ສສ ຫວຽດນາມ-ສປ ຈີນ ຍົກລະດັບ ການເຊື່ອມຕໍ່ ໂຄງລ່າງຍຸດທະສາດ

13/10/2026 10:54
ຂປລ ໃນ​ຂອງ​ເຂດ​ການ​ຢ້ຽມ​ຢາມ ສປ ຈີນ ຢ່າງ​ເປັນ​ທາງ​ການ​ ແລະ ເປັນ​ປະ​ທານ​ຮ່ວມ​ວາ​ລະ ​ປະ​ຊຸມ​ຄັ້ງ​ທີ 2 ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື ​ລະ​ຫວ່າ​ງ​ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ-ຈີນ, ​ວັນ​ທີ 12 ຕຸ​ລາ, ຢູ່​ນະ​ຄອນຫລວງ ປັກ​ກິ່ງ, ​ທ່ານ ເຈິ່ນ​ແມັງ​ເໝີ້ນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ພົບ​ປະ​ກັບ​ທ່ານ ຫລີ​ສຽງ ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ປ.ຈີນ.

ຂປລ.ວິທະຍຸກະຈ່າຍສຽງ ຫວຽດນາມ, ໃນ​ຂອງ​ເຂດ​ການ​ຢ້ຽມ​ຢາມ ສປ ຈີນ ຢ່າງ​ເປັນ​ທາງ​ການ​ ແລະ ເປັນ​ປະ​ທານ​ຮ່ວມ​ວາ​ລະ ​ປະ​ຊຸມ​ຄັ້ງ​ທີ 2 ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື ​ລະ​ຫວ່າ​ງ​ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ-ຈີນ, ​ວັນ​ທີ 12 ຕຸ​ລາ, ຢູ່​ນະ​ຄອນຫລວງ ປັກ​ກິ່ງ, ​ທ່ານ ເຈິ່ນ​ແມັງ​ເໝີ້ນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ພົບ​ປະ​ກັບ​ທ່ານ ຫລີ​ສຽງ ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ປ.ຈີນ. ເມື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ທິດ​ທາງ​ ການ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແມັງ​ເໝີ້ນ ສະ​ເໜີ​ ໃຫ້​ສອງ​ຝ່າຍ ຍົກ​ລະ​ດັບ​ການ​ເຊື່ອມ​ຕໍ່ ​ໂຄງ​ລ່າງ​ຍຸດ​ທະ​ສາດ ໂດຍ​ສະ​ເພາະ ​ແມ່ນ​ຮ່ວມ​ມື​ທາງ​ລົດ​ໄຟ. ເລີ່ມ​ລົງ​ມືກໍ່​ສ້າງ ແລະ ສຳ​ເລັດ​ບັນ​ດາ​ເສັ້ນ​ທາງ​ລົດ​ໄຟ ເຊື່ອມ​ຕໍ່​ສອງ​ປະ​ເທດ​ໂດຍ​ໄວ ເພື່ອ​ສ້າງ​ເງື່ອນ​ໄຂ​ສະ​ດວກ ​ໃຫ້​ແກ່​ການ​ພົວ​ພັນ​ແລກ​ປ່ຽນ ​ລະ​ຫວ່າງ ປະຊາຊົນ ສອງ​ປະ​ເທດ. ສ້າງ​ເງື່ອນ​ໄຂ​ ໃຫ້​ຜະ​ລິດ​ຕະ​ພັນ​ກະສິກຳ, ສິນ​ຄ້າ​ຂອງ ສສ ຫວຽດ​ນາມ ສົ່ງ​ໄປ​ຍັງ ສປ ຈີນ, ຍູ້​ແຮງ​ການ​ຮ່ວມ​ມື ​ດ່ານ​ຊາຍ​ແດນ. ພ້ອມ​ກັນ​ນັ້ນ ຍູ້​ແຮງ​ການ​ຮ່ວມ​ມື ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ນະ​ວັດ​ຕະ​ກຳ​, ບຳ​ລຸງ​ສ້າງ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມີ​ລະ​ດັບ​ສູງ. ຈາກນັ້ນ ​ທ່ານ​ ຫລີ ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ ສປ ຈີນ ໄດ້​ຕີ​ລາ​ຄາ​ສູງ ບັນ​ດາຂໍ້​ສະ​ເໜີ​ຮ່ວມ​ມື ​ຂອງ ທ່ານ ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແມັງ​ເໝີ້ນ ໂດຍສະ​ເໜີ​ໃຫ້​ສອງ​ຝ່າຍ ຍູ້​ໄວ​ການກໍ່​ສ້າງ​ ບັນ​ດາ​ເສັ້ນ​ທາງ​ລົດ​ໄຟ​ບັນ​ລຸມາດ​ຖານ, ເຊື່ອມ​ຕໍ່​ກັບ​ຍຸດ​ທະ​ສາດການ ​ພັດ​ທະ​ນາ​ເຂດ​ຂອງ​ ສປ ຈີນ, ເພີ່ມ​ທະ​ວີ​ ການ​ເຊື່ອມ​ຕໍ່​ທາງ​ນ້ຳ, ທາງ​ບົກ, ສ້າງ​ດ່ານ​ຊາຍ​ແດນ​ອັດ​ສະ​ລີ​ຍະ, ເຂດ​ຮ່ວມ​ມື​ຜ່ານ​ຊາຍ​ແດນ ແລະ ການ​ຮ່ວມ​ມື ທາງ​ດ້ານໄຟ​ຟ້າ​ ລະ​ຫວ່າງ​ ສອງ​ປະ​ເທດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top