ຫັນມາ ປູກຝັງ-ລ້ຽງສັດ ເປັນອາຊີບເສີມ ສ້າງລາຍຮັບເຂ້ົ້າສູ່ຄອບຄົວຫລາຍຮ້ອຍລ້ານກີບຕໍ່ປີ

08/12/2025 13:46
Email Print 677
ຂປລ ຂປລ. ດັ່ງ​ທີ່​ເຮົາ​ຮູ້​ນໍາ​ກັນ​ແລ້ວ​ວ່າ, ການ​ເຮັດ​ອາຊີບ​ກະສິກໍາ ​ແມ່ນ​ອາຊີບ​ຫລັກ​ຂອງ​ປະຊາຊົນ​ລາວ ​ເນື່ອງ​ຈາກຜົນ​ຜະລິດ​ກະ​ສິກໍາ ​ເປັນ​ທີ່​ຕ້ອງການ​ຂອງ​ຕະຫລາດຢູ່​ສະ​ເໝີ ບໍ່​ວ່າ​ຈະ​ຜະລິດໃນ​ລະດູ​ໃດ​ກໍ​ໄດ້​ຂາຍ.

ຂປລ. ດັ່ງ​ທີ່​ເຮົາ​ຮູ້​ນໍາ​ກັນ​ແລ້ວ​ວ່າ, ການ​ເຮັດ​ອາຊີບ​ກະສິກໍາ ​ແມ່ນ​ອາຊີບ​ຫລັກ​ຂອງ​ປະຊາຊົນ​ລາວ ​ເນື່ອງ​ຈາກຜົນ​ຜະລິດ​ກະ​ສິກໍາ ​ເປັນ​ທີ່​ຕ້ອງການ​ຂອງ​ຕະຫລາດຢູ່​ສະ​ເໝີ ບໍ່​ວ່າ​ຈະ​ຜະລິດໃນ​ລະດູ​ໃດ​ກໍ​ໄດ້​ຂາຍ. ສະ​ນັ້ນ, ຈຶ່ງ​ເຮັດ​ໃຫ້​ປະຊາຊົນບັນດາເຜົ່າຢຶດ​ອາຊີບ ​ການ​ຜະລິດກະສິກໍາ ແລະ ບາງຄອບຄົວກໍເຮັດເປັນອາຊີບ ເສີມຄຽງຄູ່ກັບວຽກປະຈຳ ​​ເພື່ອ​ສ້າງ​ລາຍ​ຮັບ​ອີກຊ່ອງທາງເຂົ້າ​ຄອບຄົວ ເໝືອນດັ່ງຄອບຄົວຂອງ ທ່ານ  ຄໍາຜາ ຫລວງແສງເພັດ ເກີດໃນຄອບຄົວພະນັກງານ ທີ່ມີມູນເຊື້ອດຸໝັ່ນໃນການອອກແຮງງານ, ເອົາວຽກງານກະສິກໍາ ໄປຄຽງຄູ່ກັບອາຊີບພະນັກງານ ຈົນປະສົບຜົນສໍາເລັດສາມາດສ້າງລາຍຮັບ 157 ລ້ານກີບຕໍ່ປີ.

ທ່ານ  ຄໍາຜາ ຫລວງແສງເພັດ ມີຖິ່ນຖານບ້ານເກີດ ຢູ່ບ້ານ ໂພນສະອາດ, ເມືອງປາກຊັນ, ແຂວງ ບໍລິຄຳໄຊ,  ຄອບຄົວເປັນພະນັກງານສັງກັດລັດ, ເປັນລູກຜູ້ທີ 1 ມີອ້າຍເອື້ອຍນ້ອງທັງໝົດ 5 ຄົນ, ຍ້ອນມີຄວາມຮັກຊາດ, ຮັກບ້ານເກີດເມືອງນອນ ແລະ ຢາກປະກອບສ່ວນຮັບໃຊ້ຊາດ ໃນຖັນແຖວຂອງກອງທັບປະຊາຊົນລາວ ສະຫາຍໄດ້ສະໝັກໃຈເຂົ້າເປັນທະຫານ ໃນປີ 2010, ໃນຕະຫລອດໄລຍະທີ່ເຂົ້າມາ ໃນຖັນແຖວກອງທັບ ສະຫາຍໄດ້ຊອກຮູ້ຮໍ່າຮຽນ ນຳໝູ່ເພື່ອນດ້ວຍກັນ ແລະ ໄດ້ຮັບການຊີ້ນຳມອບໝາຍໜ້າທີ່ວຽກງານອັນລະອຽດຈາກຄະນະພັກ-ຄະນະບັນຊາ ບວກກັບຄວາມອົດທົນພະຍາຍາມ, ດຸໝັ່ນຂະຫຍັນພຽນ, ຕັ້ງໜ້າຝຶກຝົນຫລໍ່ຫລອມຕົນເອງ ໃນທຸກດ້ານເປັນຕົ້ນແມ່ນ ການປະຕິບັດຂໍ້ກຳນົດກົດລະບຽບ 7 ລະບອບ 18 ວຽກໃນມື້ໜຶ່ງຂອງກອງທັບ. ໄປຄຽງຄູກັບການເຮັດສໍາເລັດໜ້າທີ່ວຽກງານວິຊາສະເພາະແລ້ວ, ສະຫາຍຍັງໄດ້ເປັນແບບຢ່າງໃນການອອກແຮງງານ ດ້ວຍການເສີມຂະຫຍາຍມູນເຊື້ອ ຄວາມຫ້າວຫັນດຸໝັ່ນ ເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດ ສະໜອງເຂົ້າເຮືອນຄົວລວມ ແລະ ກາຍເປັນການສ້າງລາຍຮັບບວກ ໃສ່ກັບເງິນເດືອນແຕ່ລະເດືອນເຮັດໃຫ້ຊີວິດ ການເປັນຢູ່ນັບມື້ດີຂຶ້ນເລື້້ອຍໆ ຊຶ່ງສະແດງອອກໃນການຕອບສະໜອງຊີ້ນເຂົ້າເຮືອນຄົວ ໄດ້ 4.980 ກິ​ໂລຕໍ່ປີ, ປັດຈຸບັນກຳລັງລ້ຽງສັດຕ່າງໆເຊັ່ນ: ງົວ 31 ໂຕ, ສັດປີກ 560 ໂຕ, ປາ 15.600 ໂຕ ແລະ ກົບ 3.000 ໂຕ, ຜ່ານມາສາມາດສ້າງລາຍຮັບຈາກການປູກຝັງ-ລ້ຽງສັດສ້າງ​ລາຍ​ຮັບໄດ້ 157ລ້ານກີບ. 

     

ທ່ານ  ຄໍາຜາ  ​ເວົ້າ​ຕື່ມ​ວ່າ:  ພາຍຫລັງ ທີ່​ຫັນ​ມາ​ເຮັດການ​ຜະລິດ​ແບບ​ປະສົບ​ປະສານ ​ເຮັດ​ໃຫ້​ຄອບຄົວ​ດີ​ຂຶ້ນ​ກວ່າ​ເມື່ອ​ກ່ອນ​ຫລາຍ ຄອບຄົວມີຢູ່ມີກິນ ທັງມີຄວາມຜາສຸກ-ຖືກຕ້ອງປອງດອງ ລູກໄດ້ຮັບການສຶກສາຮໍ່າຮຽນ ສາມາດສ້າງເສດຖະກິດຄອບຄົວໃຫ້ດີຂື້ນເທື່ອລະກ້າວ ກໍ​ຍ້ອນ​ຄວາມ​ອົດທົນ​ດຸໝັ້ນ ຫັນ​ໃຊ້​ເນື້ອ​ທີ່​ໃຫ້​ເກີດ​ປະ​ໂຫຍ​ດສູງ​ສຸດ ບໍ່​ເຮັດ​ວຽກໜ້າດຽວ ຕ້ອງ​ເຮັດ​ຫລາຍ​ຢ່າງ​ຄຽງຄູ່​ກັນ​ໄປ.

KPL

ຂ່າວອື່ນໆ

    • ປະຫວັດຄວາມເປັນມາຕົ້ນກຳເນີດຂອງວັນແມ່ຍິງສາກົນບົດ-ສາລະຄະດີ

      ປະຫວັດຄວາມເປັນມາຕົ້ນກຳເນີດຂອງວັນແມ່ຍິງສາກົນ

      3/3/2026 9:49:37 AM

      ຂປລ. ວັນທີ 8 ມີນາ ແມ່ນເຫດການ-ການເມືອງທີ່ສໍາຄັນ, ເປັນຂີດໝາຍແຫ່ງໄຊຊະນະພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທໍາໃຫ້ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ

    • ຊາດາກຈຶງ ສ້າງຊື່ສຽງໃນຕະຫລາດພາຍໃນ ແລະ ກຽມພ້ອມສົ່ງອອກຕ່າງປະເທດບົດ-ສາລະຄະດີ

      ຊາດາກຈຶງ ສ້າງຊື່ສຽງໃນຕະຫລາດພາຍໃນ ແລະ ກຽມພ້ອມສົ່ງອອກຕ່າງປະເທດ

      3/3/2026 9:44:24 AM

      ຂປລ. ເມື່ອ​ເວົ້າ​ເຖິງ​ຜະລິດ​ຕະພັນ​ລາວ​ທີ່​ຄົນ​ລາວ​ເຮົາ​ນິຍົມບໍລິ​ໂພ​ກກໍ​ຕ້ອງ​ແມ່ນຜະ​ລິດ​ຕະພັນ​ປະ​ເພດ​ຊາ ​ແລະ ກາ​​ເຟ ​ເນື່ອງ​ຈາກ​ວ່າ ບ້ານ​ເຮົາ​ມີ​ວັດຖຸ​ດິບ​ທີ່​ດີ ​ແລະ ມີ​ຊື່ສຽງ ຢູ່​ແຕ່ລະ​ທ້ອງ​ຖິ່ນ ຈຶ່ງ​ເຮັດ​​ໃຫ້​ນັກທຸລະກິດ​ຫລາຍ​ທ່ານ ​ເຫັນ​ເຖິງ​ຄວາມ​ສໍາຄັນ ຈຶ່ງຫັນ​ປ່ຽນວັດຖຸ​ດິບ​ທີ່​ມີ​ຢູ່​ໃນທໍາ​ມະ​ຊາດ ມາປຸງແຕ່ງ​​ເປັນ​ຜະລິດ​ຕະພັນ​ທີ່ດີມີຄຸນນະພາບ​ຕໍ່ສຸຂະພາບ​ຂອງຄົນເຮົາ ​

    • ອີກໜຶ່ງຄວາມຮູ້ສຶກ ແລະ ທັດສະນະ ຂອງພະນັກງານບໍານານ ຕໍ່ບັ້ນເລືອກຕັ້ງ ສສຊ ແລະ ສສຂບົດ-ສາລະຄະດີ

      ອີກໜຶ່ງຄວາມຮູ້ສຶກ ແລະ ທັດສະນະ ຂອງພະນັກງານບໍານານ ຕໍ່ບັ້ນເລືອກຕັ້ງ ສສຊ ແລະ ສສຂ

      2/26/2026 1:48:29 PM

      ຂປລ. ໃນບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຂ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ​(ສສຂ) ຊຸດທີ V ແມ່ນຂະບວນການປະຕິບັດໜ້າທີ່ການເມືອງ ແລະ ສິດປະຊາທິປະໄຕ ຂອງພົນລະເມືອງລາວ ໃນການເລືອກເອົາບຸກ ຄົນທີ່ມີມາດຕະຖານຄົບຖ້ວນ ເຂົ້າໃນສະ​ພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນແຫ່ງສິດອຳນາດຂອງປະຊາຊົນລາວບັນ​ດາເຜົ່າ.

    • ຄວາມເປັນມາຂອງພະເວດສັນດອນຊາດົກບົດ-ສາລະຄະດີ

      ຄວາມເປັນມາຂອງພະເວດສັນດອນຊາດົກ

      2/26/2026 1:42:51 PM

      ຂປລ.​ ບຸນພະເວດສັນດອນ ຫລື ເອີ້ນກັນວ່າ: ບຸນມະຫາຊາດແມ່ນບຸນປາງໃຫຍ່ປະຈຳປີ ເປັນບຸນຕາມຮີດ 12 ຄອງ 14 ປະເພນີຂອງລາວ ຊຶ່ງປະຊາຊົນລາວຊາວພຸດໄດ້ຈັດຂຶ້ນໃນທຸກໆປີຂອງແຕ່ລະບ້ານ ເພື່ອລະນຶກເຖິງຊາດໜຶ່ງຂອງພະພຸດທະອົງເກີດມາ ເປັນພະເວດສັນດອນ ທີ່ເປັນການໃຊ້ຊາດສຸດທ້າຍຂອງພະອົງ (ເຫວດສັນຕຣະ). ຕາມຂໍ້ມູນຄັດຈາກປຶ້ມຄູ່ມື ຮີດ12 ຄອງ 14 ປະເພນີລາວ

    • ປູກໝາກໂມຂາຍ ໄດ້ກໍາໄລຫລາຍຮ້ອຍລ້ານກີບຕໍ່ປີ ບົດ-ສາລະຄະດີ

      ປູກໝາກໂມຂາຍ ໄດ້ກໍາໄລຫລາຍຮ້ອຍລ້ານກີບຕໍ່ປີ

      2/26/2026 1:37:31 PM

      ຂປລ.​ ໝາກ​ໂມ ​​ເປັນ​ອີກໝາກ​ໄມ້ຊະນິດໜຶ່ງ​ທີ່​ຄົນ​ນິຍົມ​ກິນ ແລະ ເປັນທີ່ຕ້ອງການຂອງທ້ອງຕະຫລາດຫລາຍ ​ໂດຍ​ສະ​ເພາະ​ແມ່ນ​ຍາມ​ຮ້ອນ ​ ເພາະວ່າໝາກໂມ ເມື່ອກິນເຂົ້າໄປຈະຊ່ວຍເຮັດໃຫ້ຮູ້ສຶກ​ສົດ​ຊື່ນຜ່ອນ​ຄາຍ​ຄວາມ​ອິດ​ເມື່ອຍ​ໄດ້​ດີ ຈຶ່ງ​ເປັນ​ທີ່​ນິຍົມ​ຂອງ​ຜູ້​ບໍລິ​ໂພ​ກ ຈົນ​ເຮັດ​ໃຫ້ຊາວ​ສວນ​ທີ່​ຜະລິດໝາກ​ໂມ​ຂາຍ​ຍີ້ມ​ໄດ້ ​ເມື່ອ​ຮອດ​ລະດູ​ການ​ເກັບໝາກໂມ

ads
ads

Top