ການລ້ຽງ​ອ່ຽນ​ໃນໜອງດິນຕ່າງຈາກການລ້ຽງໃນອ່າງຊີມັງແນວໃດ?

16/03/2023 13:52
Email Print 2702
ຂປລ *ສະບັບ​ກ່ອນ ຄໍ​ລໍາ ​ສຶກສາ​ຫາ​ຄວາມ​ຮູ້ ​ໄດ້​ນໍາ​ສະ​ເໜີ ວິທີ​ການ​ລ້ຽງອ່ຽນ​ໃນອ່າງ​ຊິມັງມາ​ແລ້ວ ມື້ນີ້ຈະ​ມາ​ນໍາ​ສະ​ເໜີ ການ​ລ້ຽງອ່ຽນ​ໃນໜອງດິນ​ຕື່ມ ​ເພື່ອໃຫ້​ປະຊາຊົນ​ທີ່​ມີ​ເງື່ອນ​ໄຂ​ສະດວກ​ ແລະ ຍັງເປັນທາງເລືອກຕື່ມອີກ ເຊິ່ງຈະສາມາດ​ນໍາ​ໄປ​ໃຊ້​ໄດ້​ຮັບຮອງ​ວ່າ​ໄດ້​ຮັບ​ຜົນ​ດີ​ແນ່ນອນ.


*ສະບັບ​ກ່ອນ ຄໍ​ລໍາ ​ສຶກສາ​ຫາ​ຄວາມ​ຮູ້ ​ໄດ້​ນໍາ​ສະ​ເໜີ ວິທີ​ການ​ລ້ຽງອ່ຽນ​ໃນອ່າງ​ຊິມັງມາ​ແລ້ວ  ມື້ນີ້ຈະ​ມາ​ນໍາ​ສະ​ເໜີ ການ​ລ້ຽງອ່ຽນ​ໃນໜອງດິນ​ຕື່ມ ​ເພື່ອໃຫ້​ປະຊາຊົນ​ທີ່​ມີ​ເງື່ອນ​ໄຂ​ສະດວກ​ ແລະ ຍັງເປັນທາງເລືອກຕື່ມອີກ ເຊິ່ງຈະສາມາດ​ນໍາ​ໄປ​ໃຊ້​ໄດ້​ຮັບຮອງ​ວ່າ​ໄດ້​ຮັບ​ຜົນ​ດີ​ແນ່ນອນ.


ການລ້ຽງໃນໜອງດິນການລ້ຽງອ່ຽນໃສ່ໜອງດິນອ່ຽນອາດສູນຫາຍໄປປະມານ 20 % ​ເພາະ​ອ່ຽນ​ເປັນ​ສັດ ແຕ່ກໍ່ສະດວກສຳລັບຜູ້ທີ່ມີບັນຫາ ເລື່ອງການສ້າງອ່າງ ແລະ ວິທີນີ້ກໍ່ເປັນວິທີທີ່ງ່າຍ ເໝາະສົມສຳລັບຊາວບ້ານທີ່ຢູ່ໃກ້ແຫລ່ງນໍ້າ ໂດຍວິທີການລ້ຽງມີດັ່ງນີ້: ຂຸດໜອງ ຂະ ໜາດ 4 x 6 ແມັດ 2x4 ແມັດ ຫລື 2x6 ແມັດ. ແລ້ວແຕ່ຄວາມພ້ອມສະຖານທີ່ ບ່ອນສ້າງໜອງຄວນເປັນດິນໜຽວ ນໍ້າບໍ່ຖ້ວມ ຂຸດໜອງເລິກ 1 ແມັດ  ຫລັງ​ຈາກ​ນັ້ນ ເອົາໄມ້ມາເຮັດໂຄງສູງຈາກໜ້າດິນ 2 ແມັດ ກວມເອົາໜອງ ແລະ ກ້ວາງກາຍ ແຄມໜອງອອກໄປປະ ມານ 30-50 ຊັງຕີແມັດ ແລ້ວເອົາຜ້າແຍ່ງຂຽວປົກຄຸມ ແລ້ວເອົາດິນຖົມສົ້ນແພໃຫ້ແຈບ ຂຸດຮ່ອງອ້ອມໜອງ ເພື່ອບໍ່ໃຫ້ນໍ້າຝົນໄຫລເຂົ້າຖ້ວມໜອງ ແລະ ເຮັດທາງເຂົ້າອອກໄດ້ສະດວກ ໃນໜອງເອົາເຟືອງແຫ້ງ (ເຟືອງເກົ່າ) ໃສ່ລົງໄປແຈໃດແຈໜຶ່ງ ໃຫ້ໜາ 50 ຊັງຕີແມັດ ຂະ ໜາດ 1/3 ຂອງໜອງ ເອົາຝຸ່ນຄອກແຫ້ງໃສ່ທັບລົງໄປໜາ 20 ຊັງຕີແມັດ ປະໄວ້ 2 -3 ມື້  ຖ້າ​ນໍ້າ​ເນົ່າ​ກໍ​ຕ້ອງ​ປ່ຽນນໍ້າ​ອອກ​ ແລ້ວ​ເອົາ​ນໍ້າ​ໃສ່​ໃໝ່​ໃຫ້​ພຽງກອງ​ອາຫານ ​ແລ້ວ​ເອົາ​ໄມ້​ທີ່​ເປັນ​ໂກນ ຫລື້ ບັ້ງ​ໄມ້​ໄຜ່​ໃສ່​ໃນໜອງ ,​ເອົາ​ຜັກ​ຕົບ, ຜັກ​ບົ້ງ​​ໃສ່​ໃນໜອງ ສ່ວນ​ທີ່​ບໍ​ແມ່ນ​ກອງ​ອາຫານ ​ແລ້ວ​ເອົາ​ໄມ້​ຂັ້ນ​ລະຫວ່າງ​ກອງ​ອາຫານ​ ແລະ​ ຜັກ ​ໃຫ້​ປັນ​ຫວ່າງ ​ເພື່ອ​ສະດວກ​ໃນ​ການ​​ໃຫ້​ອາຫານ  ​ແລະ ກ່ອນ​ເອົາ​ອ່ຽນລົງ​ລ້ຽງ ຄວນ​ປ່ອຍ​ປາ​ຫາງ​ນົກ​ຍູງ,ປາກັດ,ກຸ້ງຝອຍ ປ່ອຍ​ໃສ່​ໃນໜອງຫລັງ​ຈາກ​ນັ້ນ​ ນໍາ​ເອົາ​ລູກ​ອ່ຽນ ທີ່​ມີ​ຂະໜາດດຽວ 1,000 ​ໂຕ​ຕໍ່ໜອງ.


ໂດຍ:ມາລີດາ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top