ຈໍາປາສັກ-ກອນຕູມ ສືບຕໍ່ ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ

27/09/2023 15:47
Email Print 1134
ຂປລ ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ຈໍາປາ​ສັກ ​ໃຫ້​ຮູ້​ວ່າ: ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາຄະນະພັກແຂວງ, ເຈົ້າແຂວງຈຳປາສັກ ໄດ້ນຳພາຄະນະ ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງກອນຕຸມ ສສ ຫວຽດນາມ ໃນວັນທີ 26 ກັນຍາ 2023 ເພື່ອສືບຕໍ່ລົງນາມບົດບັນທຶກການຮ່ວມມື ສອງຝ່າຍ ໄລຍະ 2023-2027

ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ຈໍາປາ​ສັກ ​ໃຫ້​ຮູ້​ວ່າ: ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາຄະນະພັກແຂວງ, ເຈົ້າແຂວງຈຳປາສັກ ໄດ້ນຳພາຄະນະ ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງກອນຕຸມ ສສ ຫວຽດນາມ ໃນວັນທີ 26 ກັນຍາ 2023 ເພື່ອສືບຕໍ່ລົງນາມບົດບັນທຶກການຮ່ວມມື ສອງຝ່າຍ ໄລຍະ 2023-2027 ໂດຍການຕ້ອນຮັບ ແລະ ຮ່ວມເຮັດວຽກຂອງ ສະຫາຍ ອາ ເບີດ ຮອງເລຂາ ຜູ້ປະຈຳການພັກແຂວງກອນຕູມ, ສະຫາຍ ເລ ງອກ ຕ໋ວນ ຮອງເລຂາພັກແຂວງ, ປະທານຄະນະກໍາມະການ ປະຊາຊົນແຂວງກອນຕູມ ​ແລະ ຜູ້ແທນສອງຝ່າຍ ເຂົ້າຮ່ວມ.

ໃນການພົບປະຢ້ຽມຢາມຄັ້ງນີ້, ຫົວໜ້າຄະນະຜູ້ແທນສອງຝ່າຍ ໄດ້ລາຍງານສະພາບການພັດ ທະນາເສດຖະກິດ-ສັງຄົມ ຂອງແຂວງ ແລະ ໝາກຜົນການຮ່ວມມື ລະຫວ່າງ ອົງການປົກຄອງ ແຂວງຈຳປາສັກ ສປປ ລາວ ແລະ ຄະນະກຳມະການປະຊາຊົນ ແຂວງກອນຕູມ ສສ ຫວຽດນາມ ໄລຍະຜ່ານມາ ແລະ ເນື້ອໃນການຮ່ວມມື ໃນຕໍ່ໜ້າ ໂດຍມີການແລກປ່ຽນຄຳເຫັນ ເພື່ອຄວາມເປັນເອກະພາບ ດ້ານເນື້ອໃນການຮ່ວມມື ໄລຍະ 2023-2027 ແນໃສ່ສືບຕໍ່ເພີ່ມທະວີ, ຮັດແໜ້ນ ແລະ ພັດທະນາສາຍພົວພັນ ມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ​ໂດຍສະເພາະ ການພົວພັນ ແລະ ຮ່ວມມື ຂອງສອງ​ແຂວງຈໍາປາສັກ ແລະ ກອນຕູມ ໃຫ້ນັບມື້ພັດທະນາເຂົ້າສູ່ລວງເລິກ ແລະ ມີປະ ສິດທິຜົນຍິ່ງໆຂຶ້ນ.

ໄລຍະຜ່ານມາ, ການພົວພັນ ແລະ ຮ່ວມມືສອງ ແຂວງຈຳປາສັກ ແລະ ກອນຕຸມ ໄດ້ຈັດຕັ້ງຄະ ນະຜູ້ແທນຂັ້ນສູງຜັດປ່ຽນກັນມາຢ້ຽມຢາມ, ພົບປະເຮັດວຽກແລກປ່ຽນບົດຮຽນ ແລະ ເຊັນບົດບັນ ທຶກຊ່ວຍຈໍາການຮ່ວມມື ເປັນປົກກະຕິ. ໃນປີ 2023, ຄະນະຜູ້ແທນແຂວງກອນຕູມ ໄດ້ເຂົ້າຮ່ວມ ເວທີປາໄສ ການເຊື່ອມໂຍງ-ເຊື່ອມຈອດ ຊຸກຍູ້ການຮ່ວມມື, ການລົງທຶນ, ການທ່ອງທ່ຽວລາວ-ຫວຽດ ນາມ-ໄທ ແລະ ຢ້ຽມຢາມອວຍພອນປີໃໝ່ລາວ, ພ້ອມທັງ ໄດ້ມອບເງິນ 400 ລ້ານດົງ ໃຫ້ແກ່ປະຊາ ຊົນທຸກຍາກແຂວງຈຳປາສັກ, ຊ່ວຍແຂວງຈຳປາສັກກວ່າ 1,6 ຕື້ດົງ ເພື່ອສ້າງ Website, ຊ່ວຍເຫລືອກໍ່ສ້າງຊັບພະຍາກອນມະນຸດ ໃຫ້ແຂວງຈຳປາສັກ 15 ທຶນ ຕໍ່ປີ ໃນການຮຽນພາສາຫວຽດ ແລະ ຮຽນວິຊາສະເພາະ ທີ່ສາຂາມະຫາວິທະຍາໄລດານັງ ແຂວງກອນຕູມ ແລະ ແຂວງຈຳປາສັກ ໄດ້ຊ່ວຍເຫຼືອກໍ່ສ້າງພະນັກງານ ແຂວງກອນຕູມ ໃນການບຳລຸງພາສາລາວ 9 ເດືອນ ແລະ  ສອງຝ່າຍໄດ້ສ້າງເງື່ອນໄຂ ອຳນວຍຄວາມສະດວກ ແລະ ສົ່ງເສີມບັນດາວິສາຫະກິດ ຂອງສອງແຂວງ ຊອກຮູ້ໂອກາດການຮ່ວມມື ແລະ ການລົງທຶນ, ການເຊື່ອມຈອດ ແລະ ການທ່ອງທ່ຽວ, ສອງແຂວງໄດ້ແຕ່ງຕັ້ງວິສາຫະກິດ ເຂົ້າຮ່ວມວາງສະແດງສິນຄ້າ ທີ່ສອງແຂວງໄດ້ຈັດຂຶ້ນໃນແຕ່ລະປີ

ເພື່ອເປັນທິດທາງການຮ່ວມມືໃນຕໍ່ໜ້າ ລະຫວ່າງ ແຂວງຈໍາປາສັກ ແລະ ແຂວງກອນຕູມ ໄລ ຍະ 2022-2027 ຫົວໜ້າຄະນະຜູ້ແທນສອງຢ່າຍ ຍັງໄດ້ລົງນາມບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມືຫລາຍຂົງເຂດ ໂດຍຈະສືບຕໍ່ເພີ່ມທະວີ ການພົວພັນຮ່ວມມື ທາງດ້ານການເມືອງ, ການທູດ ໃຫ້ເຂົ້າສູ່ລວງເລິກ, ຕິດພັນກັນຢ່າງສະໜິດແໜ້ນ, ຄວາມໄວ້ເນື້ອເຊື່ອໃຈ ໃຫ້ໄດ້ປະສິດທິຜົນສູງກວ່າເກົ່າ,  ການຮ່ວມມືທາງດ້ານເສດຖະກິດ ຈະເພີ່ມທະວີເປີດກວ້າງ ການຮ່ວມມື ລະຫວ່າງ ສອງທ້ອງຖິ່ນ ໂດຍສະເພາະບັນດາເມືອງ, ນະຄອນ ຂອງສອງທ້ອງຖິ່ນ ໄດ້ມີການພົບປະ ແລະ ຮ່ວມມືກັນ; ຊຸກຍູ້ເຊື່ອມໂຍງ-ເຊື່ອມຈອດ ການທ່ອງທ່ຽວ ລະຫວ່າງ 2 ແຂວງ ແລະ ຜັນຂະຫຍາຍແຜນການ ພັດທະນາການ ທ່ອງທ່ຽວເຂດ 3 ຫລ່ຽມ ພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ແລະ ຊຸກຍູ້ການຮ່ວມມືຂອງຂະ   ແໜງກະສິກໍາ ແລະ ພັດທະນາຊົນນະບົດ, ເພີ່ມທະວີວຽກງານແລກປ່ຽນວິຊາການ, ເຕັກນິກກໍ່ສ້າງຕົວແບບການພັດທະນາກະສິກໍາ, ຊົນນະບົດ, ລຶບລ້າງຄວາມທຸກຍາກ ແລະ ອື່ນໆ.

ໃນໂອກາດຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງກອນຕູມ, ສະຫາຍ ວິໄລວົງ ບຸດດາຄຳ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມກຸ່ມຜະລິດກາເຟ, ເບິ່ງສ່ວນຖົ່ວລຽນ ທີ່ເປັນພື້ນຖານການຜະລິດ ດ້ານກະສິກຳ ຂອງແຂວງກອນຕູມ ສສ ຫວຽດນາມ ຕຶ່ມອີກ.

ຂ່າວ: ທັດຊະນະ
KPL

ຂ່າວອື່ນໆ

ads
ads

Top