ຂປລ
ຂປລ. ນັບແຕ່ສະຖາປະນາ ສປປ ລາວ ໃນໄລຍະ 50 ປີ ( 2 ທັນວາ 1975-2 ທັນວາ 2025 ) ພາຍໃຕ້ການນໍາພາອັນສະຫລາດສ່ອງໃສ ແລະ ປີຊາສາມາດຂອງພັກ ໄດ້ສະທ້ອນໃຫ້ເຫັນຄວາມສໍາເລັດຢ່າງຫລວງຫລາຍທີ່ຍາດມາໄດ້ເປັນປະຈັກຕາ ແລະ ເປັນຄວາມເອກອ້າງທະນົງໃຈຂອງປວງຊົນລາວທັງຊາດຕໍ່ຊາວໂລກ
ຂປລ. ນັບແຕ່ສະຖາປະນາ ສປປ ລາວ ໃນໄລຍະ 50 ປີ ( 2 ທັນວາ 1975-2 ທັນວາ 2025 ) ພາຍໃຕ້ການນໍາພາອັນສະຫລາດສ່ອງໃສ ແລະ ປີຊາສາມາດຂອງພັກ ໄດ້ສະທ້ອນໃຫ້ເຫັນຄວາມສໍາເລັດ ຢ່າງຫລວງຫລາຍທີ່ຍາດມາໄດ້ເປັນປະຈັກຕາ ແລະ ເປັນຄວາມເອກອ້າງທະນົງໃຈ ຂອງປວງຊົນລາວທັງຊາດຕໍ່ຊາວໂລກ ຜ່ານການຈັດຕັ້ງປະຕິບັດຕົວຈິງ ໂດຍຈາກທີ່ພວກເຮົາບໍ່ມີຫຍັງ ພາຍຫລັງສິ້ນສຸດສຽງປືນແຕກ, ປະກາດເອກະລາດ ແລະ ສ້າງຕັ້ງປະເທດຂອງພວກເຮົາ ຢ່າງສົມບູນເລີ່ມຈາກພວກເຮົາມີພຽງແຫລ່ງພະລັງງານໄຟຟ້າ 2 ແຫ່ງ (ເຂື່ອນໄຟຟ້າເຊລະບໍາ ແລະ ເຂື່ອນໄຟຟ້ານໍ້າງື່ມໃນປີ 1975) ເພີ່ມຂຶ້ນເຖິງ 80 ກວ່າແຫ່ງ ເຮັດໃຫ້ປະຊາຊົນມີໄຟຟ້າໃຊ້ໃນຄົວເຮືອນຫລາຍກວ່າ 90%; ຈາກທາງຫລວງແຫ່ງຊາດ 2 ເສັ້ນຫລັກ (ທາງເລກທີ 13 ໃຕ້ ແລະ 13 ເໜືອ ) ເພີ່ມຂຶ້ນເປັນ 10 ເສັ້ນທາງ ພ້ອມຂົວຂ້າມແມ່ນໍ້າຂອງຫລາຍກວ່າ 7 ແຫ່ງ ເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ-ສາກົນ; ຈາກປະເທດບໍ່ມີເສັ້ນທາງອອກສູ່ທະເລກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດຄັ້ງປະຫວັດສາດ ຜ່ານໂຄງການທາງລົດໄຟລາວ-ຈີນ ພາຍໃຕ້ຂອບຮ່ວມມືຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ທີ່ມີເຄືອຂ່າຍຄວບຄຸມ 150 ກວ່າປະເທດທົ່ວໂລກ.
ປີ 1955 ລາວ ເຂົ້າເປັນພາຄີຂອງອົງການສະຫະປະຊາຊາດ; ປີ 1997 ເຂົ້າເປັນສະມາຊິກອາຊຽນ, ປີ 2013 ເຂົ້າເປັນສະມາຊິກຂອງອົງການໆຄ້າໂລກ; ປັດຈຸບັນລາວ ມີສາຍພົວພັນການທູດກັບ 151 ປະເທດ ເມື່ອທຽບໃສ່ນະໂຍ ບາຍຈິນຕະນາການໃໝ່ ໃນປີ 1986 ໄດ້ຂະຫຍາຍເຂົ້າສູ່ລ່ວງ, ຫລ້າສຸດ ກອງປະຊຸມຄັ້ງທີ 25 ຂອງສະພາມົນຕີປະມຸກລັດປະເທດສະມາຊິກອົງການຮ່ວມມືຊຽງໄຮ້ ທີ່ຈັດຂຶ້ນຢູ່ນະຄອນທຽນສິນ ສປ ຈີນ ໃນວັນທີ 1 ກັນຍາ 2025 ໄດ້ເຫັນດີເປັນເອກະພາບກັນຮັບເອົາ ສປປ ລາວ ເຂົ້າເປັນປະເທດຄູ່ເຈລະຈາ ປະເທດທີ 15 ຢ່າງເປັນທາງການ ເຮັດໃຫ້ມາຮອດປັດຈຸບັນ ອົງການຮ່ວມມືຊຽງໄຮ້ (SCO) ມີສະມາຊິກທັງໝົດ 10 ປະເທດ, ມີ 2 ປະເທດສັງເກດການ ແລະ 15 ປະເທດຄູ່ເຈລະຈາ (ລວມທັງ ສປປ ລາວ) ແລະ ອື່ນໆ.
ຕໍ່ຄວາມສໍາເລັດເຫລົ່ານັ້ນ, ໄດ້ປູພື້ນຖານສໍາຄັນທີ່ສຸດຂອງພັກ-ລັດ ເພື່ອສືບຕໍ່ສ້າງບາດລ້ຽວໃໝ່, ສ້າງຄູ່ຮ່ວມມືກັບບັນດາປະເທດເພື່ອນມິດສາກົນບົນພື້ນຖານເພີ່ມມິດຫລຸດຜ່ອນສັດຕູຄວບຄູ່ກັບການຮ່ວມມືຫລາຍທິດຫລາຍທາງຢ່າງຖືກຕ້ອງ ແລະ ກ້າວໄປຫາການພັດທະນາຍືນຍົງ, ສ້າງຄວາມຈະເລີນຮຸ່ງເຮືອງ, ມີຄວາມສີວິໄລ, ມີຄວາມສະຫງົບ, ມີຄວາມຍຸຕິທໍາ ແລະ ປະຊາຊົນລາວບັນດາເຜົ່າກິນອິ່ມນຸ່ງອຸ່ນ,ຊີວິດການເປັນຢູ່ດີຂຶ້ນ ເຊິ່ງຜົນງານການເຄື່ອນໄຫວ ແລະ ຄວາມສໍາເລັດຢ່າງຫລວງຫລາຍໃນໄລຍະຜ່ານ ເພື່ອສະທ້ອນໃຫ້ເຫັນວິໄສທັດ ແລະ ແງ່ມູມຄວາມຈິງ.
ໃນໂອກາດວັນສໍາຄັນຂອງຊາດປິ່ນອ້ອມກໍຄືວັນສ້າງຕັ້ງ ສປປ ລາວ ຄົບຮອບ 50 ປີ ນີ້, ທ່ານ ສົມພອນ ສີຈະເລີນ ເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສປ ຈີນ ໄດ້ຖືໂອກາດສໍາຄັນນີ້ ໃຫ້ສໍາພາດສື່ມວນ ຊົນຈີນ (ວິທະຍຸ-ໂທລະພາບສູນກາງຈີນ ຫລື CMG) ໃນວັນທີ 25 ພະຈິກ 2025, ໂດຍມີເນື້ອໃນຕາມລຳດັບດັ່ງນີ້:
ຄຳຖາມ1: ຫວ່າງເດືອນຕຸລາຜ່ານມາ ສູນກາງພັກກອມມູນິດຈີນ ໄດ້ໄຂກອງປະຊຸມຄົບຄະນະຄັ້ງທີ 4ສະໄໝທີ 20ຂຶ້ນ ເຊິ່ງກອງປະຊຸມຄັ້ງນີ້ໄດ້ມີການສະຫລຸບການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5ປີຄັ້ງທີ 14ຂອງຈີນ, ທ່ານຕີລາຄາແນວໃດຕໍ່ໝາກຜົນການພັດທະນາ ທີ່ຈີນໄດ້ຮັບໃນໄລຍະປະຕິບັດແຜນການ 5ປີຄັ້ງທີ 14?
ກ່ອນອື່ນຂໍສະແດງຄວາມຂອບໃຈມາຍັງວິທະຍຸ-ໂທລະພາບສູນກາງຈີນ ທີ່ໄດ້ໃຫ້ຂ້າພະເຈົ້າໄດ້ມາສຳພາດໃນມື້ນີ້, ຕໍ່ຄຳຖາມມື້ນີ້ ຂ້າພະເຈົ້າເຫັນວ່າ ກອງປະຊຸມຄົບຄະນະຄັ້ງທີ 4 ສະໄໝທີ 20 ຂອງສູນກາງພັກກອມມູນິດຈີນ ເປັນເຫດການທີ່ສຳຄັນຂອງພັກກອມມູນິດຈີນ ກໍຄືປະຊາຊົນຈີນໃນທົ່ວປະເທດ ອັນສຳຄັນແມ່ນກອງປະຊຸມໄດ້ສະຫລຸບຄືນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ 14, ໂດຍສະເພາະຂ້າພະເຈົ້າເຫັນວ່າ ການປະຕິບັດແຜນການ 5 ປີ ຄັ້ງທີ 14 ໄດ້ຮັບຜົນສຳເລັດທີ່ໜ້າເພິ່ງພໍໃຈທີ່ສຸດ ເນື່ອງຈາກວ່າການພັດທະນາເສດຖະກິດ-ສັງຄົມໃນໄລຍະດັ່ງກ່າວນັ້ນເປັນໄລຍະທີ່ບໍ່ປົກກະຕິ ເປັນໄລຍະທີ່ຫຍຸ້ງຍາກ, ແຕ່ດ້ວຍການນຳພາທີ່ເຂັ້ມແຂງຂອງພັກກອມມູນິດຈີນ ທີ່ມີ ສະຫາຍ ສີຈິ້ນຜິງ ເປັນແກນກາງ ບວກກັບຄວາມສາມັກຄີປຸ້ມລຸມຂອງປະຊາຊົນຈີນທົ່ວປະເທດທີ່ເປັນກຳລັງແຮງທີ່ບໍ່ເຫືອດແຫ້ງ ໄດ້ເຮັດໃຫ້ການພັດທະນາເສດຖະກິດຂອງຈີນເວົ້າລວມ, ເວົ້າສະເພາະແມ່ນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 14 ໄດ້ບັນລຸຜົນສຳເລັດທີ່ເປັນໜ້າເພິ່ງພໍໃຈ ເຮັດໃຫ້ປະເທດຊາດຂອງຈີນສືບຕໍ່ໄດ້ຮັບການພັດທະນາ, ພວກເຮົາລ້ວນແຕ່ຮັບຮູ້ນຳກັນວ່າ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມດັ່ງກ່າວ ແມ່ນຢູ່ໃນສະພາບແວດລ້ອມຂອງສາກົນທີ່ບໍ່ປົກກະຕິ. ພ້ອມກັນນັ້ນ, ເຫດການທີ່ທັງໂລກໄດ້ຮັບຜົນກະທົບທີ່ໜັກ
ໜ່ວງກໍແມ່ນການລະບາດພະຍາດໂຄວິດ-19, ແຕ່ເມື່ອມາເບິ່ງການພັດທະນາເສດຖະກິດ-ສັງຄົມ ຂອງຈີນ ພັດສືບຕໍ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ມີຫລາຍປະເທດໄດ້ຮັບກະທົບ ແລະ ເຮັດໃຫ້ ເສດຖະກິດທັງໂລກກໍທົດຖອຍ ແຕ່ຈີນຍັງສືບຕໍ່ພັດທະນາໄປດ້ວຍຖ່ວງທ່າທີ່ດີ ອັນໄດ້ສ້າງພື້ນຖານສຳຄັນໃຫ້ແກ່ການສືບຕໍ່ວາງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 15 ທີ່ຈະມາເຖິງນີ້.
ຄຳຖາມ2: ອີກບໍ່ດົນ ພວກເຮົາຈະຕ້ອນຮັບວັນສະຖາປະນາ ສປປ ລາວ ຄົບຮອບ 50ປີ. ຕະຫລອດໄລຍະ 50ປີມາ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວ ໄດ້ເກີດມີການປ່ຽນແປງຢ່າງໃຫຍ່ຫລວງ, ຂໍໃຫ້ທ່ານແນະນຳໂດຍຫຍໍ້ກ່ຽວກັບໝາກຜົນທີ່ລາວໄດ້ຮັບໃນການພັດທະນາຕະຫລອດໄລຍະ 50ປີມານີ້?
ສຳລັບຜົນສຳເລັດອັນໃຫຍ່ຫລວງທີ່ສຸດພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ ພວກເຮົາລ້ວນແຕ່ໄດ້ຫວນຄືນວ່າ ການສະຖາປະນາ ສປປ ລາວ ແມ່ນໝາກຜົນແຫ່ງໄຊຊະນະໃນການຕໍ່ສູ້ ດ້ວຍຄວາມທໍລະຫົດອົດທົນ ແລະ ເສຍສະລະອັນໃຫຍ່ຫລວງ ໃນຫລາຍທົດສະວັດພາຍໃຕ້ການນຳພາອັນຖືກຕ້ອງຂອງພັກປະຊາຊົນລາວໃນເມື່ອກ່ອນ ກໍຄືພັກປະຊາຊົນປະຕິວັດລາວໃນປັດຈຸບັນ ບວກກັບຄວາມສາມັກຄີ ບວກກັບການຊ່ວຍເຫລືອສະໜັບສະໜູນຂອງເພື່ອນມິດສາກົນທັງໃກ້ ແລະ ໄກ ອັນສຳຄັນແມ່ນພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍພວກເຮົາສາມາດເປັນປະເທດທີ່ມີຄວາມເປັນເອກະລາດຢ່າງສົມບູນ ປະຊາຊົນລາວບັນດາເຜົ່າໄດ້ມີສິດເສລີພາບທີ່ແທ້ຈິງ ປະເທດຊາດໄດ້ຮັບການພັດທະນາຢ່າງໃຫຍ່ຫລວງຮອບດ້ານ,ໃບໜ້າຂອງປະເທດຊາດມີການປ່ຽນແປງຢ່າງໃຫຍ່ຫລວງຮອບດ້ານ ໂດຍສະເພາະພາຍຫລັງພັກປະຊາຊົນປະຕິວັດລາວ ໄດ້ວາງແນວທາງປ່ຽນແປງໃໝ່ໃນປີ 1986 ເປັນຕົ້ນມາ ເສດຖະກິດ-ສັງຄົມຂອງພວກເຮົາໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ການສະເລ່ຍເພີ່ມຂຶ້ນຄືພວກເຮົາເຫັນນຳກັນແຕ່ລະປີປະມານ 5% ອັນສໍາຄັນແມ່ນຊີວິດການເປັນຢູ່ຂອງປະຊາຊົນມີການປ່ຽນແປງ ຍິ່ງກວ່ານັ້ນ ແມ່ນພວກເຮົາສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ມີຄວາມສາມັກຄີປຸ້ມລຸມປອງດອງ ແລະ ວັດທະນະທຳສັງຄົມຂອງຊາດໄດ້ຮັບການຟື້ນຟູ, ຖານະຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ໄດ້ຮັບການຍົກສູງຂຶ້ນ ປັດຈຸບັນພວກເຮົາໄດ້ມີການພົວພັນກັບ 151 ປະເທດ, ມີການພົວພັນທາງດ້ານພັກກັບ 145 ພັກການເມືອງໃນ 80 ກວ່າປະເທດ. ພ້ອມກັນນັ້ນ, ພວກເຮົາກໍໄດ້ເປັນສະມາຊິກຂອງອົງການຈັດຕັ້ງສາກົນຫລາຍກວ່າ 40 ອົງການ ຫລ້າສຸດໃນເດືອນກັນຍາຜ່ານມານີ້ ສປປ ລາວ ກໍໄດ້ຮັບເຂົ້າເປັນປະເທດຜູ້ສັງເກດການຂອງອົງການຮ່ວມມືຊຽງໄຮ້ ອັນນີ້ສະແດງໃຫ້ເຫັນວ່າ ອັນໜຶ່ງທີ່ພວກເຮົາໄດ້ຮັບຜົນສຳເລັດອັນໃຫຍ່ຫລວງໃນດ້ານການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ພ້ອມກັນນັ້ນ, ການເຄື່ອນໄຫວສາກົນນັບມື້ໄດ້ຮັບການເປີດກວ້າງ ພວກເຮົາມີເພື່ອນມິດເຮັດໃຫ້ປະເທດຊາດມີຄວາມສະຫງົບໂດຍພື້ນຖານ ອັນນີ້ຈະແຈ້ງທີ່ສຸດ ແລະ ເມື່ອທຽບກັບກ່ອນໜ້ານັ້ນພວກເຮົາຊາບຊຶ້ງຍິນດີນຳກັນວ່າພາຍໃຕ້ການນຳພາຂອງພັກ ການເຂົ້າຮ່ວມຂອງປະຊາຊົນລາວໃນທົ່ວສັງຄົມ ທັງໄດ້ຮັບການຊ່ວຍເຫລືອຈາກປະເທດເພື່ອນມິດທາງໃກ້ທາງໄກ ອັນນັ້ນລະເຮັດໃຫ້ປະເທດຊາດພວກເຮົາມີການປ່ຽນແປງໃບໜ້າໃໝ່ ທີ່ພວກເຮົາສາມາດເວົ້າໄດ້ວ່າໃນເຄິ່ງສະຕະວັດຜ່ານມາ ພວກເຮົາໄດ້ສ້າງພື້ນຖານອັນໜັກແໜ້ນຫລາຍດ້ານທີ່ມີລັກສະນະພົ້ນເດັ່ນ ເພື່ອສືບຕໍ່ນຳພາປະເທດຊາດກ້າວຂຶ້ນສູ່ຈຸດໝາຍທີ່ປະເທດຊາດ ທີ່ພັກເຮົາໄດ້ວາງໄວ້ຄືແນວນັ້ນ.
ຄຳຖາມ3: ທ່ານຕີລາຄາແນວໃດຕໍ່ການພົວພັນ ແລະ ການຮ່ວມມືຮອບດ້ານລະຫວ່າງ ສປປ ລາວ ກັບ ສປ ຈີນ ນັບແຕ່ສ້າງຕັ້ງປະເທດລາວ ໃນ 50ປີມານີ້?
ເວົ້າລວມປະເທດລາວ ແລະ ຈີນ ມີການພົວພັນຮ່ວມມືມິດຕະພາບນຳກັນມາຍາວນານ ສອງປະເທດເປັນບ້ານໃກ້ເຮືອນຄຽງ ມີແມ່ນ້ຳສາຍພູຕິດຈອດກັນ, ແຕ່ອັນສຳຄັນແມ່ນ ມີຊາຕາກຳຮ່ວມກັນ ພວກເຮົາເຄີຍໃຫ້ການຊ່ວຍເຫລືອເຊິ່ງກັນ ແລະ ກັນໃນໄລຍະຕໍ່ສູ້ກູ້ຊາດ ແຕ່ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ ການພົວພັນຮ່ວມມືມິດຕະພາບລະຫວ່າງສອງປະເທດໄດ້ຮັບການເພີ່ມພູນຄູນສ້າງນັບມື້ນັບເຂົ້າສູ່ລວງເລິກ ແລະ ມີລະດັບທີ່ສູງກວ່າເກົ່າ ກາຍເປັນຄູ່ຮ່ວມມືຮອບດ້ານໝັ້ນຄົງຍາວນານຕາມທິດສີ່ດີຖືເປັນລະຫັດອັນໜຶ່ງທີ່ພວກເຮົາມີຄວາມພູມໃຈນັ້ນກໍຄື: ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູຮ່ວມທີ່ດີ; ຈາກຄູ່ຮ່ວມມືຮອບດ້ານໝັ້ນຄົງຍາວນານ ກາຍເປັນຄູ່ຮ່ວມຊາຕາກຳ ໃນປີ 2019 ຜ່ານມາ ໂດຍເລຂາທິການໃຫຍ່ຂອງສອງພັກກໍໄດ້ເຊັນຂໍ້ຕົກລົງວ່າດ້ວຍການສ້າງແຜນແມ່ບົດຄູ່ຮ່ວມຊາຕາກຳນຳກັນ. ຄູ່ຮ່ວມຊາຕາກຳດັ່ງກ່າວນັ້ນໄດ້ຮັບການພັດທະນາ ແລະ ໄດ້ນຳເອົາຜົນປະໂຫຍດຕົວຈິງນັບມື້ນັບຫລາຍຂຶ້ນມາໃຫ້ແກ່ປະຊາຊົນສອງຊາດພວກເຮົາ ແລະ ມາເຖິງປັດຈຸບັນນີ້ພວກເຮົາກຳລັງຢູ່ໃນໄລຍະການຈັດຕັ້ງປະຕິບັດແຜນແມ່ບົດ ປີ 2024-2028 ນີ້ໄດ້ສະແດງໃຫ້ເຫັນວ່າ ການພົວພັນຮ່ວມມືລະຫວ່າງສອງປະເທດພວກເຮົານັບມື້ນັບໄດ້ຮັບການພັດທະນາຂຶ້ນສູ່ລະດັບສູງ ດັ່ງທີ່ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ເພິ່ນໄດ້ເນັ້ນຢ້ຳໃນເວລາພົບປະກັບສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ ວ່າ: ການພົວພັນຮ່ວມມືລະຫວ່າງສອງປະເທດແມ່ນຢູ່ໃນໄລຍະທີ່ດີທີ່ສຸດໃນປະຫວັດສາດ ແລະ ນຳເອົາຜົນປະໂຫຍດນັບມື້ນັບຫລາຍຂຶ້ນມາສູ່ປະຊາຊົນສອງຊາດ ແລະ ພາລະກິດການສ້າງສາພັດທະນາຢູ່ໃນສອງປະເທດພວກເຮົາ.
ຄຳຖາມ4 : ໃນກອງປະຊຸມຄົບຄະນະຄັ້ງທີ 4ສະໄໝທີ 20ສູນກາງພັກກອມມູນິດຈີນ ໄດ້ມີຂໍ້ສະເໜີໄປຍັງການວາງແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5ປີຄັ້ງທີ 15ຂອງຈີນ, ທ່ານສົນໃຈຕໍ່ດ້ານໃດທີ່ລະບຸໄວ້ໃນແຜນການ 5ປີຄັ້ງທີ 15ທີ່ຈະວາງອອກ ແລະ ປະຕິບັດໃນອີກບໍ່ດົນນີ້?
ສຳລັບແຜນພັດເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 15 ຂອງຈີນນີ້ ເວົ້າຄວາມຈິງແລ້ວເປັນແຜນການທີ່ມີລັກສະນະວິທະຍາສາດ ອັນທີໜຶ່ງຂ້າພະເຈົ້າໄດ້ສຶກສາເບິ່ງແລ້ວວ່າ ແຜນພັດທະນາເສດຖະກິດ-ສັງຄົມຂອງຈີນເທື່ອນີ້ ແນ່ນອນແມ່ນແຜນການທີ່ສືບເນື່ອງມາຈາກແຜນພັດທະນາເສດຖະກິດ ຄັ້ງທີ 14 ແຕ່ອັນສຳຄັນແມ່ນໄດ້ກຳນົດຍຸດທະສາດໃນການນຳເອົາປະເທດຈີນ ໃຫ້ໄປສູ່ການບັນລຸໃນການສ້າງສັງຄົມນິຍົມທີ່ທັນສະໄໝໂດຍພື້ນຖານ ໃນປີ 2035 ອັນນີ້ລະແມ່ນຄາດໝາຍສູ້ຊົນທີ່ສຳຄັນ, ໃນສະພາບແວດລ້ອມຂອງໂລກປັດຈຸບັນນີ້ເສດຖະກິດບໍ່ມີຄວາມໝັ້ນທ່ຽງ ມີຫລາຍປັດໄຈສະຫລັບຊັບຊ້ອນຄາດຄະເນໄດ້ຍາກ, ແຕ່ການວາງກຳນົດຍຸດທະສາດ ແລະ ກໍານົດຈຸດສູ້ຊົນທີ່ມີລັກສະນະຕໍ່ເນື່ອງຄືດັ່ງກ່າວນັ້ນ ມັນໄດ້ສ້າງຄວາມປະທັບໃຈ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ວົງຄະນະຍາດສາກົນ, ການພັດທະນາທັງໂລກ, ເພາະເສດຖະກິດຂອງຈີນ ປະກອບສ່ວນເຂົ້າ 30% ຕໍ່ການຂະຫຍາຍຕົວເສດຖະກິດໂລກ. ສະນັ້ນ, ຈຶ່ງແມ່ນແຮງຂັບເຄື່ອນໜຶ່ງ ແລະ ສ້າງຄວາມຫວັງໃຫ້ແກ່ສາກົນວ່າການພັດທະນາຂອງຈີນບໍ່ພຽງມີຄວາມໝາຍສໍາຄັນໃຫ້ແກ່ປະເທດຈີນເທົ່ານັ້ນ, ແຕ່ຍັງມີຄວາມສໍາຄັນຕໍ່ສາກົນ ແລະ ໂລກອີກດ້ວຍ. ຈາກບ່ອນຄິດວ່າມັນໄດ້ສ້າງກາລະໂອກາດໃໝ່ຕົວຈິງໃຫ້ແກ່ຫລາຍປະເທດ ນັບທັງ ສປປ ລາວ ພວກເຮົາໃນການຮຽນຮູ້, ການສຶກສາ ແລະ ຍາດເອົາກາລະໂອກາດທີ່ຈະຮ່ວມມືໃນໄລຍະໃໝ່.
ຄຳຖາມ5: ໜຶ່ງໃນນັ້ນທາງສູນກາງພັກກອມມູນິດຈີນ ໄດ້ກຳນົດໄວ້ການພັດທະນາເສດຖະກິດ-ສັງຄົມນີ້ ແມ່ນຕ້ອງຖືເອົາຊີວິດການເປັນຢູ່ຂອງປະຊາຊົນເປັນສຳຄັນ ຫລື ເປັນຫລັກ ທ່ານທູດເຫັນວ່າຄຳນີ້ມັນເລິກເຊິ່ງ ແລະ ມີຄວາມໝາຍແນວໃດ?
ທ່ານທູດກ່າວ: ສະແດງໃຫ້ເຫັນເຖິງທາດແທ້ຄຸນລັກສະນະຂອງພັກ, ຄືພັກເກີດຈາກປະຊາຊົນເຮັດເພື່ອປະຊາຊົນໂດຍປະຊາຊົນ. ສະນັ້ນ, ເວລາໃດພັກກອມມູນິດຈີນນັບແຕ່ມື້ກໍາເນີດໄດ້ຖືເອົາປະຊາຊົນເປັນສິ່ງທີ່ສູງສຸດກວ່າໝູ່, ດັ່ງພວກເຮົາເຫັນນໍາກັນໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 14 ຜ່ານມາວ່າ ເປັນແຜນພັດທະນາທີ່ໂລກໄດ້ຍ້ອງຍໍເປັນແຜນພັດທະນາທີ່ສືບເນື່ອງໝັ້ນທ່ຽງ ໃນເມື່ອເປັນຄືແນວນັ້ນເຮັດໃຫ້ຈີນມີການພັດທະນາໄວ, ທັງໝົດນັ້ນກໍຕ້ອງສະໜອງຄວາມຮຽກຮ້ອງຕ້ອງການພື້ນຖານຂອງປະຊາຊົນ,ນັ້ນກໍຖືວ່າປະຊາຊົນເປັນກົກສ້າງຄວາມນິຍົມ, ສ້າງໄດ້ການສະໜັບສະໜູນ ແລະ ເປັນທ່າແຮງອັນໜຶ່ງຂອງພັກກອມມູນຈີນ ຂຸດຄົ້ນເປັນທ່າແຮງທີ່ບົມຊ້ອນທີ່ບໍ່ເຫືອດແຫ້ງ, ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ, ນີ້ກໍເປັນເປົ້າໝາຍຂອງມວນມະນຸດທີ່ຈະຕ້ອງໄດ້ມີຊີວິດການເປັນຢູ່ທີ່ດີຂຶ້ນນີ້ເປັນຈຸດເດັ່ນອັນໜຶ່ງ. ທຸກສິ່ງທຸກຢ່າງພັກກອມມູນິດຈີນ ກໍຢືນຢັນວ່າ: ຕ້ອງເອົາປະຊາຊົນເປັນກົກ ເຮັດເພື່ອປະຊາຊົນ, ນີ້ຖືວ່າຫລາຍປະເທດໃນໂລກນັບທັງ ສປປ ລາວ ກໍໃຫ້ການສະໜັບສະໜູນ ແລະ ຊົມເຊີຍການພັດທະນາມາເຖິງປັດຈຸບັນນີ້, ຜົນສໍາເລັດມາຮອດຈຸດນີ້ ແລະ ໄດ້ເຄີຍໄປຖາມປະຊາຊົນຈີນໃນນາມທີ່ມາເປັນທູດຢູ່ນີ້ພັກເຮັດເພື່ອປະຊາ ຊົນແທ້. ສະນັ້ນ, ເຂົາເຈົ້າຈຶ່ງມີຄວາມຍິນດີ, ສະໜັບສະໜູນພັກ ແລະ ເຮັດເພື່ອພັກ.
ຄຳຖາມ6: ທ່ານເຫັນວ່າ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5ປີ ຄັ້ງທີ 15ຂອງຈີນ ມີສ່ວນພົວພັນກັບການພັດທະນາເສດຖະກິດ ຂອງປະເທດລາວຄືແນວໃດ?
ແຜນພັດທະນາເສດຖະກິດສັງຄົມ 5 ປີຂອງຈີນ ມີຜົນຕໍ່ການພັດທະນາຂອງລາວຄື: ມີລັກສະນະຍຸດທະສາດ, ມີລັກສະນະຕໍ່ເນື່ອງ, ແຕ່ສໍາຄັນອັນໜຶ່ງມີລັກສະນະວິທະຍາສາດ ໃນເມື່ອເປັນແນວນັ້ນໄດ້ສອດຫ້ອຍໄປກັບຜົນປະໂຫຍດອື່ນໆຮ່ວມກັນ ລວມໄປເຖິງລາວເຮົາ. ການວາງແຜນເທື່ອນີ້ພວກເຮົາຈະເຫັນຫລາຍດ້ານໃນນັ້ນແມ່ນ 7 ຈຸດໝາຍສູ້ຊົນ ແລະ 6 ຫລັກການຂອງເພິ່ນນັ້ນ ພວກເຮົາໄດ້ຄົ້ນຄວ້າວ່ານີ້ໄດ້ເປັນພື້ນຖານອັນໜຶ່ງສໍາລັບໃຫ້ແຕ່ລະປະເທດຄົ້ນຄວ້າ, ສຶກສານໍາເພິ່ນ ແລະ ອາດຍາດເອົາກາລະໂອກາດໃຫ້ໄດ້ຫລາຍທີ່ສຸດ ເພື່ອເຂົ້າສູ່ການຮ່ວມພັດທະນາ. ສໍາລັບສະຫາຍຈີນເພິ່ນໄດ້ວາງແມ່ນຫຍັງ? ການພັດທະນາຫັນເປັນທັນສະໄໝເອົາຄຸນນະພາບເປັນຫລັກ, ພ້ອມການພັດທະນາສີຂຽວຍືນຍົງ, ອັນນີ້ລະແນ່ນອນມີທັງດ້ານກະສິກໍາ, ອຸດສາຫະກໍາ, ດີຈິຕອນ ແລະ ອື່ນໆ.ທັງໝົດນີ້ເປັນການເອົາໂອກາດໃຫ້ພວກເຮົາປັບໃຊ້ໃນແຜນພັດທະນາເສດຖະກິດຂອງລາວເຊັ່ນກັນ, ພວກເຮົາໄດ້ເປັນຄູ່ຮ່ວມຊາຕາກໍານໍາກັນ, ເມື່ອຫລຽວຄືນຫລັງພວກເຮົາໄດ້ຮ່ວມມືກັນໃນບັນດາໂຄງການຕ່າງໆ ໂດຍສະເພາະໂຄງການເສັ້ນທາງລົດໄຟ ລາວ-ຈີນຖືວ່າເປັນອີກໂຄງການໜຶ່ງທີ່ໃຫຍ່ສຸດ, ແນ່ນອນກຈະເຮັດໃຫ້ການພັດທະນາຂອງລາວ ແລະ ການຮ່ວມມືມີບາດກ້າວ
ໃໝ່, ມີຖ່ວງທ່າໃໝ່ ນັບມື້ນັບນໍາເອົາຜົນປະໂຫຍດມາສູ່ສອງຝ່າຍ.
ຄຳຖາມ7: ແຕ່ປີນີ້ມາ ທ່ານ ທອງລຸນ ສີສຸລິດ ໄດ້ມີການພົບປະກັບ ທ່ານ ສີຈິ້ນຜິງ ມາຫລາຍຄັ້ງ ເຊິ່ງ ທ່ານ ທອງລຸນເຄີຍກ່າວວ່າປັດຈຸບັນການພົວພັນ ລາວ-ຈີນ ແມ່ນຢູ່ໃນໄລຍະດີທີ່ສຸດໃນປະຫວັດສາດ. ທ່ານເຫັນວ່າ ກອງປະຊຸມຄົບຄະນະ ຄັ້ງທີ 4ສະໄໝທີ 20ຂອງສູນກາງພັກກອມມູນິດຈີນ ຈະສາມາດຊຸກຍູ້ການພົວພັນຮ່ວມມືລະຫວ່າງ ລາວ-ຈີນໃຫ້ກ້າວໄປໜ້າຕື່ມອີກຄືແນວໃດ?
ການພົວພັນ ລາວ-ຈີນ ໄດ້ຂະຫຍາຍຕົວຂຶ້ນສູ່ລະດັບສູງ ແລະ ເລິກເຊິ່ງກວ່າເກົ່າ, ເອີ້ນວ່າເປັນໄລຍະທີ່ດີທີ່ສຸດໃນປະຫວັດສາດ ເຊິ່ງມັນສະແດງອອກໃຫ້ເຫັນດັ່ງນີ້: ດ້ານການເມືອງມີຄວາມໄວ້ເນື້ອເຊື່ອໃຈກັນລະດັບສູງ, ການໄປມາຫາສູ່ກັນ,ຄະນະຜູ້ແທນຂັ້ນຕ່າງໆຈາກສູນກາງຮອດທ້ອງຖິ່ນ, ມີການແລກປ່ຽນທາງເບື້ອງພັກກໍຄືບົດຮຽນການຄຸ້ມຄອງພັກ, ການກໍ່ສ້າງພັກ ແລະ ຄຸ້ມຄອງສັງຄົມ ແລະ ອື່ນໆ ແຕ່ສະຫລຸບແລ້ວ: ໃນໄລຍະນີ້ບົນພື້ນຖານສອງຝ່າຍໄດ້ຈັດຕັ້ງປະຕິບັດແຜນແມ່ບົດຄັ້ງທີ 2 ເຊິ່ງແຜນແມ່ບົດນີ້ກໍເນັ້ນໜັກເຖິງໃຫ້ທັງສອງຝ່າຍວ່າ: ການພົວພັນບົນຈິດໃຈຊີ້ນໍາຂອງພັກໃຫ້ສູງຂຶ້ນ, ໃຫ້ໄດ້ມາດຖານສູງຂຶ້ນ, ມີຜົນສໍາເລັດຫລາຍກວ່າເກົ່າ, ອັນນີ້ໃນເມື່ອກອງປະຊຸມເທື່ອນີ້ໄດ້ວາງທິດນໍາຍຸດທະສາດຄືແນວນັ້ນບົນພື້ນຖານທີ່ວ່າ: ສອງພັກເຮົາລ້ວນແຕ່ແມ່ນພັກທີ່ຍຶດຖືລັດທິມາກ-ເລນິນ ເປັນພັກປະຕິວັດ, ສອງປະເທດມີຈຸດໝາຍສູ້ຊົນຄືກັນແມ່ນກໍ່ສ້າງສັງຄົມນິຍົມ ບົນພື້ນຖານດັ່ງກ່າວແນ່ນອນການປະສານສົມທົບລະຫວ່າງສອງພັກ ແລະ ການແລກປ່ຽນບົດຮຽນກໍຄືພວກເຮົາຮູ້ນໍາກັນຈີນໄດ້ສ້າງປະຫວັດສາດໜ້າໃໝ່ຂອງມວນມະນຸດທີ່ບໍ່ມີໃຜເຮັດໄດ້ຄືການລົບລ້າງຄວາມທຸກຍາກເດັດຖານໄດ້ຢ່າງສິ້ນເຊີງ, ບົດຮຽນນີ້ຄືການລົບລ້າງຄວາມທຸກຍາກ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຢູ່ດີກິນດີ ກໍລ້ວນແຕ່ບຸລິມະສິດຂອງພັກ-ລັດເຮົາ ໃນເມື່ອເປັນແນວນັ້ນ ບົດຮຽນຂອງສະຫາຍຈີນ ແນ່ນອນວ່າກໍເປັນບົດຮຽນ ແລະ ມີປະໂຫຍດທີ່ສຸດຕໍ່ເຮົາ, ການກໍານົດຍຸດທະສາດທິດທາງຄືແນວນີ້ສະເພາະໜ້າ ແລະ ຍາວນານໃນການພັດທະນາຈະເປັນກາລະໂອກາດສໍາຄັນ, ເປັນການກະຕຸກຊຸກຍູ້ໃຫ້ແກ່ການພົວພັນຮ່ວມມືລະຫວ່າງ ລາວ-ຈີນ ໂດຍສະເພາະພວກເຮົາກໍເຫັນໂຄງການລົດໄຟລາວ-ຈີນ ເຊິ່ງເປັນໂຄງການເອີ້ນວ່າຄັນທຸງຂອງການຈັດຕັ້ງປະຕິບັດຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ທີ່ສະເໜີໂດຍປະທານປະເທດຈີນ ແລະ ພວກເຮົາກໍໄດ້ຮັບຜົນສໍາເລັດຄືແນວນັ້ນ, ແນ່ນອນຕໍ່ໄປກໍຈະມີໂຄງການອື່ນໆເຮັດໃຫ້ຜົນປະໂຫຍດຂອງການນໍາໃຊ້ໂຄງການດັ່ງກ່າວມີປະສິດທິພາບ ມີປະສິດທິຜົນສູງຂຶ້ນ,ຈະເອື້ອອໍານວຍໃຫ້ແກ່ການໄປມາຫາສູ່ກັນລະຫວ່າງປະຊາຊົນກັບປະຊາຊົນ,ເພີ່ມຄວາມເຂົ້າອົກເຂົ້າໃຈ ເຊິ່ງກັນ ແລະ ກັນ, ການຂົນສົ່ງຜູ້ໂດຍສານ-ຂົນສົ່ງສິນຄ້າ ແລະ ອື່ນໆ ລະຫວ່າງລາວ-ຈີນ,ອາຊຽນ ແລະ ປະເທດອື່ນໆ ຈະເພີ່ມຂຶ້ນ ຈະສ້າງຜົນປະໂຫຍດອັນໃຫຍ່ຫລວງທັງສອງຝ່າຍ ແລະ ອື່ນໆ.
ໂດຍ: ເກີດຂວັນໃຈ ມາລີຈັນສີ
KPL