ຂປລ
ທ່ານ ໄພວີ ສີບົວລິພາ ປະທານສານປະຊາຊົນສູງສຸດ ໄດ້ລາຍງານຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການ ປະຈຳປີ 2027 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 9 ຕຸລາ 2026 ໂດຍທ່ານໄດ້ໃຫ້ຮູ້ວ່າ: ໃນປີ 2026 ສານປະຊາຊົນ ມີຄະດີຄ້າງມາຈາກປີ 2025 ຈຳນວນ 3.738 ເລື່ອງ ແລະ ຄະດີເຂົ້າໃໝ່ 9.506 ເລື່ອງ, ລວມທັງໝົດ 13.244 ເລື່ອງ. ໃນນີ້, ສາມາດແກ້ໄຂໄດ້ 9.597 ເລື່ອງ ກວມ 72,46% ແລະ ຍັງມີຄະດີທີ່ສືບຕໍ່ແກ້ໄຂ 3.647 ເລື່ອງ.
ສຳລັບການແກ້ໄຂຄະດີຂັ້ນຕົ້ນ ມີຄະດີທັງໝົດ 11.002 ເລື່ອງ, ແກ້ໄຂໄດ້ 8.069 ເລື່ອງ ຫຼື 73,34%. ໃນນີ້, ຄະດີອາຍາມີ 7.105 ເລື່ອງ, ແກ້ໄຂໄດ້ 5.932 ເລື່ອງ ກວມ 83,49%; ຄະດີແພ່ງມີ 2.744 ເລື່ອງ, ແກ້ໄຂໄດ້ 1.415 ເລື່ອງ ກວມ 51,56%; ຄະດີການຄ້າມີ 463 ເລື່ອງ, ແກ້ໄຂໄດ້ 251 ເລື່ອງ ກວມ 54,21%; ຄະດີຄອບຄົວມີ 453 ເລື່ອງ, ແກ້ໄຂໄດ້ 284 ເລື່ອງ ກວມ 62,69%; ຄະດີເດັກມີ 208 ເລື່ອງ, ແກ້ໄຂໄດ້ 176 ເລື່ອງ ກວມ 84,61% ແລະ ຄະດີແຮງງານມີ 25 ເລື່ອງ, ແກ້ໄຂໄດ້ 11 ເລື່ອງ ກວມ 44%.
ສ່ວນຄະດີຂັ້ນອຸທອນ ມີທັງໝົດ 1.652 ເລື່ອງ, ແກ້ໄຂໄດ້ 1.037 ເລື່ອງ ກວມ 62,77%. ຂະນະທີ່ຄະດີຂັ້ນລົບລ້າງ ມີ 590 ເລື່ອງ, ແກ້ໄຂໄດ້ 491 ເລື່ອງ ກວມ 83,22%.
ພ້ອມກັນນີ້, ຄະດີອາຍາທີ່ເກີດຂຶ້ນຫຼາຍກວ່າໝູ່ແມ່ນຄະດີຢາເສບຕິດ, ຄະດີແພ່ງ ແມ່ນຂໍ້ຂັດແຍ່ງກ່ຽວກັບທີ່ດິນ ແລະ ຄະດີການຄ້າ ແມ່ນຂໍ້ຂັດແຍ່ງກ່ຽວກັບສັນຍາກູ້ຢືມ.
ໃນດ້ານການປາບປາມການສໍ້ລາດບັງຫຼວງ, ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຕັດສິນຄະດີຈຳນວນ 6 ເລື່ອງ ມີຈຳເລີຍ 27 ຄົນ, ຍິງ 5 ຄົນ; ສ່ວນສານປະຊາຊົນແຂວງອັດຕະປື ໄດ້ຕັດສິນ 1 ເລື່ອງ ມີຈຳເລີຍ 15 ຄົນ, ຍິງ 4 ຄົນ. ໃນຄະດີດັ່ງກ່າວ, ມີຜູ້ຖືກຕັດສິນລົງໂທດຈຳຄຸກຕະຫຼອດຊີວິດ 26 ຄົນ, ຍິງ 4 ຄົນ.
ນອກຈາກນັ້ນ, ສານປະຊາຊົນສູງສຸດ ໄດ້ສຸມໃສ່ການປັບປຸງຂັ້ນຕອນ ຮັບ ແລະ ພິຈາລະນາຄຳຮ້ອງຂໍຮື້ຟື້ນຄະດີ, ພ້ອມທັງຈັດສຳມະນາຖອດຖອນບົດຮຽນ. ໃນປີ 2026 ມີຄຳຮ້ອງຂໍຮື້ຟື້ນຄະດີ 360 ເລື່ອງ, ແກ້ໄຂໄດ້ 96 ເລື່ອງ ແລະ ຍັງຄ້າງ 264 ເລື່ອງ. ສ່ວນສຳນວນຄະດີຂັ້ນຮື້ຟື້ນ ທີ່ຮັບຈາກອົງການໄອຍະການປະຊາຊົນສູງສຸດ ມີ 73 ເລື່ອງ, ແກ້ໄຂໄດ້ 62 ເລື່ອງ ແລະ ຍັງຄ້າງ 11 ເລື່ອງ.
ສຳລັບຄຳສະເໜີຂໍຄຳຊີ້ຂາດໂທດປະຫານຊີວິດ ມີທັງໝົດ 68 ເລື່ອງ, ແກ້ໄຂໄດ້ 61 ເລື່ອງ ແລະ ຍັງຄ້າງ 7 ເລື່ອງ. ອີກວຽກງານສຳຄັນ ແມ່ນການກວດກາ ແລະ ແກ້ໄຂບັນຫານັກໂທດທີ່ຖືກກັກຂັງໂດຍບໍ່ມີຄຳຕັດສິນ. ຕາມລາຍງານ, ສານປະຊາຊົນສູງສຸດ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບລົງກວດກາ ແລະ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ກວດກາ, ພ້ອມຂຽນຄຳຕັດສິນສົ່ງໃຫ້ຄ້າຍຄຸມຂັງດັດສ້າງແລ້ວ 119 ເລື່ອງ. ວຽກງານນີ້ ຈະສືບຕໍ່ດຳເນີນຮ່ວມກັບບັນດາຄ້າຍຄຸມຂັງດັດສ້າງ ແລະ ອົງການໄອຍະການປະຊາຊົນ ເພື່ອກວດກາຄືນໃຫ້ທົ່ວເຖິງທົ່ວປະເທດ.
ຂ່າວ: ສຸກທະວີ
KPL