ສານຂອງ ນາຍົກລັດຖະມົນຕີ ເນື່ອງໃນໂອກາດ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ

05/06/2023 16:03
Email Print 854
ຂປລ ປີນີ້ກໍເປັນອີກປີໜຶ່ງ ທີ່ພວກເຮົາໄດ້ຮ່ວມກັບປະຊາຄົມໂລກ ສະເຫລີມສະຫລອງວັນສິ່ງ ແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ, ວັນທີ 5 ມິຖຸນາ ປີ 2023 ນີ້ ແມ່ນຄົບຮອບ 50 ປີ ຂອງການສະເຫລີມສະຫລອງ ວັນສ້າງຕັ້ງວັນສິ່ງແວດລ້ອມໂລກ ໃນປີ 1973 ແລະ ຄົບຮອບ 24 ປີ

 

        ພີ່ນ້ອງຮ່ວມຊາດ ທີ່ຮັກແພງ ທັງຫລາຍ
   ປີນີ້ກໍເປັນອີກປີໜຶ່ງ ທີ່ພວກເຮົາໄດ້ຮ່ວມກັບປະຊາຄົມໂລກ ສະເຫລີມສະຫລອງວັນສິ່ງ ແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ
, ວັນທີ 5 ມິຖຸນາ ປີ 2023 ນີ້ ແມ່ນຄົບຮອບ 50 ປີ ຂອງການສະເຫລີມສະຫລອງ ວັນສ້າງຕັ້ງວັນສິ່ງແວດລ້ອມໂລກ ໃນປີ 1973 ແລະ ຄົບຮອບ 24 ປີ ຂອງການ ສ້າງຕັ້ງວັນສິ່ງແວດລ້ອມແຫ່ງຊາດ. ຈຸດປະສົງ ແມ່ນເພື່ອເປັນການປູກຈິດສໍານຶກ ແລະ ປຸກລະດົມໃຫ້ປວງຊົນລາວບັນດາເຜົ່າ, ບັນດາອົງການຈັດຕັ້ງລັດ, ເອກະຊົນ ແລະ ອົງການຈັດຕັ້ງສັງຄົມ ໃນຂອບເຂດທົ່ວປະເທດ ໄດ້ສະແດງຄວາມຮັກ, ຫວງແຫນ, ເຫັນຄວາມສໍາຄັນຂອງສິ່ງແວດລ້ອມ ແລະ ເປັນເຈົ້າການຮ່ວມມືກັນປົກປັກຮັກສາສິ່ງແວດລ້ອມ ອັນລໍ້າຄ່າຂອງພວກເຮົາ ໂດຍຫົວຂໍ້ວັນສິ່ງແວດລ້ອມປີນີ້ ແມ່ນສຸມໃສ່ການແກ້ໄຂບັນຫາມົນລະພິດຈາກສິ່ງເສດເຫລືອປລາສະຕິກ.
    ພີ່ນ້ອງຮ່ວມຊາດ ທີ່ຮັກແພງ
  ສິ່ງແວດລ້ອມ ເປັນປັດໄຈຕົ້ນຕໍ ໃນການດໍາລົງຊີວິດຂອງຄົນເຮົາ ແລະ ເປັນທຸກສິ່ງທຸກຢ່າງ ທີ່ເຮັດໃຫ້ສິ່ງມີທີ່ຊີວິດ ດໍາລົງຄົງຕົວຢູ່ໄດ້ຕາມສະພາບຂອງມັນ
, ໝາຍຄວາມວ່າ ຖ້າຫາກພວກເຮົາມີສິ່ງ ແວດລ້ອມທີ່ດີ ຄົນ, ສັດ ແລະ ພືດ ກໍມີສຸຂະພາບດີ, ລະບົບນິເວດກໍອຸດົມສົມບູນ, ການດໍາລົງຢູ່ຂອງສິ່ງມີຊີວິດ ມີຄວາມປອດໄພ, ສະອາດ ແລະ ທໍາມະຊາດກໍຂຽວສົດງົດງາມ. ນະໂອກາດນີ້, ຂ້າພະເຈົ້າ ຂໍຖືເປັນກຽດ ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມພາກພູມໃຈ ທີ່ໄດ້ຮ່ວມກັບປວງຊົນລາວທັງຊາດ ແລະ ວົງຄະນາຍາດສາກົນ ສະເຫລີມສະຫລອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ພາຍໃຕ້ຄໍາຂວັນ ສິ່ງແວດລ້ອມພວກເຮົາຈະດີ ຖ້າຫລຸດ ຜ່ອນການນໍາໃຊ້ປລາສຕິກ (BEAT PLASTICPOLLUTION)".
   ພີ່ນ້ອງຮ່ວມຊາດ ທີ່ຮັກແພງ
,
  ປັດຈຸບັນ
, ປະຊາກອນໂລກໃນທຸກພາກພື້ນ ກໍາລັງຜະເຊີນກັບ ສິ່ງທ້າທາຍຈາກການເສື່ອມໂຊມຂອງສິ່ງແວດລ້ອມ, ການສູນເສຍຄວາມຫລາກຫລາຍທາງດ້ານຊີວະນາໆພັນ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ ເປັນຕົ້ນ ບັນຫາມົນລະພິດ, ໄພແຫ້ງແລ້ງ, ໄພນໍ້າຖ້ວມ ແລະ ອາກາດທີ່ຮ້ອນອົບເອົ້າຂຶ້ນນັບມື້. ເນື່ອງຈາກການຂະຫຍາຍຕົວຢ່າງໄວວາຂອງເສດຖະກິດໂລກ ໃນຊຸມປີຜ່ານມາ, ສັງຄົມເຮົາໄດ້ມີການຜະລິດ ແລະ ນໍາໃຊ້ຜະລິດຕະພັນ ທີ່ເຮັດດ້ວຍປລາສະຕິກ ເພື່ອອໍານວຍຄວາມສະດວກໃນຊີວິດປະຈໍາວັນຫລາຍຂຶ້ນ ຊຶ່ງເປັນການສ້າງຂີ້ເຫຍື້ອເພີ່ມຂຶ້ນ ແລະ ກາຍເປັນບັນຫາໃຫຍ່ທາງດ້ານສິ່ງແວດລ້ອມ. ອີງຕາມຂໍ້ມູນຈາກ ອົງການສະຫະປະຊາຊາດເພື່ອສິ່ງແວດລ້ອມ, ໃນແຕ່ລະປີ ມີການຜະລິດປລາສະຕິກ ຫລາຍຫວ່າ 400 ລ້ານໂຕນ ໃນທົ່ວໂລກ ຊຶ່ງ 50% ຂອງປລາສະຕິກ ແມ່ນໃຊ້ພຽງຄັ້ງດຽວກໍຖິ້ມເປັນຂີ້ເຫຍື້ອ ອັນເຮັດໃຫ້ເກີດມີບັນຫາຂີ້ເຫຍື້ອປລາສະຕິກ ຊຶ່ງໃນທົ່ວໂລກມີປະມານ 6.300 ລ້ານໂຕນ. ໃນນັ້ນ, ປະມານ 9% ຖືກນໍາມາໃຊ້ຄືນໃໝ່, 12% ຖືກຈູດເຜົາ, 79% ແມ່ນຖືກນໍາໄປຖິ້ມໃນສະໜາມຂີ້ເຫຍື້ອ ແລະ ມີຈໍານວນໜຶ່ງຖືກຖິ້ມຊະຊາຍໂດຍບໍ່ມີການກໍາຈັດຢ່າງຖືກວິທີ.
   ຂີ້ເຫຍື້ອປລາສະຕິກ ມີການຍ່ອຍສະຫລາຍຍາກ ຊຶ່ງໂດຍທົ່ວໄປຈະໃຊ້ເວລາປະມານ
400-450 ປີຈຶ່ງຍ່ອຍສະຫລາຍ ເປັນຕົ້ນ ຕຸກນໍ້າ, ຈອກນໍ້າ, ຕຸກໃສ່ສະບູ, ຢາສະຜົມ, ຖົງຢາງປລາສະຕິກ ແລະ ອື່ນໆ. ບັນຫາຂີ້ເຫຍື້ອ ປລາສະຕິກ ສ່ວນໃຫຍ່ແມ່ນກໍໃຫ້ເກີດມົນລະພິດໃນອາກາດ, ດິນ ແລະ ນໍ້າ. ປລາສຕິກ ທີ່ຖືກຖິ້ມໃນນໍ້າ ເມື່ອດົນໄປມັນກໍເປື່ອຍ ກາຍເປັນເມັດຝຸ່ນນ້ອຍໆ ແລ້ວຖືກສະສົມຢູ່ໃນຕົວຂອງສັດນໍ້າ ຊຶ່ງສົ່ງຜົນກະທົບຕໍ່ສຸຂະພາບຄົນເຮົາ ເມື່ອນໍາເອົາສັດນໍ້າດັ່ງກ່າວມາບໍລິໂພກ. ຢູ່ໃນດິນກໍເຊັ່ນດຽວກັນ, ເມັດຝຸ່ນປລາສະຕິກ ສາມາດກະທົບຕໍ່ໂຄງສ້າງ ແລະ ລະບົບນິເວດຂອງດິນ ແລະ ຍັງເຮັດໃຫ້ນໍ້າໃຕ້ດິນເກີດມີສານປົນເປື້ອນ, ຄຸນນະພາບທັງດິນ ແລະ ນໍ້າ ໃນບໍລິເວນດັ່ງກ່າວຫລຸດຕໍ່າລົງ ອັນສົ່ງຜົນໃຫ້ປະສິດທິພາບ ຂອງການຜະລິດກະສິກໍາ ແລະ ປະລິມານນໍ້າກິນ-ນໍ້າໃຊ້ທີ່ສະອາດ ນັບມື້ຫລຸດລົງ. ສ່ວນການຈູດເຜົາປລາສະຕິກ, ນອກ ຈາກສົ່ງກິ່ນຂິວລົບກວນແລ້ວ ຂໍ້ມູນວິທະຍາສາດຍັງໄດ້ຢັ້ງຢືນວ່າ ມັນມີຜົນກະທົບທາງລົບ ໄລຍະຍາວຕໍ່ລະບົບຮ່າງກາຍຂອງຄົນເຮົາ ເຊັ່ນ: ລະບົບປະສາດ, ຕ່ອມ ແລະ ເຊວຕ່າງໆໃນຮ່າງກາຍ ລວມເຖິງລະບົບຫາຍໃຈ, ລະບົບຍ່ອຍອາຫານ ແລະ ລະບົບສືບພັນ ຊຶ່ງໜ້າເປັນຫ່ວງກ່ອນໝູ່ແມ່ນສຸຂະພາບ ແມ່ຍິງຖືພາ, ເດັກນ້ອຍ ແລະ ຜູ້ອາຍຸສູງ. ຍິ່ງໄປກວ່ານັ້ນ, ຍັງເປັນການປ່ອຍອາຍພິດ ທໍາລາຍຊັ້ນບັນຍາກາດ ເຮັດໃຫ້ເກີດພາວະໂລກຮ້ອນ ດັ່ງທີ່ພວກເຮົາຜະເຊີນຢູ່ທຸກມື້ນີ້.
  ຕໍ່ກັບບັນຫາສິ່ງແວດລ້ອມດັ່ງກ່າວ
, ວົງຄະນະຍາດສາກົນ ໄດ້ສະແດງຄວາມກັງວົນ ແລະ ມີຄວາມພະຍາຍາມໃນການແກ້ໄຂ ຊຶ່ງປັດຈຸບັນນີ້ ລັດພາຄີຂອງສະຫະປະຊາຊາດ 175 ປະເທດ ໄດ້ເຫັນດີ ພ້ອມໃຈກັນສ້າງຂໍ້ຕົກລົງຮ່ວມ ທີ່ຈະມີຜົນບັງຄັບໃຊ້ທາງດ້ານກົດໝາຍກ່ຽວກັບມົນລະພິດຈາກປລາສະຕິກ ໃນປີ 2024 ເພື່ອເປັນການຊຸກຍູ້ອັນສໍາຄັນໃນການຫລຸດຜ່ອນການປ່ອຍທາດອາຍພິດເຮືອນແກ້ວ ຈາກການຜະລິດ, ການນໍາໃຊ້ ແລະ ການກໍາຈັດປລາສະຕິກ, ທັງເປັນການປະກອບສ່ວນຕໍ່ເປົ້າໝາຍສາກົນ ເພື່ອຫລຸດຜ່ອນບັນຫາໂລກຮ້ອນ ໂດຍຈໍາກັດບໍ່ໃຫ້ອຸນຫະພູມສະເລ່ຍຂອງໂລກ ສູງຂຶ້ນບໍ່ເກີນ 1,5 ອົງສາ.
  ສໍາລັບ ສປປ ລາວ
, ພວກເຮົາ ກໍກໍາລັງຜະເຊີນໜ້າກັບຜົນກະທົບຕໍ່ສິ່ງແວດລ້ອມ ຊຶ່ງໃນປີນີ້ ໜັກໜ່ວງກວ່າໝູ່ແມ່ນ ບັນຫາໝອກຄວັນ (ຝຸ່ນລະອອງຂະໜາດນ້ອຍ) ຫລື PM 2.5 ທີ່ມີສາເຫດມາຈາກໄຟໄໝ້ປ່າ, ອາຍຄວັນເຜົາໄໝ້ຈາກຫລາຍແຫລ່ງ ເຊັ່ນ: ໂຮງຈັກໂຮງງານ, ພາຫະນະ ແລະ ຈາກການຈູດຂີ້ເຫຍື້ອຊະຊາຍ ເປັນຕົ້ນ ຂີ້ເຫຍື້ອປລາສະຕິກ ຊຶ່ງນອກຈາກປ່ອຍອາຍພິດໃນອາກາດແລ້ວ ຍັງສົ່ງກິ່ນລົບກວນ ເຮັດໃຫ້ເກີດມີຂໍ້ຂັດແຍ່ງໃນຊຸມຊົມທີ່ດໍາລົງຊີວິດຮ່ວມກັນໃນບໍລິ ເວນໃກ້ຄຽງ.
  ນອກນີ້
, ປະຊາຊົນລາວຈໍານວນຫລາຍ ຍັງມີຄວາມຊິນເຄີຍໃນການນໍາໃຊ້ປລາສະຕິກ ເພື່ອຮັບໃຊ້ໃນການດໍາລົງຊີວິດປະຈໍາວັນ ແລະ ການສະເຫລີມສະຫລອງບຸນປະເພນີຕ່າງໆ ຊຶ່ງມີການບໍລິການ ແລະ ການຊົມໃຊ້ສິນຄ້າເຮັດດ້ວຍປລາສະຕິກ ທີ່ໃຊ້ພຽງຄັ້ງດຽວ ນັບມື້ມີຈໍານວນເພີ່ມຂຶ້ນ. ນອກຈາກນັ້ນ, ຢູ່ຄົວເຮືອນ, ສໍານັກງານ, ຫ້າງຮ້ານ, ຮ້ານອາຫານ ແລະ ຕາມສະຖານທີ່ທ່ອງທ່ຽວ ກໍມີການນໍາໃຊ້ປລາສະຕິກ ນັບມື້ນັບຫລາຍຂຶ້ນເຊັ່ນກັນ. ການນໍາເຂົ້າສິນຄ້າທີ່ເຮັດດ້ວຍ ປລາສະຕິກ ຂອງ ສປປ ລາວ ແມ່ນກວມເອົາຈໍານວນຫລາຍກວ່າສິນຄ້າປະເພດອື່ນ ດ້ວຍມູນຄ່າຫລາຍກວ່າ 200 ລ້ານໂດລາສະຫະລັດ ໃນປີ 2022. ໃນນະຄອນຫລວງວຽງຈັນ, ການຜະລິດຂີ້ເຫຍື້ອແມ່ນ 500-600 ໂຕນ/ວັນ, ແຕ່ສາມາດເກັບ ແລະ ຂົນຖ່າຍ ໄປກໍາຈັດຢູ່ສະໜາມຂີ້ເຫຍື້ອໄດ້ພຽງແຕ່ 300-350 ໂຕນ/ວັນ, ສ່ວນທີ່ຍັງເຫລືອ ປະມານ 250-300 ໂຕນ ແມ່ນຖືກປະປ່ອຍ ແລະ ທໍາລາຍແບບຊະຊາຍ. ໃນເຂດຊົນນະບົດ ເຖິງວ່າປະລິມານຂອງຂີ້ເຫຍື້ອຍັງບໍ່ຫລາຍ ແຕ່ຄວາມສາມາດໃນການໃຫ້ການບໍລິການເກັບມ້ຽນຂີ້ເຫຍື້ອ ຍັງບໍ່ທັນທົ່ວເຖິງ, ຍັງມີການຖິ້ມຂີ້ເຫຍື້ອຊະຊາຍຕາມແຫລ່ງຕ່າງໆ ແລະ ຈູດທໍາລາຍພາຍໃນຄົວເຮືອນ. ໃນສະພາບການດັ່ງທີ່ກ່າວມານີ້, ລັດຖະບານ ກໍໄດ້ພະຍາຍາມຂົນຂວາຍຫລາຍວິທີທາງ ເພື່ອກໍາຈັດຂີ້ເຫຍື້ອໃຫ້ຖືກຕ້ອງຕາມເຕັກນິກວິທີການ ແລະ ນໍາກັບມາໃຊ້ຄືນໃຫ້ເກີດປະໂຫຍດ ເພື່ອຫລຸດຜ່ອນບັນຫາສິ່ງແວດ ລ້ອມ ໂດຍໄດ້ຮ່ວມມືກັບ ພາກເອກະຊົນ ແລະ ຄູ່ຮ່ວມງານສາກົນ ສ້າງເປັນແຜນງານ, ໂຄງການເພື່ອຈັດຕັ້ງປະຕິບັດ ແລະ ໄດ້ຂະຫຍາຍການບໍລິການເກັບຂີ້ເຫຍື້ອໃຫ້ເພີ່ມຂຶ້ນ. ໃນດ້ານນະໂຍບາຍ ກໍໄດ້ມີການຜັນຂະຫຍາຍບັນດາ ສັນຍາສາກົນ ໂດຍສ້າງເປັນກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍເພື່ອຄຸ້ມຄອງສິ່ງເສດເຫລືອ ອັນພົ້ນເດັ່ນກວ່າໝູ່ແມ່ນໄດ້ສ້າງແຜນດໍາເນີນງານແຫ່ງຊາດ ກ່ຽວກັບການຄຸ້ມຄອງສິ່ງເສດເຫລືອຈາກປລາສະຕິກ ຂອງ ສປປ ລາວ 2022-2030 ແລະ ສົ່ງເສີມເສດ ຖະກິດໝູນວຽນ ຊຶ່ງເປັນລະບົບເສດຖະກິດ ເພື່ອຫລຸດຜ່ອນສິ່ງເສດເຫລືອ ແລະ ໃຊ້ຊັບພະຍາ ກອນທີ່ມີຢູ່ໃຫ້ເກີດປະໂຫຍດສູງສຸດ ແລະ ໃຫ້ມີຄວາມຍືນຍົງ.
   ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ
,
  ນອກຈາກບັນຫາຂີ້ເຫຍື້ອຈາກ ປລາສະຕິກ ຍັງມີບັນຫາສິ່ງແວດລ້ອມ ທີ່ເກີດຈາກບັນດາໂຄງການ ພັດທະນາຕ່າງໆ ຊຶ່ງລັດຖະບານ ໄດ້ກໍານົດໃຫ້ປະຕິບັດມາດຕະການຫລຸດຜ່ອນ ແລະ ແກ້ໄຂຢ່າງເປັນລະບົບ ພ້ອມທັງໄດ້ມີການຕິດຕາມກວດກາຢ່າງເຂັ້ມງວດ
, ໄດ້ມີການປັບປຸງນະໂຍ ບາຍ ແລະ ນິຕິກໍາ ໃຫ້ແທດເໝາະກັບສະພາບການພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ. ພ້ອມກັນນັ້ນ, ກໍໄດ້ເຊື່ອມສານວຽກງານສິ່ງແວດລ້ອມ ເຂົ້າໃນແຜນພັດທະນາຂອງຂະແໜງການຕ່າງໆ ເປັນຕົ້ນ ພື້ນຖານໂຄງລ່າງ, ກະສິກໍາ, ບໍ່ແຮ່, ພະລັງງານ, ການທ່ອງທ່ຽວ ແລະ ອື່ນໆ. ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໄດ້ກໍານົດວຽກງານຈຸດສຸມ, ເສີມຂະຫຍາຍທຸກຄວາມສາມາດ ແລະ ທ່າແຮງບົ່ມຊ້ອນ, ຮັບປະກັນການພັດທະນາແບບຍືນຍົງ ແລະ ເປັນເຈົ້າຕົນເອງ, ເພີ່ມທະວີການປົກປັກຮັກສາ ແລະ ແກ້ໄຂບັນຫາສິ່ງແວດລ້ອມ ຊຶ່ງນະໂຍບາຍ ແລະ ທິດທາງດັ່ງກ່າວ ແມ່ນໄດ້ຮັບການຜັນຂະຍາຍຢ່າງກວ້າງຂວາງ ຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ IX (2021-2025) ແລະ ແຜນພັດທະນາຂອງຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໂດຍເນັ້ນໃສ່ການນາໃຊ້ຊັບພະຍາກອນທໍາມະຊາດ ໃຫ້ເກີດປະໂຫຍດສູງສຸດ ແລະ ມີຄວາມຍືນຍົງ, ສິ່ງແວດລ້ອມໄດ້ຮັບການປົກ ປັກຮັກສາ ແລະ ປາສະຈາກມົນລະພິດ. ທັງໝົດເຫລົ່ານີ້, ໄດ້ຢັ້ງຢືນໃຫ້ເຫັນຢ່າງເດັ່ນຊັດເຖິງທິດທາງການພັດທະນາຂອງ ສປປ ລາວ ຕາມທິດສີຂຽວ, ຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ ຢ່າງສະເໝີຕົ້ນສະເໝີປາຍ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ເສດຖະກິດ-ສັງຄົມ ທີ່ຈະເລີນຮຸ່ງເຮືອງ ຄຽງຄູ່ກັບການມີສິ່ງແວດລ້ອມທີ່ດີ ແມ່ນຄວາມມຸ່ງມາດປາຖະໜາອັນແຮງກ້າຂອງປະຊາຊົນລາວທັງຊາດ.
   ເນື່ອງໃນໂອກາດ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ປີ
2023 ນີ້, ຂ້າພະເຈົ້າ ຂໍຕາງໜ້າລັດຖະບານ ເຊີນຊວນທຸກພາກສ່ວນ, ທຸກຊັ້ນຄົນ ປະກອບສ່ວນເຂົ້າໃນການໂຄສະນາ, ສ້າງຂະບວນການ, ສ້າງຈິດສໍານຶກຕ່າງໆ, ພ້ອມກັນເປັນເຈົ້າການ ປະຕິບັດມາດຕະການຫລຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມໃນທຸກຂົງເຂດຢ່າງຕັ້ງໜ້າ. ພິເສດ, ເພື່ອແກ້ໄຂໄດ້ບັນດາຜົນກະທົບທີ່ຢັ້ງຢືນດ້ວຍຂໍ້ມູນວິທະຍາສາດ ດັ່ງທີ່ ຂ້າພະເຈົ້າ ໄດ້ກ່າວມານັ້ນ, ພວກເຮົາ ຈົ່ງຮ່ວມແຮງຮ່ວມໃຈກັນຫັນປ່ຽນຈິນຕະນາການ ແລະ ປັບປ່ຽນພຶດຕິກໍາໃນການດໍາລົງຊີວິດ, ການຜະລິດ ແລະ ການຊົມໃຊ້ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ເປັນມິດກັບສິ່ງແວດລ້ອມ. ສິ່ງສໍາຄັນ, ຕ້ອງປະຕິບັດຕາມລະບຽບກົດໝາຍ ແລະ ບັນດາຂໍ້ແນະນໍາທີ່ຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ໄດ້ອອກຢ່າງເຂັ້ມງວດ.
    ສິ່ງແວດລ້ອມ ບໍ່ແມ່ນເລື່ອງໄກຕົວຂອງພວກເຮົາທຸກຄົນ
, ພວກເຮົາຈົ່ງເລີ່ມຈາກການຫັນມາຊົມໃຊ້ຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ ເຊັ່ນ: ຖົງຜ້າ, ກວດແກ້ວ, ຈອກແກ້ວ ລວມທັງວັດສະດຸທໍາມະຊາດທີ່ຍ່ອຍສະຫລາຍໄດ້ງ່າຍ ມາແທນທີ່ການນໍາໃຊ້ປລາສະຕິກ ພຽງຄັ້ງດຽວ ແລ້ວຖິ້ມເປັນຂີ້ເຫຍື້ອ. ພວກເຮົາຕ້ອງເດັດດ່ຽວ ຢຸດການຖິ້ມ, ຢຸດການຈູດຂີ້ເຫຍື້ອຊະຊາຍ ແລະ ຫັນມາສົ່ງເສີມການປູກຕົ້ນໄມ້ ໃນບໍລິເວນພື້ນທີ່ຂອງຕົນ ແລະ ສະຖານທີ່ສາທາລະນະ ຕາມທີ່ໄດ້ກໍານົດໄວ້ໃຫ້ຫລາຍຂຶ້ນ ເພື່ອຊ່ວຍໃຫ້ອາກາດເຢັນລົງກວ່ານີ້. ທັງໝົດນີ້ ກໍເພື່ອເຮັດໃຫ້ການດໍາລົງຊີວິດຂອງພວກເຮົາສະດວກສະບາຍຂຶ້ນ ແລະ ຊ່ວຍປະກອບສ່ວນ ສ້າງປະເທດລາວອັນສວຍງາມ ແລະ ແສນຮັກຂອງພວກເຮົາ ໃຫ້ເຕັມໄປດ້ວຍສີຂຽວ, ມີອາກາດສົດຊື່ນ, ສະອາດ, ເປັນລະບຽບ ຮຽບຮ້ອຍ ແລະ ສວຍງາມກວ່າເກົ່າ.

KPL

ຂ່າວອື່ນໆ

ads
ads

Top