ລາຄາອະສັງຫາລິມະຊັບ ໃນອັງກິດ ຫລຸດລົງ ເປັນຄັ້ງທຳອິດ ໃນຮອບ 11 ປີ

09/06/2023 16:09
Email Print 516
ຂປລ ລາຄາ ອະສັງຫາ ລິມະຊັບ ສະເລ່ຍ ໃນອັງກິດ ຫລຸດລົງ 1% ໃນເດືອນ ພືດສະພາຜ່ານມາ ເມື່ອທຽບໃສ່ ໄລຍະດຽວກັນ ຂອງ ປີກາຍ, ຊຶ່ງເປັນ ຄັ້ງທຳອິດ ນັບແຕ່ ປີ 2012 ຜ່ານມາ.

ຂປລ.ສຳນັກຂ່າວ ຊິນຮວາຂອງ ສປຈີນ, ວັນທີ 8 ເດືອນມິຖຸນາ, ທ່ານ ແຮລິແຟກ (Halifax) ເປັນຜູ້ບໍລິການ ສິນເຊື່ອ ດ້ານທີ່ຢູ່ອາໄສ ຂອງ ອັງກິດ ລາຍງານວ່າ: ລາຄາ ອະສັງຫາ ລິມະຊັບ ສະເລ່ຍ ໃນອັງກິດ ຫລຸດລົງ 1% ໃນເດືອນ ພືດສະພາຜ່ານມາ ເມື່ອທຽບໃສ່ ໄລຍະດຽວກັນ ຂອງ ປີກາຍ, ຊຶ່ງເປັນ ຄັ້ງທຳອິດ ນັບແຕ່ ປີ 2012 ຜ່ານມາ. ໂດຍສະເພາະ ເດືອນພຶດສະພາ  ລາຄາ ອະສັງຫາລິມະຊັບ ສະເລ່ຍ ໃນອັງກິດ ຍັງຢຸດຈຶ້ງ ເມື່ອທຽບໃສ່ ເດືອນຕໍ່ເດືອນ. ປັດຈຸບັນ,ລາຄາ ສະເລ່ຍ ລວມມີ 286.532 ປອນ (ສະກຸນເງິນອັງກິດ), ຫລຸດລົງ 3.000 ປອນ ໃນໄລຍະ 12 ເດືອນຜ່ານມາ ແລະ ຫລຸດລົງ ປະມານ 7.500 ປອນ ຈາກຈຸດສູງສຸດ ໃນເດືອນສິງຫາ ປີກາຍ.

ທ່ານ ຄີມ ຄິນແນຣດ ຜູ້ອຳນວຍການ ຝ່າຍສິນເຊື່ອ ດ້ານທີ່ຢູ່ອາໄສ ຂອງ ແຮຣິແຟກຊ ລະບຸວ່າ: ການຟື້ນຕົວ ໃນໄລຍະສັ້ນ ຂອງ ຕະຫລາດ ທີ່ຢູ່ອາໄສ ໃນໄຕມາດ ທຳອິດ ຂອງ ປີນີ້ ຫລຸດລົງ ເນື່ອງຈາກ ອັດຕາ ດອກເບ້ຍ ເພີ່ມສູງຂຶ້ນ ແລະ ຂໍ້ຕົກລົງ ສິນເຊື່ອ ດ້ານທີ່ຢູ່ ອາໄສ ມີອັດຕາ ດອກເບ້ຍ ຄົງທີ່. ໃນຂະນະທີ່ ທະນາຄານ ແຫ່ງປະເທດ ອັງກິດ ໄດ້ປັບຂຶ້ນ ອັດຕາ ດອກເບ້ຍ ມາດຕະຖານເປັນ 4,5% ເມື່ອເດືອນພືດສະພາ ຊຶ່ງເປັນຕົວເລກສູງ ທີ່ສຸດ ນັບແຕ່ ປີ 2008, ເພື່ອຕໍ່ສູ້ກັບ ອັດຕາ ເງິນເຟີ້ ທີ່ເພີ່ມສູງຂຶ້ນ. /

KPL

ຂ່າວອື່ນໆ

ads
ads

Top