຳໂຊກ

13/11/2023 18:03
Email Print 3681
ຂປລ ຂປລ. ປີທ່ອງທ່ຽວລາວ ຄັ້ງທີ 4 ປະຈຳປີ 2024 ຈະຈັດຂຶ້ນພາຍໃຕ້ຄຳຂວັນ “ທ່ອງທ່ຽວລາວ ປອດໄພ ຊື່ນໃຈໃນວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ” ແລະ ໄດ້ກຳນົດເອົາຮູບຊ້າງຖືແຄນ ເປັນສັນຍາລັກນຳໂຊກ ໃຫ້ແກ່ການທ່ອງທ່ຽວລາວ 2024, ພ້ອມທັງກຳນົດເອົາ 79 ກິດຈະກຳ. ໃນນີ້, ມີ 14 ກິດຈະກຳລະດັບຊາດ ແລະ 65 ກິດຈະກຳລະດັບແຂວງ.




ຂປລ. ປີທ່ອງທ່ຽວລາວ ຄັ້ງທີ 4 ປະຈຳປີ 2024 ຈະຈັດຂຶ້ນພາຍໃຕ້ຄຳຂວັນ “ທ່ອງທ່ຽວລາວ ປອດໄພ ຊື່ນໃຈໃນວັດທະນະທຳ
, ທຳມະຊາດ ແລະ ປະຫວັດສາດ” ແລະ ໄດ້ກຳນົດເອົາຮູບຊ້າງຖືແຄນ ເປັນສັນຍາລັກນຳໂຊກ ໃຫ້ແກ່ການທ່ອງທ່ຽວລາວ 2024, ພ້ອມທັງກຳນົດເອົາ 79 ກິດຈະກຳ. ໃນນີ້, ມີ 14 ກິດຈະກຳລະດັບຊາດ ແລະ 65 ກິດຈະກຳລະດັບແຂວງ.

ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຖະແຫລງຂ່າວກ່ຽວກັບ ການຈັດປີທ່ອງທ່ຽວລາວ 2024 ໃນວັນທີ 13 ພະຈິກ 2023 ນີ້ວ່າ: ການຈັດປີທ່ອງທ່ຽງລາວ 2024 ນີ້, ກະຊວງຖະເເຫລງຂ່າວ, ວັດທະນະທຳ ເເລະ ທ່ອງທ່ຽວ ຮ່ວມກັບພະແນກ ຖວທ ນະຄອນ ຫລວງ ເເລະ ບັນດາເເຂວງໃນທົ່ວປະເທດ ໄດ້ເປັນເອກະພາບກັນກຳນົດ ບັນດາກິດຈະກໍາ ທີ່ຈະຈັດຕັ້ງປະຕິບັດ ໃນປີທ່ອງທ່ຽວລາວ 2024 ໂດຍໄດ້ສະເໜີ ໃຫ້ລັດຖະບານຮັບຮອງ ແລະ ກໍານົດເອົາ 79 ກິດຈະກຳ, ໃນນີ້ມີ 14 ກິດຈະກຳລະດັບຊາດ ແລະ 65 ກິດຈະກຳລະດັບແຂວງ ເຊິ່ງຈະຈັດເຂົ້າໃນປະຕິທິນການທ່ອງທ່ຽວ ເພື່ອໃຫ້ນັກທ່ອງທ່ຽວ ສາມາດຄັດເລືອກທ່ອງທ່ຽວ ໄດ້ຕະຫລອດປີ ຕາມຄວາມເໝາະສົມ ແລະ ຕາມຄວາມສົນໃຈ. ພ້ອກັນນີ້, ຍັງໄດ້ຮ່ວມມືກັບບັນດາ ຜູ້ປະກອບການທຸລະກິດທ່ອງທ່ຽວ, ໂຮງເເຮມ, ເເຫລ່ງທ່ອງທ່ຽວ, ຮ້ານອາຫານ, ສາຍການບິນລາວ ເເລະ ຫົວໜ່ວຍທຸລະກິດ ທີ່ກ່ຽວຂ້ອງ ຈັດເປັນລາຍການທ່ອງທ່ຽວ. ທັງນີ້, ກໍເພື່ອເຮັດໃຫ້ບັນດາກິດຈະກໍາການທ່ອງທ່ຽວ ເເລະ ລາຍການທ່ອງທ່ຽວ ມີຄວາມກົມກຽວ, ເຊື່ອມຈອດລະຫວ່າງສູນກາງ ເເລະ ທ້ອງຖີ່ນ, ເເຂວງຕໍ່ເເຂວງ, ເເຂວງຕໍ່ເມືອງ ໃນຂອບເຂດ ທົ່ວປະເທດ ເເລະ ມີຮູບເເບບສົ່ງເສີມການຂາຍ ຕາມລະດູການໃນລາຄາທີ່ເໝາະສົມ.

ໃນປີ 2024 ຄາດຄະເນວ່າ ຈະມີນັກທ່ອງທ່ຽວສາກົນ ເດີນທາງເຂົ້າມາທ່ຽວ ສປປ ລາວ ປະມານ 2,7 ລ້ານເທື່ອຄົນ ແລະ ໃນປີ 2025 ນັກທ່ອງທ່ຽວສາກົນຈະບັນລຸເຖິງ 2,9 ລ້ານເທື່ອຄົນ. ເພື່ອເຮັດໃຫ້ການປະຕິບັດ ແຜນກິດຈະກຳ ປີທ່ອງທ່ຽວລາວ 2024 ບັນລຸຕາມລະດັບຄາດໝາຍ ທີ່ໄດ້ກຳນົດໄວ້ນັ້ນ,  ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຈະສຸມປະຕິບັດໃສ່ບັນດາໜ້າວຽກຕົ້ນຕໍ ເປັນຕົ້ນ ສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນກັບບັນດາ ຂະເເໜງການທີ່ກ່ຽວຂ້ອງຢູ່ສູນກາງ ເເລະ ທ້ອງຖິ່ນ ເພື່ອຈັດຕັ້ງຜັນຂະຫຍາຍ ກິດຈະກໍາລະດັບຊາດ, ລະດັບທ້ອງຖິ່ນເຂົ້າສູ່ ຊີວິດຕົວຈິງໃຫ້ທັນເວລາ, ພ້ອມທັງ ຈະສຸມໃສ່ປັບປຸງສິ່ງອຳນວຍ ຄວາມສະດວກດ້ານການ ທ່ອງທ່ຽວ, ສ້າງລາຍການທ່ອງທ່ຽວ ໃຫ້ມີຄວາມຫລາກຫລາຍ ຕອບສະໜອງຄວາມຕ້ອງການ ກັບທ່າອ່ຽງການຕະຫລາດທ່ອງທ່ຽວ ພາກພື້ນ ເເລະ ສາກົນ; ປັບປຸງຄຸນນະພາບການບໍລິການ ໃນຂະແໜງການທ່ອງທ່ຽວ, ການຕ້ອນ ຮັບທີ່ອົບອຸ່ນ, ຍີ້ມເເຍ້ມແຈ່ມໃສ, ປະທັບໃຈ ແລະ ຮັບປະກັນຄວາມປອດໄພ,  ເພີ່ມທະວີການໂຄສະນາປີທ່ອງທ່ຽວລາວຢ່າງແຂງແຮງ ໂດຍນຳໃຊ້ພາຫະນະສື່ມວນຊົນພາຍໃນ, ສື່ຕ່າງປະເທດ ເເລະ ການເຂົ້າຮ່ວມງານວາງສະເເດງ ການຕະຫລາດ ທ່ອງທ່ຽວສາກົນ.

ທ່ານນາງ ສວນສະຫວັນ ວິຍະເກດ ຍັງໃຫ້ຮູ້ອີກວ່າ: ສປປ ລາວ ເຄີຍຈັດປີທ່ອງທ່ຽວລາວ ມາແລ້ວ 3 ຄັ້ງ ຄື: ຄັ້ງທີ 1 ແມ່ນປີ 1999-2000, ຄັ້ງທີ 2 ແມ່ນປີ 2012, ຄັ້ງທີ 3 ແມ່ນ ປີ 2018  ເຊິ່ງໃນຫລາຍປີທີ່ຜ່ານມາ ພັກ-ລັດຖະບານລາວ ຍາມໃດກໍໃຫ້ຄວາມສຳຄັນ ເເລະ ຖືການທ່ອງທ່ຽວ ເປັນຂະແໜງການເສດຖະກິດປາຍແຫລມ ຂອງການພັດທະນາ ແລະ ເອົາໃຈໃສ່ຊີ້ນຳ-ນຳພາສ້າງເງື່ອນໄຂ ອຳນວຍຄວາມສະດວກ ໃຫ້ເເກ່ຂະເເໜງ ການທ່ອງ ທ່ຽວ, ໄດ້ກຳນົດນະໂຍບາຍພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ທາງດ້ານວັດທະນະທຳ, ປະຫວັດສາດ, ທຳມະຊາດ ແລະ ກະສິກຳ ເພື່ອເປັນທ່າແຮງດຶງດູດ ນັກທ່ອງທ່ຽວສາກົນ ເຂົ້າມາທ່ຽວປະເທດລາວ ນັບມື້ນັບເພີ່ມຂຶ້ນ, ສ້າງວຽກເຮັດງານທຳໃຫ້ແກ່ສັງຄົມ, ຊຸກຍູ້ການຜະລິດກະສິກຳ, ຫັດຖະກຳ, ທຸລະກິດປີ່ນອ້ອມ ຖືເປັນການສົ່ງອອກກັບທີ່ ແລະ ການກະຈາຍລາຍໄດ້ໄປສູ່ທ້ອງຖິ່ນ ກໍຄື ເຂດຊົນນະບົດຫ່າງໄກສອກຫລີກ ປະກອບສ່ວນເຂົ້າໃນ ການພັດທະນາ ເສດຖະກິດ-ສັງຄົມ ຂອງຊາດ.

ຂ່າວ: ທະນູທອງ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

    • ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ສໍາຫລວດເສັ້ນທາງການທ່ອງທ່ຽວຢູ່ແຂວງກຸຍໂຈວ ສປ ຈີນທ່ອງທ່ຽວ

      ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ສໍາຫລວດເສັ້ນທາງການທ່ອງທ່ຽວຢູ່ແຂວງກຸຍໂຈວ ສປ ຈີນ

      7/8/2025 2:26:32 PM

      ຂປລ. ໃນລະຫວ່າງ ວັນທີ 29 ມີຖຸນາ ຫາ 3 ກໍລະກົດ 2025 ຢູ່ແຂວງກຸຍໂຈວ ສປ ຈີນ. ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ເປັນບໍລິສັດໜຶ່ງທີ່ໄດ້ເຂົ້າຮ່ວມກອງປະຊຸມພົບປະການທ່ອງທ່ຽວ ລະຫວ່າງ ພະແນກການທ່ອງທ່ຽວແຂວງກຸຍໂຈວ ແລະ ບໍລິສັດທ່ອງທ່ຽວຈາກ ສປປ ລາວ, ໄທ ແລະ ມາເລເຊຍ

    • ໄປສຳພັດກັບຄວາມງາມອັນມະຫັດສະຈັນ ຂອງຖໍ້ານໍ້າລອດ ເຊບັ້ງໄຟທ່ອງທ່ຽວ

      ໄປສຳພັດກັບຄວາມງາມອັນມະຫັດສະຈັນ ຂອງຖໍ້ານໍ້າລອດ ເຊບັ້ງໄຟ

      7/7/2025 12:19:25 PM

      ຖ້ຳນ້ຳລອດ ເຊບັ້ງໄຟ, ຖ້ຳນີ້ບໍ່ຕັ້ງຢູ່ເມືອງເຊບັ້ງໄຟຕາມຊ່ື່ເລີຍ ແລະ ກໍບໍ່ແມ່ນຕົ້ນກຳເນີດຂອງນ້ຳເຊບັ້ງໄຟ ເພາະຄວາມຈິງແລ້ວຖ້ຳແຫ່ງນີ້ຕັ້ງຢູ່ບ້ານໜອງປີງ ເມືອງບົວລະພາ ແຂວງຄຳມ່ວນ ຫ່າງຈາກຕົວເມືອງໄປທາງທິດຕາເວັນອອກສຽງເໜືອປະມານ 15 ກິໂລແມັດ.

    • 6 ເດືອນຕົ້ນປີ ຫລວງພະບາງ ເກັບລາຍຮັບໄດ້ 1,2 ຕື້ກວ່າກີບທ່ອງທ່ຽວ

      6 ເດືອນຕົ້ນປີ ຫລວງພະບາງ ເກັບລາຍຮັບໄດ້ 1,2 ຕື້ກວ່າກີບ

      6/30/2025 1:22:05 PM

      ຂປລ. ໄລຍະ 6 ເດືອນຕົ້ນປີ 2025, ການຈັດຕັ້ງປະຕິບັດ-ຄຸ້ມຄອງ ການຈັດເກັບລາຍຮັບ ຢູ່ແຂວງຫລວງພະບາງ ປະຕິບັດໄດ້ 1,2 ຕື້ກວ່າກີບ, ເທົ່າກັບ 61,79% ເຊິ່ງທ່າແຮງພື້ນຖານ ໃນການສ້າງລາຍຮັບຫລັກ ແມ່ນການບໍລິການດ້ານການທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ອື່ນໆ.

ads
ads

Top