ກອງປະຊຸມສຸດຍອດຄັ້ງທີ 7 ກ່ຽວກັບມາດຕະການ ປະສານງານ-ສ້າງຄວາມໄວ້ເນື້ອເຊື່ອໃຈກັນໃນອາຊີ

13/10/2026 10:54
ຂປລ ທ່ານ ​ຫວາງຢີ້ ກຳມະການ ກົມການເມືອງສູນກາງພັກ ກອມ​ມູ​ນິດ​ຈີນ, ລັດຖະມົນຕີ ກະຊວງ ການຕ່າງປະເທດ ຈີນ ຈະເຂົ້າຮ່ວມ ກອງປະຊຸມສຸດຍອດຄັ້ງທີ 7 ກ່ຽວ​ກັບ ມາດຕະການ​ປະ​ສານ​ງານ ແລະ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນໃນອາຊີ ຫລື CICA

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ໂຄສົກກະຊວງການຕ່າງປະເທດຈີນ ປະກາດວ່າ: ທ່ານ ​ຫວາງຢີ້ ກຳມະການ ກົມການເມືອງສູນກາງພັກ ກອມ​ມູ​ນິດ​ຈີນ, ລັດຖະມົນຕີ ກະຊວງ ການຕ່າງປະເທດ ຈີນ ຈະເຂົ້າຮ່ວມ ກອງປະຊຸມ ສຸດຍອດ ຄັ້ງທີ 7 ກ່ຽວ​ກັບ ມາດຕະການ​ປະ​ສານ​ງານ ແລະ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນໃນອາຊີ ຫລື CICA ​ທີ່ຈະຈັດຂຶ້ນ​ ໃນວັນທີ 15 ຕຸລານີ້ ຢູ່ນະຄອນບາກູ ປະເທດ ອາ​ແຊກ ໄບຊານ ໃນນາມຜູ້ຕາງໜ້າພິເສດ ຂອງ ທ່ານ ສີ ຈິ້ນຜິງ ປະທານປະ​ເທດ​ຈີນ, ແລະ ຈະຢ້ຽມຢາມ ອາ​ແຊກ​ໄບ​ຊານ, ກ​ຣົວ​ຊີ, ມອນເຕເນໂກຣ ແລະ ບຸນກາຣີ ໃນລະຫວ່າງ ວັນທີ 14 ຫາ 20 ຕຸລານີ້./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top