ຂປລ
ຂປລ. ເພື່ອເປັນການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານໃຫ້ມີຄວາມຮູ້ ຄວາມສາມາດໃນການຕ້ານໄຟປ່າ ແລະ ການປ່ຽນຂອງດິນຟ້າອາກາດ. ເມື່ອບໍ່ດົນມານີ້, ກົມປ່າໄມ່ ຮ່ວມກັບ ອົງການ ຮ່ວມມືປ່າໄມ້ ອາຊີ-ສ ເກົາຫລີ (AFoCO) ໄດ້ຈັດກອງປະຊຸມສຳມະນາ ກ່ຽວກັບ ໄຟປ່າ ຂອງປະເທດລຸ່ມແມ່ນໍ້າຂອງ

ຂປລ. ເພື່ອເປັນການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານໃຫ້ມີຄວາມຮູ້ ຄວາມສາມາດໃນການຕ້ານໄຟປ່າ ແລະ ການປ່ຽນຂອງດິນຟ້າອາກາດ. ເມື່ອບໍ່ດົນມານີ້, ກົມປ່າໄມ່ ຮ່ວມກັບ ອົງການ ຮ່ວມມືປ່າໄມ້ ອາຊີ-ສ ເກົາຫລີ (AFoCO) ໄດ້ຈັດກອງປະຊຸມສຳມະນາ ກ່ຽວກັບ ໄຟປ່າ ຂອງປະເທດລຸ່ມແມ່ນໍ້າຂອງ ພາຍໃຕ້ຫົວຂໍໍ້ “ການຝຶກອົບຮົມເພື່ອສ້າງໃຫ້ເປັນຄູຝຶກ ກ່ຽວກັບ ການຄຸ້ມຄອງໄຟປ່າ ແລະ ການດັບມອດໄຟປ່າ ຢູ່ໃນພາກພື້ນອາຊີຕາເວັນອອກສຽງໃຕ້” ຂຶ້ນທີ່ ແຂວງຈໍາປາສັກ ໂດຍການເປັນປະທານຮ່ວມຂອງ ທ່ານ ອໍລະຫັນ ບຸນຍະພາລົມ ຮອງຫົວໜ້າກົມປ່າໄມ້ ແລະ ທ່ານ ໄຊຍະສິດ ວິລະພັດ ຮອງຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມ ແຂວງຈຳປາສັກ. ມີຜູ້ຕາງໜ້າຈາກ ຫ້ອງການ ປະຈໍາພາກພື້ນ ລຸ່ມແມ່ນໍໍ້າຂອງ, ໂຄງການ ສ້າງຄວາມເຂັໍ້ມແຂງໃນການເສີມຂະຫຍາຍການປັບຕົວຕໍ່ໄຟປ່າ, ການປັບປຸງຊີວິການເປັນຢູ່ຂອງຊຸມຊົນທ້ອງຖິ່ນ ແລະ ການເຊື່ອມໂຍງ, ບັນດາ ຄູຝຶກຈາກຈາກ ອົງການ ຮ່ວມມືປ່າໄມ້ ອາຊີ - ສ.ເກົາຫລີ ພ້ອມດ້ວຍ ຜູ້ຕາງໜ້າຈາກປະເທດລຸ່ມແມ່ນໍ້າຂອງເຂົ້າຮ່ວມ.

ກອງປະຊຸມສໍາມະນາໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື ກ່ຽວກັບນະໂຍບາຍ ແລະ ການຮ່ວມມືໃນພາກພື້ນ ດ້ານການຄຸ້ມຄອງໄຟປ່າ. ພ້ອມທັງເປັນການ ແລກປ່ຽນບົດຮຽນທີ່ສໍາຄັນ ດ້ານທິດສະດີ ແລະ ພາກປະຕິບັດຕົວຈິງຢູ່ສະໜາມ, ລວມທັງເປັນການ ປຶກສາຫາລື ເພືີ່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຂອງບັນດາປະເທດ ລຸ່ມແມ່ນໍ້າຂອງ CLMV. ກອງປະຊຸມໃນຄັ້ງນີ້ ຈະເປັນນິມິດໝາຍອັນສໍາຄັນ ເພືີ່ອການທົບທວນ ແລະ ປັບປຸງດ້ານນະໂຍບາຍ ໃນການຄຸ້ມຄອງໄຟປ່າ ແລະ ເສີມສ້າງຄວາມຍືດຢຸນ (ຄວາມທົນທານ) ຕໍ່ກັບການປ່ຽນແປງດິນຟ້າອາກາດ ໃຫ້ກັບບັນດາປະເທດ ລຸ່ມແມ່ນໍ້າຂອງ CLMV ຕື່ມອີກ.
ແນວໃດກໍດີ, ດັ່ງທີ່ຮູ້ນຳກັນແລ້ວ ປັດຈຸບັນແມ່ນໄດ້ກ້າວສູ່ຍາມແລ້ງແລ້ວ ເຊິ່ງມີຄວາມຈຳເປັນທີ່ພວກເຮົາທຸກຊັ້ນຄົນຕ້ອງໄດ້ເພີ່ມທະວີຄວາມເອົາໃຈໃສ່ບັນຫາໄຟໄໝ້ປ່າ ໂດຍສະເພາະການທຳການຜະລິດ, ການທຳມາຫາກິນຢູ່ໃນປ່າ ຄວນມີສະຕິຕໍ່ບັນຫາດັ່ງກ່າວ. ໃນນັ້ນ, ສະເພາະການທຳການຜະລິດທີ່ໃກ້ ປ່າໄມ້ ຕ້ອງຕັດແລວໄຟໃຫ້ມີຄວາມປອດໄພ ຈຶ່ງທຳການຈູດ. ສ່ວນການເຂົ້າຫາຢູ່ຫາກິນໃນປ່າ ເວລາ ແຕ່ງຢູ່ຄົວກິນໄສ້ລັດ ຕ້ອງດັບມອດໄຟເສຍກ່ອນຈຶ່ງ ຈາກໄປທັງນີ້ໝໍ ເພື່ອຫລີກເວັ້ນບັນຫາໄຟໄໝ້ ລາມປ່າ ດັ່ງທີ່ພວກເຮົາເຫັນໃນທຸກປີຜ່ານມາ ໄດ້ ເກີດມີໄຟໄໝ້ປ່າຢູ່ປະເທດລາວເຮົາເປັນວົງກວ້າງ.
KPL