ສນຊ ສະເໜີໃຫ້ສະພາແຫ່ງຊາດ ຊຸກຍູ້ ໃຫ້ລັດຖະບານແກ້ໄຂບາງຂໍ້ຫຍຸ້ງຍາກໃຫ້ບັນລຸຕາມເປົ້າໝາຍ

13/10/2026 09:38
ຂປລ ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ວັນທີ 12 ຕຸລາ 2026 ນີ້, ທ່ານ ລາວປາວຊົ່ງ ນະວົງໄຊ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ຕາງໜ້າໃຫ້ຄະນະປະຈຳສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ປະກອບຄຳເຫັນໃສ່ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ແຜນການ ປະຈຳປີ 2027 ຂອງສະພາແຫ່ງຊາດ ທີ່ສະເໜີໂດຍ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໂດຍທ່ານໄດ້ສະເໜີໃຫ້ສະພາແຫ່ງຊາດ ສືບຕໍ່ຕິດຕາມ, ຊຸກຍູ້ ແລະ ຊ່ວຍເຫຼືອລັດຖະບານໃນການແກ້ໄຂບັນຫາຕ່າງໆ ທີ່ຍັງຄົງຄ້າງໃຫ້ມີຄວາມຄືບໜ້າ ແລະ ບັນລຸຕາມເປົ້າໝາຍທີ່ວາງໄວ້ ເພື່ອໃຫ້ການຈັດຕັ້ງປະຕິບັດແຜນງານ ແລະ ນະໂຍບາຍຂອງລັດຖະບານເກີດຜົນເປັນຮູບປະທຳຍິ່ງຂຶ້ນ.

ທ່ານ ລາວປາວຊົ່ງ ນະວົງໄຊ ກ່າວວ່າ: ຄຽງຄູ່ກັບຜົນງານ ແລະ ຜົນສຳເລັດທີ່ສະພາແຫ່ງຊາດ ຍາດມາໄດ້ໃນເກືອບ 1 ປີຜ່ານມານັ້ນ, ສູນກາງແນວລາວສ້າງຊາດ ສະເໜີໃຫ້ສະພາແຫ່ງຊາດ ແລະ ບັນດາສະມາຊິກສະພາແຫ່ງຊາດ ສືບຕໍ່ເອົາໃຈໃສ່ຕິດຕາມກວດກາ ແລະ ຊຸກຍູ້ຊ່ວຍເຫຼືອໃຫ້ລັດຖະບານແກ້ໄຂບາງບັນຫາໃຫ້ເປັນໄປຕາມແຜນການທີ່ກຳນົດໄວ້ ເປັນຕົ້ນ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເຖິງວ່າລັດຖະບານໄດ້ວາງຫຼາຍມາດຕະການ ເຮັດໃຫ້ຄ່າເງິນກີບແຂງຄ່າຂຶ້ນທຽບກັບເງິນຕາຕ່າງປະເທດ ແຕ່ໃນສະພາບຄວາມເປັນຈິງລາຄາສິນຄ້າ (ຄ່າຄອງຊີບ, ຄ່າໄຟຟ້າ, ນ້ຳປະປາ, ນ້ຳມັນເຊື້ອໄຟ, ແກ໊ສ) ຍັງສູງຄືເກົ່າ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າທີ່ມີລາຍໄດ້ຕ່ຳ ເຫັນວ່າຍັງບໍ່ໄດ້ຮັບການແກ້ໄຂໃຫ້ຢູ່ໃນສະພາບປົກກະຕິໄດ້. ພ້ອມກັນນັ້ນ, ການແກ້ໄຂບັນຫາຢາເສບຕິດ ແລະ ສະແກມເມີ (Scammer) ຍັງບໍ່ທັນກາຍເປັນຄວາມຮັບຜິດຊອບຂອງທົ່ວສັງຄົມ ແລະ ປະຊາຊົນ ເຖິງແມ່ນວ່າເຈົ້າໜ້າທີ່ຈະໄດ້ເອົາໃຈໃສ່ປາບປາມຢ່າງຈິງຈັງຜ່ານມາ ແຕ່ສະພາບຕົວຈິງພວກກຸ່ມຄົນບໍ່ດີຍັງມີການລັກລອບເຄື່ອນໄຫວເປັນວົງກວ້າງ, ແນບນຽນ ແລະ ບືນເລິກກວ່າເກົ່າ.

ພ້ອມນີ້, ທ່ານ ລາວປາວຊົ່ງ ນະວົງໄຊ ຍັງໄດ້ຕີລາຄາການຈັດຕັ້ງປະຕິບັດວຽກງານຂອງສະພາແຫ່ງຊາດ ໂດຍສະເພາະເວລາສ້າງ ແລະ ປັບປຸງກົດໝາຍຂອງສະພາແຫ່ງຊາດ ເຫັນວ່າຍັງຂາດການທາບທາມ ແລະ ແທດເຖິງກຸ່ມເປົ້າໝາຍ, ຂາດການມີສ່ວນຮ່ວມຂອງປະຊາຊົນລາວບັນດາເຜົ່າ ພ້ອມທັງການປະເມີນ ແລະ ການໂຄສະນາເຜີຍແຜ່ກົດໝາຍຍັງບໍ່ທັນກວ້າງຂວາງ, ບໍ່ແທດເຖິງທຸກໆເປົ້າໝາຍໃນທົ່ວສັງຄົມ ເຮັດໃຫ້ບັນດາກົດໝາຍທີ່ສະພາແຫ່ງຊາດຮັບຮອງແລ້ວໃນເວລາຈັດຕັ້ງປະຕິບັດ ບໍ່ສາມາດປະຕິບັດໄດ້ເທົ່າທີ່ຄວນ. ບັນດາມະຕິທີ່ສະພາແຫ່ງຊາດຮັບຮອງໄປແລ້ວເຫັນວ່າມີຈຳນວນຫຼາຍ ແຕ່ການປະຕິບັດຕົວຈິງຍັງບໍ່ທັນເຂັ້ມງວດ-ເດັດຂາດເທົ່າທີ່ຄວນ ເຊັ່ນ: ການຄຸ້ມຄອງໂຄງການຂຸດຄົ້ນບໍ່ແຮ່, ການປະຕິບັດສັນຍາສຳປະທານ ແລະ ບັນຫາອື່ນໆ ທີ່ຕິດພັນກັບມະຕິຂອງສະພາແຫ່ງຊາດ ຍັງບໍ່ໄດ້ຮັບການຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ ໃຫ້ສົມກັບສະພາແຫ່ງຊາດແມ່ນອົງການສູງສຸດແຫ່ງອຳນາດລັດ ແລະ ຄວນມີການປະຕິບັດຢ່າງເຂັ້ມງວດ.

ພ້ອມນັ້ນ, ການລົງພົບປະຜູ້ມີສິດເລືອກຕັ້ງຂອງສະມາຊິກສະພາແຫ່ງຊາດ ຍັງບໍ່ທັນທົ່ວເຖິງ ໂດຍສະເພາະເຂດຫ່າງໄກສອກຫຼີກ, ຊົນເຜົ່າ, ເຂດຊາຍແດນ, ໃນນັ້ນການລົງພົບປະແຕ່ລະຄັ້ງ ສະມາຊິກສະພາແຫ່ງຊາດ ຄວນປະສານສົມທົບກັບແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອຊ່ວຍຮຽກໂຮມປະຊາຊົນເຂົ້າຮ່ວມຮັບຟັງການເຜີຍແຜ່ຜົນສຳເລັດຂອງກອງປະຊຸມສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງແຕ່ລະເທື່ອ; ການເຂົ້າຮ່ວມກອງປະຊຸມສະພາແຫ່ງຊາດ ຂອງສະມາຊິກສະພາແຫ່ງຊາດ ແມ່ນມີຄວາມຕັ້ງໜ້າສູງ ແຕ່ການປະກອບຄຳເຫັນ ແລະ ຊັກຖາມບັນຫາຕ່າງໆ ຂອງສະມາຊິກສະພາແຫ່ງຊາດ ຈາກແຕ່ລະເຂດເລືອກຕັ້ງ ຍັງບໍ່ທັນຮັດກຸມ, ລົງເລິກບັນຫາທີ່ປະຊາຊົນສ່ອງແສງເຖິງລັດຖະບານ ແລະ ຍັງບໍ່ລົງເລິກເຖິງວິທີສະເໜີແນະການແກ້ໄຂບັນຫາໃຫ້ຖືກຈຸດ (ບາງທ່ານມີການປະກອບຄວາມເຫັນຫຼາຍຄັ້ງ, ແຕ່ບາງທ່ານບໍ່ມີການປະກອບຄວາມເຫັນເລີຍ); ການຕິດຕາມກວດກາຂອງສະພາແຫ່ງຊາດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍສະພາແຫ່ງຊາດ (ສະບັບປັບປຸງ), ກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຍັງບໍ່ທັນແຂງແຮງ ແລະ ເປັນຮູບປະທຳ, ການເກັບກຳຂໍ້ມູນ, ການວິເຄາະວິໄຈບັນຫາ ແລະ ການປະສານງານພາກສ່ວນທີ່ກ່ຽວຂ້ອງພິຈາລະນາແກ້ໄຂ ບໍ່ທັນໄດ້ດີ; ການນຳເອົາຄຳຄິດ, ຄຳເຫັນ, ຄຳສະເໜີຂອງປະຊາຊົນບັນດາເຜົ່າ ທີ່ສະເໜີຜ່ານສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ສາຍດ່ວນ ຍັງບໍ່ທັນໄດ້ຮັບການອະທິບາຍ, ຊີ້ແຈງ ແລະ ມີຄຳຕອບໃຫ້ແກ່ປະຊາຊົນຢ່າງເປັນລະບົບ ແລະ ຊັດເຈນ.

ຂ່າວ: ທະນູທອງ; ພາບ: ວຽງຈັນທາມ



KPL

ຂ່າວອື່ນໆ

    • ຄຕພ ເຜີຍແຜ່ເອກະສານສຳຄັນຂອງພັກ-ຂອງຊາດ ປະກາດການຈັດຕັ້ງການເມືອງ

      ຄຕພ ເຜີຍແຜ່ເອກະສານສຳຄັນຂອງພັກ-ຂອງຊາດ ປະກາດການຈັດຕັ້ງ

      10/13/2026 9:57:22 AM

      ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ຈັດພິທີເຜີຍແຜ່ເຊື່ອມຊຶມມູນເຊື້ອວັນປະກາດເອກະລາດ ແລະ ວັນການທູດລາວ ຄົບຮອບ 81 ປີ (12/10/1945- 12/10/2026) ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກໃນວັນທີ 12 ຕຸລາ 2026.

    • ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ 9 ເດືອນຜ່ານມາມີຫລາຍດ້ານໄດ້ຮັບຜົນສຳເລັດການເມືອງ

      ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ 9 ເດືອນຜ່ານມາມີຫລາຍດ້ານໄດ້ຮັບຜົນສຳເລັດ

      10/13/2026 9:50:35 AM

      ໃນໄລຍະ 9 ເດືອນປິ 2026 ນີ້, ສະພາແຫ່ງຊາດໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນສຳເລັດຕາມເປົ້າໝາຍ ໃນຫລາຍດ້ານເປັນຕົ້ນດ້ານນິຕິບັດຍັດ, ດ້ານການຕົກລົງບັນຫາສຳຄັນພື້ນຖານຂອງປະເທດຊາດ, ດ້ານການຕິດຕາມກວດກາ, ດ້ານການສ້າງຄວາມເຂັ້ມແຂງໃຫ້ສະພາແຫ່ງຊາດ, ການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ, ດ້ານການເຄື່ອນໄຫວວຽກງານຕ່າງປະເທດ ແລະ ອື່ນໆ.

    • ປີ 2026 ສານປະຊາຊົນສູງສຸດ ແກ້ໄຂຄະດີໄດ້ 9.597 ເລື່ອງ ກວມ 72,46% ຂອງຄະດີທັງໝົດການເມືອງ

      ປີ 2026 ສານປະຊາຊົນສູງສຸດ ແກ້ໄຂຄະດີໄດ້ 9.597 ເລື່ອງ ກວມ 72,46% ຂອງຄະດີທັງໝົດ

      10/13/2026 9:46:35 AM

      ທ່ານ ໄພວີ ສີບົວລິພາ ປະທານສານປະຊາຊົນສູງສຸດ ໄດ້ລາຍງານຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການ ປະຈຳປີ 2027 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 9 ຕຸລາ 2026 ໂດຍທ່ານໄດ້ໃຫ້ຮູ້ວ່າ: ໃນປີ 2026 ສານປະຊາຊົນ ມີຄະດີຄ້າງມາຈາກປີ 2025 ຈຳນວນ 3.738 ເລື່ອງ ແລະ ຄະດີເຂົ້າໃໝ່ 9.506 ເລື່ອງ, ລວມທັງໝົດ 13.244 ເລື່ອງ. ໃນນີ້, ສາມາດແກ້ໄຂໄດ້ 9.597 ເລື່ອງ ກວມ 72,46% ແລະ ຍັງມີຄະດີທີ່ສືບຕໍ່ແກ້ໄຂ 3.647 ເລື່ອງ.

    • ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈຳລາວການເມືອງ

      ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈຳລາວ

      10/13/2026 9:42:48 AM

      ໃນວັນທີ 9 ຕຸລາ 2026 ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພ່ືອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ຮັບການເເຕ່ງຕັ້ງເປັນກໍາມະການກົມການເມືອງສູນກາງພັກ.

    • ຄະນະບໍລິຫານງານພັກ ຫສປທ ຕ້ອງເປັນເຈົ້າການສຶກສາອົບການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານການເມືອງ

      ຄະນະບໍລິຫານງານພັກ ຫສປທ ຕ້ອງເປັນເຈົ້າການສຶກສາອົບການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ

      10/13/2026 9:34:08 AM

      ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ສະມາຊິກພັກ ຄ້ັງທີ II ຂອງອົງຄະນະພັກ ຫ້ອງວ່າການສໍານັກງານປະທານປະເທດ (ຫສປທ) ສະຫາຍ ພົອ ວິໄລ ຫລ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ໄດ້ເນັ້ນໃຫ້ຄະນະບໍລິຫານງານ ພັກ ຫສປທ ຕ້ອງຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ເປັນເຈົ້າການນໍາພາສຶກສາອົບຮົມການເມືອງ,

ads
ads

Top