ຟີລິບປິນ ນໍາເຂົ້າເຂົ້າ ຫລາຍທີ່ສຸດ ໃນໂລກ

19/09/2023 15:56
Email Print 526
ຂປລ ໂດຍອ້າງຕາມ ຂໍ້ມູນ ຈາກ ກະຊວງ ກະສິກຳ ສ.ອາເມລິກາ ລາຍງານວ່າ ຟີລິບປິນ ໄດ້ອະນຸມັດການນໍາເຂົ້າ ເຂົ້າ ຈຳນວນ 3,9 ລ້ານເມຕິກໂຕນ ລະຫວ່າງ ເດືອນມັງກອນ ປີ 2022 ຈົນເຖິງ ເດືອນທັນວາ ປີ 2023. ນີ້ຖືເປັນ ປະເທດໜຶ່ງ ທີ່ນໍາເຂົ້າ ເຂົ້າ ຫລາຍທີ່ສຸດ ຂອງໂລກ ໃນປີນີ້

ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກນະຄອນຫລວງ ມານິລາ ປະເທດ ຟີລິບປິນ ເມື່ອວັນທີ 18 ກັນຍາວ່າ:​ ໂດຍອ້າງຕາມ ຂໍ້ມູນ ຈາກ ກະຊວງ ກະສິກຳ ສ.ອາເມລິກາ ລາຍງານວ່າ ຟີລິບປິນ ໄດ້ອະນຸມັດການນໍາເຂົ້າ ເຂົ້າ ຈຳນວນ 3,9 ລ້ານເມຕິກໂຕນ ລະຫວ່າງ ເດືອນມັງກອນ ປີ 2022 ຈົນເຖິງ ເດືອນທັນວາ ປີ 2023. ນີ້ຖືເປັນ ປະເທດໜຶ່ງ ທີ່ນໍາເຂົ້າ ເຂົ້າ ຫລາຍທີ່ສຸດ ຂອງໂລກ ໃນປີນີ້ , ຊຶ່ງເປັນ ຕົວເລກ ລື່ນກາຍ ຈີນ, ຊຶ່ງຄອງສະຖິຕິ ຜູ້ນໍາເຂົ້າ ເຂົ້າ ລາຍໃຫຍ່ ທີ່ສຸດ ຂອງໂລກ ນັບແຕ່ ປີ 2019 ແລະ ອະນຸມັດ ໃຫ້ນໍາເຂົ້າ ເຂົ້າ 3,5 ລ້ານເມຕິກໂຕນ ໃນໄລະເວລາ ດຽວກັນ.

ທັງນີ້ ຟີລິບປິນ ນໍາເຂົ້າ ເຂົ້າຈາກໄທ ແລະ ຫວຽດນາມ ຫລາຍທີ່ສຸດ ໂດຍທັງສອງ ປະເທດ ເປັນຜູ້ສົ່ງອອກເຂົ້າ ລາຍໃຫຍ່ ອັນດັບ 2 ແລະ ອັນດັບ 3 ຂອງ ໂລກ ຕາມລຳດັບ , ຖັດຈາກ ອິນເດຍ. ນອກນັ້ນ, ໄທ ແລະ ຫວຽດນາມ ໃຫ້ຮູ້ວ່າ ອິນເດຍ ຢຸດຕິ ການສົ່ງອອກເຂົ້າ ເກືອບທຸກຊະນິດ ຕັ້ງແຕ່ ວັນທີ 20 ກໍລະກົດ ຜ່ານມາ ຈະເພີ່ມໂອກາດ ໃຫ້ເຂົ້າ ຂອງ ປະເທດຕົນ ໄດ້ສົ່ງອອກ ໄປຍັງປະເທດຕ່າງໆ ໄດ້ຫລາຍຂຶ້ນ ແລະ ອື່ນໆ. /

KPL

ຂ່າວອື່ນໆ

ads
ads

Top