ຄະນະທູດລາວ ເຂົ້າຮ່ວມງານຊາປະນາກິດສົບ ກົງສຸນ ກິຕິມະສັກ ແຫ່ງ ສປປ ລາວ ປະຈໍາ ສະມາພັນທະລັດສະວິດສ

09/06/2023 15:01
Email Print 880
ຂປລ ຂປລ. ໃນວັນທີ 2-3 ມິຖຸນາ 2023 ຜ່ານມາ, ຄະນະທູດຈາກ 4 ປະເທດຄື: ທ່ານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສະມາພັນທະລັດສະວິດສ, ທ່ານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສະຫະລັດອາເມລິກາ

 

    ຂປລ. ໃນວັນທີ 2-3 ມິຖຸນາ 2023 ຜ່ານມາ, ຄະນະທູດຈາກ 4 ປະເທດຄື: ທ່ານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສະມາພັນທະລັດສະວິດສ, ທ່ານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສະຫະລັດອາເມລິກາ; ທ່ານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ລາຊະອານາຈັກອັງກິດ ແລະ ທ່ານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສາທາລະນະລັດໂອຕຣິດ ພ້ອມຄະນະ ໄດ້ສໍາເລັດການເຂົ້າຮ່ວມງານຊາປະນາກິດສົບ ທ່ານ ດຣ. ກີໂດ ໂຈເຊັບ ກາແປລລີ ກົງສຸນກິຕິມະສັກ ແຫ່ງ ສປປ ລາວ ປະຈໍາ ສະມາພັນທະລັດສະວິດສ ທີ່ ກັງຕົງ Schwyz, ປະເທດ ສະວິດ ດ້ວຍຜົນສໍາເລັດອັນຈົບງາມ.
   ໃນພິທີດັ່ງກ່າວ
, ຄະນະທູດ ໄດ້ວາງພວງມາລາໄວ້ອາໄລ ໃນນາມລັດຖະບານ ແລະ ປະຊາຊົນລາວ. ພ້ອມກັນນີ້, ທ່ານທູດ ລັດສະໝີ ແກ້ວມະນີ ໄດ້ຕາງໜ້າ ຂຶ້ນອ່ານສານເສົ້າສະຫລົດໃຈ ຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ໄດ້ສົ່ງຂໍ້ຄວາມສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຕໍ່ການຈາກໄປ ຂອງ ທ່ານກົງສຸນກິດຕິມະສັກ, ເຊິ່ງຖືວ່າເປັນການສູນເສຍຄັ້ງໃຫຍ່ ບໍ່ພຽງແຕ່ສໍາລັບປະເທດສະວິດສ, ແຕ່ຍັງເປັນການສູນເສຍຄັ້ງໃຫຍ່ ຂອງ ລັດຖະບານ  ແລະ ປະຊາຊົນລາວ. ນອກຈາກນີ້, ກໍໄດ້ປະກາດຢ່າງເປັນທາງການວ່າ: ທ່ານ ດຣ ກິໂດ ໂຈເຊັບ ກາແປນລີ ເປັນພົນລະເມືອງກິຕິມະສັກ ຂອງ ສປປ ລາວ”.
    ຕະຫລອດໄລຍະ 27 ປີ (1996-2023), ທ່ານ ດຣ ກາແປນລີ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະການໃຫ້ການຊ່ວຍເຫລືອໃນຂະແໜງສຶກສາ, ກິລາ ແລະ ສາທາລະນະສຸກ (ກໍ່ສ້າງໂຮງຮຽນ ຈຳນວນ 27 ຫລັງ ພ້ອມສະໜອງອຸປະກອນການຮຽນ-ການສອນ ແລະລະບົບນໍ້າດື່ມແກ່ໂຮງຮຽນ ລວມມູນຄ່າທັງໝົດຫລາຍກວ່າ 2 ລ້ານໂດລາສະຫະລັດ). ຄຽງຄູ່ກັນນີ້, ນັບແຕ່ປີ 2006 ເປັນຕົ້ນມາ, ທ່ານ ໄດ້ຮັບການແຕ່ງຕັ້ງເປັນກົງສຸນກິຕິມະສັກ ແຫ່ງ ສປປ ລາວ ປະຈຳ ສະມາພັນທະລັດສະວິດສ, ເຊິ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການໂຄສະນາ-ເຜີຍແຜ່ ວຽກງານເສດຖະກິດ-ການຄ້າ-ການລົງທຶນ, ວຽກງານກົງສຸນ ແລະ ວຽກງານການທ່ອງທ່ຽວ. ພິເສດ, ຄຽງຄູ່ກັບການໃຫ້ການຊ່ວຍເຫລືອທີ່ກ່າວມານັ້ນ, ໃນປີ 2007-2008, ທ່ານ ດຣ ກາແປນລີ ຍັງໄດ້ໃຫ້ການຊ່ວຍເຫລືອໃນໄລຍະການສ້າງຕັ້ງສຳນັກງານຜູ້ຕາງໜ້າຖາວອນ/ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາສະມາພັນທະລັດສະວິດສ ທີ່ ເຊີແນວ.
  m ອີງໃສ່ຜົນງານ ແລະ ຄຸນງາມຄວາມດີຂ້າງເທິງ
, ທ່ານ ດຣ. ກາແປລລີ ໄດ້ຮັບຫລຽນໄຊພັດທະນາຊັ້ນ III, ຫລຽນກາມິດຕະພາບ ແລະໃບຍ້ອງຍໍຈາກລັດຖະບານ ແລະ ອໍານາດການປົກຄອງທ້ອງຖິ່ນຈໍານວນໜຶ່ງ.  
  ທ່ານ ດຣ ກິໂດ ກາແປນລີ ໂຈເຊັບ ໄດ້ເສຍຊີວິດ ໃນວັນທີ 22 ພຶດສະພາ 2023
, ລວມອາຍຸ 79 ປີ.

 

KPL

ຂ່າວອື່ນໆ

ads
ads

Top