ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈຳລາວ

13/10/2026 09:42
ຂປລ ໃນວັນທີ 9 ຕຸລາ 2026 ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພ່ືອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ຮັບການເເຕ່ງຕັ້ງເປັນກໍາມະການກົມການເມືອງສູນກາງພັກ.

        ຂປລ. ການເຂົ້າຢ້ຽມຂໍ່ານັບຄັ້ງນີ້, ທ່ານ ຢູ ອ່ອງ ໂກ  ເອກອັກຄະລັດຖະທູດ ແຫ່ງ ສສ ມຽນມາ ປະຈຳ ສປປ ລາວ, ໃນນາມເປັນປະທານກອງປະຊຸມປຶກສາຫາລືອາຊຽນ (ASEAN Consultative Meeting) ໄດ້ຕາງໜ້າບັນດາທູດອາຊຽນ ສະແດງຄວາມຊົມເຊີຍຢ່າງຈິງໃຈຕໍ່ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ທ່ີໄດ້ຮັບການແຕ່ງຕ້ັງເປັນກໍາມະການກົມການເມືອງສູນກາງພັກ. ພ້ອມນ້ີ, ທ່ານເອກອັກຄະລັດຖະທູດໄດ້ມີຄໍາເຫັນວ່າການໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງສຳຄັນຂອງທ່ານຮອງນາຍົກລັດຖະມົນຕີຄັ້ງນີ້ແມ່ນໜ້າທີ່ອັນມີກຽດ, ຊຶ່ງສະແດງເຖິງຄວາມເຊື່ອໝັ້ນອັນສູງສົ່ງທີ່ພັກ, ລັດຖະບານ ແລະ ປະຊາຊົນຕໍ່ຄວາມຮູ້-ຄວາມສາມາດ, ປະສົບການອັນກວ້າງຂວາງ, ການອຸທິດຕົນ ແລະ ບັນດາຜົນງານຕ່າງໆ ຂອງທ່ານຮອງນາຍົກລັດຖະມົນຕີ ແລະ ປະກອບສ່ວນສໍາຄັນເຂົ້າໃນວຽກງານພັກ-ລັດ ໂດຍສະເພາະແມ່ນໃນຂົງເຂດວຽກງານການຕ່າງປະເທດ ແລະ ພົວພັນສາກົນ, ການສະໜັບສະໜູນ ແລະ ການຮ່ວມມືຢ່າງໃກ້ຊິດຈາກກະຊວງການຕ່າງປະເທດຂອງ ສປປ ລາວ ໄດ້ມີບົດບາດສຳຄັນໃນການສົ່ງເສີມສາຍພົວພັນມິດຕະພາບລະຫວ່າງ ສປປ ລາວ ແລະ ບັນດາປະເທດສະມາຊິກອາຊຽນ ເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືທັງໃນລະດັບພາກພື້ນ ແລະ ສາກົນ.

     ໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ກໍໄດ້ສະແດງຄວາມຂອບໃຈຕໍ່ຄຳອວຍພອນ ແລະ ຊົມເຊີຍຢ່າງຈິງໃຈຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ບັນດາປະເທດສະມາຊິກອາຊຽນທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ຕະຫລອດໄລຍະຜ່ານມາ. ພ້ອມນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍຕໍ່ການເຄື່ອນໄຫວວຽກງານອາຊຽນຂອງບັນດາສະຖານທູດອາຊຽນ ປະຈຳ ສປປ ລາວ ພາຍໃຕ້ຂອບກອງປະຊຸມປຶກສາຫາລືອາຊຽນໃນໄລຍະຜ່ານມາ ເພື່ອສົ່ງເສີມຄວາມຮັບຮູ້ກ່ຽວກັບອາຊຽນ ກໍຄືການເພີ່ມທະວີຮັດແໜ້ນການພົວພັນຮ່ວມມືລະຫວ່າງບັນດາປະເທດສະມາຊິກອາຊຽນ ແລະ ການຮ່ວມມືສອງຝ່າຍກັບ ສປປ ລາວ, ພ້ອມທັງຍົກສູງນໍ້າໃຈຄວາມເປັນແກນກາງ ແລະ ຄວາມສາມັກຄີຂອງອາຊຽນ ເພື່ອສົ່ງເສີມການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ.

KPL

ຂ່າວອື່ນໆ

    • ຄຕພ ເຜີຍແຜ່ເອກະສານສຳຄັນຂອງພັກ-ຂອງຊາດ ປະກາດການຈັດຕັ້ງການເມືອງ

      ຄຕພ ເຜີຍແຜ່ເອກະສານສຳຄັນຂອງພັກ-ຂອງຊາດ ປະກາດການຈັດຕັ້ງ

      10/13/2026 9:57:22 AM

      ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ຈັດພິທີເຜີຍແຜ່ເຊື່ອມຊຶມມູນເຊື້ອວັນປະກາດເອກະລາດ ແລະ ວັນການທູດລາວ ຄົບຮອບ 81 ປີ (12/10/1945- 12/10/2026) ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກໃນວັນທີ 12 ຕຸລາ 2026.

    • ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ 9 ເດືອນຜ່ານມາມີຫລາຍດ້ານໄດ້ຮັບຜົນສຳເລັດການເມືອງ

      ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ 9 ເດືອນຜ່ານມາມີຫລາຍດ້ານໄດ້ຮັບຜົນສຳເລັດ

      10/13/2026 9:50:35 AM

      ໃນໄລຍະ 9 ເດືອນປິ 2026 ນີ້, ສະພາແຫ່ງຊາດໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນສຳເລັດຕາມເປົ້າໝາຍ ໃນຫລາຍດ້ານເປັນຕົ້ນດ້ານນິຕິບັດຍັດ, ດ້ານການຕົກລົງບັນຫາສຳຄັນພື້ນຖານຂອງປະເທດຊາດ, ດ້ານການຕິດຕາມກວດກາ, ດ້ານການສ້າງຄວາມເຂັ້ມແຂງໃຫ້ສະພາແຫ່ງຊາດ, ການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ, ດ້ານການເຄື່ອນໄຫວວຽກງານຕ່າງປະເທດ ແລະ ອື່ນໆ.

    • ປີ 2026 ສານປະຊາຊົນສູງສຸດ ແກ້ໄຂຄະດີໄດ້ 9.597 ເລື່ອງ ກວມ 72,46% ຂອງຄະດີທັງໝົດການເມືອງ

      ປີ 2026 ສານປະຊາຊົນສູງສຸດ ແກ້ໄຂຄະດີໄດ້ 9.597 ເລື່ອງ ກວມ 72,46% ຂອງຄະດີທັງໝົດ

      10/13/2026 9:46:35 AM

      ທ່ານ ໄພວີ ສີບົວລິພາ ປະທານສານປະຊາຊົນສູງສຸດ ໄດ້ລາຍງານຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການ ປະຈຳປີ 2027 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 9 ຕຸລາ 2026 ໂດຍທ່ານໄດ້ໃຫ້ຮູ້ວ່າ: ໃນປີ 2026 ສານປະຊາຊົນ ມີຄະດີຄ້າງມາຈາກປີ 2025 ຈຳນວນ 3.738 ເລື່ອງ ແລະ ຄະດີເຂົ້າໃໝ່ 9.506 ເລື່ອງ, ລວມທັງໝົດ 13.244 ເລື່ອງ. ໃນນີ້, ສາມາດແກ້ໄຂໄດ້ 9.597 ເລື່ອງ ກວມ 72,46% ແລະ ຍັງມີຄະດີທີ່ສືບຕໍ່ແກ້ໄຂ 3.647 ເລື່ອງ.

    • ສນຊ ສະເໜີໃຫ້ສະພາແຫ່ງຊາດ ຊຸກຍູ້ ໃຫ້ລັດຖະບານແກ້ໄຂບາງຂໍ້ຫຍຸ້ງຍາກໃຫ້ບັນລຸຕາມເປົ້າໝາຍການເມືອງ

      ສນຊ ສະເໜີໃຫ້ສະພາແຫ່ງຊາດ ຊຸກຍູ້ ໃຫ້ລັດຖະບານແກ້ໄຂບາງຂໍ້ຫຍຸ້ງຍາກໃຫ້ບັນລຸຕາມເປົ້າໝາຍ

      10/13/2026 9:38:56 AM

      ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ວັນທີ 12 ຕຸລາ 2026 ນີ້, ທ່ານ ລາວປາວຊົ່ງ ນະວົງໄຊ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ຕາງໜ້າໃຫ້ຄະນະປະຈຳສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ປະກອບຄຳເຫັນໃສ່ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ແຜນການ ປະຈຳປີ 2027 ຂອງສະພາແຫ່ງຊາດ ທີ່ສະເໜີໂດຍ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໂດຍທ່ານໄດ້ສະເໜີໃຫ້ສະພາແຫ່ງຊາດ ສືບຕໍ່ຕິດຕາມ, ຊຸກຍູ້ ແລະ ຊ່ວຍເຫຼືອລັດຖະບານໃນການແກ້ໄຂບັນຫາຕ່າງໆ ທີ່ຍັງຄົງຄ້າງໃຫ້ມີຄວາມຄືບໜ້າ ແລະ ບັນລຸຕາມເປົ້າໝາຍທີ່ວາງໄວ້ ເພື່ອໃຫ້ການຈັດຕັ້ງປະຕິບັດແຜນງານ ແລະ ນະໂຍບາຍຂອງລັດຖະບານເກີດຜົນເປັນຮູບປະທຳຍິ່ງຂຶ້ນ.

    • ຄະນະບໍລິຫານງານພັກ ຫສປທ ຕ້ອງເປັນເຈົ້າການສຶກສາອົບການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານການເມືອງ

      ຄະນະບໍລິຫານງານພັກ ຫສປທ ຕ້ອງເປັນເຈົ້າການສຶກສາອົບການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ

      10/13/2026 9:34:08 AM

      ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ສະມາຊິກພັກ ຄ້ັງທີ II ຂອງອົງຄະນະພັກ ຫ້ອງວ່າການສໍານັກງານປະທານປະເທດ (ຫສປທ) ສະຫາຍ ພົອ ວິໄລ ຫລ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ໄດ້ເນັ້ນໃຫ້ຄະນະບໍລິຫານງານ ພັກ ຫສປທ ຕ້ອງຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ເປັນເຈົ້າການນໍາພາສຶກສາອົບຮົມການເມືອງ,

ads
ads

Top