ຂປລ
ອົງການການບິນ ພົນລະເຮືອນ ອາຣັບບີ ຊາອຸດິດ ອອກຖະແຫລງການວ່າ: ຈະສືບຕໍ່ ຍຸດຕິການບໍລິການ ທີ່ສະໜາມ ບິນສາກົນ ເຈົ້າຊີວິດ ຄາລິດ ນະຄອນຫລວງ ຣີຢັດ
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 12 ຕຸລານີ້, ອົງການການບິນ ພົນລະເຮືອນ ອາຣັບບີ ຊາອຸດິດ ອອກຖະແຫລງການວ່າ: ຈະສືບຕໍ່ ຍຸດຕິການບໍລິການ ທີ່ສະໜາມບິນສາກົນ ເຈົ້າຊີວິດ ຄາລິດ ນະຄອນຫລວງ ຣີຢັດ ເພື່ອປະສານງານກັບ ພາກສ່ວນທີ່ກ່ຽວຂ້ອງ ແລະ ສຳເລັດການກວດສອບ ສະພາບ ຄວາມປອດໄພ ລວມເຖິງ ຄວາມພ້ອມ ໃນການດຳເນີນງານ ຂອງສະໜາມບິນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL