ສປປ ລາວ ສຳເລັດການປະຊາສໍາພັນ ດຶງດູດການລົງທຶນຢູ່ນິຄົມ ອຸດສາຫະກໍາອັດສະລິຍະອາຊີ-ໂປຕາສສາກົນ ແຂວງຄໍາມ່ວນ ທີ່ ສປ ຈີນ

13/07/2023 11:06
Email Print 20555
ຂປລ ຂປລ. ໃນ​ວັນ​ທີ 3-6 ກໍ­ລະ­ກົດ 2023, ກອງ​ປະ­ຊຸມ​ປະ​ຊາ​ສໍາ​ພັນ​ການ​ລົງ­ທຶນ ແລະ ພິ­ທີ​ເຊັນ​ບົດ​ບັນ­ທຶກ​​ການ​ຮ່ວມ​ມື​ລົງ­ທຶນ ຢູ່​ນິ­ຄົມ​ອຸດ​ສາ​ຫະ​ກໍາ​ອັດ​ສະ​ລິ​ຍະອາ​ຊີ​-​ໂປ​ຕາສສາ­ກົນ ແຂວງ​ຄໍາ​ມ່ວນ ສປປ ລາວ ໄດ້​ຈັດ​ຂຶ້ນ​ຢ່າງ​ຍິ່ງ​ໃຫຍ່​ທີ່​ນະ ຄອນ​ກວາງ​ໂຈວ ສປ ຈີນ, ເຊິ່ງ​​ເປັນ​ເຈົ້າ­ພາບ​​ໂດຍ ກະ­ຊວງອຸດ​ສາ​ຫະ​ກໍາ ແລະ ການ​ຄ້າ ແລະ ອໍາ​ນາດ​ການ​ປົກຄອງ​ແຂວງ​ຄໍາ​ມ່ວນ ສປປ ລາວ. ກອງ​ປະ­ຊຸມ​ປະ​ຊາ​ສໍາ​ພັນ​ການ​ລົງ­ທຶນ​ຄັ້ງ​ນີ້, ແມ່ນ​ກອງ​ປະ­ຊຸມ​ປະ​ຊາ​ສໍາ​ພັນ​ດຶງ​ດູດ​ການ​ລົງ­ທຶນໃນຂະແໜງ​ອຸດ­ສາ­ຫະ­ກຳ​ຂະ­ໜາດ​ໃຫຍ່​ຄັ້ງ​ທໍາ​ອິດ ​ທີ່​​ລັດ­ຖະ­ບານ​ລາວ​ ຈັດ​ຂຶ້ນ​ຢູ່​ຕ່າງ­ປະ­ເທດ ເຊິ່ງ​ແຕກ​ຕ່າງ​ຈາກ​ກອງ​ປະ­ຊຸມ​ປະ​ຊາ​ສໍາ​ພັນ​ ການ​ລົງ­ທຶນ​ກໍ່­ສ້າງ​ພື້ນ­ຖານ​ໂຄງ​ລ່າງ​ທີ່​​ລັດ­ຖະ­ບານ​ລາວ​ ຈັດ​ຂຶ້ນ​ໃນ​ຄັ້ງ​ກ່ອນ.


ຂປລ.ໃນ​ວັນ​ທີ 3-6 ກໍ­ລະ­ກົດ 2023, ກອງ​ປະ­ຊຸມ​ປະ​ຊາ​ສໍາ​ພັນ​ການ​ລົງ­ທຶນ ແລະ ພິ­ທີ​ເຊັນບົດ​ບັນ­ທຶກ​​ການ​ຮ່ວມ​ມື​ລົງ­ທຶນ ຢູ່​ນິ­ຄົມ​ອຸດ​ສາ​ຫະ​ກໍາ​ອັດ​ສະ​ລິ​ຍະອາ​ຊີ​-​ໂປ​ຕາສສາ­ກົນ ແຂວງ​ຄໍາ​ມ່ວນ ສປປ ລາວ ໄດ້​ຈັດ​ຂຶ້ນ​ຢ່າງ​ຍິ່ງ​ໃຫຍ່​ທີ່​ນະ ຄອນ​ກວາງ​ໂຈວ ສປ ຈີນ, ເຊິ່ງ​​ເປັນ​ເຈົ້າ­ພາບ​​ໂດຍ ກະ­ຊວງອຸດ​ສາ​ຫະ​ກໍາ ແລະ ການ​ຄ້າ ແລະ ອໍາ​ນາດ​ການ​ປົກຄອງ​ແຂວງ​ຄໍາ​ມ່ວນ ສປປ ລາວ. ກອງ​ປະ­ຊຸມ​ປະ​ຊາ​ສໍາ​ພັນ​ການ​ລົງ­ທຶນ​ຄັ້ງ​ນີ້, ແມ່ນ​ກອງ​ປະ­ຊຸມ​ປະ​ຊາ​ສໍາ​ພັນ​ດຶງ​ດູດ​ການ​ລົງ­ທຶນໃນຂະແໜງ​ອຸດ­ສາ­ຫະ­ກຳ​ຂະ­ໜາດ​ໃຫຍ່​ຄັ້ງ​ທໍາ​ອິດ ​ທີ່​​ລັດ­ຖະ­ບານ​ລາວ​ ຈັດ​ຂຶ້ນ​ຢູ່​ຕ່າງ­ປະ­ເທດ ເຊິ່ງ​ແຕກ​ຕ່າງ​ຈາກ​ກອງ​ປະ­ຊຸມ​ປະ​ຊາ​ສໍາ​ພັນ​ ການ​ລົງ­ທຶນ​ກໍ່­ສ້າງ​ພື້ນ­ຖານ​ໂຄງ​ລ່າງ​ທີ່​​ລັດ­ຖະ­ບານ​ລາວ​ ຈັດ​ຂຶ້ນ​ໃນ​ຄັ້ງ​ກ່ອນ. ກອງ​ປະ­ຊຸມໄດ້​ແບ່ງ​ອອກ​ເປັນ 3 ວາ­ລະຄື: ວາ­ລະ​ປະ­ຊຸມ​ເຈ­ລະ­ຈາ​ລະ­ດັບ​ສູງ​ລະ­ຫວ່າງລັດ­ຖະ­ບານ ແລະ ວິສາຫະກິດ, ວາ­ລະ​ປຶກສາ​ຫາ­ລື​ປະ­ຊາ­ສຳ­ພັນ​ການ​ລົງ­ທຶນ​ຂອງ​ບໍ­ລິ­ສັດ ແລະ ວາ­ລະ​ພິ­ທີ​ເຊັນ​ບົດ​ບັນ­ທຶກ​​ການ​ຮ່ວມ​ມືລົງທຶນ ໂດຍ​ລັດຖະບານ​ ໄດ້​ຖື​ເອົາ​ນິ­ຄົມ​ອຸດ​ສາ​ຫະ​ກໍາ​ອັດ​ສະ​ລິ​ຍະອາ​ຊີ​-​ໂປ​ຕາສສາ­ກົນ ເປັນ​ເຂດ​ພັດ­ທະ­ນາ​ລະ­ດັບ​ສູງ​ໃໝ່.

ບັນ­ດາ​ຜູ້​ເຂົ້າ​ຮ່ວມ​ໃນ​ງານ​ປະ­ກອບ​ມີຫລາຍ​ 100 ບໍ­ລິ­ສັດ, ນັກ​ລົງ­ທຶນ ແລະ ອົງ­ກອນ​ການ​ເງິນ​ຕ່າງໆ​ທີ່​ມີ​ຊື່​ສຽງ​ໃນ ສປຈີນ ເຂົ້າ​ຮ່ວມ ເຊິ່ງ​ໄດ້​ສະ­ແດງ​ໃຫ້​ທົ່ວ​ໂລກເຫັນ​ເຖິງ​ທ່າ­ແຮງ​ການ​ພັດ­ທະ­ນາ​ຂອງ ສປປ ລາວ. ການ​ຈັດ​ກອງ​ປະ­ຊຸມ​ໃນ​ຄັ້ງ​ນີ້ ໄດ້​ຮັບ​ຜົນ­ສຳ­ເລັດ​ຢ່າງ​ມີ​ປະ­ສິດ­ທິ­ພາບ ແລະ ມີ​ປະ­ສິດ​ທິ​ຜົນ​ສູງ, ໄດ້​ສໍາ​ເລັດ​ການ​ລົງ​ນາມຈໍາ​ນວນ 10 ໂຄງການ, ລວມ​ຍອດ​ມູນ​ຄ່າ​ການ​ລົງ­ທຶນ 835 ລ້ານໂດ​ລາ ຫລື ທຽບ​ເທົ່າ 15.100 ຕື້ກີບ. ໃນ​ນັ້ນ, ລວມ​ມີ​ບັນ­ດາ​ໂຄງ­ການ​ທີ່​ກ່ຽວ­ຂ້ອງ​ກັບ​ຕ່ອງ​ໂສ້​ອຸດ­ສາ­ຫະ­ກຳ​ເຊັ່ນ:  ໂຄງ­ການຄ​ລໍ​-​ອັນ​ຄາ​ໄລ (chlor-alkali), ໂຄງ­ການ​ປຸງ​ແຕ່ງ​ໂບຣ​ມິນ,         ໂຄງ­ການ​ແບ​ດ​ເຕີ​ຣີ​ກະ­ແສວາ​ເນ​ດຽມ/ສັງ​ກະ​ສີ​-​ໂບຣ​ມິນ Vanadium/zinc-bromine ແລະໂຄງ­ການ​ອຸດ​ສາ​ຫະ​ກໍາ​ທີ່​ພົ້ນ​ເດັ່ນ​ ເຊັ່ນ: ວິ­ທະ­ຍາ­ສາດ​ຊີ­ວະ​ພາບ​ວິ­ທະ­ຍາ ແລະ ການ​ຜະ­ລິດ​ອັດ​ສະ​ລິ​ຍະ ເຊິ່ງ​ຄາດ​ວ່າເມື່ອ​ບັນ­ດາ​ໂຄງ­ການ​ທັງ​ໝົດ​ສຳ­ເລັດ ລວມ​ຍອດ​ມູນ​ຄ່າ​ຜົນ​ຜະ­ລິດ​ຂອງ​ໂຄງ­ການຈະ​ສູງ​ເກີນ 2 ຕື້ໂດ​ລາ ຫລື ທຽບ​ເທົ່າ 36.200 ຕື້ກີບ. ໂດຍ​ອີງ​ຕາມ​ທິດ​ຊີ້​ນໍາ​ຂອງ​ພັກ, ລັດ­ຖະ­ບານ ແລະ ສະ­ພາ​ແຫ່ງ​ຊາດກ່ຽວ​ກັບການ​ຮັກ­ສາ​ສະ ຖຽນ​ລະ​ພາບ​ຂອງ​ເສດ­ຖະ­ກິດ, ດຶງ​ດູດ​ການ​ລົງ­ທຶນ​ຈາກ​ຕ່າງ­ປະ­ເທດ, ສ້າງ​ລາຍ​ຮັບ​ເງິນ­ຕາ​ຕ່າງ­ປະ­ເທດ, ທົດ​ແທນ​ການ​ນຳ​ເຂົ້າ, ນີ້​ເປັນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດແລະເປັນ​ອີກ​ບາດ­ກ້າວ​ໜຶ່ງ​ ແຫ່ງ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ຂອງ​ປະ­ເທດ​ລາວ.

ການ​ແກ້​ໄຂ​ຄວາມ​ຫຍຸ້ງ­ຍາກ​ດ້ານ​ເສດ­ຖະ­ກິດ, ເປີດ​ປະ­ຕູ​ສູ່​ພາຍ​ນອກແລະການ​ພັດ­ທະ­ນາແມ່ນ​ເປົ້າ​ໝາຍ​ສຳ​ຄັນ.

ເພື່ອ​ແນ­ໃສ່​ແກ້​ໄຂ​ບັນ­ຫາ​ ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ຂອງ​ປະ­ເທດ​ລາວ​ໃນປັດ­ຈຸ​ບັນ​ ຢ່າງ​ມີ​ປະ­ສິດ​ທິ​ຜົນ ເຊັ່ນ: ໄພ​ເງິນ​ເຟີ້, ເງິນ​ກີບ​ອ່ອນ​ຄ່າ ແລະ ຄັງ​ສຳ­ຮອງ​ເງິນ­ຕາ​ຕ່າງ­ປະ­ເທດ​ບໍ່​ພຽງ​ພໍ. ໃນ​ກອງ​ປະ­ຊຸມ, ທ່ານ ມະ​ໄລ​ທອງ ກົມ​ມະ​ສິດ ລັດ­ຖະ­ມົນ­ຕີກະ­ຊວງ​ອຸດ​ສາ​ຫະ​ກໍາ ແລະ ການ​ຄ້າ, ທ່ານ ວັນ​ໄຊ ພອງ​ສະ­ຫວັນ ເຈົ້າ­ແຂວງແຂວງ​ຄໍາ​ມ່ວນ, ທ່ານGuo Baichun ປະ­ທານບໍ­ລິ­ສັດອາ​ຊີ​-​ໂປ​ຕາສສາ­ກົນຈໍາ​ກັດ, ພ້ອມ​ດ້ວຍກຸ່ມ​ຜູ້​ບໍ­ລິ­ຫານ​ລະ­ດັບ​ສູງໄດ້​ລົງ​ເລິກ​ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ການ​ລົງ­ທຶນ ແລະ ການ​ພັດ­ທະ­ນາເສດຖະກິດ ໂດຍສະເພາະແມ່ນການພັດທະນາອຸດສາຫະກໍາ​ຢູ່​ປະ­ເທດ​ລາວ.

          ທ່ານ Guo Baichun ກ່າວ​ວ່າ: ຄວາມ​ຫຍຸ້ງ­ຍາກ​ດ້ານ​ເສດ­ຖະ­ກິດທີ່ ສປປ ລາວ ກຳ­ລັງ​ຜະ​ເຊີນ​ໜ້າ​ໃນປັດ­ຈຸ​ບັນ​ເປັນ​ພຽງ​ຊົ່ວ​ຄາວ​ເທົ່າ​ນັ້ນ, ການ​ພັດ­ທະ­ນາ​ເປັນ​ວິ­ທີ​ທາງ​ແກ້​ໄຂ​ທີ່​ດີ​ທີ່​ສຸດ, ພຽງ​ແຕ່​ຕ້ອງ​ຮັກ­ສາ​ນະ­ໂຍ­ບາຍ​ເປີດ​ປະ­ຕູ​ສູ່​ພາຍ​ນອກ​ຢ່າງ​ມີ​ສະ­ຖຽນ​ລະ​ພາບ, ຂໍ້​ໄດ້​ປຽບ​ຂອງ​ປະ­ເທດ​ລາວຈະ​ດຶງ​ດູດ​ການ​ລົງ­ທຶນ​ນັບ​ມື້​ນັບ​ຫລາຍ​ຂຶ້ນ, ທຸກ​ບັນ­ຫາ​ສາ­ມາດ​ແກ້​ໄຂ​ໄດ້ ແລະ ບໍ­ລິ­ສັດອາ​ຊີ​-​ໂປ​ຕາສສາ­ກົນ ມີ​ຄວາມ​ຍິນ­ດີ​ເປັນ​ຢ່າງ​ສູງ​ໃນ​ການ​ຮ່ວມ​ມື​ຊ່ວຍ​ເຫລືອ. ປະ­ເທດ​ລາວ​ ມີ​ທ່າ​ໄດ້​ປຽບ​ຂອງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ, ພະ­ລັງ­ງານ​ໄຟ­ຟ້າ, ແຮງ​ງານ ແລະ ຕະ­ຫລາດໂດຍ​ລັດ­ຖະ­ບານ​ລາວ ຖື​ເອົາ​ນິ­ຄົມ​ອຸດ​ສາ​ຫະ​ກໍາ​ອັດ​ສະ​ລິ​ຍະອາ​ຊີ​-​ໂປ​ຕາສສາ­ກົນ ເປັນ​ເວ­ທີ ໃນ​ການ​ປະ​ຊາ​ສໍາ​ພັນ​ດຶງ​ດູດ​ການ​ລົງ­ທຶນ​ຕ່າງປະເທດ ເຊິ່ງ​ໄດ້​ຮັບ​ຄວາມ​ສົນ­ໃຈ​ຢ່າງ​ຫລວງ­ຫລາຍ ຈາກ​ບັນ­ດາ​ນັກ­ທຸ­ລະ­ກິດ​ຈີນ, ນັກ​ລົງ­ທຶນ​ຈີນ ແລະ ອົງ­ກອນ​ການ​ເງິນ. ຂ້າ­ພະເຈົ້າສະ­ເໜີ​ໃຫ້​ລັດ­ຖະ­ບານ​ລາວ ຖື​ເອົາ​ກາ­ລະ​ໂອ­ກາດ​ນີ້ ​ເພື່ອ​ຊຸກ­ຍູ້​ໃຫ້​ນັກ​ລົງ­ທຶນ​ຈີນໄປ​ລົງທຶນ​ຢູ່​ປະເທດ​ລາວ, ນຳ​ໃຊ້​ທ່າ​ໄດ້​ປຽບ​ຂອງ​ລາວ​ ເພື່ອ​ເຊື່ອມ​ໂຍງ​ກັບ​ຕະ­ຫລາດ​ໂລກ ແລະ ຊຸກ­ຍູ້​ການ​ພັດ­ທະ­ນາ​ເສດຖະ­ກິດ​ຂອງ​ລາວ ​ໃຫ້​ມີ​ຄວາມ​ເຂັ້ມ ­ແຂງແລະໝັ້ນ­ຄົງ. ປັດ­ຈຸ​ບັນ, ບັນ­ດາ​ວິ​ສາ​ຫະ​ກິດ​ຈີນ​ຫລາຍ​ແຫ່ງ​ມີ​ຄວາມ​ເຕັມ​ໃຈ​ຮ່ວມ​ມື​ລົງ­ທຶນໃນ​ຂົງ­ເຂດ​ອຸດ­ສາ­ຫະ­ກຳອະ​ໂປ​ຕາສ ຂອງນິ­ຄົມ​ອຸດ​ສາ​ຫະ​ກໍາ​ອັດ​ສະ​ລິ​ຍະອາ​ຊີ​-​ໂປ​ຕາສສາ­ກົນ ເຊິ່ງ​ເປັນ​ການ​ຜະລິດທົດ​ແທນ​ການ​ນໍາ​ເຂົ້າ ແລະ ສ້າງ​ລາຍ​ຮັບ​ເງິນ­ຕາ​ຕ່າງ­ປະ­ເທດ​ໂດຍ​ການ​ສົ່ງ​ອອກ, ເປັນ​ການ​ເພີ່ມ​ຄັງ​ສຳ­ຮອງ​ເງິນ­ຕາ​ຕ່າງປະເທດສ້າງ​ລາຍ​ຮັບ​ໃຫ້​ປະ­ຊາຊົນ, ແກ້​ໄຂ​ບັນ­ຫາ​ທີ່​ຜະ­ເຊີນ​ໃນ​ປັດ­ຈຸ​ບັນ ເພື່ອ​ການ​ພັດ­ທະ­ນາ​ໃນ​ອະ­ນາ­ຄົດ​ຂອງ ສປປ ລາວ.

          ທ່ານ ມະ​ໄລ​ທອງ ກົມ​ມະ​ສິດ ແລະ ທ່ານ ວັນ​ໄຊ ພອງ​ສະ­ຫວັນ ເຫັນ​ດີ​ຕໍ່​ກັບ​ຂໍ້​ສະ­ເໜີ​ຂອງ​ ທ່ານ Guo Baichun. ທ່ານມະ​ໄລ​ທອງກົມ​ມະ​ສິດກ່າວ​ວ່າ: ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງ­ຍາກ​ດ້ານ​ເສດ­ຖະ­ກິດ​ໃນ​ປັດ­ຈຸ​ບັນ ​ຢູ່​ປະເທດ​ລາວ, ຕ້ອງ​ພັດ­ທະ­ນາ​ເສດ­ຖະ­ກິດ ແລະ ເຮັດ​ໃຫ້​ເສດ­ຖະ­ກິດ​ມີ​ການ​ແຂ່ງ­ຂັນ​ໄດ້. ຂ້າ­ພະ­ເຈົ້າສະ­ໜັບ­ສະ­ໜູນ​ແນວ​ຄວາມ​ຄິດ​ທີ່​ວ່າ: “ບໍ່​ມີ​ກະ­ສິ­ກຳບໍ່​ມີ​ສະ­ຖຽນ​ລະ​ພາບ, ບໍ່​ມີ​ອຸດ­ສາ­ຫະ­ກຳບໍ່​ມີ​ຄວາມ​ເຂັ້ມ­ແຂງ, ບໍ່​ມີ​ການ​ຄ້າບໍ່​ມີ​ຄວາມ​ຮັ່ງ­ມີ”, ຈຶ່ງ​ຈຳ­ເປັນ​ຕ້ອງ​ຊຸກ­ຍູ້​ອຸດ­ສາ­ຫະ­ກຳ​ໃຫ້​ເປັນ​ເສົາ​ຫລັກ​ສຳ­ຄັນ​ໃນ​ການ​ພັດ­ທະ­ນາ, ສົ່ງເສີມການຜະລິດອຸດສາຫະກໍາປຸງແຕ່ງທົດ​ແທນ​ການ​ນໍາ​ເຂົ້າ ແລະ ສ້າງ​ລາຍ​ຮັບ​ເງິນ­ຕາ​ຕ່າງ­ປະ­ເທດ ​ໂດຍ​ການ​ສົ່ງ​ອອກ. ລັດ­ຖະ­ບານ​ລາວ ຈະ​ສ້າງ​ສະ­ພາບ​ແວດ​ລ້ອມ​ການ​ລົງ­ທຶນ​ໃຫ້​ຢ່າງ​ເປີດ​ກວ້າງ ແລະ ຮອບ­ດ້ານ ເພື່ອ​ດຶງ​ດູດ​ວິ​ສາ​ຫະ​ກິດ​ຈາກ​ຕ່າງ­ປະ­ເທດ​ ເຂົ້າ​ມາ​ລົງ­ທຶນ​ຢູ່​ລາວ​ ໃຫ້​ຫລາຍ​ຂຶ້ນ ແລະ ສະໜັບ­ສະ­ໜູນ​ໃຫ້­ການ​ພັດ­ທະ­ນາ​ວິ​ສາ​ຫະ​ກິດ​ຂອງ​ພວກ​ເຂົາ​ມີ​ຄວາມ​ເຂັ້ມ​ແຂງ, ຄຽງຄູ່ກັບການພັດທະ ນາເສດຖະກິດລາວ ໃຫ້ມີຄວາມເຂັ້ມແຂງ.

ຕີ​ລາ­ຄາ​ຕໍ່​ກັບ​ນະ­ໂຍ­ບາຍ​ສົ່ງ­ເສີມ​ການ​ລົງ­ທຶນ​ເພື່ອ​ເພີ່ມ​ທະ­ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ການ​ລົງ­ທຶນ​ຕ່າງ​ປະ​ເທດ.

ເພື່ອ​ໃຫ້​ນັກ​ລົງ­ທຶນ​ມີ​ຄວາມ​ເຂົ້າ­ໃຈ​ປະ­ເທດ​ລາວ​ຫລາຍ​ຂຶ້ນ, ທ່ານ ມະ​ໄລ​ທອງ ກົມ​ມະ​ສິດ, ທ່ານ ວັນ​ໄຊ ພອງ​ສະ­ຫວັນ ແລະ ບໍ­ລິ­ສັດອາ​ຊີ​-​ໂປ​ຕາສສາ­ກົນ ໄດ້​ເຊື້ອ​ເຊີນ​ບັນ­ດາ​ບໍ­ລິ­ສັດ​ລົງ­ທຶນ​ຂອງ​ຈີນ ແລະ ອົງ­ກອນ​ການ​ເງິນ​ສາ ກົນເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ພົບ​ປະ​ສົນ­ທະນາ​ໃນ​ຄັ້ງ​ນີ້ ໂດຍ​ປິ່ນ​ອ້ອມ​ການ​ເລັ່ງ​ຊຸກ­ຍູ້​ການ​ກໍ່­ສ້າງ​ໂຄງ­ການ, ເລັ່ງ​ປັບ​ຕົວ​ເຂົ້າ​ກັບ​ການ​ພັດ­ທະ­ນາ​ຂອງ​ລາວ, ສະ­ໜອງ​ນະ­ໂຍ­ບາຍ​ສະ­ໜັບ­ສະ­ໜູນ ແລະ ແນວ­ທາງ​ຕ່າງໆ, ສຶກ­ສາ​ຄົ້ນ​ຄ້​ວາ​ຄວາມ​ຕ້ອງ­ການ​ຂອງ​ວິ​ສາ​ຫະ​ກິດ​ທີ່​ຈະ​ເຂົ້າມາລົງທຶນໃນນິ­ຄົມ​ອຸດ​ສາ​ຫະ​ກໍາ, ໃຫ້​ຄໍາ​ຕອບ​ລະ­ອຽດ​ກ່ຽວ​ກັບ​ບັນ​ຫາ​ສໍາ​ຄັນ​ຕ່າງໆ​ດ້ານ​ແນວ ທາງ​ນະ­ໂຍ­ບາຍ,  ທ່າ​ໄດ້​ປຽບ​ຂອງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ, ການ​ພັດ­ທະ­ນາ​ອຸດ​ສາ​ຫະ​ກໍາ ແລະ ບັນ­ຫາ​ທີ່​ສົນ­ໃຈ​ຕ່າງໆ. ກອງ​ປະ­ຊຸມໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ບັນ­ດາ​ແຂກ​ເຂົ້າ​ຮ່ວມ ແລະ ໄດ້​ເພີ່ມ​ທະ­ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ແກ່​ບັນ­ດາ​ວິ​ສາ​ຫະ​ກິດ​ຈີນເພື່ອ​ເຂົ້າ​ມາ​ລົງ­ທຶນ​ຢູ່ສປປລາວ.

ທ່ານ ມະ​ໄລ​ທອງ ກົມ​ມະ​ສິດ ກ່າວ​ໃນ​ກອງ​ປະ­ຊຸມ​ວ່າ: ເຖິງ​ວ່າ​ປັດ­ຈຸ­ບັນ ​ເສດ­ຖະ­ກິດ​ໂລກ​ຈະ​ຕົກ​ຢູ່​ໃນ​ສະພາບ​ຖົດ​ຖອຍ​ກໍຕາມ, ແຕ່​ອັດ­ຕາ​ການ​ເຕີບ​ໂຕ​ເສດ­ຖະ­ກິດ​ຂອງສປປລາວຍັງ​ຢູ່​ 4,8%. ພາຍ​ໃຕ້ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ທາງໜຶ່ງ​ເສັ້ນ­ທາງ” ແລະ ຂອບ​ການ​ຮ່ວມ​ມື “ແມ່­ນ້ຳ​ລ້ານ​ຊ້າງ​-​ແມ່­ນ້ຳ​ຂອງ", ການ​ນໍາ​ຂອງ​ສອງ​ປະ­ເທດ ເອົາ­ໃຈໃສ່​ຢ່າງ​ຕັ້ງໜ້າຮ່ວມ​ກັນ​ປັບ­ປຸງ​ກົນ​ໄກ​ການ​ຮ່ວມ​ມື​ຢ່າງ­ຮອບ­ດ້ານ, ສະ­ໜັບ­ສະ­ໜູນ​ນັກ​ລົງ­ທຶນ​ຈີນ​ເຂົ້າ​ມາ​ລົງ­ທຶນ​ໃນ​ຂົງ­ເຂດ​ຕ່າງໆເປັນ ­ຕົ້ນ ບໍ່​ແຮ່, ອຸດ​ສາ​ຫະ​ກໍາ, ກະ​ສິ​ກໍາ, ການ­ທ່ອງ­ທ່ຽວ, ການ​ຂົນ­ສົ່ງ ແລະ​ ອື່ນໆ; ຫວັງ​ວ່າໂດຍ​ຜ່ານ​ເວ­ທີນິ­ຄົມ​ອຸດ​ສາ​ຫະ​ກໍາ​ອັດ​ສະ​ລິ​ຍະອາ​ຊີ​-​ໂປ​ຕາສສາ­ກົນນີ້, ຈະ​ສາ­ມາດ​ດຶງ​ດູດ​ນັກ​ລົງ­ທຶນ​ໄດ້​ຫລາຍ​ຂຶ້ນ.

ທ່ານ ວັນ​ໄຊ ພອງ​ສະ­ຫວັນ ໄດ້​ແນະ​ນໍາກ່ຽວ​ກັບທ່າ­ແຮງ​ຂອງ​ແຂວງ​ຄໍາ​ມ່ວນ ໂດຍ​ມີ 3 ທ່າ­ແຮງ​ຫລັກຄື: ພະລັງ​ງານ​-​ບໍ່​ແຮ່, ກະ​ສິ​ກໍາ-​ປ່າ­ໄມ້ ແລະ ການ​ບໍ­ລິ­ການ​-​ທ່ອງ​ທ່ຽວ. ທ່ານ​ໄດ້​ກ່າວ​ວ່າ: ບໍ­ລິ­ສັດອາ​ຊີ​-​ໂປ​ຕາສສາ­ກົນ ເປັນ​ບໍ­ ລິ­ສັດ ທີ່​ມີ​ການ​ພັດ­ທະ­ນາ​ຢ່າງ​ວ່ອງ­ໄວ ແລະ ມີ​ຄຸນ​ນະ​ພາບ ເຊິ່ງ​ກວມ​ເອົາ​ອັດ­ຕາ​ສ່ວນ​ການ​ລົງ­ທຶນ​ຕ່າງ­ປະ­ເທດ​ຫລາຍ​ທີ່​ສຸດ​ ຢູ່​ແຂວງ​ຄຳ​ມ່ວນ, ເຂດ​ນິ­ຄົມ​ອຸດ­ສາ­ຫະ­ກຳ​ອາ​ຊີ​-​ໂປ​ຕາສສາ­ກົນ ມີ​ແນວ​ໂນ້ມ​ການ​ພັດທະ­ນາ​ຢ່າງ​ກວ້າງ​ໄກ, ແຂວງ​ຄຳ​ມ່ວນຍິນ­ດີ​ຕ້ອນ­ຮັບ​ບັນ­ດາ​ວິ​ສາ​ຫະ​ກິດ​ຈີນເຂົ້າ​ມາ​ລົງ­ທຶນ ແລະ ຍິນ­ດີ​ໃຫ້­ການ​ສະ­ໜັບ­ສະ­ໜູນ​ອຳ­ນວຍ​ຄວາມ​ສະ­ດວກ​ຢ່າງ​ເຕັມ​ສ່ວນ.

ຮູບ​ແບບ​ຂອງ​ນິ­ຄົມ​ອຸດ­ສາ­ຫະ­ກຳ​ຊ່ວຍ​ດຶງ​ດູດ​ການ​ລົງ­ທຶນ​ໄດ້​ຢ່າງ​ຊັດ​ເຈນ ແລະ ເຊື່ອມ​ໂຍງ​ລະ­ບົບ​ຕ່ອງ​ໂສ້​ອຸດ­ສາ­ຫະ­ກຳ​ໂລກ.

        ໃນ​ເວ­ລາ 17:00 ໂມງ​ຂອງ​ວັນ​ດຽວ​ກັນ, ກອງ​ປະ­ຊຸມ​ປະ​ຊາ​ສໍາ​ພັນ​ການ​ລົງ­ທຶນ ແລະ ພິ­ທີ​ເຊັນບົດ​ບັນ­ທຶກ​​ການ​ຮ່ວມ​ມື​ລົງ­ທຶນຢູ່​ນິ­ຄົມ​ອຸດ​ສາ​ຫະ​ກໍາ​ອັດ​ສະ​ລິ​ຍະອາ​ຊີ​-​ໂປ​ຕາສສາ­ກົນ ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ​ໂດຍ​ມີ ທ່ານ ມະ​ໄລ​ທອງ ກົມ​ມະ​ສິດ ລັດ­ຖະ­ມົນ­ຕີກະຊວງ​ອຸດ​ສາ​ຫະ​ກໍາ ແລະ ການ​ຄ້າ, ທ່ານ ວັນ​ໄຊ ພອງ​ສະ­ຫວັນ ເຈົ້າ­ແຂວງແຂວງ​ຄໍາ​ມ່ວນ, ທ່ານ​ ໄຊ­ຊະ­ນະ ສິດ­ທິ​ພອນ ຮອງ​ປະ­ທານຄະ​ນະ​ກໍາ​ມະ​ການ​ຮ່ວມ​ມື​ລາວ​-​ຈີນ, ທ່ານ ສົມ​ຈິດ ອິນ​ທະ​ມິດ ທີ່​ປຶກ­ສາ​ສະ­ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກໍາ​ແຫ່ງ​ຊາດ​ລາວ, ທ່ານ Guo Baichun ປະ­ທານບໍ­ລິ­ສັດອາ​ຊີ​-​ໂປ​ຕາສສາ­ກົນ ຈໍາ​ກັດ, ທ່ານ Chen Jing ຮອງ​ເຈົ້າ​ນະ­ຄອນຮ່ວຍ​ຮວາ ສປ ຈີນ, ທ່ານ Wang Xiaokang ປະ­ທານສະ­ມາ­ຄົມ​ອຸດ​ສາ​ຫະ​ກໍາ​ປະ­ຢັດ​ພະ­ລັງ­ງານ ແລະ ການ​ຜະ­ລິດ​ສະ­ອາດ ສປ ຈີນ ແລະ ທ່ານ Wang   Xiaofeng ປະ­ທານສະ­ມາ­ຄົມ​ເກືອ​ອະ​ນົງ​ຄະ​ທາດ ສປ ຈີນ, ມີ      ບັນ­ດາ​ການ​ນໍາຂັ້ນ​ສູນ​ກາງ, ການ​ນໍາ​ແຂວງ​ຄໍາ​ມ່ວນ, ທ່ານ ຂວັນ​ໃຈ ອ່ຽມ​ສຸດ­ທິ ທີ່​ປຶກ­ສາ​ສະ ຖານ­ທູດແຫ່ງ ສປປ ລາວ ປະ​ຈໍາ ສປ ຈີນ, ທ່ານ ນາງ ວັນ­ເພັງ ໄຊ​ສົມ​ພູ ກົງ­ສຸນ​ໃຫຍ່ແຫ່ງ ສປປ ລາວ ປະ­ຈຳກວາງ​ໂຈວ ສປ ຈີນ, ຄະນະ​​ບໍ­ລິ­ຫານ​ຂອງອາ​ຊີ​-​ໂປ​ຕາສສາ­ກົນ, ມີບັນ­ດາ​ວິ​ສາ​ຫະ​ກິດທີ່​ຈະ​ເຂົ້າ​ປະ​ຈໍາ​ນິ­ຄົມ, ວິ​ສາ​ຫະ​ກິດ​ທີ່​ມີ​ເຈດ​ຈໍາ​ນົງ​ລົງ­ທຶນ, ອົງ​ກອນ​ລົງ­ທຶນ, ອົງ​ກອນ​ການ​ເງິນ​ຫລາຍ​ປະ­ເທດ ແລະ ຜູ້​ຊ່ຽວ­ຊານ​ຕ່າງໆລວມ​ທັງ​ໝົດ 300 ກວ່າ​ຄົນ ເຂົ້າ​ຮ່ວມ​ງານ​ຍິ່ງ​ໃຫຍ່​ຄັ້ງ​ນີ້.

          ໃນ​ໄລ­ຍະ​ເລີ່ມ​ຕົ້ນ​ພິ​ທິ, ອາ​ຊີ​-​ໂປ​ຕາສສາ­ກົນ ໄດ້​ຈັດ​ສະ­ແດງ​ໃຫ້​ເຫັນກ່ຽວ​ກັບ ການ​ວາງ​ແຜນ​ນິ­ຄົມ​ອຸດ​ສາ​ຫະ​ກໍາ​ອັດ​ສະ​ລິ​ຍະ, ສະ­ພາບ​ການ​ກໍ່­ສ້າງ ແລະ ດໍາ​ເນີນ​ກິດ​ຈະ​ການ, ຮູບ​ພາບ​ການ​ວາງ​ແຜນ​ນິ­ຄົມ​ອຸດ​ສາ​ຫະ​ກໍາ​ທີ່​ສວຍ​ງາມ ແລະທັນ​ສະ­ໄໝ, ການ​ກໍ່­ສ້າງ​ໂຄງ­ການ​ທີ່​ກໍາ​ລັງ​ຄຶກ­ຄື້ນ, ສະ­ພາບ​ການ​ຜະ­ລິດ​ທີ່​ບໍ່​ມີ​ເວ­ລາ​ວ່າງແຕ່​ເປັນ​ລະບຽບ, ສາຍ​ການ​ຜະ ລິດ​ທີ່​ມີ​ມາດ­ຕະ­ຖານ​ວິ­ຊາ​ສະ­ເພາະ, ຊຸດ​ປະ­ກອບ​ນິ­ຄົມ​ອຸດ​ສາ​ຫະ​ກໍາ​ທີ່​ສົມ­ບູນ​ແບບ ແລະ ຮູບ​ພາບ​ອື່ນໆ ໄດ້​ສະ­ແດງ​ໃຫ້​ເຫັນ​ແນວ​ໂນ້ມ​ການ​ພັດ­ທະ­ນາ​ອັນ​ເຂັ້ມ­ແຂງ​ຂອງ​ນິ­ຄົມ​ອຸດ​ສາ​ຫະ​ກໍາ​ທີ່​ເລີ່ມ​ຈາກ​ສູນ, ຈາກ​ນ້ອຍ​ຫາ​ໃຫຍ່ ແລະ ຈາກ​ໃຫຍ່​ຫາ​ເຂັ້ມ​ແຂງ.

          ໃນ​ພິ​ທິ​ລົງ​ນາມ, ທ່ານ ມະ​ໄລ​ທອງ ກົມ​ມະ​ສິດ ລັດ­ຖະ­ມົນ­ຕີກະ­ຊວງ​ອຸດ​ສາ​ຫະ​ກໍາ ແລະ ການ​ຄ້າໄດ້​ເຊື້ອ​ເຊີນ​ໄປ​ຍັງ​ບັນ­ດາ​ນັກ­ທຸ­ລະ­ກິດແລະນັກ​ລົງ­ທຶນສປຈີນ. ທ່ານ​ກ່າວ​ວ່າ: ປະ­ເທດ​ລາວແລະປະ­ເທດ​ຈີນ​ເປັນ​ປະ­ເທດ​ເພື່ອນ​ບ້ານ​ທີ່​ມີ​ສາຍ­ພູ ແລະ ສາຍ​ນໍ້າ​ຕິດ​ຈອດ​ກັນ, ປັດຈຸ​ບັນ ສປ ຈີນ ໄດ້​ກາຍ­ເປັນ​ປະ­ເທດ​ທີ່​ລົງ­ທຶນ​ໃຫຍ່​ທີ່​ສຸດ​ຂອງ​ລາວ, ທັງ​ສອງ​ຝ່າຍ​ມີ​ທ່າ­ແຮງ​ພັດ­ທະ­ນາ​ອຸດ​ສາ​ຫະ​ກໍາ ແລະ ກະ​ສິ​ກໍາ​ທັນ​ສະ­ໄໝ ໂດຍ​ບົນ​ພື້ນ­ຖານ​ຫລັກ­ການຮ່ວມ​ປະດິດ​ສ້າງ, ຮ່ວມ​ແບ່ງ­ປັນ ແລະ ຮ່ວມ​ຜົນ​ປະ​ໂຫຍ​ດ. ອຸດ​ສາ​ຫະ​ກໍາ​ແຮ່​ທາດ ແລະ ເຄ​ມີຖືກ​ກໍາ​ນົດ​ເປັນ 1 ໃນ 8 ອຸດ​ສາ​ຫະ​ກໍາ​ບູ​ລິ​ມະ​ສິດໃນ​ແຜນ​ພັດ­ທະ­ນາ​ອຸດ​ສາ​ຫະ​ກໍາ​ປຸງ​ແຕ່ງ​ປີ 2021-2025 ຂອງ ສປປ ລາວ, ແຂວງ​ຄໍາ​ມ່ວນ ຖືກ​ກໍາ​ນົດ​ເປັນ 1 ໃນ 5 ຈຸດ​ສູນ​ກາງ​ພັດ­ທະ­ນາ​ເສດ­ຖະ­ກິດ​ຂອງ​ປະ­ເທດ, ເຊິ່ງ​ທັງ​ໝົດ​ນີ້​ ລ້ວນ​ແຕ່​ເປັນ​ການ​ສະ­ໜັບ­ສະ­ໜູນ​ທີ່​ແຂງ​ແກ່ນ ໃນ​ການ​ກໍ່­ສ້າງ​ນິ­ຄົມ​ອຸດ​ສາ​ຫະ​ກໍາ​ໝູນ­ວຽນ​ອັດ​ສະ​ລິ​ຍະອາ​ຊີ​-​ໂປ​ຕາສສາ​ກົນ. ລັດ­ຖະ­ບານ​ລາວ ຈະ​ໃຫ້ການ​ສະ­ໜັບສະ­ໜູນ​ຢ່າງ​ເຕັມ​ສ່ວນ​ຕໍ່​ການ​ພັດ­ທະ­ນາ​ນິ­ຄົມ​ອຸດ​ສາ​ຫະ​ກໍາ, ຫວັງ​ຢ່າງ​ຍິ່ງ​ວ່າພາຍ​ໃຕ້​ການ​ເຂົ້າ​ຮ່ວມ​ກໍ່­ສ້າງ​ຂອງ​ທຸກ​ຝ່າຍ, ນິ­ຄົມ​ອຸດ​ສາ​ຫະ​ກໍາຈະ​ກາຍ­ເປັນ​ໜຶ່ງ​ໃນ​ຕົວ​ແບບ​ທີ່​ດີ​ ໃນ​ການ​ພັດ­ທະ­ນາ​ອຸດ​ສາ​ຫະ​ກໍາ​ປຸງ​ແຕ່ງ​ແຮ່​ທາດ​ແບບ​ຄົບ​ວົງ​ຈອນ, ປະ­ກອບ­ສ່ວນ​ເຂົ້າ​ສ້າງ​ລາຍ​ຮັບ​ແກ່​ງົບ­ປະ­ມານ​ແຫ່ງ​ຊາດ, ພັດ­ທະ­ນາ​ທ້ອງ­ຖິ່ນ ແລະ ສ້າງ​ຊື່​ສຽງ​ໃຫ້​ແກ່​ອຸດ​ສາ​ຫະ​ກໍາ​ບໍ່​ແຮ່​ລາວ.

          ທ່ານ ວັນ​ໄຊ ພອງ​ສະ­ຫວັນ ໄດ້​ຕີ​ລາຄາ​ສູງ​ຕໍ່​ຄວາມ​ສໍາ​ຄັນ​ ​ຂອງ​ນິຄົມ​ອຸດ​ສາ​ຫະ​ກໍາ​ໝູນ­ວຽນ​ອັດ​ສະ​ລິ​ຍະອາ​ຊີ​-​ໂປ​ຕາສສາ​ກົນ ​ໂດຍທ່ານ​​ໄດ້ກ່າວ​ວ່າ: ນິ­ຄົມ​ອຸດ​ສາ​ຫະ​ກໍາ​ດັ່ງ­ກ່າວ ເປັນ​ການ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ແບບ​ນະ​ວັດ​ຕະ​ກໍາ​ໃໝ່, ຈະ​ຊ່ວຍ​ທ້ອງ­ຖິ່ນ​ສ້າງ​ລະ­ບົບ​ອຸດ​ສາ​ຫະ​ກໍາ​ທີ່​ສົມ­ບູນ ເຊິ່ງ​ມີ​ບົດ​ບາດ​ສໍາ​ຄັນ​ທີ່​ສຸດ​ຕໍ່​ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ຂອງ​ແຂວງ​ຄໍາ​ມ່ວນ ກໍ​ຄື​ ຂອງ ສປປ ລາວ. ແຂວງ​ຄໍາ​ມ່ວນ​ ຈະ​ອີງ­ໃສ່ 3 ທ່າແຮງ ໂດຍ​ຖື​ເອົາ​ນິ­ຄົມ​ອຸດ​ສາ​ຫະ​ກໍາ​ໝູນ­ວຽນ​ອັດ​ສະ​ລິ​ຍະອາ​ຊີ​-​ໂປ​ຕາສສາ­ກົນ ເປັນ­ໃຈ​ກາງ​ພັດ­ທະ­ນາ, ປັບ­ປຸງ​ການ​ເຊື່ອມ​ໂຍງ​ບັນ­ດາ​ວິ​ສາ​ຫະ​ກິດ​ຈີນທີ່​ມີ​ຄຸນ​ນະ​ພາບ, ບົນ​ພື້ນ­ຖານ​ການ​ເຄົາ­ລົບ​ຂໍ້​ກໍາ​ນົດ​ກົດ­ໝາຍ ແລະ ລະ­ບຽບ​ການ​ຂອງ​ລາວ, ຊຸກ­ຍູ້​ການ​ລົງ­ທຶນ​ທີ່​ອໍາ​ນວຍ​ຄວາມ​ສະ­ດວກ, ວ່ອງ­ໄວ, ໂປ່​ງ​​ໄສ ແລະ ຍຸຕິ​ທໍາ, ສ້າງ​ສະ­ພາບ​ແວດ​ລ້ອມ​ການ​ລົງ­ທຶນ​ທີ່​ປອດ​ໄພແລະເຊື່ອ​ໝັ້ນ​ໄດ້, ຍິນ­ດີ​ຕ້ອນ­ຮັບ​ບັນ­ດາ​ວິ​ສາ​ຫະ​ກິດ​ລົງ­ທຶນ​ເຂົ້າ​ມາ​ຮ່ວມ​ກັນ​ພັດ­ທະ­ນາແລະເສີມ​ຂະ­ຫຍາຍ​ຕະ­ຫຼາດ​ຢູ່​ແຂວງ​ຄໍາ​ມ່ວນ, ສືບ­ຕໍ່​ສ້າງ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກໍາ​ຂະ­ໜາດ​ໃຫຍ່ແລະເຂັ້ມ­ແຂງ, ສ້າງ​ຕົວ​ແບບ​ການ​ຮ່ວມ​ມື​ເສດ­ຖະ­ກິດ​ລາວ​-​ຈີນ, ບັນ­ລຸ​ຮູບ​ແບບ​ໃໝ່​ຂອງ​ການ​ພັດ­ທະນາ​ແບບ​ຫລາຍ​ຝ່າຍ​ ແລະ ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ­ໂຫຍດ​ຮ່ວມ​ກັນ.

          ທ່ານ Ma Yingjun ອໍາ​ນວຍ​ການບໍ­ລິ­ສັດອາ​ຊີ​-​ໂປ​ຕາສສາ­ກົນ ຈໍາ​ກັດ ໄດ້ກ່າວວ່າ: ອາ​ຊີ​-​ໂປ​ຕາສສາ­ກົນ ໄດ້​ກາຍ­ເປັນ​ວິ​ສາ​ຫະ​ກິດ​ຝຸ່ນ​ໂປ​ຕາ​ສ​ລະ­ດັບ​ສາ­ກົນ ທີ່​ມີ​ຊັບພະ­ຍາ­ກອນ​ເກືອ​ໂປ​ຕາ​ສ​ຫລາຍ​ທີ່​ສຸດ​ໃນ​ອາ­ຊີ, ມີ​ຂະ­ໜາດ​ໃຫຍ່​ທີ່​ສຸດ​ໃນ​ອາ­ຊີ​ອາ­ຄະ­ເນ ແລະ ມີ​ການ​ຜະ­ລິດ​ທີ່​ໄວ​ທີ່​ສຸດ​ໃນ​ໂລກ ເຊິ່ງ​ເບື້ອງ​ຫລັງ​ຂອງ​ຄວາມ​ສໍາ​ເລັດ “ຄວາມ​ໄວ​ຂອງ​ອາ​ຊີ​-​ໂປ​ຕາສ” ແລະ “ຕໍາ​ນານ​ຂອງ​ລາວ” ແມ່ນ​ມາ​ຈາກ​ການ​ສະ­ໜັບ­ສະ­ໜູນ​ ແລະ ການ​ຊີ້​ນໍາ​ຢ່າງ​​ໃກ້​ຊິດ​ຂອງ​ລັດ­ຖະ­ບານ​ລາວ. ໃນ​ນາມ​ເປັນ​ໂຄງ­ການ​ສັນ­ຍາ​ລັກ​ຂອງ​ການ​ຮ່ວມ​ມື​ລະ­ຫວ່າງພາກ​ລັດ ແລະ ວິ​ສາ​ຫະ​ກິດ​ຈີນ, ນິ­ຄົມ​ອຸດ​ສາ​ຫະ​ກໍາໄດ້​ລວມ​ເອົາ​ການ​ກໍ່­ສ້າງ​ຫັນ​ເປັນ​ອຸດ​ສາ​ຫະ​ກໍາ, ຫັນ​ເປັນ​ຕົວ​ເມືອງ ແລະ ຫັນ​ກະ​ສິ​ກໍາ​ເປັນ​ທັນ​ສະ­ໄໝ,  ພ້ອມ​ທັງ​ຊຸກ­ຍູ້​ຂະ­ແໜງ ການ​ບໍ­ລິ­ການເລັ່ງ​ການ​ພັດທະ­ນາ, ຄຽງ​ຄູ່​ກັບ​ການ​ເພີ່ມ​ທະ­ວີ​ຢ່າງ​ແຮງ​ຄວາມ​ອາດ​ສາ­ມາດ​ ພັດ­ທະ­ນາ​ຕົນ​ເອງ​ແບບ​ຍືນ​ຍົງ​ຂອງ​ບັນ­ດາ​ວິ​ສາ​ຫະ​ກິດ, ຊຸກ­ຍູ້ ສປປ ລາວ ໃນ​ການ​ປະ­ກອບ​ສ້າງ​ອຸດ​ສາ​ຫະ​ກໍາ​ທົດ​ແທນ​ການ​ນໍາ​ເຂົ້າ ແລະ ການ​ສົ່ງ​ອອກ​ເພື່ອ​ສ້າງ​ລາຍ​ຮັບ​ເງິນຕາ​ຕ່າງ​ປະ​ເທດ, ຢູ່​ໃນ​ດິນ­ແດນ​ທີ່​ອຸ​ດົມສົມບູນ ​ສໍາ​ລັບ​ການ​ລົງ­ທຶນ​ທີ່​ມີ​ການ​ພັດ­ທະ­ນາ​ຢ່າງ​ວ່ອງ­ໄວ​ຂອງ​ລາວ​ນີ້,  ພວກ​ຂ້າພະ­ເຈົ້າມີ​ຄວາມ​ໝັ້ນ​ໃຈ​ໃນ​ການ​ເພີ່ມ​ທະວີ​ ​ປະກອບສ່ວນ​ເຂົ້າ​ໃນ​ການ​ຮ່ວມ​ມື ​ລາວ​-​ຈີນ.

          ທ່ານ Tong Yongheng ຮອງ​ອໍາ​ນວຍ​ການ​ບໍ­ລິ­ສັດອາ​ຊີ​-​ໂປ​ຕາສສາ­ກົນ ແລະ ຜູ້​ຮັບ­ຜິດ­ຊອບ​ຖານ​ການ​ຜະ ລິດ​ຝຸ່ນ​ໂປ​ຕາ​ສ​ຢູ່​ລາວ ໄດ້​ແນະ​ນໍາ​ສະ­ພາບ​ການ​ພັດ­ທະ­ນາ​ໃນ​ນິ­ຄົມ​ອຸດ​ສາ​ຫະ​ກໍາ ​ວ່າ: ນິຄົມ​ອຸດ​ສາ​ຫະ​ກໍາ​ໝູນ­ວຽນ​ອັດ​ສະ​ລິ​ຍະ​ອາ​ຊີ​-​ໂປ​ຕາສສາ­ກົນ ໄດ້​ດຳ​ເນີນ​ຢູ່​ແຂວງ​ຄໍາ​ມ່ວນ ສປປ ລາວ, ອີງ­ໃສ່​ທ່າແຮງ​ທີ່​ເປັນ​ເອ­ກະ­ລັກ​ດ້ານ​ຊັບ­ພະ­ຍາ­ກອນ,  ພະ­ລັງ­ງານ, ຕະ­ຫລາດ, ຕົ້ນ​ທຶນ ແລະ ​ອື່ນໆ, ເປີດ​ກວ້າງ​ເຕົ້າ­ໂຮມ​ບັນ­ດາ​ວິ​ສາ​ຫະ​ກິດ​ຊັ້ນນໍາ​ຈາກ​ທົ່ວ​ໂລກ ເຂົ້າ​ມາ​ປະ​ຈໍາ​ນິ­ ຄົມ, ຮູບ​ແບບ​ການ​ພັດ­ທະ­ນາ​ເປັນ​ກຸ່ມ​ອຸດ​ສາ​ຫະ​ກໍາ ຈະ​ສົ່ງ​ຜົນ​ສະທ້ອນ​ທາງ​ການ​ຮ່ວມ​ມື​ອຸດ​ສາ​ຫະ​ກໍາ​ທີ່​ເຂັ້ມ​ແຂງ. ນິ­ຄົມ​ອຸດ​ສາ​ຫະ​ກໍາ​ແບ່ງ​ເປັນ 3 ພາກ­ສ່ວນ​ໃຫຍ່​ຄື: ເຂດ​ອຸດ​ສາ​ຫະ​ກໍາ​ຝຸ່ນ​ໂປ​ຕາສ, ເຂດ​ອຸດ​ສາ​ຫະ​ກໍາອະ​ໂປ​ຕາສ ແລະ ເຂດ​ຕົວ​ເມືອງ​ອາ​ຊີ​-​ໂປ​ຕາສ,  ເຊິ່ງ​ກວມ​ເນື້ອ­ທີ່​ດິນ​ທັງ​ໝົດ 2.000 ເຮັກ­ຕາ, ຄາດ​ຄະ­ເນ​ການ​ລົງ­ທຶນ​ທັງ​ໝົດ​ຈະ​ບັນ­ລຸ​ເຖິງ 4,31 ຕື້ໂດ​ລາ. ປັດຈຸ​ບັນ​, ຍັງ​ຢູ່​ໃນ​ໄລ­ຍະ​ສົ່ງ­ເສີມ ແລະ ດຶງ​ດູດ​ການ​ລົງ­ທຶນ, ຄາດ​ຄະ­ເນ​ໃນ​ທ້າຍ​ປີ 2026 ຈະ​ສໍາ​ເລັດ​ວຽກ​ງານ​ກໍ່­ສ້າງ​ໂຄງ­ການ​ໄລ­ຍະ​ກາງ, ເຊິ່ງ​ລວມ​ມີ​ການ​ກໍ່­ສ້າງ​ເຂດ​ອຸດ​ສາ​ຫະ​ກໍາ​ເຄ​ມີ​ເກືອ​ ທີ່​ຕິດ​ພັນ​ກັບ​ຂະ­ໜາດ​ໂຄງ­ການ​ຝຸ່ນ​ໂປ​ຕາສ 5 ລ້ານ​ໂຕນ; ທ້າຍ​ປີ 2028 ຈະ​ສໍາ​ເລັດ​ວຽກ​ງານ​ກໍ່­ສ້າງ​ໂຄງ­ການ​ທັງ​ໝົດ. ໃນ​ອະ­ນາ­ຄົດ, ຈະ​ສືບ­ຕໍ່​ດຶງ​ດູດ​ນັກ​ລົງ ທຶນ, ເພີ່ມ​ທະ­ວີ​ການ​ໝູນ​ໃຊ້​ຊັບ­ພະ­ຍາ­ກອນ​ແບບ​ໝູນ­ວຽນ​ຂອງ ​ອຸດ​ສາ​ຫະ​ກໍາ​ຕົ້ນ​ນໍ້າ ແລະ ປາຍ​ນໍ້າ, ສ້າງ​ລະ­ບົບ​ນິ­ເວດ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກໍາ​ຢ່າງ­ຮອບ­ດ້ານ, ຮ່ວມ​ກັນ​ກັບ​ລັດ­ຖະ­ບານ​ລາວ ເພື່ອ​ຊຸກ­ຍູ້​ການ​ພັດ­ທະ­ນາ​ການ​ຫັນ​ອຸດ​ສາ​ຫະ​ກໍາ​ທັນ​ສະ­ໄໝ, ການ​ຫັນ​ກະ​ສິ​ກໍາ​ທັນ​ສະ­ໄໝ ແລະ ການ​ຫັນ​ເປັນ​ຕົວ​ເມືອງ.

          ທ່ານ Cao Lixiang ປະ­ທານບໍ­ລິ­ສັດເຫິງ​ກວງຮຸ້ນ​ສ່ວນ ຈໍາ​ກັດ ໄດ້​ຕາງ­ໜ້າ​ບັນ­ດາ​ວິ​ສາ​ຫະ​ກິດ​ທີ່​ເຊັນ​ບົດ​ບັນ ທຶກ​ການຮ່ວມມືລົງທຶນຄັ້ງ​ນີ້ ​ປະ​ກອບ​ຄໍາ​ເຫັນ​ວ່າ: ໂຄງ­ການຄ​ລໍ​-​ອັນ​ຄາ​ໄລ (chlor-alkali) ໃນ​ນິ­ຄົມ​ອຸດ​ສາ​ຫະ​ກໍາ​ໝູນ ວຽນ​ອັດ​ສະ​ລິ​ຍະ​ອາ​ຊີ​-​ໂປ​ຕາ​ສ​ສາ­ກົນ ເປັນ​ໂຄງ­ການ​ລົງ­ທຶນ​ຕ່າງ­ປະ­ເທດ​ແຫ່ງ​ທໍາ​ອິດ​ຂອງ​ບໍລິສັດ, ປັດ­ຈຸ​ບັນ ການ​ກໍ່­ສ້າງ​ໂຄງ­ການຄ​ລໍ​-​ອັນ​ຄາ​ໄລເນື້ອ​ເຫຍື່ອ​ໄອ​ອອນ (ion membrane chlor-alkali) ຂະ­ໜາດ 30.000 ໂຕນ/ປີໄລ­ຍະ​ທີ 1 ກໍາ​ລັງ​ເລັ່ງ​ຄວາມ​ຄືບ​ໜ້າ ແລະ ຈະ​ສໍາ​ເລັດ​ໃນ​ທ້າຍ​ເດືອນ 9 ປີ​ນີ້. ໃນ​ອະ­ນາຄົດ, ບໍ­ລິ­ສັດຈະ​ຕັ້ງ​ຖານ​ການ​ຜະ­ລິດ​ຢູ່​ລາວ, ​ດ້ານ​ໜຶ່ງແມ່ນ​ຖື​ເອົາ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກໍາ​ໃນ​ນິ­ຄົມ​ເປັນ​ພື້ນ­ຖານ, ກໍ່­ສ້າງ​ໂຄງການ​ທີ່​ມີ​ທ່າ­ແຮງ ເຊັ່ນ: ໂຊ­ດຽມ, ແມັ​ກ​ນີ​ຊຽມ, ຊູນ​ຟູ​ຣິກ, ຄ​ລໍ​ຣິນ ແລະ ອຸດ​ສາ​ຫະ​ກໍາ​ເຄ​ມີ​ອື່ນໆ. ອີກ​ດ້ານ​ໜຶ່ງແມ່ນ​ກໍາ​ແໜ້ນ​ກາ­ລະ​ໂອ­ກາດ​ແຫ່ງ​ປະ­ຫວັດ­ສາດ, ກໍ່­ສ້າງ​ໂຄງ­ການ​ປຸ໋ຍ​ເຄ​ມີ​ ແລະ​ ຢາ​ປາບ​ສັດ­ຕູ​ພືດ​ຈໍາ​ນວນ​ໜຶ່ງ, ຊຸກ­ຍູ້​ການ​ພັດ­ທະ­ນາ​ກະ​ສິ​ກໍາ​ໄປ​ສູ່​ອຸດ​ສາ​ຫະ​ກໍາຂອງ​ລາວ, ຮັບ​ພາ­ລະ​ໜ້າ­ທີ່​ຄວາມ​ຮັບ­ຜິດ­ຊອບ​ດ້ານ​ສັງ​ຄົມ. ພາຍ​ໃຕ້​ຂໍ້​ລິ​ເລີີ່ມ “ໜຶ່ງ​ແລວໜຶ່ງ​ເສັ້ນ­ທາງ” ອີງ­ໃສ່​ຂໍ້​ໄດ້​ປຽບ​ດ້ານ​ຊັບ​ພະ ຍາ​ກອນ​ທໍາ​ມະ​ຊາດ​ທີ່​ອຸ­ດົມ­ສົມ­ບູນ ແລະ ສະ­ພາບ​ແວດ​ລ້ອມ​ການ​ລົງ­ທຶນ​ທີ່​ດີ​ຂອງ​ປະ­ເທດ​ລາວ, ເພິ່ງ​ພາ​ອາ­ໄສ​ເວ­ທີນິ­ຄົມ​ອຸດ​ສາ​ຫະ​ກໍາ​ໝູນ­ວຽນ​ອັດ​ສະ​ລິ​ຍະ​ອາ​ຊີ​-​ໂປ​ຕາ​ສ​ສາ­ກົນ ເພື່ອ​ບັນ­ລຸ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ­ໂຫຍດລະ­ຫວ່າງຍຸດ­ທະສາດ​ການ​ພັດ­ທະ­ນາ​ຢູ່​ຕ່າງ­ປະ­ເທດ​ຂອງ​ບໍ­ລິ­ສັດ ແລະ ການ​ພັດ­ທະ­ນາ​ເສດ­ຖະ­ກິດ ແລະ ສັງ­ຄົມ​ຂອງ ສປປ ລາວ.

          ໂຄງ­ການ​ທີ່​ເຊັນ​ບົດ​ບັນ­ທຶກ​ການ​ຮ່ວມ​ມືລົງທຶນ​ຄັ້ງ​ນີ້, ມີ​ແນວ​ໂນ້ມ​ອຸດ​ສາ​ຫະ​ກໍາ​ທີ່​ຊັດ​ເຈນ ເຊິ່ງ​ລວມ​ມີໂຄງການ​ອຸດ​ສາ​ຫະ​ກໍາ​ທັນ​ສະ­ໄໝ​ ທີ່​ເປັນ​ອຸດ​ສາ​ຫະ​ກໍາ​ຕົ້ນ​ນໍ້າ ​ແລະ​ ປາຍ​ນໍ້າ ເປັນ­ຕົ້ນ ໂຄງ­ການໂບຣ​ມິນ (Bromine), ໂຊ­ດຽມຄ​ລໍ​ເຣດ,  ຄ​ລໍ​-​ອັນ​ຄາ​ໄລ, ອາ​ຊິດນິ​ຕຣິກ, ເກືອ​ອຸດ​ສາ​ຫະ​ກໍາ, ແຄນ​ຊຽມຄາ​ໄບ/PVC ແລະ ອື່ນໆ, ພ້ອມ​ທັງໂຄງ­ການ​ກະ​ສິ​ກໍາ​ທັນ​ສະ­ໄໝ ເປັນ­ຕົ້ນ ໂຄງ­ການ​ປູກ​ເຂົ້າ ແລະ ອື່ນໆ, ໂຄງ­ການ​ທີ່​ກ່ຽວ­ຂ້ອງ​ກັບ​ການ​ພັດ­ທະ­ນາ​ໝູນ​ໃຊ້​ຊັບ­ພະ­ຍາ­ກອນແລະ ການ​ຜະ­ລິດ​ອັດ​ສະ​ລິ​ຍະ. ການ​ເຊັນ​ບົດ​ບັນ­ທຶກ​​ການ​ຮ່ວມ​ມື​ລົງທຶນຢ່າງ​ເປັນ​ທາງ​ການ ​ທີ່​ຕິດ​ພັນ​ຂອງ​ວິ​ສາ​ຫະ​ກິດເປັນ​ຄວາມ​ສໍາ​ເລັດ​ບາດ­ກ້າວ​ໜຶ່ງ​ຂອງ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກໍາ ແລະ ເປັນ​ກໍາ​ລັງ​​​ແຮງໃໝ່​ ໃຫ້​ແກ່​ການ​ສ້າງ ສປປ ລາວ ເປັນ​ບ່ອນ​ຮອງ​ຮັບ​ການ​ຍົກ­ຍ້າຍ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກໍາ​ຈາກ​ທົ່ວ​ໂລກ.

          ພາຍ​ໃຕ້​ການ​ເອົາ­ໃຈ­ໃສ່​ຊີ້​ນຳ-​ນຳ­ພາ​ຢ່າງ​ຕັ້ງ­ໜ້າ​ຂອງ​ພັກ ແລະ ລັດ­ຖະ­ບານ​ລາວໃນ​ການ​ສ້າງ​ສະ­ພາບ​ແວດ​ລ້ອມ​ການ​ລົງ­ທຶນ​ທີ່​ປອດ​ໄພ ແລະ ເຊື່ອ​ໝັ້ນ​ໄດ້ ໂດຍ​ຖື​ຮູບ​ແບບ​ນິ­ຄົມ​ອຸດ​ສາ​ຫະ​ກໍາ​ທີ່​ຕາງ­ໜ້າ​ໂດຍ ນິ­ຄົມ​ອຸດ​ສາ​ຫະ​ກໍາ​ໝູນ ວຽນ​ອັດ​ສະ​ລິ​ຍະອາ​ຊີ​-​ໂປ​ຕາສສາ­ກົນ ຈະ​ກາຍ­ເປັນ​ເຂດ​ພັດ­ທະ­ນາ​ລະ­ດັບ​ສູງ​ໃໝ່ ທີ່​ຊຸກ­ຍູ້​ການ​ພັດ­ທະ­ນາ​ອຸດ​ສາ​ຫະ​ກໍາ​ຂອງ​ລາວ. ໃນ​ນາມ​ເປັນ​ເວ­ທີ​ພົ້ນ​ເດັ່ນ​ຂອງ​ການ​ລວບ​ລວມ​ຊັບ­ພະ­ຍາ­ກອນ​ຊັ້​ນນໍາ, ພາຍ​ໃຕ້​ການ​ຮ່ວມ​ຊຸກ­ຍູ້​ລະຫວ່າງ​ລັດຖະ­ບານ​ລາວ ແລະ ອາ​ຊີ​-​ໂປ​ຕາສສາ­ກົນ, ນິ­ຄົມ​ອຸດ​ສາ​ຫະ​ກໍາ​ຈະ​ສືບ­ຕໍ່​ດຶງ​ດູດ​ການ​ລົງ­ທຶນ, ເສີມ​ຂະ­ຫຍາຍ​ຂະ­ໜາດ, ຖື​ເອົາ​ວິ​ສາ​ຫະ​ກິດ​ທີ່​ດີ​ເປັນ​ເຄື່ອງ​ຈັກ​ໃນ​ການ​ພັດ­ທະ­ນາ, ນໍາ​ໃຊ້​ການ​ປະ​ຊາ​ສໍາ​ພັນ​ການ​ລົງ­ທຶນ​ທີ່​ຊັດ​ເຈນ​ຂອງ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກໍາເພື່ອ​ສົ່ງ­ເສີມ​ໃຫ້ ສປປ ລາວ​ ພັດ­ທະ­ນາ​ເສດ­ຖະ­ກິດ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ.

KPL

ຂ່າວອື່ນໆ

ads
ads

Top