ລາວ ເປັນເຈົ້າພາບ ກອງປະຊຸມເຈົ້າໜ້າທີ່ ອາວຸໂສຂົນສົ່ງອາຊຽນ ຄັ້ງທີ 55

06/06/2023 17:33
Email Print 652
ຂປລ ຂປລ. ກະຊວງ ໂຍທາທິການ ແລະ ຂົນສົ່ງ ເປັນເຈົ້າພາບ ຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສຂົນສົ່ງອາຊຽນຄັ້ງທີ 55 (55th STOM) ແລະ ກອງປະຊຸມປິ່ນອ້ອມ ໃນລະຫວ່າງ ວັນທີ 6-7 ມິຖຸນາ 2023, ທີ່ນະຄອນຫລວງວຽງຈັນ.

 

   ຂປລ. ກະຊວງ ໂຍທາທິການ ແລະ ຂົນສົ່ງ ເປັນເຈົ້າພາບ ຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສຂົນສົ່ງອາຊຽນຄັ້ງທີ 55 (55th STOM) ແລະ ກອງປະຊຸມປິ່ນອ້ອມ ໃນລະຫວ່າງ ວັນທີ 6-7 ມິຖຸນາ 2023, ທີ່ນະຄອນຫລວງວຽງຈັນ. ພາຍໃຕ້ການເປັນປະທານຂອງ ທ່ານ ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງ, ທັງເປັນຫົວໜ້າຄະນະຜູ້ແທນຝ່າຍລາວ, ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ງາມປະສົງ ເມືອງມະນີ  ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
  ກອງປະຊຸມຄັ້ງນີ້
, ໄດ້ທົບທວນການຈັດຕັ້ງປະຕິບັດບັນດາໜ້າວຽກ, ກິດຈະກໍາ ແລະ ແຜນງານຕ່າງໆ ທີ່ໄດ້ຕົກລົງກັນໃນ ກອງປະຊຸມລັດຖະມົນຕີຂົນສົ່ງອາຊຽນຄັ້ງທີ 28 ແລະ ກອງປະຊຸມປິ່ນອ້ອມຕ່າງໆ ທີ່ໄດ້ຈັດຂຶ້ນຢູ່ ບາລີ ປະເທດອິນໂດເນເຊຍ ໃນທ້າຍ ປີ 2022 ຜ່ານມາລາຍງານຄວາມຄືບໜ້າການຈັດຕັ້ງແຜນງານ 2022-2023 ພາຍໃຕ້ແຜນຍຸດທະສາດຂົນສົ່ງອາຊຽນ 2016-2025 (ASEAN Transport Strategic Plan) ແລະ ທົບທວນທ້າຍສະໄໝຂອງແຜນຍຸດທະສາດສະ ບັບປັດຈຸບັນ ເພື່ອຮ່າງຍຸດທະສາດສະບັບຕໍ່ໄປ; ຕິດຕາມຜົນກອງປະຊຸມຂອງ 4 ໜ່ວຍງານທີ່ຢູ່ໃນແຜນຍຸດທະສາດການຂົນສົ່ງອາຊຽນຄື: ໜ່ວຍງານການຂົນສົ່ງທາງອາກາດ, ໜ່ວຍງານການຂົນສົ່ງທາງ ບົກ, ໜ່ວຍງານການຂົນສົ່ງທາງທະເລ ແລະ ໜ່ວຍງານການອໍານວຍຄວາມສະດວກດ້ານການຂົນ ສົ່ງການກະກຽມເອກະສານຕ່າງໆທີ່ຈະສະເໜີ ຮັບຮອງໃນກອງປະຊຸມ ລັດຖະມົນຕີຂົນສົ່ງອາຊຽນຄັ້ງທີ 29 ທີ່ມີແຜນຈະຈັດຂຶ້ນໃນເດືອນ ພະຈິກ 2023 ຢູ່ ສປປ ລາວ.  ນອກຈາກນີ້, ຍັງໄດ້ປືກສາຫາລືຂັ້ນ STOM ເພື່ອຈະເຊີນເອົາປະເທດ ຕີມໍ ແລັດສະເຕ ເຂົ້າເປັນຜູ້ສັງເກດການໃນກອງປະຊຸມລະດັບວິຊາການ, ລະດັບໜ່ວຍງານ ແລະ ລະດັບອື່ນໆຂອງຂະແໜງການຂົນສົ່ງ; ຕິດຕາມການປະຕິ ບັດກິດຈະກໍາ ທີ່ໄດ້ຮັບການຊ່ວຍເຫລືອຈາກຄູ່ຮ່ວມພັດທະນາ ເປັນຕົ້ນ ສປ ຈີນ, ຍີ່ປຸ່ນ, ເກົາຫລີ, ສະຫະລັດອາເມລິກາ ແລະ ປະເທດອື່ນໆ.
   ໂອກາດນີ້
, ທ່ານ ງາມປະສົງ ເມືອງມະນີ ໄດ້ກ່າວວ່າ:  ສປປ ລາວ ໄດ້ຕັ້ງໜ້າປະຕິບັດແຜນຍຸດທະສາດຂົນສົ່ງອາຊຽນ 2016-2025, ພ້ອມທັງປະຕິບັດນະໂຍບາຍການຫັນ ສປປ ລາວ ຈາກປະ ເທດທີ່ບໍ່ມີທາງອອກສູ່ທະເລ ໄປສູ່ປະເທດເຊື່ອມຈອດ-ເຊື່ອມໂຍງ. ໃນນັ້ນ, ໄດ້ສຳເລັດໂຄງການພື້ນ ຖານດ້ານການຂົນສົ່ງທີ່ສຳຄັນ ເປັນຕົ້ນ ແມ່ນສຳເລັດໂຄງການລົດໄຟ ລາວ-ຈີນ ທີ່ເປັນສ່ວນສຳຄັນຂອງໂຄງການເຊື່ອມຕາໜ່າງລົດໄຟ ສິງກະໂປ-ຄຸນໝິງ; ສຳເລັດໂຄງການກໍ່ສ້າງທາງດ່ວນວຽງຈັນ-ວັງວຽງ ຊ່ວງທີ 1 ຂອງໂຄງການທາງດ່ວນວຽງຈັນ-ບໍ່ເຕັນ ແລະ ສຳເລັດການເປີດນໍາໃຊ້ທ່າບົກ-ທ່ານາແລ້ງ ບັນດາໂຄງການດັ່ງກ່າວ, ໄດ້ປ່ຽນຮູບໂສມຂອງການເຊື່ອຈອດ-ເຊື່ອມໂຍງຂອງ ສປປ ລາວ ແລະ ຂອງອາຊຽນ ໂດຍສະເພາະການເຊື່ອມຈອດທາງບົກ ແລະ ການຄ້າ.
   ທ່ານ ງາມປະສົງ ເມືອງມະນີ ຍັງໄດ້ກ່າວອີກວ່າ: ໃນນາມປະທານຂອງກອງປະຊຸມ ຂະແໜງ ການຂົນສົ່ງອາຊຽນ ປີ 2023 ນີ້
, ສປປ ລາວ ສະເໜີໃຫ້ບັນດາປະເທດສະມາຊິກອາຊຽນ ສືບຕໍ່ສຸມໃສ່ບາງແຜນວຽກ ເປັນຕົ້ນ ການພັດທະນາພື້ນຖານໂຄງລ່າງ ຂົນສົ່ງຫລາຍຮູບແບບທີ່ເຊື່ອມສານເປັນລະ ບົບ ປະກອບກັບການວາງແຜນນໍາໃຊ້ພື້ນທີ່;  ການເຊື່ອມສານດ້ານນະໂຍບາຍ ແລະ ລະບຽບການຂົນ ສົ່ງຂ້າມແດນລະຫວ່າງປະເທດອາຊຽນ ເພື່ອຮັບປະກັນການຍົກລະດັບຄວາມສາມາດໃນການແຂ່ງຂັນດ້ານ ຂົນສົ່ງ ແລະ ໂຍທາທິການ; ສົ່ງເສີມການແລກປ່ຽນຖານຂໍ້ມູນຂົນສົ່ງ ແລະ ການນໍາໃຊ້ລະບົບທັນສະໄໝໃນວຽກງານຂົນສົ່ງຂ້າມແດນ; ສ້າງເງື່ອນໄຂດຶງດູດການມີສ່ວນຮ່ວມຂອງທຸກພາກສ່ວນໃນການພັດທະນາຂະແໜງຂົນສົ່ງອາຊຽນ ໂດຍສະເພາະ ຊຸກຍູ້ການມີສ່ວນຮ່ວມລົງທຶນໃນພື້ນຖານໂຄງລ່າງຂົນ ສົ່ງ ໃນຮູບແບບລົງທຶນຮ່ວມລະຫວ່າງພາກລັດ ແລະ ເອກະຊົນ ເພື່ອຮ່ວມກັນບັນລຸຄາດໝາຍ ເຮັດໃຫ້ອາຊຽນ ກາຍເປັນຕະຫລາດດຽວ ແລະ ເປັນຖານການຜະລິດຂອງພາກພື້ນ ແລະ ສາກົນ.

 ຂ່າວ: ກິດຕາ

KPL

ຂ່າວອື່ນໆ

ads
ads

Top