ທະນາຄານກາງ ອິນເດຍ ປັບຫລຸດອັດຕາດອກເບ້ຍ 0,25%

08/12/2025 16:07
ຂປລ ທະນາຄານກາງ ອິນເດຍ (RBI) ປັບຫລຸດອັດຕາດອກເບ້ຍນະໂຍບາຍ 0,25% , ເນື່ອງມາຈາກ ອັດຕາເງິນເຟີ້ທີ່ຫລຸດລົງ ໄປສູ່ລະດັບຕໍ່າສຸດເປັນປະຫວັດການ ແລະ ມີທ່າອຽງລາຄາທີ່ບໍ່ຮຸນແຮງ

ຂປລ.ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ທະນາຄານກາງ ອິນເດຍ (RBI) ປັບຫລຸດອັດຕາດອກເບ້ຍນະໂຍບາຍ 0,25% , ເນື່ອງມາຈາກ ອັດຕາເງິນເຟີ້ທີ່ຫລຸດລົງ ໄປສູ່ລະດັບຕໍ່າສຸດເປັນປະຫວັດການ ແລະ ມີທ່າອຽງລາຄາທີ່ບໍ່ຮຸນແຮງ, ຊ່ວຍເປີດຊ່ອງທາງ ໃຫ້ສາມາດກ້າວໜ້າໄປສູ່ການໃຊ້ມາດຕະຖານ ກະຕຸ້ນເສດຖະກິດ ໃຫ້ໄດ້ຫລາຍຂຶ້ນ, ຊຶ່ງສອດຄ່ອງກັບຄວາມຕ້ອງການຂອງຕະຫລາດ.

ຄະນະກຳມະການ ນະໂຍບາຍການເງິນຂອງ RBIຊຶ່ງມີສະມາຊິກທັງໝົດ 6 ຄົນ ໂດຍມີມະຕິເປັນເອກະສັນ ໃນການປັບຫລຸດອັດຕາດອກເບ້ຍ ຣິໂປ(repo rate) ລົງເຫລືອ 5,25% ສົ່ງຜົນໃຫ້ຕັ້ງແຕ່ເດືອນກຸມພາ 2025 ເປັນຕົ້ນມາ RBIໄດ້ຫລຸດດອກເບ້ຍລວມທັງໝົດ 1,25% ພາຍຫລັງຮັກສາອັດຕາດອກເບ້ຍ ໄວ້ໃນເດືອນສິງຫາ ແລະ ເດືອນຕຸລາ.ເພື່ອສົ່ງເສີມສະພາບຄ່ອງ ໃນລະບົບການເງິນ ແລະ ຊ່ວຍໃຫ້ຜົນຂອງການຫລຸດດອກເບ້ຍທີ່ສົ່ງຜ່ານໄປຍັງຂົງເຂດ ເສດຖະກິດ ໃຫ້ໄດ້ໄວຂຶ້ນ. ນອກນັ້ນ RBI ຍັງປະກາດເຮັດທຸລະກໍາ ໃນຕະຫລາດເປີດ  (OMO) ດ້ວຍ ມູນຄ່າ 1 ລ້ານຣູປີ ຫລື ປະມານ 1,114 ໝື່ນລ້ານໂດລາສະຫະລັດ ./

KPL

ຂ່າວອື່ນໆ

ads
ads

Top