ລັດຖະມົນຕີກະຊວງການເງິນ ລົງຊຸກການເກັບພາສີ ທີ່ດິນ ຜ່ານລະບົບທັນສະໄໝ ຢູ່ບ້ານຕານມີໄຊ

05/06/2023 15:42
Email Print 848
ຂປລ ຂປລ. ວັນທີ 2 ມິຖຸນາ 2023 ຜ່ານມາ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ພ້ອມຄະນະ ລົງຊຸກຍູ້, ຕິດຕາມການທົດລອງນຳໃຊ້ເຄື່ອງມືທີ່ທັນສະໄໝ ກໍ​ຄື ລະບົບຄຸ້ມ ຄອງເກັບພາສີທີ່ດິນແບບເອເລັກໂຕຣນິກ(LTMS)

ຂປລ. ວັນທີ 2 ມິຖຸນາ 2023 ຜ່ານມາ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ພ້ອມຄະນະ ລົງຊຸກຍູ້, ຕິດຕາມການທົດລອງນຳໃຊ້ເຄື່ອງມືທີ່ທັນສະໄໝ ກໍ​ຄື ລະບົບຄຸ້ມ ຄອງເກັບພາສີທີ່ດິນແບບເອເລັກໂຕຣນິກ(LTMS) ຢູ່ບ້ານຢູ່ບ້ານຕານມີໄຊ ເມືອງໄຊທານີນະຄອນ ຫລວງວຽງຈັນ ໂດຍການຕ້ອນຮັບຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທັງ​ນີ້, ກໍເພື່ອເປັນການສືບຕໍ່ຜັນຂະຫຍາຍບັນດາເນື້ອໃນຂອງວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ຕ້ານການຮົ່ວໄຫລລາຍຮັບງົບປະມານ ລວມທັງການຫັນເອົາວຽກງານເກັບລາຍຮັບເຂົ້າສູ່ລະ ບົບທັນສະໄໝ ເພື່ອໃຫ້ສາມາດຄຸ້ມຄອງຕິດຕາມ, ສັງລວມລາຍງານໄດ້ຢ່າງມີປະສິດທິພາບ ແບບ Real time, ທັງເປັນການຊຸກຍູ້ການຈັດຕັ້ງປະຕິບັດວຽກງານ ການສ້າງບ້ານເປັນຫົວໜ່ວຍພັດ ທະນາດ້ານການເງິນ ແລະ ການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ.
   ​ໂອກາດ​ນີ້, ທ່ານ ຄຳພັນ ພັນທຸລັກ ຫົວໜ້າສ່ວຍສາອາກອນ ປະຈຳນະຄອນຫລວງວຽງຈັນ​ໄດ້​ລາຍ​ງານສະພາບພົ້ນເດັ່ນໃນການເກັບລາຍຮັບໃນ 5 ເດືອນຜ່ານມາວ່າ: ນັບແຕ່ຕົ້ນປີໄດ້ເລັ່ງທວງການແຈ້ງມອບອາກອນກໍາໄລງວດ
II ປີ 2023, ໄດ້ຮີບຮ້ອນສືບຕໍ່ວຽກສໍາຫລວດຈັດປະເພດວິສາຫະກິດຄືນໃໝ່ ໂດຍຫັນເອົາເຂົ້າລະບົບທັງໝົດ, ມາຮອດປັດຈຸບັນ ຫົວໜ່ວຍວິສາຫະກິດມີທັງໝົດ 59.144  ຫົວໜ່ວຍ, ສືບຕໍ່ວຽກຂະຫຍາຍຖານອາກອນມູນຄ່າເພີ່ມ ຈາກເປົ້າໝາຍຫັນເຂົ້າ7.695 ຫົວໜ່ວຍປີ 2022 ຫັນໄດ້ແລ້ວ 6.628 ຫົວໜ່ວຍ, ເລັ່ງວຽກສືບຕໍ່ວຽກປະຖົມນິເທດໃຫ້ເປັນປົກກະຕິໃນ 5 ເດືອນຕົ້ນປີປະຕິບັດໄດ້ 992 ຫົວໜ່ວຍ, ປັດຈຸບັນມີຫົວໜ່ວຍແຈ້ງມອບດ້ວຍຕົນເອງ 14.698 ຫົວໜ່ວຍເທົ່າກັບ 72,81% ຂອງຫົວໜ່ວຍຖືບັນຊີ ແລະ ຈຸນລະວິສາຫະກິດ, ວຽກຄຸ້ມຄອງຄ່າທໍານຽມທາງ ໄດ້ຮ່ວມກັບກົມສ່ວຍສາອາກອນ ນຳໃຊ້ລະບົບໃໝ່ຢູ່ຂັ້ນສ່ວຍສາອາກອນປະຈຳນະຄອນຫລວງວຽງຈັນໃນ 9 ຕົວເມືອງ ແລະ ຈຸດບໍລິການຕ່າງໆ, ປັບປຸງຂອດບໍລິການຕໍ່ຜູ້ປະກອບການ, ສ້າງຄວາມເຂັ້ມແຂງດ້ານວິຊາສະເພາະໃຫ້ພະນັກງານ, ແຕ່ງຕັ້ງພະນັກ ງານລົງຊ່ວຍເມືອງ, ເນັ້ນວຽກຄ່າເຊົ່າ, ປຸກສ້າງຮ້ານຂາຍເຄື່ອງມິນິມາກ, ໂທລະສັບມືຖື ແລະ ທ່າ ແຮງບົ່ມຊ້ອນອື່ນໆ.
   ສຳລັບວຽກເກັບພາສີທີ່ດິນ ຢູ່ນະຄອນຫລວງວຽງຈັນ ໄດ້ເລືອກເອົາ 5 ບ້ານປະກອບມີ: ບ້ານຕານມີໄຊ, ບ້ານດົງໂດກ, ບ້ານໄຊສົມບູນ, ບ້ານທ່າງ່ອນ, ບ້ານໂພນຄໍ້ ​ໂດຍໄດ້ມອບອຸປະກອນ ການຈັດເກັບແບບທັນສະໄໝໃຫ້ຄົບຊຸດ ເພື່ອຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໃຫ້ມີຜົາສຳເລັດ. ພ້ອມ​ນີ້, ທ່ານ​ຍັງ​ໄດ້ ສະເໜີຂໍແກ້ໄຂ ການເຂົ້າເຖິງຂໍ້ມູນການຊໍາລະພາສີທີ່ດິນຜ່ານທະນາຄານ ເພື່ອເອົາຕົວເລກເຂົ້າເປັນລາຍຮັບໃຫ້ໄດ້ເປັນແຕ່ລະໄລຍະ ເພື່ອໂຫລດເອົາຂໍ້ມູນສະໜອງໃຫ້ການເງິນບ້ານ ໄດ້ກວດຄືນວ່າ ຍັງມີຕອນດິນທີ່ຍັງບໍ່ທັນເສຍພາສີທີ່ດິນ ເພື່ອຈະໄດ້ຊຸກຍູ້ຕື່ມໃຫ້ມີການຝຶກອົບຮົມໃຫ້ພະນັກງານວິຊາການສ່ວຍສາອາກອນ ແລະ ການເງິນບ້ານໃນການນໍາໃຊ້ລະບົບໃໝ່ຢ່າງລຽນຕິດ, ລະບົບ
Taxris ມີຂໍ້ມູນເລກທີຕອນດິນຢ່າງດຽວ ໃນລະບົບໃໝ່ມີເລກແຜນທີ່ດິນ ແລະ ເລກທີຕອນດິນ, ສະເໜີປັບໃຫ້ເປັນແບບດຽວກັນ, ການປ່ຽນແປງໃບຕາດິນຂອງປະຊາຊົນໃຫ້ລະບົບໄປເຊື່ອມໂຍງກັນ ເພື່ອຈະໄດ້ຮູ້ຂໍ້ມູນເກັບຢ່າງທ່ວງທັນ.
   ພ້ອມ​ກັນ​ນີ້,  ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ໄດ້ລາຍງານກ່ຽວກັບ ການເປີດທົດລອງນໍາໃຊ້ການເກັບພາສີທີ່ດິນ ແບບເອເລັກໂຕຣນິກ(LTMS) ຢູ່ 5 ບ້ານຂອງເມືອງໄຊທານີ, ເຊິ່ງໄລຍະຜ່ານມາກົມສ່ວຍສາອາກອນ ໄດ້ຄຸ້ມຄອງເກັບພາສີທີ່ດິນຜ່ານທະນາຄານການຄ້າຕ່າງປະເທດລາວມະຫາຊົນ (ທຄຕລ) ເລີ່ມແຕ່ວັນທີ 1 ທັນວາ 2018 ເຖິງວັນທີ 31 ທັນວາ 2022 ແລະ ໄດ້ຜັນຂະຫຍາຍການນໍາໃຊ້ລະບົບດັ່ງກ່າວ ລົງສູ່ຂັ້ນທ້ອງຖິ່ນໃນຂອບເຂດທົ່ວປະເທດ. ຜ່ານການຈັດຕັ້ງການຄຸ້ມຄອງເກັບພາສີທີ່ດິນຜ່ານລະບົບດັ່ງກ່າວ, ເພື່ອຫັນເອົາຫົວໜ່ວຍຕອນດິນເຂົ້າໃນລະບົບແບບລວມສູນ ແລະ ຊຸກຍູ້ສົ່ງເສີມໃຫ້ຜູ້ເຈົ້າຂອງຕອນດິນແຈ້ງເສຍດ້ວຍຕົນເອງຜ່ານລະບົບທະນາຄານໃຫ້ຫລາຍຂຶ້ນ ເຊິ່ງເຫັນວ່າ ຍັງມີຂໍ້ຈໍາກັດດ້ານຊ່ອງທາງການຊໍາລະຍັງບໍ່ກວ້າງຂວາງ ແລະ ບໍ່ສາມາເຂົ້າເຖິງຫລາຍເຂດທີ່​ຫ່າງ​ໄກ ເປັນຕົ້ນ ຂັ້ນບ້ານ. ສະນັ້ນ, ພາຍຫລັງສິ້ນສຸດສັນຍາກັບທະນາຄານການຄ້າຕ່າງປະເທດລາວມະຫາຊົນ ໃນທ້າຍປີ 2022; ກະ ຊວງການເງິນ ໄດ້ສືບຕໍ່ຮ່ວມມືກັບ ກຸ່ມບໍລິສັດດວງຈະເລີນ ພັດທະນາລະບົບຄຸ້ມຄອງເກັບພາສີທີ່ດິນແບບເອເລັກໂຕຣນິກ (LTMS ໂດຍເບື້ອງຕົ້ນໄດ້ເປີດທົດລອງນໍາໃຊ້ການເກັບພາສີທີ່ດິນແບບເອເລັກໂຕຣນິກຢູ່ 5 ບ້ານຂອງເມືອງໄຊທານີ  ແລະ ໄດ້ຝຶກອົບຮົມວິທີການນໍາໃຊ້ລະບົບໃຫ້ກັບເຈົ້າໜ້າທີ່ສ່ວຍສາອາກອນປະຈໍາ 9 ເມືອງໃນນະຄອນຫລວງວຽງຈັນ ແລະ ໃນເດືອນເມສາ 2023 ໄດ້ເປີດທົດລອງນໍາໃຊ້ລະບົບດັ່ງກ່າວຢູ່ 5 ບ້ານຂຶ້ນກັບເມືອງໄຊທານີ ແລະ ສາມາດສະຫລຸບສັງ ລວມເອົາຂໍ້ມູນຕອນດິນ ເຂົ້າໃນລະບົບບ້ານໄດ້ທຸກປະເພດຕອນດິນທັງໝົດ 2.748 ຕອນ, ໃນໄລ ຍະທົດລອງສາມາດເອົາຂໍ້ມູນຕອນດິນເຂົ້າໃນລະບົບໄດ້ເພີ່ມ 145 ຕອນ. ໃນນັ້ນ, ບ້ານຕານມີໄຊ 31 ຕອນ, ບ້ານດົງໂດກ 55 ຕອນ, ບ້ານທ່າງ່ອນ 35 ຕອນ, ບ້ານໂພນຄໍ້ 7 ຕອນ ແລະ ບ້ານໄຊສົມບູນ 17 ຕອນ.

​ໃນ​ໂອກາດ​ດຽວ​ກັນ, ທ່ານສັນຕິພາບ ພົມວິຫານ ໄດ້ຍ້ອງຍໍຊົມ​ເຊີຍ ຕໍ່ການເອົາໃຈໃສ່ປະ ຕິບັດວຽກງານຂອງທຸກພາກສ່ວນ ເຊິ່ງເຮັດໃຫ້ການຈັດເກັບລາຍຮັບມີທ່າກ້າວທີ່ດີ, ໄປຄຽງຄູ່ກັບຈຸດດີນັ້ນ ຍັງມີບາງບັນຫາຕ້ອງໄດ້ເອົາໃຈໃສ່ຕື່ມ ເປັນຕົ້ນ ໃຫ້ສືບຕໍ່ເອົາໃຈໃສ່ການຈັດຕັ້ງປະຕິບັດວຽກງານຕົວຈິງ ເພື່ອປະກອບສ່ວນເຮັດໃຫ້ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານບັນລຸໄດ້ຕາມຄາດໝາຍ, ຂຸດຄົ້ນໃຫ້ເຫັນຖານລາຍຮັບທີ່ບົ່ມຊ້ອນ ໂດຍຫັນໄປສູ່ລະບົບທັນສະໄໝ,ສາ ມາດຕິດຕາມກວດສອບໄດ້ຢ່າງໂປ່ງ​ໄສ, ຊັດເຈນ ຊຸກຍູ້ໃຫ້ການເກັບລາຍຮັບທົດລອງດ້ວຍລະບົບທັນສະໄໝຢູ່ຂັ້ນບ້ານມີປະສິດທິຜົນ ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້, ຂະຫຍາຍໄປໃນບ້ານຕ່າງໆໃນຂອບເຂດທົ່ວປະເທດ. ໂອກາດການລົງມາຊຸກຍູ້ຄັ້ງນີ້, ກະຊວງການເງິນ ກໍໄດ້ມອບອຸ ປະກອນຮັບໃຊ້ຫ້ອງການ, ຄອມພິວເຕີ, ເຄື່ອງພິມ​ເອກະສານ ໃຫ້ແກ່ບ້ານ ແລະ ເມືອງໄຊທານີ, ເພື່ອນຳໃຊ້ເຂົ້າໃນການຈັດເກັບລາຍຮັບຢູ່ຂັ້ນບ້ານ ຕື່ມອີກ.

ຂ່າວ-ພາບ: ກະຊວງ​ການ​ເງິນ


KPL

ຂ່າວອື່ນໆ

ads
ads

Top