ສະມາຄົມມິດຕະພາບ ລາວ-ຈີນ ຂັ້ນສູນກາງ ຕ້ອນຮັບສະມາຄົມມິດຕະພາບກັບຕ່າງປະເທດແຂວງຢຸນນານ

16/03/2023 16:38
Email Print 1033
ຂປລ ຂປລ. ວັນ​ທີ 15 ມີ​ນາ 2023, ທີ່ນະ​ຄອນຫລວງວຽງ​ຈັນ, ທ່ານ ເພັດ ພົມ​ພິ​ພັກ ລັດ​ຖະ​ມົນ​ຕີກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ-ຈີນ ຂັ້ນ​ສູນ​ກາງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ​ທ່ານ ນາງ​ ຫວາງຢູ (Wang Yu) ຮອງ​ປະ​ທານ​ສະ​ມາ​ຄົມ​ ມິດ​ຕະ​ພາບ​ກັບ​ຕ່າງ​ປະ​ເທດ ​ແຂວງ​ຢຸນ​ນານ ສ​ປຈີນ ພ້ອມຄະນະ ​ໃນ​ໂອກ​າດທີ່ເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ຂປລ. ວັນ​ທີ 15 ມີນາ 2023, ທີ່ນະຄອນຫລວງວຽງຈັນ, ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ປະທານສະມາຄົມມິດຕະພາບ ລາວ-ຈີນ ຂັ້ນສູນກາງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງຫວາງຢູ (Wang Yu) ຮອງປະທານສະມາຄົມ ມິດຕະພາບກັບຕ່າງປະເທດ ແຂວງຢຸນນານ ສປຈີນ ພ້ອມຄະນະ ​ໃນ​ໂອກ​າດທີ່ເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ໂອກາດນີ້, ທ່ານເພັດ ພົມພິພັກ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ຂອງ ຮອງປະທານສະມາຄົມມິດຕະພາບກັບຕ່າງປະເທດ ແຂວງຢຸນນານ ສປຈີນ ພ້ອມຄະນະ ໃນຄັ້ງນີ້ ຖືເປັນການປະກອບສ່ວນສຳຄັນ ເຂົ້າໃນການຮັດແໜ້ນ, ເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບທີ່ເປັນມູນ ເຊື້ອອັນດີງາມ ແລະ ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານຕາມທິດ 4 ດີ ແລະ ການສ້າງເປັນຄູ່ຮ່ວມຊາຕາກໍາ ລະຫວ່າງ ລາວ-ຈີນ ສືບຕໍ່ໄດ້ຮັບການເສີມຂະຫຍາຍ. ບັນດາຂະແໜງການ ມີການພົວພັນຮ່ວມມື ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງ ປະເທດລາວ ແລະ ຈີນ.  ພ້ອມນີ້, ທ່ານຍັງໄດ້ສະແດງ ຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສຳເລັດ ຂອງປະຊາຊົນຈີນ ທີ່ຍາດມາໄດ້ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນໄລຍະຜ່ານມາ, ພິເສດແມ່ນ ຜົນສໍາເລັດ ຂອງກອງປະຊຸມຄົບຄະນະ ຄັ້ງທີ I ຂອງສະພາຜູ້ແທນ ປະຊາຊົນທົ່ວປະເທດຈີນ ສະໄໝທີ XIV ທີ່ຜ່ານມານີ້ ໄດ້ລົງຄະແນນສຽງ ເລືອກຕັ້ງເອົາ ສະຫາຍ ສີ ຈີ້ນ ຜິງ ເປັນປະທານປະເທດສະໄໝທີ 3, ທ່ານ ຈ້າວ ເລີ້ຈີ້ ປະທານສະພາ ຜູ້ແທນປະຊາຊົນແຫ່ງຊາດຈີນ, ທ່ານ ຫຼີ ສຽງ ນາຍົກລັດຖະມົນຕີ ແລະ ການນໍາອື່ນໆ.

ທ່ານ ນາງຫວາງຢູ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສະມາຄົມມິດຕະພາບ ກັບຕ່າງປະເທດ ແຂວງຢຸນນານ ແລະ ຢືນຢັນວ່າ ສະມາຄົມມິດຕະພາບ ກັບຕ່າງປະເທດ ແຂວງຢຸນນານ ສປ ຈີນ ຈະສືບຕໍ່ຮັດແໜ້ນ ການຮ່ວມມືກັບ ສະມາຄົມມິດຕະພາບ ລາວ-ຈີນ ເພື່ອເຮັດບົດບາດເປັນຂົວຕໍ່ທີ່ດີ ຊຸກຍູ້ການພົວພັນຮ່ວມມື ຂອງບັນດາຂະແໜງການ ທີ່ສອງປະເທດເຄີຍ ປະຕິບັດຮ່ວມກັນ ເປັນຕົ້ນ ແມ່ນຊຸກຍູ້ການໄປມາຫາສູ່ກັນ ລະຫວ່າງປະຊາຊົນ ສອງປະເທດລາວ ແລະ ຈີນ ໂດຍສະເພາະແມ່ນປະຊາຊົນ ຢູ່ແລບຕາມຊາຍແດນ ຮ່ວມກັນຂອງສອງປະເທດ ໃຫ້ມີຈັດກິດຈະກໍາຮ່ວມກັນ ເພື່ອສ້າງຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ຮ່ວມມືກັນ ເພື່ອພັດທະນາຊາຍແດນ ໃຫ້ກາຍເປັນຊາຍແດນ ແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາ.

ພ້ອມນີ້, ສອງສະມາຄົມມິດຕະພາບ ຍັງໄດ້ຈັດກອງປະຊຸມ ປຶກສາຫາລືສອງຝ່າຍ ເພື່ອຕີລາຄາການຮ່ວມມື ແລະ ສະໜັບສະໜູນ ຊ່ວຍເຫລືອກັນໃນໄລຍະຜ່ານມາ. ພ້ອມທັງກຳນົດທິດທາງການຮ່ວມມືໃນຕໍ່ໜ້າໃຫ້ມີໝາກຜົນສູງຂຶ້ນ ເພື່ອນຳຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ຈີນ.

ໃນໂອກາດມາຢ້ຽມຢາມ ສປປ ລາວ ຄັ້ງນີ້, ຄະນະຜູ້ແທນສະມາຄົມມິດຕະພາບ ກັບຕ່າງປະເທດ ແຂວງຢຸນນານ ສປ ຈີນ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ທ່ານຮອງປະທານ ຄະນະກຳມາທິການຮ່ວມມືລາວ-ຈີນ, ພົບປະກັບສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ແລະ ໄດ້ທ່ຽວຊົມສະຖານທີ່ ທ່ອງທ່ຽວທາງປະຫວັດສາດ, ວັດທະນະທຳ ແລະ ທໍາມະຊາດ ໃນນະຄອນຫລວງວຽງຈັນ ຈໍານວນໜຶ່ງ.

KPL

ຂ່າວອື່ນໆ

ads
ads

Top