ຂປລ
ໄປຄຽງຄູ່ກັບ ຂະບວນການ ຫັນເປັນຕົວເມືອງທົ່ວໂລກ ໄດ້ຮັບການຊຸກຍູ້ ຢ່າງຕໍ່ເນື່ອງ, ບັນຫາຕ່າງໆ ເຊັ່ນ: ປະຊາກອນ ໂຮມສູນ ຢ່າງໜາແໜ້ນ, ຄວາມຕ້ອງການທີ່ຫລາກຫລາຍ ແລະ ການຈັດສັນຊັບພະຍາກອນ ສາທາລະນະ ເປັນຕົ້ນ ເຮັດໃຫ້ມີຄວາມຮຽກຮ້ອງ ສູງກວ່າເກົ່າ ຕໍ່ການບໍລິຫານຕົວເມືອງ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ໄປຄຽງຄູ່ກັບ ຂະບວນການ ຫັນເປັນຕົວເມືອງທົ່ວໂລກ ໄດ້ຮັບການຊຸກຍູ້ ຢ່າງຕໍ່ເນື່ອງ, ບັນຫາຕ່າງໆ ເຊັ່ນ: ປະຊາກອນ ໂຮມສູນ ຢ່າງໜາແໜ້ນ, ຄວາມຕ້ອງການທີ່ຫລາກຫລາຍ ແລະ ການຈັດສັນຊັບພະຍາກອນ ສາທາລະນະ ເປັນຕົ້ນ ເຮັດໃຫ້ມີຄວາມຮຽກຮ້ອງ ສູງກວ່າເກົ່າ ຕໍ່ການບໍລິຫານຕົວເມືອງ. ໂທລະພາບສາກົນຈີນ ຫລື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫລື CMG ໄດ້ຮ່ວມກັບ ມະຫາວິທະຍາໄລປະຊາຊົນຈີນ ແຈກແບບສອບຖາມສຳຫລວດ ຄວາມຄິດເຫັນຕໍ່ 7.288 ຄົນ ຈາກ 25 ຕົວເມືອງ ທີ່ເປັນຕົວແທນຂອງ 21 ປະເທດ ໃນໂລກ ໄດ້ສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມ ໂດຍທົ່ວໄປ ຄາດຫວັງວ່າ ການບໍລິຫານຕົວເມືອງ ຈະເອົາໃຈໃສ່ ການຕອບສະໜອງ ຄວາມຮຽກຮ້ອງຕ້ອງ ການຂອງພົນລະເມືອງ, ຍົກສູງຄຸນນະພາບ ການບໍລິການສາທາລະນະ ຫລາຍກວ່າເກົ່າ ແລະ ໄດ້ຕີລາຄາຢ່າງຕັ້ງໜ້າ ຕໍ່ແນວຄວາມຄິດ ການພັດທະນາ ຕົວເມືອງຕາມທິດ “ຖືປະຊາຊົນເປັນໃຈກາງ”ຂອງ ສປ ຈີນ. ຜົນການສຳຫລວດ ສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມ 52.5% ຮູ້ສຶກເພິ່ງພໍໃຈ ຕໍ່ສະພາບການບໍລິຫານຕົວເມືອງ ທີ່ຕົນອາໄສຢູ່.“ຕົວເມືອງປະຊາຊົນສ້າງໂດຍປະຊາຊົນ ແລະ ເພື່ອປະຊາຊົນ,” ຄື ແນວ ຄວາມຄິດ ດ້ານວຽກງານພັດທະນາ ຕົວເມືອງຈີນ. ຜົນການສຳຫລວດ ສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມ 91.4% ເຫັນດີເຫັນພ້ອມໃນລະດັບສູງ ຕໍ່ແນວຄວາມຄິດດັ່ງກ່າວ; 89% ໄດ້ຍ້ອງຍໍຊົມເຊີຍຈີນ ທີ່ສະເໜີ ແນວຄວາມຄິດ “ສ້າງສາຮ່ວມກັນ ຄຸ້ມຄອງຮ່ວມກັນ ແລະ ຊົມໃຊ້ຮ່ວມກັນ”, ແລະ ຕີລາຄາຢ່າງຕັ້ງໜ້າ ຕໍ່ຮູບແບບການມີສ່ວນຮ່ວມ ຂອງຫລາຍຝ່າຍເຊັ່ນ ພົນລະເມືອງ, ວິສາຫະກິດ ແລະ ອົງການຈັດຕັ້ງທາງສັງຄົມ ໃນການບໍລິຫານຕົວເມືອງ. ຜູ້ຕອບແບບສອບຖາມ 90.5% ເຫັນດີນຳການຍົກສູງ ຄວາມຖືກຕ້ອງຕາມເປົ້າໝາຍ ຂອງການບໍລິການສາທາລະນະ ຜ່ານຈາກການວາງແຜນຕາມຫລັກວິທະຍາສາດ ແລະ ຄຸ້ມຄອງ ຢ່າງລະອຽດ ແລະ ຮຽກຮ້ອງໃຫ້ບັນດາປະເທດຮ່ວມມື ຢ່າງກວ້າງຂວາງກັບ ສປ ຈີນ ໃນດ້ານນີ້./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL