ຮອງປະທານປະເທດ ຮ່ວມພິທີສະຫລອງ ວັນສ້າງຕັ້ງແຂວງບໍ່ແກ້ວ ຄົບຮອບ 40 ປີ

27/03/2023 14:32
Email Print 1198
ຂປລ ຂປລ. ພິທີໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ (26 ມີນາ 1983-26 ມີນາ 2023) ຈັດຂຶ້ນຢ່າງຄຶກຄື້ນ ໃນວັນທີ 26 ມີນາ 2023 ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ແຫ່ງ ສປປ ລາວ,

 

  ຂປລ. ພິທີໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ (26 ມີນາ 1983-26 ມີນາ 2023) ຈັດຂຶ້ນຢ່າງຄຶກຄື້ນ ໃນວັນທີ 26 ມີນາ 2023 ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ, ມີການນຳພັກ-ລັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
   ໃນພິທີ, ທ່ານ ບົວຄົງ ນາມມະວົງ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ແຫ່ງການສ້າງຕັ້ງແຂວງບໍ່ແກ້ວແຕ່ລະໄລຍະ
, ການເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງຈົນເຖິງປັດຈຸບັນ, 40 ປີ ແຫ່ງການສ້າງຕັ້ງແຂວງບໍ່ແກ້ວ ພາຍໃຕ້ການນໍາພາຂອງພັກ, ຄະນະພັກ-ຄະນະນຳແຂວງ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳທຸກອົງການຈັດຕັ້ງ, ຂະແໜງການ ຕະຫຼອດຮອດປະຊາຊົນຊາວແຂວງບໍ່ແກ້ວ ມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ກາຍເປັນກ້ອນກໍາລັງຢ່າງແຂງ ແຮງ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງບໍ່ແກ້ວ ພວກເຮົາໄດ້ພ້ອມກັນຜ່ານຜ່າອຸປະສັກຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ທົດສອບຫລາຍດ້ານ ບົນຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ມານະຈິດບຸກບືນ ປະຕິວັດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຂອງຊາວແຂວງບໍ່ແກ້ວ ເຮັດໃຫ້ແຂວງບໍ່ແກ້ວ ບັນລຸໄດ້ຜົນສໍາເລັດທີ່ສໍາຄັນໜ້າພາກພູມໃຈໃນຫລາຍດ້ານ ເປັນຕົ້ນ ແຂວງບໍ່ແກ້ວ ມີສະຖຽນລະພາບທາງດ້ານການເມືອງ, ສາມາດແກ້ໄຂຄວາມບໍ່ສະຫງົບທີ່ແກ່ຍາວມາຫລາຍປີ ກາຍເປັນແຂວງທີ່ມີຄວາມສະຫງົບນັບມື້ນັບໜັກແໜ້ນ, ເສດຖະ ກິດ-ສັງຄົມມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ພື້ນຖານໂຄງລ່າງ ໄດ້ຮັບການກໍ່ສ້າງຂຶ້ນເປັນຈໍານວນຫລວງຫລາຍ ນັບທັງຢູ່ຕົວເມືອງ ແລະ ຊົນນະບົດ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນ, ທຸກການຈັດຕັ້ງ ທັງພັກ-ລັດ, ກໍາລັງປະກອບອາວຸດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນໄດ້ເຕີບໃຫຍ່ເຂັ້ມແຂງ.
    ເສດຖະກິດຂອງແຂວງຂະຫຍາຍຕົວຢ່າງຕໍ່ເນື່ອງ
, ໃນປີ 2022 ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 3.545,41 ຕື້ກີບ, ເສດຖະກິດຂະຫຍາຍຕົວຢູ່ໃນລະດັບ 3,3%, ສະເລ່ຍລາຍຮັບ 1.010,66 ໂດລາ/ຄົນ/ປີ, ລວມຍອດຜະລິດຕະພັນກະສິກໍາກວມເອົາ 37,01% ຂອງ GDP, ອຸດສາຫະກໍາກວມເອົາ 20,01% ຂອງ GDP, ການບໍລິການກວມເອົາ ກວມເອົາ 42,98% ຂອງ GDP, ລະບົບພື້ນຖານໂຄງລ່າງ ຖະໜົນຫົນທາງ, ໄຟຟ້ານໍ້າປະປາ, ນໍ້າລິນ ນໍ້າສະອາດ ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ, ປັດຈຸບັນ ບ້ານທີ່ມີເສັ້ນທາງເຂົ້າເຖິງຈໍານວນ 246 ບ້ານ ກວມ 99,19% ຂອງຈໍານວນບ້ານທົ່ວແຂວງ, ບ້ານທີ່ໄດ້ຊົມໃຊ້ໄຟຟ້າມີ 241 ບ້ານ ກວມ 97,18%, ບ້ານທີ່ໄດ້ໃຊ້ນໍ້າປະປາ ແລະ ໃຊ້ນໍ້າລິນສະອາດ ມີຈໍານວນ 246 ບ້ານ, ກວມ 99,19%, ສັນຍານໂທລະສັບເຂົ້າເຖິງ 246 ບ້ານ ກວມ 99,19%, ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດນັບມື້ຫລາຍຂຶ້ນ ທົ່ວແຂວງມີຫົວໜ່ວຍວິສະຫະກິດທັງໝົດ 5.945 ຫົວໜ່ວຍ, ມູນຄ່າຈົດທະບຽນທັງໝົດ 3.780,99 ຕື້ກີບ, ມີເຂດເສດຖະກິດພິເສດສາມຫລ່ຽມຄໍາ ເປັນການລົງທຶນຂະໜາດໃຫຍ່ຂອງຕ່າງປະເທດ, ວຽກງານກໍ່ສ້າງຮາກຖານການເມືອງຕິດພັນກັບການພັດທະນາຊົນນະບົດແກ້ໄຂຄວາມທຸກຍາກຂອງປະຊາຊົນຕາມ 4 ເນື້ອໃນ, 4 ຄາດໝາຍ ແລະ ວຽກງານ 3 ສ້າງ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ, ການຊຸກຍູ້, ຂະບວນການຜະລິດກະສິກໍາເປັນສິນຄ້າ ຂອງປະຊາຊົນໄດ້ຂະຫຍາຍຕົວຢ່າງກວ້າງຂວາງ, ສາມາດລົບລ້າງຄອບຄົວທຸກຍາກໄດ້ 27.242 ຄອບຄົວ ກວມເອົາ 79,54%; ລົບລ້າງບ້ານທຸກຍາກໄດ້ 188 ບ້ານ ກວມ 75,81%; ສ້າງບ້ານພັດທະນາຮອບດ້ານໄດ້ 124 ບ້ານກວມເອົາ 50% ຂອງຈຳນວນບ້ານທັງໝົດ; ສ້າງໄດ້ເມືອງພົ້ນທຸກ 2 ເມືອງ ແລະ ສ້າງບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດໄດ້ 3 ບ້ານຈຸດສຸມຄື: ຈຸດສຸມບ້ານໃຫຍ່ນໍ້າເກິ່ງ, ຈຸດສຸມບ້ານດ່ານຖິ່ນ ແລະ ຈຸດສຸມບ້ານໃຫຍ່ສີເມືອງງາມ ແລະ ວຽກງານອື່ນໆ ກໍຂະຫຍາຍຕົວເປັນກ້າວໆ.
    ໂອກາດນີ້, ທ່ານ ບຸນທອງ ຈິດມະນີ ໄດ້ມີຄຳເຫັນບາງຕອນວ່າ: ພວກເຮົາມີຄວາມເອກອ້າງທະນົງໃຈ ທີ່ເຫັນວ່າຕະຫລອດໄລຍະ
40 ປີທີ່ຜ່ານມາ ດ້ວຍຄວາມບຸກບືນສູ້ຊົນ ຂອງປະຊາຊົນບັນດາເຜົ່າທົ່ວແຂວງບໍ່ແກ້ວ ພາຍໃຕ້ການນຳພາຂອງອົງຄະນະພັກແຂວງ ເຮັດໃຫ້ແຂວງບໍ່ແກ້ວ ຍາດໄດ້ຜົນສຳເລັດອັນໃຫຍ່ຫລວງ ທີ່ໜ້າພາກ ພູມໃຈ. ແຕ່ທຽບໃສ່ຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ແລ້ວ ເຫັນວ່າຍັງຕ້ອງອອກແຮງສືບຕໍ່ບຸກບືນສູ້ຊົນຕື່ມ, ຕັ້ງໜັ້າບຸກທະລຸທາງດ້ານແນວຄິດຈິນຕະນາການຢ່າງເລິກເຊິ່ງທົ່ວເຖິງ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນພາຍໃນ, ເສີມຂະຫຍາຍຈິດໃຈຮັກຊາດ, ຮັກລະບອບໃໝ່, ເຊີດຊູຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ພ້ອມກັນສຸມໃສ່ຄົ້ນຄ້ວາ, ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນແຂວງຢ່າງສຸດຂີດ ມີສະຕິຄວາມເປັນເຈົ້າຕໍ່ການພົວພັນຮ່ວມມືກັບຕ່າງປະເທດ ຕາມແນວທາງຂອງພັກ-ລັດ ເພື່ອສ້າງໃຫ້ມີກຳລັງແຮງໃນການຊຸກຍູ້ການຜະລິດສິນຄ້າ, ຫັນປ່ຽນຈາກເສດຖະກິດທຳມະຊາດໄປສູ່ເສດຖະກິດສິນຄ້າ, ປັບປຸງສັງຄົມບໍລິໂພກ ໃຫ້ກາຍ ເປັນສັງຄົມການຜະລິດໃຫ້ຫລາຍຂຶ້ນ, ປັບປຸງປ່ຽນແປງແບບແຜນທຳມາຫາກິນ, ສ້າງຖ່ວງທ່າ ແລະ ພື້ນຖານອັນໜັກແໜ້ນ ເພື່ອເຮັດໃຫ້ແຂວງບໍ່ແກ້ວ ສືບຕໍ່ພັດທະນາຢ່າງບໍ່ຢຸດຢັ້ງ.
     ທ່ານຮອງປະທານປະເທດ ຍັງໄດ້ເນັ້ນອີກວ່າ: ແຕ່ນີ້ຮອດປີ
2025 ເຫັນວ່າແຂວງບໍ່ແກ້ວ ຈະຕ້ອງສູ້ຊົນສ້າງທຸກເງື່ອນໄຂຍູ້ເສດຖະກິດໃຫ້ຂະຫຍາຍຕົວດີຂຶ້ນ ໂດຍສຸມໃສ່ຈັດຕັ້ງປະຕິບັດ ບັນດາແຜນງານໃຫຍ່, ບັນດາໂຄງ ການບຸລິມະສິດ ໃຫ້ມີການຈັດຕັ້ງປະຕິບັດທຸກແຜນວຽກ ແລະ ໂຄງການຕ່າງໆ ທີ່ໄດ້ກໍານົດໄວ້ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງແຂວງ ໃຫ້ມີຜົນສໍາເລັດຢ່າງແທ້ຈິງ, ການແກ້ໄຂຄອບຄົວທຸກຍາກໃນທົ່ວແຂວງ ໃຫ້ໄດ້ໂດຍພື້ນຖານ; ສ້າງໃຫ້ແຂວງບໍ່ແກ້ວ ໃຫ້ມີພື້ນຖານໂຄງລ່າງເສດຖະກິດ-ເຕັກນິກ, ວັດທະນະທຳ, ວິທະຍາສາດ ແລະ ບຸກຄະລາກອນ ເພື່ອຮອງຮັບການຊຸກຍູ້ພາລະກິດການຫັນເປັນອຸດສາຫະກຳ ແລະ ທັນສະໄໝໃນອະນາຄົດ, ໄປຄຽງຄູ່ກັບການພັດທະນາເສດຖະກິດ, ວຽກງານວັດທະນະທຳ-ສັງຄົມ ກໍຕ້ອງສືບຕໍ່ບຸກທະລຸທາງດ້ານການພັດທະນາຊັບພະຍາກອນມະນຸດ, ແນໃສ່ສ້າງຄວາມສີວິໄລທາງດ້ານວັດທະນະທຳ ແລະ ຈິດໃຈ; ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທາງສັງຄົມຢ່າງເດັດຂາດ; ແກ້ໄຂຄວາມແຕກໂຕນກັນລະຫວ່າງຕົວເມືອງກັບຊົນນະບົດ, ລະຫວ່າງຊັ້ນຄົນຕ່າງໆ ແລະ ຮັບປະກັນຄວາມຍຸຕິທຳໃນສັງຄົມ ໃຫ້ນັບມື້ນັບດີຂຶ້ນ.
     ໃນພິທີດັ່ງກ່າວ, ທ່ານຮອງປະທານປະເທດ ຍັງໄດ້ປະດັບຫລຽນໄຊອິດສະຫລະຊັ້ນ
III ໃຫ້ແກ່ແຂວງບໍ່ແກ້ວ ທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາແຂວງບໍ່ແກ້ວຕະຫລອດໄລຍະຜ່ານມາ.

ຂ່າວ-ພາບ: ສໍານານ

 

KPL

ຂ່າວອື່ນໆ

ads
ads

Top