ສະຫລອງວັນຝຣັງໂກໂຟນີສາກົນ ປະຈໍາປີ 2023

23/03/2023 16:20
Email Print 612
ຂປລ ຂປລ. ພິທີສະເຫລີມສະຫລອງວັນ ຝຣັງໂກໂຟນີສາກົນ ຄົບຮອບ 53 ປີ ຈັດຂຶ້ນໃນວັນທີ 23 ມີນາ 2023, ທີ່ແຂວງຈຳປາສັກ, ພາຍໃຕ້ການເປັນປະທານຂອງ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດ ຖະມົນຕີກະຊວງການຕ່າງປະເທດ, ມີ ທ່ານ ໂສມ ບຸດຕະກູນ ຮອງເຈົ້າແຂວງ ແຂວງຈໍາປາສັກ,

 

  ຂປລ. ພິທີສະເຫລີມສະຫລອງວັນ ຝຣັງໂກໂຟນີສາກົນ ຄົບຮອບ 53 ປີ ຈັດຂຶ້ນໃນວັນທີ 23 ມີນາ 2023, ທີ່ແຂວງຈຳປາສັກ, ພາຍໃຕ້ການເປັນປະທານຂອງ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດ ຖະມົນຕີກະຊວງການຕ່າງປະເທດ, ມີ ທ່ານ ໂສມ ບຸດຕະກູນ ຮອງເຈົ້າແຂວງ ແຂວງຈໍາປາສັກ, ທ່ານ ນາງ ຊິບ-ແລັງ ຊຸຍ ອອກ, ເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ, ທ່ານກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ທີ່ແຂວງຈຳປາສັກ, ຜູ້ຕາງໜ້າອົງການຝຣັງໂກໂຟນີສາກົນ ປະຈຳຂົງເຂດອາຊີ-ປາຊິຟິກ, ຫົວໜ້າຫ້ອງການອົງການມະຫາວິທະຍາໄລ ຝຣັງໂກໂຟນີ (AUF) ປະຈໍາ ສປປ ລາວ ​ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າຮ່ວມ. ໃນປີ 2023 ນີ້, ອົງການຝຣັງໂກໂຟນີສາກົນ ໄດ້ກຳນົດຫົວຂໍ້ໃນການສະເຫລີມສະຫລອງວັນດັ່ງກ່າວ ຄື: “321 ລ້ານ ຄົນທີ່ນຳໃຊ້ພາສາຝຣັ່ງ ຫລາກຫລາຍດ້ານເນື້ອໃນ ທາງດ້ານວັດທະນະທຳ (321 millions de francophons des milliards de contenus culturels)
   ໂອກາດນີ້
, ທ່ານ ໂສມ ບຸດຕະກູນ ໄດ້ສະແດງຄວາມດີໃຈທີ່ແຂວງຈຳປາສັກ ໄດ້ຮັບກຽດເປັນສະຖານທີ່ສຳລັບພິທີທາງການ ເພື່ອສະເຫລີມສະຫລອງວັນ ຝຣັງໂກໂຟນີສາກົນໃນປີນີ້. ພ້ອມທັງໄດ້ລາຍງານສະພາບຂອງແຂວງ ໂດຍສະເພາະຄວາມຄືບໜ້າ ແລະ ຜົນສຳເລັດໃນການພັດທະນາເສດຖະ ກິດ-ສັງຄົມ ລວມທັງສະພາບການຮຽນ-ການສອນພາສາຝຣັ່ງຢູ່ ພາຍໃນແຂວງຈຳປາສັກ ທີ່ມີມູນເຊື້ອມາແຕ່ດົນນານ.
   ຈາກນັ້ນ
, ທ່ານ ໂພໄຊ ໄຂຄຳພິທູນ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍສຳຄັນຂອງວັນດັ່ງກ່າວ ຊຶ່ງແມ່ນມື້ລະນຶກເຖິງການສ້າງຕັ້ງອົງການຝຣັງໂກໂຟນີສາກົນ (20 ມີນາ 1970) ເຊິ່ງຫລັກການພື້ນຖານຂອງອົງການດັ່ງກ່າວ ແມ່ນການປົກປັກຮັກສາຄວາມຫລາກຫລາຍທາງດ້ານວັດທະນະທຳ ແລະ ພາສາ ທີ່ຖືເປັນພື້ນຖານຂອງວິວັດທະນາການ ແລະ ການຄົງຕົວຂອງມວນມະນຸດ. ພ້ອມນີ້ ທ່ານຍັງໄດ້ຍົກໃຫ້ເຫັນຄວາມພະຍາຍາມ ຂອງລັດຖະບານແຫ່ງ ສປປ ລາວ ໃນການພັດທະນາ ແລະ ການຈັດຕັ້ງປະຕິ ບັດເປົ້າໝາຍການພັດທະນາແບບຍືນຍົງ ທີ່ຕິດພັນກັບການປົກປັກຮັກສາມູນມໍລະດົກ ແລະ ຄວາມຫລາກຫລາຍດ້ານວັດທະນະທຳ, ການສົ່ງເສີມການນຳໃຊ້ພາສາຝຣັ່ງ ຊຶ່ງເປັນໜຶ່ງໃນພາສາທາງການຂອງອົງການສະຫະປະຊາຊາດ ທີ່ມີການນຳໃຊ້ຢ່າງກວ້າງຂວາງໃນທົ່ວໂລກ ໂດຍສະເພາະການສົ່ງເສີມການສຶກສາຕາມຫລັກສູດຫ້ອງຮຽນສອງພາສາ ລາວ-ຝຣັ່ງ ທີ່ມີຢູ່ໃນ 4 ແຂວງສຳຄັນຂອງ ສປປ ລາວ ຄື: ນະຄອນຫລວງວຽງຈັນ, ແຂວງຫລວງພະບາງ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ໃຫ້ມີປະສິດທິພາບຂຶ້ນ ເພື່ອເຮັດໃຫ້ຈຳນວນຜູ້ທີ່ຮູ້ ແລະ ສາມາດສື່ສານພາສາຝຣັ່ງ ຂອງຄົນລາວນັບມື້ນັບເພີ່ມຂຶ້ນ.
   ໃນໂອກາດດັ່ງກ່າວ
, ທ່ານ ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ ແລະ ທ່ານຜູ້ຕາງໜ້າຈາກອົງການຝຣັງໂກໂຟນີສາກົນ ປະຈຳຂົງເຂດອາຊີ-ປາຊິຟິກ ກໍ​ໄດ້​ມີຄຳເຫັນຕໍ່ໂດຍມີເນື້ອໃນປິ່ນອ້ອມຫົວຂໍ້ຂອງການສະເຫລີມສະຫລອງວັນ ຝຣັງໂກໂຟນີ ໃນປີນີ້ ແລະ ບົດບາດຂອງປະເທດຝຣັ່ງ ອົງການດັ່ງກ່າວ ໃນການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນໄລຍະ 1 ປີຜ່ານມາໂດຍສະເພາະໃນດ້ານການສຶກສາ ແລະ ການສົ່ງເສີມການຮຽນ-ການສອນພາສາຝຣັ່ງຢູ່ ສປປ ລາວ.
   ໃນພິທີ
, ບັນດາຜູ້ເຂົ້າຮ່ວມ ຍັງໄດ້ຊົມການສະແດງສິລະປະ-ວັນນະຄະດີ ຂອງນ້ອງນັກຮຽນ-ນັກສຶກສາພາສາຝຣັ່ງ, ໄດ້ຢ້ຽມຊົມການວາງສະແດງຮູບພາບ ແລະ ຂໍ້ມູນຂ່າວສານ ກ່ຽວກັບການ ເຄື່ອນໄຫວກິດຈະກຳຕ່າງໆ ຂອງຄູອາຈານ ແລະ ນັກຮຽນ-ນັກສຶກສາພາສາຝຣັ່ງພາຍໃນແຂວງຈຳປາສັກ ໃນຂອບວຽກງານຝຣັງໂກໂຟນີ.
   ການຈັດຕັ້ງສະເຫລີມສະຫລອງວັນ ຝຣັງໂກໂຟນີສາກົນ ຊຶ່ງກົງກັບ ວັນທີ
20 ມີນາ ຂອງ ທຸກໆປີ ເພື່ອເປັນການລະລຶກເຖິງ ວັນຄົບຮອບການສ້າງຕັ້ງອົງການ ດັ່ງກ່າວ, ໃນທຸກໆປີ ບັນດາປະ ເທດສະມາຊິກຂອງອົງການດັ່ງກ່າວທັງໝົດ 88 ປະເທດ ໃນທົ່ວໂລກ ໄດ້ພ້ອມກັນຈັດ ສະເຫລີມສະ ຫລອງວັນດັ່ງກ່າວ ເພື່ອຊຸກຍູ້ສົ່ງເສີມການຮຽນ-ການສອນ ແລະ ການນຳໃຊ້ພາສາຝຣັ່ງ ຢູ່ພາຍໃນປະເທດຂອງຕົນ ຊຶ່ງ ສປປ ລາວ ນັບແຕ່ເຂົ້າເປັນສະມາຊິກສົມ ບູນຂອງອົງການຝຣັງໂກໂຟນີສາກົນ ໃນປີ 1991 ເປັນຕົ້ນມາ ກໍໄດ້ມີການຈັດຕັ້ງພິທີທາງການ ເພື່ອສະເຫລີມສະຫລອງວັນດັ່ງກ່າວ ໃນ ທຸກໆປີ. ພ້ອມກັນນັ້ນ, ໃນທົ່ວປະເທດ ໂດຍສະເພາະຢູ່ບັນດາແຂວງ ທີ່ມີຫລັກສູດການຮຽນ-ການສອນພາສາຝຣັ່ງ ຄື: ນະຄອນຫລວງວຽງຈັນ, ແຂວງຫລວງພະບາງ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ກໍຍັງມີການຈັດກິດຈະກຳຕ່າງໆ ສະເພາະພາຍໃນແຂວງຂອງຕົນ ເພື່ອສະຫລອງວັນດັ່ງກ່າວໃນທຸກໆປີອີກດ້ວຍ.  

ຂ່າວ-ພາບ: ກຕທ

KPL

ຂ່າວອື່ນໆ

ads
ads

Top