ພາກ​ລັດ ​ແລະ ພາກ​ທຸລະ​ກິດ ປະ​ເມີນ​ຜົນ​ ປັບປຸງສະພາບແວດລ້ອມ ການດໍາເນີນທຸລະກິດ

27/03/2023 16:05
Email Print 18237
ຂປລ ຂປລ. ກອງປະຊຸມທຸລະກິດລາວ ຄັ້ງທີ 14 ຈັດຂຶ້ນໃນວັນທີ 27 ມີນາ 2023 ເພື່ອທົບທວນ ຄືນຜົນຂອງການປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດຢູ່ລາວ ເພື່ອແນໃສ່ປັບປຸງສະພາບແວດລ້ອມ ການດໍາເນີນທຸລະກິດໃນ ສປປ ລາວ ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ
  

 

       ຂປລ.  ກອງປະຊຸມທຸລະກິດລາວ ຄັ້ງທີ 14 ຈັດຂຶ້ນໃນວັນທີ 27 ມີນາ 2023 ເພື່ອທົບທວນ ຄືນຜົນຂອງການປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດຢູ່ລາວ ເພື່ອແນໃສ່ປັບປຸງສະພາບແວດລ້ອມ ການດໍາເນີນທຸລະກິດໃນ ສປປ ລາວ ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ,  ມີຜູ້ຕາງໜ້າຈາກຂະແໜງການຕ່າງໆຂອງພາກລັດ, ຜູ້ປະກອບການລາວ ແລະ ຕ່າງປະເທດ ເຂົ້າຮ່ວມ.
     ກອງປະຊຸມຄັ້ງນີ້
, ໄດ້ທົບທວນ ຄວາມຄືບໜ້າຂອງການປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ຈາກກອງປະຊຸມທຸລະກິດລາວ ຄັ້ງທີ 13 ເປັນຕົ້ນມາ ເຊິ່ງໃນ 1 ປີຜ່ານມາ ສາມາດຍາດໄດ້ຜົນສຳເລັດຫລາຍດ້ານ ໂດຍສະເພາະການຫລຸດເວລາ ແລະ ຄ່າໃຊ້ຈ່າຍໃນການເລີ່ມຕົ້ນການດໍາເນີນທຸລະກິດ ສຳລັບກິດຈະກຳ ທີ່ບໍ່ນອນຢູ່ໃນບັນຊີຄວບຄຸມ, ການນໍາໃຊ້ວິທີຄວບຄຸມຄວາມສ່ຽງ ໃນການອອກໃບອະນຸຍາດດໍາເນີນທຸລະກິດ ໃນບາງຂະແໜງການ, ປັບປຸງການເຂົ້າເຖິງກົດໝາຍ ແລະ ລະບຽບການທີ່ພົວພັນກັບການຄ້າ ແລະ ການລົງທຶນ, ຄວາມພະຍາຍາມ ໃນການຈັດຕັ້ງປະຕິບັດບັນດາຂໍ້ຂໍ້ຜູກພັນ ທີ່ຕົກລົງໃນສົນທິສັນຍາການຄ້າ ສອງຝ່າຍ ແລະ ຫລາຍຝ່າຍເຊັ່ນ: ລະດັບພາກພື້ນ ແລະ ລະດັບສາກົນ, ການເພີ່ມທະວີຂີດຄວາມສາມາດໃຫ້ແກ່ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນອຍ ແລະ ກາງ. ນັບແຕ່ ກອງປະຊຸມທຸລະກິດລາວ ຄັ້ງທີ 13 ເປັນຕົ້ນມາ ໜ່ວຍງານປຶກສາຫາລືພາກທຸລະກິດ ແລະ ຂະແໜງການກ່ຽວຂ້ອງຂອງພາກລັດ ໄດ້ກຳນົດຂໍ້ສະເໜີການແກ້ໄຂບັນຫາບຸລິມະສິດ ທັງໝົດ 49 ຂໍ້ສະເໜີ ເຊິ່ງຕິດພັນກັບຂົງເຂດຕ່າງໆເຊັ່ນ: ຂັ້ນຕອນການກໍ່ຕັ້ງທຸລະກິດ, ການອຳນວຍຄວາມສະດວກທາງດ້ານການຄ້າ, ການເຂົ້າເຖິງແຫລ່ງທຶນ, ການບັງຄັບໃຊ້ກົດໝາຍ ແລະ ລະບຽບການ, ການສົ່ງເສີມການທ່ອງທ່ຽວທີ່ຍືນຍົງ ແລະ ການຜະລິດກະສິກຳ ​ໂດຍມີ 21 ຂໍ້ສະເໜີ ທີ່ແກ້ໄຂໄດ້ແລ້ວ, 20 ຂໍ້ສະເໜີ ແມ່ນມີຄວາມຄືບໜ້າໃນການແກ້ໄຂ ແຕ່ຕ້ອງການເວລາເພີ່ມເຕີມ. ສ່ວນອີກ 8 ຂໍ້ສະເໜີ ແມ່ນບໍ່ສາມາດແກ້ໄຂໄດ້ ເນື່ອງຈາກມີຂໍ້ຈຳກັດ ທີ່ສົມເຫດສົມຜົນ.
     ໂອກາດນີ້
,  ທ່ານ ສອນໄຊ ສີພັນດອນ ​ໄດ້​ມີ​ຄຳ​ເຫັນວ່າ: ກອງປະຊຸມຄັ້ງນີ້, ຈັດຂຶ້ນໃນເງື່ອນໄຂ ແລະ ສະພາບແວດລ້ອມ ຂອງພາກພື້ນ ແລະ ສາກົນ ທີ່ມີການຜັນແປໄປຢ່າງສະຫລັບສັບຊ້ອນ, ຄາດເດົາໄດ້ຍາກ, ເຖິງວ່າສະພາບການລະບາດຂອງໂຄວິດ-19 ຈະຜ່ອນຄາຍລົງຫລາຍແລ້ວກໍຕາມ, ແຕ່ກໍໄດ້ສົ່ງຜົນກະທົບທັງທາງກົງ ແລະ ທາງອ້ອມ ຕໍ່ເສດຖະກິດ, ການເງິນ, ການຄ້າ ແລະ ການລົງທຶນ. ຜົນກະທົບຂອງຄວາມຂັດແຍ່ງດັ່ງກ່າວ ຕໍ່ລະບົບການຂົນສົ່ງ, ຕໍ່ຕ່ອງໂສ້ການຜະລິດ ແລະ ການສະໜອງ ໄດ້ກໍໃຫ້ເກີດຄວາມສ່ຽງສູງຂຶ້ນໃນການເຄື່ອນໄຫວການຄ້າ, ການລົງທຶນ ແລະ ການດຳເນີນທຸລະກິດ. ສຳລັບ ສປປ ລາວ, ສະພາບແວດລ້ອມທາງດ້ານເສດຖະກິດ ກໍຍັງຢູ່ໃນເງື່ອນໄຂທີ່ຫຍຸ້ງຍາກສົມຄວນ ຍ້ອນພື້ນຖານການຜະລິດທີ່ບໍ່ທັນເຂັ້ມແຂງ, ຍ້ອນໄດ້ຮັບຜົນກະທົບຈາກການລະບາດ ຂອງພະຍາດໂຄວິດ ແລະ ໄພພິບັດທຳມະຊາດ ໃນຊຸມປີຜ່ານມາ. ພ້ອມກັນນີ້, ບັນຫາໜີ້ສິນພາກລັດ, ລາຄານໍ້າມັນທີ່ສູງຂຶ້ນ, ລາຍຮັບຈາກການສົ່ງອອກແຮ່ທາດ ແລະ ທ່ອງທ່ຽວ ທີ່ຫລຸດລົງ ກໍເຮັດໃຫ້ການຈັດຕັ້ງປະຕິບັດແຜນຟື້ນຟູເສດຖະກິດ ຫລັງໂຄວິດ ມີຄວາມທ້າທາຍບໍ່ໜ້ອຍ.  ສະນັ້ນກອງປະຊຸມທຸລະກິດລາວ ຄັ້ງທີ 14 ນີ້, ໄດ້ເປີດໂອກາດໃຫ້ຜູ້ຕາງໜ້າຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຜູ້ຕາງໜ້າ ຂອງສະພາການຄ້າເອີຣົບ, ນັກເສດຖະສາດ ອາວຸໂສຈາກທະນາຄານໂລກ ແລະ ຜູ້ເຂົ້າຮ່ວມປະຊຸມ ໄດ້ມີຄໍາຄິດເຫັນ, ແລກປ່ຽນ ແລະ ສະເໜີຕໍ່ລັດຖະບານ ແລະ ຂະແໜງການກ່ຽວຂ້ອງ ເພື່ອນຳໄປຄົ້ນ ຄວ້າ ແລະ ພິຈາລະນາຕື່ມອີກ. ພ້ອມ​ນີ້, ທ່ານ ສອນໄຊ ສີພັນດອນ  ກໍໄດ້ເນັ້ນໜັກເຖິງຄວາມສຳຄັນ ຂອງການພັດທະນາພາກທຸລະກິດ ຕໍ່ການບັນລຸເປົ້າໝາຍການສົ່ງເສີມ ຄວາມຫລາກຫລາຍທາງເສດຖະ ກິດ, ການຟື້ນຕົວຂອງເສດຖະກິດທີ່ໄດ້ຮັບຜົນກະທົບຈາກ ໂຄວິດ-19 ແລະ ການສ້າງເງື່ອນໄຂຫລຸດພົ້ນອອກ ຈາກສະຖານະພາບ ປະເທດດ້ອຍພັດທະນາກ່ອນ ປີ 2026.

ຂ່າວ: ກິດຕາ

ພາບ: ເກເສະໜາ












KPL

ຂ່າວອື່ນໆ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

    • ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານເສດຖະກິດ

      ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານ

      5/28/2025 3:57:55 PM

      ປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍຫົວໜ້າໂຄງການ ສົ່ງເສີມລະບົບຕ້ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ແລະ ທີມງານ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ຢູ່ບ້ານພ້າວໃຫຍ່ ເມືອງສາລະວັນ ແຂວງສາລະວັນ.

    • ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບເສດຖະກິດ

      ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບ

      4/29/2025 1:49:21 PM

      ຂປລ. ຢູ່ສູນວາງສະແດງທ່າກຳປັ່ນລົດໄຟສາກົນເສີນຕູ, ຂະບວນລົດໄຟສາກົນທີ່ກຳລັງແລ່ນຢູ່ໄດ້ສະແດງໃຫ້ເຫັນຜ່ານໜ້າຈໍໃຫຍ່ແບບ real time. ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟສາກົນເສີນຕູ ໄດ້ສືບຕໍ່ ຂະຫຍາຍຂີດ ຄວາມສາມາດການເຂົ້າເຖິງເຄືອຂ່າຍຂອງຕົນ. ໃນໄຕມາດທໍາອິດຂອງປີ 2025, ຂະບວນລົດໄຟສາກົນເສີນຕູ ເປີດແລ່ນໄດ້ 1.380 ຂະບວນ. ໃນນັ້ນ, ມີປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ 417.000 ໂຕນ, ເພີ່ມຂຶ້ນ 11,4% ເມື່ອທຽບໃສ່ໄລຍະດຽວກັນ; ຈຳນວນຂະບວນລົດໄຟຈີນ-ລາວເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນ, ໄດ້ບັນລຸ "ການເລີ່ມຕົ້ນດ້ວຍໝາກຜົນທີ່ດີ" ໃນໄຕມາດທຳອິດ.

    • ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວເສດຖະກິດ

      ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ

      4/23/2025 12:33:40 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເປີດ 2 ເສັ້ນທາງບິນກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິງ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.

ads
ads

Top