ຂປລ
ຫ້ອງການ ຖະແຫລງຂ່າວ ລັດຖະບານຈີນ ໄດ້ເຜີຍແຜ່ ເຄື່ອງໝາຍ ກິດຈະກຳ ລະນຶກ ວັນໄຊຊະນະ ສົງຄາມ ປະຊາຊົນຈີນ ຕໍ່ຕ້ານຟາດຊິດ ຍີ່ປຸ່ນ ແລະ ວັນໄຊຊະນະ ສົງຄາມ ຕໍ່ຕ້ານ ຟາດຊິດໂລກ ຄົບຮອບ 80ປີ ຢ່າງເປັນທາງການ.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ວັນທີ 13 ພຶດສະພານີ້, ຫ້ອງການ ຖະແຫລງຂ່າວ ລັດຖະບານຈີນ ໄດ້ເຜີຍແຜ່ ເຄື່ອງໝາຍ ກິດຈະກຳ ລະນຶກ ວັນໄຊຊະນະ ສົງຄາມ ປະຊາຊົນຈີນ ຕໍ່ຕ້ານຟາດຊິດ ຍີ່ປຸ່ນ ແລະ ວັນໄຊຊະນະ ສົງຄາມ ຕໍ່ຕ້ານ ຟາດຊິດໂລກ ຄົບຮອບ 80ປີ ຢ່າງເປັນທາງການ. ເຄື່ອງໝາຍ ດັ່ງກ່າວ ປະກອບດ້ວຍ ຮູບກຳແພງ ເມືອງຈີນ, ກິ່ງໄມ້ໂອລິບ, ແສງສະຫວ່າງ, ຕົວເລກ 80 ແລະ ເວລາປີ1945-2025 ເຊິ່ງເປັນສັນຍາລັກ ໃຫ້ແກ່ ປະຊາຊົນທົ່ວ ທັງຊາດຮ່ວມໃຈກັນ ຕໍ່ຕ້ານຟາດຊິດ ຢ່າງອົງອາດ ກ້າຫານ ແລະ ບົ່ງບອກເຖິງປະຊາຊົນຈີນ ສາມັກຄີ ກັບປະຊາຊົນ ບັນດາ ປະເທດ ຖະໜອມ ຮັກສັນຕິພາບ ແລະ ປົກປັກຮັກສາ ສັນຕິພາບ. ເຄື່ອງໝາຍ ດັ່ງກ່າວ ແມ່ນອະນຸຍາດ ໃຫ້ແຫ່ງຕ່າງໆ ແລະ ພາກສ່ວນຕ່າງໆ ສາມາດ ນຳໃຊ້ເຂົ້າ ໃນການຕົບແຕ່ງ ສະພາບແວດລ້ອມ ຈັດກິດຈະກຳ ລະນຶກ ວັນໄຊຊະນະ ສົງຄາມ ປະຊາຊົນຈີນ ຕໍ່ຕ້ານຟາດຊິດ ຍີ່ປຸ່ນ ແລະ ວັນໄຊຊະນະ ສົງຄາມຕໍ່ຕ້ານຟາດຊິດໂລກ ຄົບຮອບ 80ປີ, ກິດຈະກຳໂຄສະນາສຶກສາ ໃນຫົວຂໍ້ ສະເພາະ ກິດຈະກຳ ດັ່ງກ່າວ ສຳລັບ ມະຫາຊົນ ກໍຄືໃຊ້ ເພື່ອຜະລິດ ເຄື່ອງໃຊ້ ສຳລັບ ການເຄື່ອນໄຫວການຕ່າງປະເທດ ທີ່ກ່ຽວຂ້ອງ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL