ຂປລ
ຂປລ. ທ້າຍອາທິດ ຜ່ານມາ, ສະຖານທູດຈີນ ປະຈຳລາວ ຈັດກອງປະຊຸມແລກປ່ຽນຖອດຖອນບົດຮຽນ ການຮຽນ-ການສອນ ພາສາຈີນ ຂອງຊ່ຽວຊານ ແລະ ອາສາສະໝັກທີ່ສອນພາສາຈີນ ທົ່ວປະເທດລາວ ຄັ້ງທີ 15 ຢູ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ນະຄອນຫລວງວຽງຈັນ

ຂປລ. ທ້າຍອາທິດ ຜ່ານມາ, ສະຖານທູດຈີນ ປະຈຳລາວ ຈັດກອງປະຊຸມແລກປ່ຽນຖອດຖອນບົດຮຽນ ການຮຽນ-ການສອນ ພາສາຈີນ ຂອງຊ່ຽວຊານ ແລະ ອາສາສະໝັກທີ່ສອນພາສາຈີນ ທົ່ວປະເທດລາວ ຄັ້ງທີ 15 ຢູ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍມີບັນດາຄູ-ອາຈານ ທັງຄົນລາວ, ຄົນຈີນ ແລະ ອາສາສະໝັກທີ່ສອນພາສາຈີນ ຢູ່ບັນດາສະຖາບັນ, ໂຮງຮຽນ ແລະ ມະຫາວິທະຍາໄລ ເຂົ້າຮ່ວມ. ກອງປະຊຸມ ໃນຄັ້ງນີ້, ແນໃສ່ ເຮັດໃຫ້ຄູ-ອາຈານລາວ ແລະ ອາຈານຈີນ ທີ່ສອນພາສາຈີນ ໃນທົ່ວປະເທດລາວ ມີການພັດທະນາດ້ານຄວາມຮູ້ກ່ຽວກັບພາສາຈີນ, ເຂົ້າໃຈວັດທະນາທໍາຈີນ, ຮູ້ນໍາໃຊ້ວິທີການສິດສອນພາສາຈີນ, ວິທີການແຕ່ງບົດສອນ, ການອອກແບບ PPT, ການຂຽນປື້ມຕໍາລາຮຽນຕ່າງໆໃຫ້ເທດເໝາະກັບນັກສຶກສາລາວ ທີ່ຮຽນພາສາຈີນ, ທັງເປັນການເປີດໂອກາດໃຫ້ ອາຈານ ຄົນລາວ ແລະ ຄົນຈີນ ໄດ້ພົບປະ, ແລກປ່ຽນ, ສົນທະນາ ແບ່ງປັນປະສົບການໃນການສອນ ເຊິ່ງກັນ ແລະ ກັນ.
ໂອກາດດັ່ງກ່າວ, ທ່ານຕູ ຊັງຊິງ (DU CHANGQING) ຫົວໜ້າຫ້ອງການເມືອງສະຖານ ທູດຈີນ ປະຈໍາ ສປປ ລາວ ໄດ້ມີຄຳເຫັນ ໂດຍໄດ້ສະແດງຄວາມຂອບໃຈຕໍ່ພະນັກງານ, ຄູ-ອາຈານລາວ ແລະ ຄູ-ອາຈານຈີນທີ່ສອນພາສາຈີນ ທີ່ມີຄວາມເອົາໃຈໃສ່ຕໍ່ການຮຽນ-ການສອນພາສາຈີນ,ເອົາໃຈໃສ່ໃນການສົ່ງເສີມເຜີຍແຜ່ວັດທະນາທໍາລາວ-ຈີນ ໃຫ້ນັກຮຽນລາວໃນທົ່ວປະເທດ, ພ້ອມທັງສະແດງຄວາມຫວັງວ່າ ອາຈານສອນພາສາຈີນທຸກຄົນ ຈະສືບຕໍ່ເອົາໃຈໃສ່ໃນການສົ່ງເສີມນັກ ຮຽນ ຜູ້ທີ່ຮຽນພາສາຈີນ ທີ່ມີພອນສະຫວັນຊອກຮູ້ຮໍ່າຮຽນ ໃຫ້ກາຍເປັນນາຍແປພາສາໃນລະດັບສູງ ເພື່ອມາຮັບໃຊ້ໃນໜ້າທີ່ວິຊາສະເພາະຂອງຕົນ, ເປັນຂົວຕໍ່ທາງດ້ານການສຶກສາພາສາຈີນ ແລະ ວັດທະນະທໍາລາວ-ຈີນ.
ພ້ອມນີ້, ທ່ານ ຫລົວໝິງ (LOUMING) ຜູ້ອໍານວຍການ ສະຖາບັນຂົງຈື ຝ່າຍຈີນ ກໍໄດ້ສະແດງຄວາມຫວັງວ່າ: ກອງປະຊຸມໃນຄັ້ງນີ້, ຈະເຮັດໃຫ້ອາຈານສອນພາສາຈີນ ທຸກທ່ານພັດທະ ນາການສອນຂອງຕົນເອງໃຫ້ກາຍເປັນ ອາຈານຜູ້ທີ່ສອນດີ, ສອນເກັ່ງ, ສົ່ງເສີມການສຶກສາ ແລະ ວັດທະນາທໍາລາວ-ຈີນເພື່ອເຮັດໃຫ້ການຮ່ວມມືດ້ານການສຶກສາ ແລະ ວັດທະນະທໍາຂອງສອງປະເທດລາວ-ຈີນນັບມື້ນັບຂະຫຍາຍຕົວຂຶ້ນໄປເລື້ອຍໆ.
ຂ່າວ: ທະນູທອງ
ພາບ: ອ່າຍຄຳ
KPL