ສະພາແຫ່ງຊາດ ເພີ່ມທະວີການກວດກາວຽກ ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ

06/06/2023 17:26
Email Print 721
ຂປລ (ຂປລ/ສພຊ) ເພື່ອເປັນການຮັບປະກັນການຈັດຕັ້ງປະຕິບັດ ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງລັດຖະບານ ແລະ ທ້ອງຖິ່ນ ໄດ້ຮັບການຈັດຕັ້ງປະຕິບັດລວງດຽວກັນ ແລະ ມີຄວາມສະດວກ ໃນການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ


(ຂປລ/ສພຊ) ເພື່ອເປັນການຮັບປະກັນການຈັດຕັ້ງປະຕິບັດ ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງລັດຖະບານ ແລະ ທ້ອງຖິ່ນ ໄດ້ຮັບການຈັດຕັ້ງປະຕິບັດລວງດຽວກັນ ແລະ ມີຄວາມສະດວກ ໃນການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ  ໃນວັນທີ 6 ມິຖຸນາ 2023, ກໍາມາທິການບັນດາເຜົ່າ(ກບຜ) ສະພາແຫ່ງຊາດ ໄດ້ຈັດກອງປະຊຸມ ເພື່ອເປັນເອກະພາບບັນດາຄາດໝາຍ ດ້ານການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ປະຈໍາປີ 2023 (ໃນຮູບແບບທາງໄກ) ໂດຍການເປັນປະທານຂອງທ່ານ ຄໍາຈັນ ໂສຕະປະເສີດ ປະທານກໍາມາທິການບັນດາ ເຜົ່າສະພາແຫ່ງຊາດ, ມີບັນດາທ່ານ ຮອງປະທານກໍາມາທິການບັນດາເຜົ່າ, ກໍາມາທິການເສດ ຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ກໍາມາທິການແຜນການການເງິນ ແລະ ການກວດສອບ, ຮອງລັດ ຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ບັນດາທ່ານຕາງໜ້າຈາກພະແນກກະສິກໍາ ແລະ ປ່າໄມ້ແຂວງ 18 ​ແຂວງທົ່ວປະເທດ ເຂົ້າຮ່ວມ.
    ກອງປະຊຸມ ໄດ້ຮັບຟັງການສະເໜີການຕິດຕາມກວດກາ ບັນດາຄາດໝາຍຂອງ ວຽກງານພັດທະ ນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງກໍາມາທິການບັນດາເຜົ່າ ຈາກທ່ານຮອງປະທານກໍາມາທິການບັນດາເຜົ່າ ແລະ ການປະກອບຄໍາຄິດຄໍາເຫັນ ຂອງທ່ານຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້
; ການປະກອບຄໍາຄິດຄໍາເຫັນ ຂອງຫົວໜ້າ-ຮອງຫົວໜ້າພະແນກແຂວງຜົ້ງສາລີ, ບໍ່ແກ້ວ, ອຸດົມໄຊ, ຫົວພັນ, ໄຊສົມບູນ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ນະຄອນຫລວງວຽງຈັນ.

(ສອນສັກ ວັນວິໄຊ)

KPL

ຂ່າວອື່ນໆ

ads
ads

Top