ກົມຈັດຕັ້ງ ແລະ ພະນັກງານ ສສກ ຍ້ອງຍໍ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ 5 ປີ

08/06/2023 22:32
Email Print 736
ຂປລ ຂປລ. ເມື່ອບໍ່ດົນມານີ້, ກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດພິທີປະກາດການຈັດຕັ້ງ, ພ້ອມທັງປະດັບຫລຽນ ແລະ ຍ້ອງຍໍຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໄລຍະ 5 ປີ (2016-2020)

 

    ຂປລ. ເມື່ອບໍ່ດົນມານີ້, ກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດພິທີປະກາດການຈັດຕັ້ງ, ພ້ອມທັງປະດັບຫລຽນ ແລະ  ຍ້ອງຍໍຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໄລຍະ 5 ປີ (2016-2020) ແລະ ທິດທາງແຜນການແຂ່ງຂັນ ໄລຍະປີ 2021-2025 ໂດຍການເປັນປະທານຂອງ ທ່ານ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ນາງ ວຽງແກ້ວ ພົມມະວົງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຮອງຫົວໜ້າກົມ, ພະແນກ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງພາຍໃນເຂົ້າຮ່ວມ.
   ໃນພິທີ
, ໄດ້ຜ່ານບົດສະຫລຸບຜົນສໍາເລັດ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໄລຍະປີ 2016-2020 ແລະ ທິດທາງແຜນການແຂ່ງຂັນ ໄລຍະປີ 2021-2025 ຂອງກົມຈັດຕັ້ງ ແລະ ພະນັກງານ ຊຶ່ງຜົນສຳເລັດດ້ານການກໍ່ສ້າງຮາກຖານການເມືອງ ໄດ້ຜັນຂະຫຍາຍຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍທິດທາງເປົ້າໜາຍ ແລະ ມາດຕະການ ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ ສະບັບເລກທີ 34/ນຍ, ລົງວັນທີ 23 ສິງຫາ 2016 ແລະ ຈັດຕັັ້ງຜັນຂະຫຍາຍ ມາດຕະ ຖານ 3 ສ້າງ ຂອງຂະແໜງສຶກສາທິການ ແລະ ກິລາ ພ້ອມທັງຄົ້ນຄວ້າ ແລະ ປັບປຸງຄໍາແນະນໍາກ່ຽວກັບການແບ່ງຂັ້ນຄຸ້ມຄອງວຽກງານຈັດຕັ້ງ ແລະ ພະນັກງານ ແລະ ນິຕິກໍາອື່ນໆທີ່ກ່ຽວຂ້ອງ. ພ້ອມກັນນັ້ນ, ວຽກງານດ້ານການພັດທະນາເສດຖະກິດ, ດ້ານວັດທະນະທຳ-ສັງຄົມ ແລະ ດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກໍໄດ້ພ້ອມກັນບຸກບືນສູ້ຊົນປະຕິບັດວຽກງານຢ່າງຕັ້ງໜ້າ ແລະ ເຮັດໃຫ້ມີຜົນສຳເລັດຢ່າງຈົບງາມ.
     ສຳລັບຜົນສຳເລັດ ໃນການຈັດຕັັ້ງປະຕິບັດການຄັດເລືອກຜົນງານໃນການສະຫລຸບ
, ຕີລາຄາ, ປະເມີນຂະ ບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ສາມາດສັງລວມການຍ້ອງຍໍຜົນງານ 5 ປີ (2016-2020) ໃຫ້ບຸກຄົນ ແລະ ກົມກອງພາຍໃນກົມຈັດຕັ້ງ ແລະ ພະນັກງານ ຈໍານວນ 39 ທ່ານ ແລະ 2 ກົມກອງ ຄື: ຫລຽນໄຊແຮງງານ ຊັັ້ນ I ຈໍານວນ 5 ທ່ານ ແລະ 1 ກົມກອງ, ຫລຽນໄຊແຮງງານ ຊັັ້ນ II ຈໍານວນ 4 ທ່ານ,  ຫລຽນໄຊແຮງງານ ຊັັ້ນ III ຈໍານວນ 8 ທ່ານ, ຫລຽນກາແຮງງານ ຈໍານວນ 9 ທ່ານ ແລະ 1 ກົມກອງ (ຫ້ອງການຄະນະພັກ) ແລະ ໃບຍ້ອງຍໍລັດຖະບານ ຈໍານວນ 13 ທ່ານ.
     ສ່ວນທິດທາງແຜນການວຽກງານຈຸດສຸມ ແມ່ນສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ຮອບດ້ານທາງດ້ານຈິນຕະນາການ
, ຍົກສູງຄວາມຮັບຮູ້ ເຂົ້າໃຈ ແລະ ເຊື່ອມຊຶມວຽກງານແຂ່ງຂັນ ແລະ ຍ້ອງຍໍ; ສືບຕໍ່ຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃຫ້ບັນລຸຕາມ 4 ເນື້ອໃນການແຂ່ງຂັນ ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກງານພັດທະນາຊົນນະບົດຮອບດ້ານ. ພ້ອມກັນນັ້ນ, ແມ່ນສືບຕໍ່ຄົ້ນຄວ້າ, ເຊື່ອມຊຶມບັນດາມະຕິ, ຄໍາສັ່ງ, ບົດແນະນໍາຕ່າງໆຂອງຂັັ້ນເທິງ, ກໍາແໜ້ນ ແລະ ເຊື່ອມຊຶມຢ່າງເລິກເຊິ່ງບັນດາຮູບການ ແລະ ວິທີການໃນການຈັດຕັັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍໃນແຕ່ລະໄລຍະ, ກໍານົດເນື້ອໃນການແຂ່ງຂັນດ້ານຕ່າງໆ, ຈັດຕັ້ງເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ດ້ວຍການກໍານົດບັນດາຄາດໝາຍສູ້ຊົນ ແລະ ໄລຍະເວລາຈັດຕັັ້ງປະຕິບັດຈະແຈ້ງ, ເພີ່ມທະວີການນໍາພາ-ຊີ້ນໍາ ຜັນຂະຫຍາຍວຽກງານແຂ່ງຂັນ-ຍ້ອງຍໍ, ປັບປຸງການຈັດຕັັ້ງ ແລະ ບຸກຄະລາກອນ ຜູ້ຮັບຜິດຊອບວຽກງານແຂ່ງຂັນ-ຍ້ອງຍໍທີ່ສອດຄ່ອງ ແລະ ມີຄຸນນະພາບ ແລະ ຊຸກຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃຫ້ກວ້າງຂວາງເລິກເຊິ່ງ ແລະ ຕໍ່ເນື່ອງ.
     ພ້ອມນີ້, ໃນພິທີຍັງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງບໍລິຫານຂອງກົມຈັດຕັ້ງ ແລະ ພະນັກງານ ໂດຍໄດ້ແຕ່ງຕັ້ງ ທ່ານ ອາລຸນກອນ ຈັນມາລາ ຮອງຫົວໜ້າພະແນກນະໂຍບາຍ ແລະ ຍ້ອງຍໍ ຂຶ້ນເປັນຫົວໜ້າພະແນກພະແນກນະໂຍບາຍ ແລະ ຍ້ອງຍໍ (ຕໍາແໜ່ງບໍລິຫານປະເພດ 4) ຕື່ມອີກ.

ຂ່າວ: ບົວລະພາ

KPL

ຂ່າວອື່ນໆ

ads
ads

Top